ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ສານເຄມີທີ່ປ່ອຍລົງສູ່ແມ່ນ້ຳໃນລາວເຮັດໃຫ້ປາຕາຍ

ສານເຄມີທີ່ປ່ອຍລົງສູ່ແມ່ນ້ຳຈາກສວນກ້ວຍຈີນ ໃນຊານເມືອງຂອງນະຄອນຫຼວງວຽງຈັນ ເຮັດໃຫ້ປາຕາຍກວ່າ 300 ກິໂລກຣາມໃນເດືອນພະຈິກນີ້, ເຮັດໃຫ້ເຈົ້າໜ້າທີ່ຕ້ອງອອກແຈ້ງເຕືອນບໍ່ໃຫ້ປະຊາຊົນລົງອາບນ້ຳໃນແມ່ນ້ຳ ຫຼື ນຳເອົາປາທີ່ຕາຍຍ້ອນມົນລະພິດໃນແມ່ນ້ຳມາກິນ, ຕາມແຫຼ່ງຂ່າວພາຍໃນປະເທດ.ແຫຼ່ງຂ່າວຍັງໃຫ້ຮູ້ວ່າ ການປ່ອຍສານເຄມີ ໃນລະຫວ່າງວັນທີ 7 ແລະ 9 ພະຈິກນີ້ ໄດ້ສົ່ງຜົນກະທົບຕໍ່ບ້ານເຕົາໃຫ, ບ້ານໃຫຍ່-ນາຈະເລີນ ແລະ ບ້ານກົ້ວ ທີ່ຕັ້ງຢູ່ໃກ້ກັບນ້ຳຕອນ ເມືອງສັງທອງ ນະຄອນວຽງຈັນ.ອ່ານຕໍ່  ...

ພູວົງ

ໂຮງງານຊີມັງຂອງຈີນ ສ້າງມົນລະພິດໃນຫຼາຍບ້ານໃນລາວ

ໂຮງງານຊີມັງຂອງນັກລົງທຶນຈີນສອງແຫ່ງ ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ປ່ອຍອາຍຝຸ່ນ ແລະ ໝອກຄັວນ ທີ່ອາດເປັນອັນຕະລາຍຕໍ່ສຸຂະພາບ ເຊິ່ງສົ່ງຜົນກະທົບຕໍ່ 900 ຄົວເຮືອນໃນຂອບເຂດສີ່ບ້ານໂດຍປະມານ, ຕາມການລາຍງານຂອງແຫຼ່ງຂ່າວທ້ອງຖິ່ນ.ບ້ານທີ່ໄດ້ຮັບຜົນກະທົບແມ່ນຢູ່ທາງພາກຕາເວັນຕົກສຽງເໜືອຂອງແຂວງ ຄືບ້ານຄັນໝາກ, ຫົວງາມ, ໂພນສູງ ແລະ ມາກຄຳ.ອ່ານຕໍ່  ...

ອຸ່ນແກ້ວ ສຸກສະຫວັນ

ນ້ຳເສຍຈາກໂຄງການທາງລົດໄຟສ້າງມົນລະພິດໃຫ້ແກ່ສະຖານທີ່ທ່ອງທ່ຽວຂອງລາວ

ໂຄງການທາງລົດໄຟລາວ-ຈີນໄດ້ປ່ອຍນ້ຳເສຍຈາກການກໍ່ສ້າງລົງສູ່ແມ່ນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ ໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງລາວ, ຕາມການລາຍງານຂອງປະຊາຊົນທ້ອງຖິ່ນ ແລະ ເຈົ້າໜ້າທີ່ສິ່ງແວດລ້ອມຕໍ່ໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ຫວຽດນາມ, ລາວຮ່ວມມືດ້ານການບັງຄັບໃຊ້ກົດໝາຍປ່າໄມ້

ຮາຕິນ (VNA)– ຜູ້ຕາງໜ້າຈາກໜ່ວຍງານຄຸ້ມຄອງປ່າໄມ້ຫວຽດນາມ (VNFOREST) ແລະ ກົມກວດກາປ່າໄມ້ລາວ (DOFI) ຮ່ວມປະຊຸມທີ່ແຂວງພາກກາງຮາຕິນ ຂອງຫວຽດນາມໃນວັນທີ 30 ຕຸລານີ້ ເພື່ອທົບທວນການຮ່ວມມືໃນການບັງຄັບໃຊ້ກົດໝາຍປ່າໄມ້.ຫວຽດນາມ ແລະ ລາວມີຊາຍແດນຕິດຕໍ່ກັນເປັນໄລຍະຍາວ 2,340 ກມໃນສິບແຂວງ. ສອງຊາດມີດ່ານຊາຍແດນສາກົນຮ່ວມ 7 ແຫ່ງ ແລະ ມີ 6 ດ່ານເຂົ້າອອກຫຼັກລຽບຕາມແນວຊາຍແດນ.ອ່ານຕໍ່ ...

