ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ລາວ, ຈີນ ຮ່ວມມືໃນການອະນຸລັກກ້ວຍໄມ້

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຈີນໄດ້ຕົກລົງໃນໂຄງການກ່ຽວກັບການອະນຸລັກພັນພືດ ແລະ ຊີວະນາໆພັນໃນລາວ ສຳລັບປີ 2019-2021, ເຊິ່ງແນໃສ່ການສຳຫຼວດຊີວະນາໆພັນ.ຂໍ້ຕົກລົງກ່ຽວກັບການລິເລີ່ມດັ່ງກ່າວໄດ້ມີການລົງນາມທີ່ວຽງຈັນ ໃນວັນອັງຄານນີ້ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ອົງການ WWF ແລະ ເຈົ້າໜ້າທີ່ລາວທົບທວນການນຳໃຊ້ປ້າໄມ້

(ຂປລ) ເຈົ້າໜ້າທີ່ແຂວງ ແລະ ຜູ້ນຳຊຸມຊົນຮ່ວມປະຊຸມກັບອົງການກອງທຶນເພື່ອການອະນຸລັກສິ່ງແວດລ້ອມປະຈຳລາວ (WWF-Laos) ທີ່ເມືອງພຽງ ແຂວງໄຊຍະບູລີ ໃນວັນທີ 7 ກຸມພາ 2019 ເພື່ອທົບທວນຜົນການສຳຫຼວດ ແລະ ແຕ້ມແຜນທີ່ການນຳໃຊ້ທີ່ດິນຂອງຄົວເຮືອນ ແລະ ການຖືກຳມະສິດ, ລາຍຮັບ ແລະ ຕົວກຳນົດດ້ານເສດຖະກິດ-ສັງຄົມ ແລະ ກະສິກຳຕ່າງໆ.ອ່ານຕໍ່ ...

ຂປລ

ສອງອົງການກອງທຶນໂລກສະໜັບສະໜູນການປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສອງອົງການກອງທຶນໂລກຮ່ວມມືກັນໃນການສະໜັບສະໜູນລັດຖະບານລາວ ກ່ຽວກັບການຈັດການບັນຫາການການປ່ຽນແປງຂອງສະພາບອາກາດ. ອົງການກອງທຶນສິ່ງແວດລ້ອມໂລກ (GEF) ແລະ ກອງທຶນສະພາບອາກາດສີຂຽວ (GCF) ໄດ້ຖະແຫຼງໃນກອງປະຊຸມຮ່ວມກັບຕາງໜ້າລັດຖະບານໃນອາທິດນີ້ວ່າ ຈະຈັດຕັ້ງພາລະກິດຮ່ວມໃນການຊ່ວຍເຫຼືອລາວເພື່ອຈັດຕັ້ງປະຕິບັດມາດຕະການຮັບມືຕໍ່ການປ່ຽນແປງຂອງສະພາບອາກາດໃຫ້ເກີດດອກອອກຜົນ.ອ່ານຕໍ່ ...

ພູທອງ ສີວົງສາ

ສູນອະນຸລັກຊ້າງລາວໄດ້ຮັບລາງວັນການທ່ອງທ່ຽວອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ສູນອະນຸລັກຊ້າງແຂວງໄຊຍະບູລີ ສ້າງຊື່ສຽງໃນງານວາງສະແດງ Experience Mekong Collection Showcase 2019 ໃນກອງປະຊຸມການທ່ອງທ່ຽວອາຊຽນໃນເດືອນມັງກອນ ທີ່ຮາລອງເບ ຫວຽດນາມ ດ້ວຍການຄວ້າລາງວັນກຽດນິຍົມສູງສຸດປະເພດ “ການກະທຳ”.ສູນດັ່ງກ່າວໄດ້ຮັບລາງວັນປະເພດ “ການກະທຳ” ສຳລັບປະເທດລາວ ໂດຍການສ້າງປະສົບການການຮຽນຮູ້ຮ່ວມກັບຊ້າງ ເຊິ່ງນຳໂດຍທີມຄູຝຶກ, ກວານຊ້າງ ແລະ ສັດຕະວະແພດຊ້າງ ຕາມບົດລານງາຍຂອງສູນ.ອ່ານຕໍ່  ...

ໂຕະຂ່າວ

ນາຍບ້ານໃນວຽງຈັນແຈ້ງການຫ້າມຈູດຂີ້ເຫຍື້ອ

ໃນຕອນເຊົ້າຂອງແຕ່ລະວັນ ເຄື່ອງກະຈາຍສຽງບ້ານສ້າງເຫວີຍ, ເມືອງສີສັດຕະນາກ, ນະຄອນວຽງຈັນ ຈະປະກາດແຈ້ງການພິເສດຈາກທ່ານ ອຸດົມໄຊ ສີສົມພອນ ນາຍບ້ານ. ຂໍ້ຄວາມໃນແຈ້ງການດັ່ງກ່າວແມ່ນມີຄວາມກະທັດຮັດ ແລະ ຊັດເຈນຄື: ໃຫ້ປະຊາຊົນຢຸດຕິການຈູດຂີ້ເຫຍື້ອ ແລະ ຫ້າມຖິ້ມຂີ້ເຫຍື້ອຊະຊາຍ. ເຊິ່ງເປັນວິທີການເຕືອນສະຕິທີ່ດີໃຫ້ແກ່ພໍ່ແມ່ປະຊາຊົນ.ອ່ານຕໍ່ ...

