ພຸດທະສາຊະນິກະຊົນຫຼາຍພັນຄົນ ຮ່ວມພິທີຕັກບາດພຣະທາດຫຼວງ

ວຽງຈັນ (ວຽງຈັນທາມສ໌/ANN) – ພຸດທະສາຊະນິກະຊົນທຸກຊັ້ນຄົນ ຮ່ວມພິທີຕັກບາດທີ່ເດີ່ນພຣະທາດຫຼວງ ໃນຕອນເຊົ້າຂອງວັນຈັນຜ່ານມານີ້ ເຊິ່ງເປັນມື້ສຸດທ້າຍຂອງບຸນນະມັດສະການພະທາດຫຼວງ ບຸນປະເພນີປະຈຳປີຂອງຊາວລາວ.

ເຈົ້າໜ້າທີ່ການນຳ, ພ້ອມທັງປະຊາຊົນລາວຈາກທົ່ວປະເທດ ແລະ ນັກທ່ອງທ່ຽວຕ່າງປະເທດ ໄດ້ເຂົ້າຮ່ວມພິທີຕັກບາດເທໂວທີ່ເດີ່ນພຣະທາດຫຼວງ, ເຊິ່ງມີພະສົງ ແລະ ສາມະເນນຈາກປະເທດລາວ ແລະ ປະເທດເພື່ອນບ້ານ ມາຮັບຖວາຍບິນທະບາດ.

ນອກຈາກພິທີຕັກບາດ ປະຊາຊົນລາວຍັງມີການນຸ່ງຖືຊຸດພື້ນເມືອງ ພ້ອມນຳເອົາເຄື່ອງສັກກາລະບູຊາຕ່າງໆ ມາຮ່ວມບູຊາພຣະທາດຫຼວງ.

ອ່ານຕໍ່…

ວິສິດ ເທບພະລັດ