ເສດຖະກິດ ແລະ ການຄ້າ

ເກົາຫຼີໝາຍຕາໂຄງການໄຮ່ສະຕຣໍເບີຣີຢູຊຽງຂວາງ

ວັນທີ 3 ກໍລະກົດ ທ່ານ ດຣ ຢູຮຽນຊຸກ ປະທານສະມາຄົມສິລະປະ ແລະ ວັດທະນະທຳເກົາຫຼີໄຕ້ ແລະ ຄະນະໄດ້ພົບປະກັບທ່ານ ບຸນທອນ ຈັນທະພອນ ວ່າການຫົວໜ້າພັກແຂວງຊຽງຂວາງ ເພື່ອຫາລືຄວາມເປັນໄປໄດ້ໃນການສ້າງໄຮ່ສະຕຣໍເບີຣີຢູແຂວງຊຽງຂວາງ.ອ່ານຕໍ່ ...

ເດິລາວທຽນທາມສ໌

ການອອກພັນທະບັດໃນສະກຸນເງິນແຫ່ງຊາດມີຜົນດີ

ລັດຖະບານຈະຮັບຮອງເອົານະໂຍບາຍກ່ຽວກັບການອອກພັນທະບັດໃນສະກຸນເງິນທ້ອງຖິ່ນ ເພື່ອຫຼີກລ່ຽງຄວາມສ່ຽງທີ່ອາດເຊື່ອມໂຍງກັບອັດຕາແລກປ່ຽນ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຕະຫຼາດທຶນພາຍໃນ. ພາຍໃຕ້ນະໂຍບາຍດັ່ງກ່າວ, ການຈ່າຍດອກເບ້ຍແມ່ນຈ່າຍໃຫ້ເຈົ້າຂອງທະບັດພາຍໃນ ເຊິ່ງຈະເຮັດໃຫ້ແຫຼ່ງທຶນມີການໝູນວຽນພາຍໃນເສດຖະກິດຂອງຊາດ ອີງຕາມກະຊວງການເງິນ.ອ່ານຕໍ່ ...

ສົມສັກ ພົງຂາວ

ລາວ ແລະ ຄູ່ຮວມພັດທະນາຈະທົບທວນຄວາມຄືບໜ້າໃນການພັດທະນາປະເທດໃນທ້າຍເດືອນພະຈິກ

(ຂປລ) ກອງປະຊຸມໂຕະມົນປະຈຳປີ ເພື່ອທົບທວນໄລຍະເຄິ່ງພາກຂອງການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8 ແລະ ຄວາມຄືບໜ້າໃນການພັດທະນາແບບຍືນຍົງ ແລະ ປະສິດທິພາບໃນການຮ່ວມພັດທະນາ ຈະຈັດຂຶ້ນຢູ່ວຽງຈັນໃນທ້າຍເດືອນພະຈິກ 2018.ອ່ານຕໍ່ ...

ຂປລ

ບໍລິສັດຈາກຍີ່ປຸ່ນ ເຂົ້າມາເປີດໂຮງງານຜະລິດຕຸກກະຕາແຫ່ງທໍາອິດໃນລາວ

ບໍລິສັດ ເອບັອກ ທອຍສ໌ ( ລາວ ) ຈໍາກັດ ຜະລິດຕຸກກະຕາທີ່ມີຊື່ສຽງຂອງໂລກ ພາຍໃຕ້ຍີ່ຫໍ້ ຊິລວະນຽນ ຟາມີລີ (Sylvanian families) ທີ່ມີຈໍາໜ່າຍຫຼາຍກວ່າ 60 ປະເທດໃນທົ່ວໂລກໄດ້ເປີດໂຕໂຮງງານຢູ່ລາວ.ອ່ານຕໍ່ ...

ລາວອີໂຄໂນມິກເດລີ

ຂະແໜງການທີ່ບໍ່ແມ່ນຊັບພະຍາກອນຂອງລາວມີການຂະຫຍາຍຕົວ: ຕາມລາຍງານ

ວຽງຈັນ, 28 ມິຖຸນາ 2018 (ຊິນຫົວ) — ລາວເລີ່ມເຫັນການປັບປຸງໃນການສົ່ງອອກທີ່ບໍ່ແມ່ນຊັບພະຍາກອນ ຈາກການຫຼຸດລົງຂອງຜົນໄດ້ຮັບການຂຸດຄົ້ນບໍ່ແຮ່ ແລະ ນະໂຍບາຍຂອງລັດຖະບານໃນການສົ່ງເສີມການພັດທະນາໃນຂະແໜງການຜະລິດ, ຕາມການລາຍງານຂອງສຳນັກຂ່າວວຽງຈັນທາມສ໌ ທີ່ອ້າງອີງຈາກບົດລາຍງານຂອງທະນາຄານໂລກ.ອ່ານຕໍ່ ...

ວຽງຈັນທາມສ໌

ຄະນະລັດຖະບານສະໜັບສະໜູນການປັບປຸງນະໂຍບາຍການສົ່ງເສີມທຸລະກິດ SME

ຄະນະລັດຖະບານໄດ້ປະກາດນະໂຍບາຍສົ່ງເສີມໃຫ້ທຸລະກິດຂະໜາດກາງ ແລະ ນ້ອຍ (SMEs) ສາມາດເຂົ້າເຖິງແຫຼ່ງທຶນເພື່ອຂະຫຍາຍທຸລະກິດ ແລະ ຊຸກຍູ້ການຜະລິດ. ການປະກາດດັ່ງກ່າວແມ່ນຜົນຈາກກອງປະຊຸມປະຈຳເດືອນຂອງຄະນະລັດຖະບານໃນເດືອນມິຖຸນາ ທີ່ຈັດຂຶ້ນໃນອາທິດນີ້ທີ່ສຳນັກງານນາຍົກລັດຖະມົນຕີ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ທະນາຄານເອຊີລິດາລາວເປີດຕົວແອັບມືຖື ‘ເອຊີລິດາຢູນີຕີທັນໃຈ’

