ຜະລິດຕະພັນເຄື່ອງນຸ່ງຫົ່ມລາວ ປະສົບຄວາມຫຍຸ້ງຍາກໃນການຕີຕະຫຼາດສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ເສື້ອຜ້າທີ່ຜະລິດໃນລາວບາງປະເພດ ບໍ່ເປັນທີ່ສົນໃຈຕໍ່ຕະຫຼາດສົ່ງອອກ ເນື່ອງຈາກມີຄຸນນະພາບທີ່ຕ່ຳກວ່າມາດຕະຖານ, ໃນຂະນະທີ່ຜູ້ຜະລິດຫຼາຍເຈົ້າ ແນໃສ່ວາງຈຳໜ່າຍຕາມຕະຫຼາດພາຍໃນເປັນຫຼັກ.

“ເສື້ອຜ້າທີ່ພວກເຮົາຜະລິດ ແມ່ນແນໃສ່ກຸ່ມຜູ້ບໍລິໂພກໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ. ພວກເຮົາບໍ່ມີແຜນຜະລິດເພື່ອການສົ່ງອອກເທື່ອ ຍ້ອນວ່າພວກເຮົາບໍ່ມີກຳລັງໃນການຊື້ເຄື່ອງຈັກທີ່ທັນສະໄໝ ແລະ ຍົກລະດັບທັກສະຝີມືແຮງງານ, ເຊິ່ງຕ້ອງໃຊ້ທຶນຮອນອັນມະຫາສານ,” ທ່ານນາງ ສຸພາລິດ ຈັນທະຫຼວງລາດ ເຈົ້າຂອງທຸລະກິດຕັດຫຍິບແຫ່ງໜຶ່ງໃນນະຄອນຫຼວງວຽງຈັນກ່າວ.

ອ່ານຕໍ່…

ໂຕະຂ່າວ