The Laotian Times

ລັດຖະບານ ແລະ ຄູ່ຮ່ວມພັດທະນາທົບທວນພາລະກິດການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານດ້ານກະສິກຳ-ສະພາບອາກາດໃນລາວ

ເຈົ້າໜ້າທີ່ລັດຖະບານ ແລະ ຄູ່ຮ່ວມພັດທະນາປະຊຸມກັນທີ່ວຽງຈັນໃນວັນອັງຄານນີ້ ເພື່ອທົບທວນກ່ຽວກັບໂຄງການລະບົບຂໍ້ມູນຂ່າວສານເພື່ອການຕິດຕາມດ້ານກະສິກຳ-ສະພາບອາກາດ (SAMIS) ແນໃສ່ຍົກລະດັບການປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານໃນລາວ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ກະຊວງລາວເຜີຍສິ່ງທ້າທາຍໃນການຈັດການກັບອາດສະຍາກຳກ່ຽວກັບສັດປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຍັງຜະເຊີນສິ່ງທ້າຍທາຍຕົ້ນຕໍຫຼາຍຢ່າງໃນການຈັດການອາດສະຍາກຳກ່ຽວກັບສັດນ້ຳ ແລະ ສັດປ່າ ຕາມການລາຍງານຂອງກົມກວດກາປ່າໄມ້ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້.ແຜນດຳເນີນງານດ້ານການຕ້ານອາດສະຍາກຳສັດນ້ຳ ແລະ ສັດປ່າແຫ່ງຊາດທີ່ມີການເປີດເຜີຍຫຼ້າສຸດ ລາຍງານວ່າປະເທດລາວມັກເປັນໜຶ່ງໃນຈຸດເຊື່ອມຕໍ່ລະຫວ່າງເຄືອຂ່າຍອາດສະຍາກຳຂ້າມຊາຍແດນ, ​ຜູ້ຊື້ ແລະ ຜູ້ຂາຍຜະລິດຕະພັນສັດປ່າຜິດກົດໝາຍ.ອ່ານຕໍ່ ...

ໂຕະຂ່າວ

ທົ່ງໄຫຫີນຈະໄດ້ຮັບພິຈາລະນາສະຖານະມໍລະດົກໂລກໃນເດືອນກໍລະກົດ

ວຽງຈັນ (ວຽງຈັນທາມສ໌/ANN) – ຂ່າວດີສຳລັບທົ່ງໄຫຫີນຂອງລາວ ເມື່ອຄະນະກຳມະການມໍລະດົກໂລກຂອງອົງການຢູເນສໂກ ຈະປະຊຸມເພື່ອຫາລືກ່ຽວກັບສະຖານະມໍລະດົກໂລກຂອງທົ່ງໄຫໃນເດືອນກໍລະກົດປີນີ້ ຕາມການເປີດເຜີຍຂອງເຈົ້າໜ້າທີ່ລັດຖະບານໃນອາທິດແລ້ວນີ້.ອ່ານຕໍ່ ...

ແກ້ວຊົມພູ ສັກດາວົງ

ລັດຖະບານລາວສ້າງແຜນເພື່ອອະນຸລັກພູພຽງບໍລະເວນ

ລັດຖະບານກຳລັງສ້າງແຜນການເພື່ອການອະນຸລັກພູພຽງບໍລະເວນທາງພາກໃຕ້ຂອງລາວ ເນື່ອງຈາກເປັນພື້ນທີ່ກະສິກຳ ແລະ ທ່ອງທ່ຽວ, ທັງຢຸດແຜນການພັດທະນາໂຮງງານອຸດສາຫະກຳໜັກຂອງບັນດາຫົວໜ່ວຍທຸລະກິດ ໃນພື້ນທີ່ທີ່ອຸດົມສົມບູນຂອງລາວ.ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ເຊິ່ງເປັນໜ່ວຍງານທີ່ຮັບຜິດຊອບການຮ່າງແຜນພັດທະນາເຂດພູພຽງດັ່ງກ່າວ ກ່າວໃນອາທິດນີ້ວ່າ ທາງສະຖາບັນກຳລັງຈຳສຳເລັດການສ້າງແຜນດັ່ງກ່າວ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜຸນຈາກຄະນະນຳຂັ້ນເທິງໃນອະນາຄົດອັນໃກ້.ອ່ານຕໍ່  ...

ເອກະພອນ ພູທອນສີ

ກະຊວງກວດກາຄຸນນະພາບອາກາດໃນວຽງຈັນຢ່າງໃກ້ຊິດ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈັບຕາເລື່ອງຄຸນນະພາບອາກາດຢູ່ນະຄອນວຽງຈັນເປັນພິເສດ ເນື່ອງຈາກນະຄອນບາງກອກກຳລັງຜະເຊີນກັບພາວະມົນລະພິດໃນອາກາດສູງ.ທ່ານ ວິລະສັກ ຈຸນດາລາ ອຳນວຍການໃຫຍ່ຂອງສະຖາບັນຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວໃນມື້ວານນີ້ວ່າ ທາງສະຖາບັນໄດ້ຕິດຕັ້ງອຸປະກອນເພື່ອຕິດຕາມຄຸນນະພາບອາກາດໃນສີ່ຈຸດໃນຕົວເມືອງວຽງຈັນຕັ້ງແຕ່ວັນຈັນທີ່ຜ່ານມາ.ອ່ານຕໍ່   ...

ເອກະພອນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

2BmGN
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!