ລັດຖະບານລາວສ້າງແຜນເພື່ອອະນຸລັກພູພຽງບໍລະເວນ

ລັດຖະບານກຳລັງສ້າງແຜນການເພື່ອການອະນຸລັກພູພຽງບໍລະເວນທາງພາກໃຕ້ຂອງລາວ ເນື່ອງຈາກເປັນພື້ນທີ່ກະສິກຳ ແລະ ທ່ອງທ່ຽວ, ທັງຢຸດແຜນການພັດທະນາໂຮງງານອຸດສາຫະກຳໜັກຂອງບັນດາຫົວໜ່ວຍທຸລະກິດ ໃນພື້ນທີ່ທີ່ອຸດົມສົມບູນຂອງລາວ.

ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ເຊິ່ງເປັນໜ່ວຍງານທີ່ຮັບຜິດຊອບການຮ່າງແຜນພັດທະນາເຂດພູພຽງດັ່ງກ່າວ ກ່າວໃນອາທິດນີ້ວ່າ ທາງສະຖາບັນກຳລັງຈຳສຳເລັດການສ້າງແຜນດັ່ງກ່າວ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜຸນຈາກຄະນະນຳຂັ້ນເທິງໃນອະນາຄົດອັນໃກ້.

ອ່ານຕໍ່…

 

ເອກະພອນ ພູທອນສີ