ລັດຖະບານ

ສ່ວຍສາອາກອນ

ເສດຖະກິດຂອງ ສປປ ລາວ ຈາກຟື້ນຕົວດີ ກັບຕົກຕ່ຳຍ້ອນສະຖານະການໂຄວິດ-19

ເສດຖະກິດຂອງລາວກໍາລັງຢູ່ໃນໄລຍະການຂະຫຍາຍຕົວລະດັບໃດໜ່ຶງໃນປີ 2021, ເຖິງແມ່ນວ່າຈະມີຄື້ນທີສອງຂອງການລະບາດຂອງພະຍາດໂຄວິດ -19 ເຮັດໃຫ້ເສດຖະກິດຟື້ນຕົວດີໃນຕົ້ນປີ. ອີງຕາມບົດລາຍງານການຕິດຕາມດ້ານເສດຖະກິດຫຼ້າສຸດຂອງທະນາຄານໂລກ – ຄາດຄະເນວ່າການເຕີບໂຕຂອງ GDP ຈະເພີ່ມຂຶ້ນເປັນ 3,6 % ໃນປີ 2021, ທຽບກັບຕົວເລກ 0,5 % ໃນປີ 2020.ທ່ານ Alex Kremer, ຫົວໜ້າທະນາຄານໂລກປະຈຳລາວ ກ່າວວ່າ“ ສປປ ລາວ ຮັບມືກັບການປ້ອງກັນເຊື້ອໄວແລະ ການສັກວັກຊິນໄດ້ດີລະດັບໜຶ່ງ. “ແນວໃດກໍ່ຕາມ, ຄວາມສ່ຽງຂອງບັນຫາ ໜີ້ສິນ, ເງິນກີບອ່ອນຄ່າ ແລະ ສະພາບລາຍຮັບຕໍ່ຳຂອງລັດຖະບານຍັງຈະສືບຕໍ່ເປັນບັນຫາຈຳກັດໃນການຟື້ນຟູເສດຖະກິດ. ການປະຕິຮູບທີ່ຈະຊຸກຍູ້ການລົງທຶນຂອງພາກເອກະຊົນ, ການຈ່າຍພາສີ ແລະ ການຄ້າອາດຈະເຂົ້າມາຊ່ວຍໃນເລື່ອງນີ້.ອ່ານຕໍ່ທີ່ນີ້  ...

ຂ່າວສານປະເທດລາວ

ສປປ ລາວ ມີຄວາມຫວັງຈະຊຳລະໜີ້ຈຳນວນ 14 ຕື້ໂດລາສະຫະລັດ ພາຍໃນປີ 2025

ລັດຖະມົນຕີກະຊວງການເງິນ, ທ່ານ ບຸນຈອມ ອຸບົນປະເສີດ ໄດ້ກ່າວຕໍ່ສະພາແຫ່ງຊາດໃນວາລະກອງປະຊຸມສະພາແຫ່ງຊາດຊຸດທີ 9 ຜ່ານມານີ້ ວ່າປະເທດລາວໄດ້ວາງແຜນຊຳລະໜີ້ (ໜີ້ຕ່່າງປະເທດຈຳນວນ 13 ຕື້ໂດລາ ແລະ ໜີ້ພາຍໃນຈຳນວນ 900 ລ້ານ ພາຍໃນອີກ 5 ປີຕໍ່ໜ້າ (ນັບແຕ່ 2021-2025) ແລະ ຈາກປີ 2026-2030 ໂດຍອີງໃສ່ລາຍການສ້າງລາຍຮັບທີ່ໄດ້ກຳນົດໄວ້. ລັດຖະບານເວົ້າວ່າຈະເພິ່ມລາຍຮັບຈາກແຫຼ່ງໃໝ່ ແລະ ທັງຊອກຫາສິ່ງບົ່ມຊ້ອນຈາກຂະແໜງພະລັງງານ ແລະ ບໍ່ແຮ່. ອ່ານຕໍ່ທີ່ນີ້   ...