ທະນາຄານເອຊີລິດາລາວໄດ້ຈັດຖະແຫຼງຂ່າວໃນມື້ວານນີ້ ເພື່ອເປີດຕົວການບໍລິການທາງທະນາຄານບົນໂທລະສັບມືຖືໃໝ່ ‘ເອຊີລິດາຢູນີຕີທັນໃຈ’. ທະນາຄານອອນລາຍໃນມືຂອງທ່ານນີ້ ແມ່ນອີກໜຶ່ງທາງເລືອກທີ່ໃຫ້ຄວາມສະດວກ ແລະ ປອດໄພໃນການບໍລິຫານການເຄື່ອນໄຫວທະນາຄານລາຍວັນ ໃນທຸກທີ່ ທຸກເວລາ. ມີບໍລິການເປັນພາສາລາວ ແລະ ອັງກິດ ແລະ ການຈັດການທຸລະກຳການເງິນເປັນເງິນກີບ, ເງິນໂດລາ ແລະ ເງິນບາດ.ອ່ານຕໍ່ ...

ເດິລາວທຽນທາມສ໌

ໂຄງການຣີສອດລາວຄົບວົງຈອນ ຫຼັກ 62 ຈະປ່ຽນໃບໜ້າໃໝ່ໃຫ້ແກ່ແຫຼ່ງທ່ອງທ່ຽວໃນລາວ

ພາຍຫຼັງທີ່ ບໍລິສັດທີ່ປຶກສາໄຂ່ມຸກຕາເວັນອອກ ຈຳກັດ ໄດ້ບັນລຸຂໍ້ຕົກລົງກັບລັດຖະບານລາວໃນການເຂົ້າໄປສຶກສາຄວາມເປັນໄປໄດ້ໃນການສ້າງຣີສອດລາວແບບຄົບວົງຈອນ ໃນມູນຄ່າ 3 ຕື້ໂດລາສະຫະລັດ, ໂດຍລັດຖະບານລາວຖືຮຸ້ນ 20% ເຊິ່ງເປົ້າໝາຍນອກຈາກການໃຫ້ຄວາມບັນເທີງແລ້ວ ສິ່ງສຳຄັນກໍ່ຄືຕ້ອງການພັດທະນາໃຫ້ສາມາດແຂ່ງຂັນກັບຕ່າງປະເທດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວຕື່ມອີກ.ອ່ານຕໍ່  ...

ລາວອີໂຄໂນມິກເດລີ

ຄະນະລັດຖະມົນຕີຖືໂອກາດສັ່ງດຳເນີນການກະຕຸ້ນການຂະຫຍາຍຕົວດ້ານເສດຖະກິດ

ຄະນະລັດຖະມົນຕີແຫ່ງຊາດໄດ້ສັ່ງໃຫ້ກະຊວງ ແລະ ຂະແໜງການຕ່າງໆດຳເນີນການທັນທີໃນການຈັດຕັ້ງປະຕິບັດມາດຕະການ ຕາມທີ່ໄດ້ສະໜີຕໍ່ສະພາແຫ່ງຊາດໃນຕົ້ນເດືອນນີ້ ເພື່ອກະຕຸ້ນເສດຖະກິດ. ອີງຕາມແປດມາດຕະການຕົ້ນຕໍ, ລັດຖະບານຈະສືບຕໍ່ສູ້ຊົນປັນປຸງສະພາບແວດລ້ອມການເຮັດທຸລະກິດທີ່ສະດວກ, ຄວບຄຸມອັດຕາເງິນເເຟີ້ ແລະ ປັບປຸງນະໂຍບາຍເງິນຕາເພື່ອດຶງດູດການລົງທຶນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວຍັງປະສົບບັນຫາດ້ານໂຄງສ້າງ ເຖິງຈະມີການຂະຫຍາຍຕົວທີ່ເຂັ້ມແຂງ

ລາວຍັງຕ້ອງຜະເຊີນກັບສິ່ງທ້າທາຍ ແລະ ບັນຫາຄົງຄ້າງຫຼາຍຢ່າງທີ່ຂັດຂວາງການພັດທະນາດ້ານເສດຖະກິດມະຫາພາກ ເຖິງວ່າຈະມີການຂະຫຍາຍຕົວສູງທາງດ້ານເສດຖະກິດ ເມື່ອສົມທຽບກັບປະເທດໃນພາກພື້ນ.ການຂາດສະຖຽນລະພາບດ້ານເສດຖະກິດມະຫາພາກຍັງຄົງໜ້າເປັນຫ່ວງ ເຖິງວ່າອັດການຂະຫຍາຍຕົວດ້ານເສດຖະກິດຂອງລາວຈະມີສູງທຽບກັບບັນດາປະເທດໃນອາຊຽນ.ອັດຕາການເຕີບຕົວດັ່ງກ່າວຍັງບອບບາງ ແລະ ບໍ່ຍືນຍົງ ຍ້ອນວ່າຂະແໜງການຊັບພະຍາກອນຍັງຄົງພົ້ນເດັ່ນໃນໂຄງສ້າງການຂະຫຍາຍຕົວ ແລະ ຂະແໜງການໄຟຟ້າ ແລະ ການກໍ່ສ້າງຍັງອີງໃສ່ແຫຼ່ງທຶນເປັນຫຼັກ ແທນທີ່ຈະນຳໃຊ້ແຮງງານ ອີງຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

HVDw9
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!