ວັງວຽງ ກະກຽມຕ້ອນຮັບນັກທ່ອງທ່ຽວ ໃນຊ່ວງລະດູໜາວ

ອຳນາດການປົກຄອງເມືອງວັງວຽງ ແຂວງວຽງຈັນ ຮັບປະກັນຄວາມພ້ອມ ໃນການຕ້ອນຮັບນັກທ່ອງທ່ຽວ ທີ່ຄາດວ່າຈະຫຼັ່ງໄຫຼເຂົ້າມາໃນຊ່ວງລະດູການທ່ອງທ່ຽວທີ່ຈະມາເຖິງນີ້.

ທ່ານເຈົ້າເມືອງ ຄຳຜອງ ດວງວິໄລ ໄດ້ກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌ ວ່າ “ພວກເຮົາກຽມພ້ອມ ເພື່ອຕ້ອນຮັບນັກທ່ອງທ່ຽວ ແລະ ໄດ້ກະກຽມສິ່ງອຳນວຍຄວາມສະດວກທຸກຢ່າງ, ເຊັ່ນ ໂຮງແຮມລະດັບສູງ ແລະ ບ້ານພັກ, ລວມເຖິງ ຮ້ານອາຫານ ແລະ ກິດຈະກຳທ່ອງທ່ຽວພັກຜ່ອນຫຼາກຫຼາຍສີສັນ.” 

“ຈຳນວນນັກທ່ອງທ່ຽວຕອນນີ້ ເລີ່ມຈະເພີ່ມຂຶ້ນແລ້ວ ໂດຍສະເພາະແມ່ນນັກທ່ອງທ່ຽວຈາກຈີນ, ເກົາຫຼີໃຕ້ ແລະ ຝຣັ່ງ. ໜຶ່ງໃນສິ່ງອຳນວຍຄວາມສະດວກໃໝ່ທີ່ພວກເຮົາໄດ້ກະກຽມສຳລັບນັກທ່ອງທ່ຽວ ກໍຄື ຂົວຂ້າມນ້ຳຊອງໃໝ່ ເຊິ່ງປະຊາຊົນ ແລະ ນັກທ່ອງທ່ຽວສາມາດນຳໃຊ້ໂດຍບໍ່ເສຍຄ່າ,” ທ່ານກ່າວເພີ່ມເຕີມ.

ອ່ານຕໍ່…

ພົມພົງ ເຫຼົາອິນ