ລັດສະໝີ ພອນວິໄລ

ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດໄດ້ໄຂຂື້ນໃຫ້ມີການໂຕ້ວາທີກ່ຽວກັບວາລະແຫ່ງຊາດ

ກອງປະຊຸມສະໄໝວິສາມັນເທື່ອທຳອິດຂອງສະພາແຫ່ງຊາດ ຊຸດທີ 9 ໄດ້ເລິ່ມຂຶ້ນໃນວັນພະຫັດ ເພື່ອປຶກສາຫາລືມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ເສດຖະກິດ; ສະກັດກັ້ນບັນຫາຢາເສບຕິດ. ທ່ານນາຍົກລັດຖະມົນຕີໄດ້ໃຫ້ ຄຳໝັ້ນສັນຍາວ່າລັດຖະບານຈະຕ້ອງຕັດສິນໃຈ, ມີຄວາມໂປ່ງໃສ ແລະ ເປັນມືອາຊີບໃນການຈັດຕັ້ງປະຕິບັດວາລະ ແລະ ແກ້ໄຂບັນຫາດັ່ງກ່າວ.ອ່ານຕໍ່ທີ່ນີ້   ...

ສຸກສາຄອນ ແວ່ນແກ້ວ

ການເຜີຍແຜ່ກົດໝາຍໃໝ່ ເພື່ອສົ່ງເສີມການເກັບກຳອາກອນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບທະນາຄານໂລກ ໄດ້ເຜີຍແຜ່ກົດໝາຍໃໝ່ກ່ຽວກັບການເກັບກຳອາກອນ ໃນວັນພະຫັດນີ້ ເຊິ່ງຈະມີຜົນບັງຄັບໃຊ້ໃນຕົ້ນປີໜ້າ ພາຍຫຼັງຜ່ານຮັບຮອງໂດຍສະພາແຫ່ງຊາດ ໃນເດືອນມິຖຸນາທີ່ຜ່ານມາ.ເຈົ້າໜ້າທີ່ກົມສ່ວນສາອາກອນ ເປັນປະທານໃນກອງປະຊຸມ ເຊິ່ງມີຜູ້ຕາງໜ້າຈາກຫົວໜ່ວຍທຸລະກິດ 300 ແຫ່ງ ເພື່ອຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ), ກົດໝາຍວ່າດ້ວຍພາສີອາກອນ ແລະ ກົດໝາຍວ່າດ້ວຍອາກອນລາຍຮັບ.ອ່ານຕໍ່ ...

ໂຕະຂ່າວ

ດ່ານພາສີປາກຊັນບໍ່ສາມາດບັນລຸເປົ້າໝາຍການເກັບລາຍຮັບໃນຊ່ວງແປດເດືອນຕົ້ນປີ

ດ່ານພາສີສາກົນປາກຊັນ ແຂວງບໍລິຄຳໄຊ ບໍ່ສາມາດບັນລຸເປົ້າໝາຍໃນການເກັບກຳລາຍຮັບ ໃນຊ່ວງເດືອນມັງກອນເຖິງສິງຫາປີນີ້ ທ່າມກາງການຫຼຸດລົງຂອງປະລິມານການນຳເຂົ້າສິນຄ້າ.ດ່ານຊາຍແດນປາກຊັນ ເຊິ່ງເຊື່ອມຕໍ່ປະເທດໄທ, ຫວຽດນາມ ແລະ ລາວ ຜ່ານທາງຖະໜົນ, ເປັນໜຶ່ງໃນຊ່ອງທາງເຊື່ອມຕໍ່ທາງດ້ານເສດຖະກິດ ແລະ ການບໍລິການ, ອຳນວຍຄວາມສະດວກທາງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ແລະ ປະກອບສ່ວນໃນການເກັບກຳລາຍຮັບແຫ່ງຊາດ.ດ່ານພາສີດັ່ງກ່າວສາມາດເກັບກຳລາຍຮັບໄດ້ພຽງ 132 ພັນຕື້ກີບ (USD 14.9 ຕື້ໂດລາ) ໃນຊ່ວງແປດເດືອນຕົ້ນປີນີ້, ເຊິ່ງທຽບເທົ່າກັບ 43.81 ເປີເຊັນຂອງເປົ້າໝາຍທີ່ຕັ້ງໄວ້ຄື 302 ພັນຕື້ກີບ. ໃນຊ່ວງດຽວກັນຂອງປີຜ່ານມາ ດ່ານພາສີດັ່ງກ່າວສາມາດບັນລຸການເກັບກຳໄດ້ 57.68 ເປີເຊັນຂອງລະດັບຄາດໝາຍ.ອ່ານຕໍ່ ...