ບັນນາທິການ VNA

ຂະແໜງຊັບພະຍາກອນທຳມະຊາດທົບທວນບົດຮຽນຊຸມປີຜ່ານມາ ແລະ ແຜນຕໍ່ໜ້າ

ເຈົ້າໜ້າທີ່ລັດຖະບານ ແລະ ບັນຄູ່ຮ່ວມພັດທະນາໄດ້ປະຊຸມກັນທີ່ວຽງຈັນ ໃນວັນພະຫັດຜ່ານມາ ເພື່ອທົບທວນວຽກງານໃນໄລຍະຜ່ານມາ ແລະ ແຜນການຕໍ່ໜ້າ ເພື່ອປັບປຸງການຄຸ້ມຄອງຊັບພະຍາກອນທຳມະຊາດ. ກອງປະຊຸມໄດ້ມີການຫາລືລະອຽດໃນຂະແໜງການສິ່ງແວດລ້ອມ- ໂດຍສະເພາະວຽກງານທີ່ດິນ, ນ້ຳ, ການປ່ຽນແປງຂອງສະພາບອາກາດ, ທໍລິນີສາດ ແລະ ບໍ່ແຮ່.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການປ່ຽນແປງຂອງສະພາບອາກາດສ້າງໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ

ການປ່ຽນແປງຂອງສະພາບອາກາດກຳລັງສ້າງໄພຂົ່ມຂູ່ຕໍ່ການຜະລິດກະສິກຳ ແລະ ສ້າງສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ຄວາມພະຍາຍາມຂອງລາວ ແລະ ບັນດາປະເທດໃນທົ່ວໂລກ ໃນການສ້າງຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ, ຕາມການລາຍງານຂອງເຈົ້າໜ້າທີ່ການນຳ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຄະນະກຳມາທິການແມ່ນ້ຳຂອງໄດ້ຮັບທຶນຈາກເຢຍລະມັນ ເພື່ອສົ່ງເສີມການວາງແຜນ ແລະ ຄຸ້ມຄອງແມ່ນ້ຳຂອງໃນພາກພື້ນ

ລັດຖະບານເຢຍລະມັນອະນຸມັດທຶນຊ່ວຍເຫຼືອ 4 ລ້ານຢູໂຣ (ປະມານ 4.6 ລ້ານໂດລາສະຫະລັດ) ໃຫ້ແກ່ຄະນະກຳມາທິການແມ່ນ້ຳຂອງ (MRC) ເພື່ອສົ່ງເສີມການຮ່ວມມືນ່ານນ້ຳລະຫວ່າງປະເທດ ຕາມການລາຍງານຂອງ MRC.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

AFD, FFEM, WCS ສະໜັບສະໜູນການອະນຸລັກຊີວະນາໆພັນໃນພື້ນທີ່ປ່າສະຫງວນອິນໂດ-ພະມ້າ

(ຂປລ) ອົງການພັດທະນາຝຣັ່ງ (AFD), ອົງການສິ່ງແວດລ້ອມໂລກຝຣັ່ງ (FFEM) ແລະ ອົງການອະນຸລັກສັດປ່າ (WCS) ໄດ້ລົງນາມຂໍ້ຕົກລົງດ້ານການເງິນເພື່ອສົ່ງເສີມກິດຈະກຳການອະນຸລັດສັດປ່າໄລຍະ 4 ປີ ຢູ່ໃນຫົກເຂດຊີວະນາໆພັນທີ່ສຳຄັນໃນລາວ, ມຽນມາ, ແລະ ກຳປູເຈຍ ເຊິ່ງກວມເອົາ 14 ເຂດປ່າສະຫງວນ.ອ່ານຕໍ່ ...

ຂປລ

ADB ອະນຸມັດທຶນຊ່ວຍເຫຼືອ 48 ລ້ານໂດລາສະຫະລັດ ເພື່ອປັບປຸງການບໍລິການດ້ານສິ່ງແວດລ້ອມໃນ ສປປ ລາວ

ຄະນະບໍລິຫານຂອງ ທະນາຄານພັດທະນາອາຊີ (ADB) ໄດ້ອະນຸມັດທຶນຊ່ວຍເຫຼືອຈຳນວນ 48 ລ້ານໂດລາສະຫະລັດ ເພື່ອຊ່ວຍໃນການປັບປຸງການບໍລິການດ້ານສິ່ງແວດລ້ອມໃນຕົວເມືອງ ແລະ ເສີມຂະຫຍາຍການເຊື່ອມຕໍ່ທາງດ້ານເສດຖະກິດໃນປາກຊັນ ແລະ ທ່າແຂກ ສອງເມືອງທີ່ດ້ອຍພັດທະນາທີ່ສຸດໃນແນວເຊື່ອມຕໍ່ໃຈກາງອະນຸພາກພື້ນແມ່ນ້ຳຂອງງຕອນລຸ່ມ (GMS) ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ).ອ່ານຕໍ່ ...

ເອດີບີ

ລັດຖະບານລາວໃຫ້ຄຳໝັ້ນໃນການຈັດການການຄ້າຂາຍສັດປ່າຜິດກົດໝາຍໃນກອງປະຊຸມຂ້າມປະເທດພາກພື້ນລຸ່ມແມ່ນ້ຳຂອງ

(ຂປລ) ອົງການອະນຸລັກສິ່ງແວດລ້ອມ WWF (ໃນວັນທີ 6 ກັນຍາ) ໄດ້ສະແດງຄວາມຍິນດີຕໍ່ລັດຖະບານລາວໃນການຈັດກອງປະຊຸມລະດັບພາກພື້ນທີ່ສຳຄັນກ່ຽວກັບການຄ້າສັດປ່າຂ້າມຊາຍແດນຜິດກົດໝາຍ ແລະ ຕໍ່ຄຳໝັ້ນຂອງລາວທີ່ຈະຈັດການກັບອາດຊະຍາກຳການຄ້າສັດປ່າ ເຊິ່ງສ້າງໄພຄຸກຄາມຕໍ່ພັນສັດປ່າໃກ້ສູນພັນ ເຊັ່ນ ຊ້າງ, ເສືອ, ໝີ ແລະ ລິ່ນ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

gUPar
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!