ລາວຄົ້ນຄວ້າວິທີການໃນການສົ່ງເສີມອຸດສາຫະກຳການທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງການລັດ ແລະ ເອກະຊົນຈະຮ່ວມມືກັນໃນການຈັດການກັບບັນຫາທີ່ເປັນອຸປະສັກຕໍ່ຂະແໜງການທ່ອງທ່ຽວ ເຊິ່ງເປັນສ່ວນໜຶ່ງຂອງພາລະກິດລັດຖະບານ ໃນການສົ່ງເສີມການປະກອບສ່ວນຂອງຂະແໜງການບໍລິການໃນການພັດທະນາເສດຖະກິດ.

ໃນວັນສຸກແລ້ວນີ້ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ໄດ້ຈັດກອງປະຊຸມພິເສດ ເພື່ອຄົ້ນຄວ້າຫາລື ກ່ຽວກັບວິທີການໃນການສົ່ງເສີມອຸດສະຫະກຳການທ່ອງທ່ຽວ.

ປະທານຮ່ວມໃນກອງປະຊຸມປຶກສາຫາລືກ່ຽວກັບການທ່ອງທ່ຽວດັ່ງກ່າວ ມີທ່ານ ສະຫວັນກອນ ຣາຊມຸນຕຼີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານບໍລິຫານ LNCCI, ພາຍໃຕ້ການເຂົ້າຮ່ວມຂອງຂະແໜງການລັດ ແລະ ເອກະຊົນ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/laos-seeks-ways-bolster-tourism-industry-105757