Latsamy Phonevilay
https://laotiantimes.com/2019/09/17/paksan-customs-fails-to-meet-revenue-target-in-first-8-months/

ການຳໃຊ້ລະບົໍບອີເລັກໂທຣນິກຊ່ວຍໃຫ້ລັດຖະບານສົ່ງເສີມການສ້າງລາຍຮັບ

ລາຍຮັບຈາກອາກອນຂອງລາວເພີ່ມຂຶ້ນ 20 ເປີເຊັນໃນຊ່ວງຫົກເດືອນຕົ້ນປີນີ້ ທຽບກັບໄລຍະດຽວກັນຂອງປີຜ່ານມາ, ຕາມກະຊວງການເງິນ.ການເພີ່ມຂຶ້ນຂອງລາຍຮັບດັ່ງກ່າວແມ່ນມາຈາກການເລີ່ມນຳໃຊ້ລະບົບຂໍ້ມູນຂ່າວສານທີ່ທັນສະໄໝໃນການຄຸ້ມຄອງລາຍຮັບຈາກອາກອນ (TAXRIS) ໃນຕົ້ນປີນີ້. ມາເຖິງປະຈຸບັນລະບົບດັ່ງກ່າວໄດ້ມີການນຳໃຊ້ຢູ່ໃນ 10 ຕົວເມືອງໃຫຍ່ ໃນເຈັດແຂວງຂອງລາວ.ກະຊວງການເງິນມີແຜນເສີມຂະຫຍາຍການນຳໃຊ້ລະບົບດັ່ງກ່າວໃນທົ່ວປະເທດພາຍໃນປີ 2020 ເຊິ່ງເປັນສ່ວນໜຶ່ງຂອງພາລະກິດຂອງລັດຖະບານ ໃນການສ້າງຄວາມທັນສະໄໝໂດຍການນຳໃຊ້ລະບົບການຈ່າຍອາກອນແບບອີເລັກໂທຣນິກ ແລະ ເພື່ອສົ່ງເສີມຄວາມໂປ່ງໃສໃນຂະແໜງການເງິນຂອງຊາດ.ອ່ານຕໍ່ ...

ສົມສັກ ພົງຂາວ

ກະຊວງຊຸກຍູ້ໃຫ້ຜູ້ຈ່າຍອາກອນຈຳກັດການຈ່າຍເປັນເງິນສົດ

ກະຊວງການເງິນໄດ້ແຈ້ງການຊຸກຍູ້ໃຫ້ຜູ້ເສຍອາກອນທຳການຈ່າຍເງິນອາກອນຜ່ານລະບົບທະນາຄານ ເພື່ອປິດກັ້ນຊ່ອງຫວ່າງທາງການເງິນ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ກ່າວຜ່ານສື່ມວນຊົນຫວ່າງໝໍ່ໆມານີ້ວ່າ ລັດຖະບານໄດ້ມີການນຳໃຊ້ຊ່ອງທາງການຈ່າຍເງິນທາງອີເລັກໂທຣນິກຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈ່າຍອາກອນ.ອ່ານຕໍ່   ...

ສົມສັກ ພົງຂາວ

ລັດຖະບານລາວຈະເພີ່ມການຈັດເກັບອາກອນສຳລັບກາຊິໂນໃຫ້ສູງ

ພາຍໃຕ້ຮ່າງກົດໝາຍສະບັບໃໝ່ຂອງລັດຖະບານລາວ ການຈັດເກັບອາກອນສຳລັບກາຊິໂນ ແລະ ສະຖານການພະນັນຈະຖືກປັບປຸງໃຫ້ສູງຂຶ້ນ.ຕາມແຫຼ່ງຂ່າວວຽງຈັນທາມສ໌ຂອງລາວ, ຮ່າງກົດໝາຍສະບັບດັ່ງກ່າວ ທີ່ໄດ້ມີການຍື່ນສະເໜີຕໍ່ສະພາແຫ່ງຊາດໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນໃນອາທິດແລ້ວນີ້ ຈະມີການເພີ່ມການຈັດເກັບອາກອນສຳລັບກາຊິໂນ ແລະ ສະຖານການພະນັນຈາກ 35% ເປັນ 50% ນັບແຕ່ເດືອນມັງກອນ ປີ 2020 ເປັນຕົ້ນໄປ.ອ່ານຕໍ່  ...

ໂຕະຂ່າວ
https://www.asgam.com/index.php/2019/06/26/laos-government-proposes-significant-increase-in-casino-taxes/

ສະພາແຫ່ງຊາດອະນຸມັດລະດັບລາຍຮັບຂັ້ນຕ່ຳສ່ວນບຸກຄົນທີ່ຍົກເວັ້ນອາກອນ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາແຫ່ງຊາດໄດ້ອະນຸມັດຂໍ້ສະເໜີຂອງລັດຖະບານ ໃນການປັບປຸງລະດັບລາຍຮັບຂັ້ນຕ່ຳສ່ວນບຸກຄົນທີ່ຍົກເວັ້ນອາກອນ.ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ທີ່ຫຼັກ 6 ໃນວັນອັງຄານຜ່ານມາ, ສະມາຊິກສະພາຈຳນວນ 82 ເປີເຊັນໄດ້ລົງຄະແນນສຽງສະໜັບສະໜູນການເພີ່ມລະດັບລາຍຮັບຂັ້ນຕ່ຳສ່ວນບຸກຄົນທີ່ຍົກເວັ້ນອາກອນຈາກ 1 ລ້ານກີບມາເປັນ 1.3 ລ້ານກີບ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/laos-na-approves-increase-tax-free-income-threshold-98794

ລັດຈະເພີ່ມພາສີອາກອນສຳລັບສິນຄ້າຟູມເຟືອຍທີ່ບໍ່ຈຳເປັນ

ສິນຄ້າ ແລະ ການບໍລິການທີ່ລັດຖະບານບໍ່ສົ່ງເສີມ ເຊັ່ນ ເຄື່ອງດື່ມມືນເມົາ ຈະຖືກເກັບອາກອນເພີ່ມຂຶ້ນ ຖ້າວ່າກົດໝາຍວ່າດ້ວຍພາສີອາກອນສະບັບໃໝ່ມີຜົນບັງຄັບໃຊ້ໃນປີ 2020.ໃນທາງກົງກັນຂ້າມ, ລັດຈະຫຼຸດພາສີສຳລັບສິນຄ້າເຊັ່ນ ນ້ຳມັນເຊື້ອໄຟ ແລະ ລົດຈັກ ເຊິ່ງເຫັນວ່າມີຄວາມຈຳເປັນຕໍ່ການປັບປຸງຊີວິດການເປັນຢູ່.ອ່ານຕໍ່ ...

ສົມສັກ ພົງຂາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

UeLZr
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!