ເສດຖະກິດ ແລະ ການຄ້າ

ກອງປະຊຸມການຮ່ວມມືທຸລະກິດໄທ-ລາວຈະສ້າງມູນຄ່າທາງການຄ້າ 62 ລ້ານໂດລາ

ບາງກອກ, 8 ກັນຍາ 2018 – ກອງປະຊຸມຮ່ວມມືທຸລະກິດໄທ-ລາວຄັ້ງຫຼ້າສຸດຈະສ້າງມູນຄ່າການຮ່ວມມືທາງການຄ້າ 62 ລ້ານບາດ ອີງຕາມການລາຍງານຂອງກະຊວງພານິດ (ໄທ).  ໃນນັ້ນ ຂະແໜງທີ່ພົ້ນເດັ່ນລວມມີ ທຸລະກິດດ້ານອາຫານ ແລະ ເຄື່ອງດື່ມ, ການສຶກສາ, ແລະ ການກໍ່ສ້າງ.ອ່ານຕໍ່ ...

ເອັນເອັນທີ

ເອເອັນແຊັດລາວຈັດເວທີສຳມະນາກ່ຽວກັບອາຫານ, ເຄື່ອງດື່ມ ແລະ ການກະເສດ

ການປັບປຸງດ້ານການຂົນສົ່ງ ແລະ ການຂົນສົ່ງສິນຄ້າພາຍໃນ-ລະຫວ່າງຊາຍແດນ ບວກກັບຄວາມຮຽກຮ້ອງຕ້ອງການອັນກວ້າງຂວາງ ແລະ ເລິກເຊິ່ງຕໍ່ຜັກ ແລະ ໝາກໄມ້ສົດທີ່ສະອາດໃນປະເທດເພື່ອບ້ານຄືຈີນ ແລະ ລະຫວ່າງປະເທດທີ່ກຳລັງຂະຫຍາຍຕົວໃນອາຊີ ຈະສ້າງໂອກາດໃນການລົງທຶນທີ່ດີສຳລັບລາວ ຕາມຄຳເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ.ອ່ານຕໍ່  ...

ເດິລາວທຽນທາມສ໌

ກະຊວງການຄ້າເລື່ອນການນຳໃຊ້ລະບົບການຈົດທະບຽນທຸລະກິດແບບໃໝ່

ກະຊວງອຸດສາຫະກຳ ແລະ ການຄ້າໄດ້ເລື່ອນການນຳໃຊ້ລະບົບການຈົດທະບຽນທຸລະກິດແບບໃໝ່ ຕາມການຮ້ອງຂໍຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໃນເດືອນກຸມພາ.ອ່ານຕໍ່ ...

ເອກກະພອນ ພູທອນສີ

ທະນາຄານແຫ່ງລັດເຕືອນການນຳໃຊ້ສະກຸນເງິນອິເລັກໂທຣນິກຄຣິບໂຕ

ທະນາຄານແຫ່ງລັດໄດ້ອອກແຈ້ງການເຕືອນສາທາລະນະຊົນ ຕໍ່ການນຳໃຊ້ສະກຸນເງິນອິເລັກໂທຣນິກ ເຊັ່ນ ບິດຄອຍ, ​ເອເທີຣຽມ ແລະ ໄລທ໌ຄອຍ ເຊິ່ງເປັນສະກຸນເງິນທີ່ບໍ່ມີການຄຸ້ມຄອງ ແລະ ບໍ່ມີການຜູກມັດກັບຄັງສຳຮອງເງິນສົດຕົວຈິງໃດໆ.ອ່ານຕໍ່ ...

ເດິລາວທຽນທາມສ໌

ຜູ້ປະກອບການຫັດຖະກຳເດືອດຮ້ອນຈາກການຂາດແຄນໄມ້ໄຜ່

ເຈົ້າຂອງທຸລະກິດ ຍີ້ຫໍ່ໄຜ່ເອັກສ໌ຄລູຊີບ ກ່າວຈາກຄວາມເປັນຈິງວ່າ, “ມັນເປັນການຍາກທີ່ຈະຂະຫຍາຍຕະຫຼາດຫັດຖະກຳໄມ້ໄຜ່ເນື່ອງຈາກບໍ່ມີວັດຖຸດິບທີ່ພຽງພໍ”.ອ່ານຕໍ່ ...

ສຸກສະໄໝ ບູລົມ

ນາຍົກຮຽກຮ້ອງການນຳໃນການກະຕຸ້ນການຂະຫຍາຍຕົວຂອງເສດຖະກິດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ອອກຄຳສັ່ງຕໍ່ບັນດາລັດຖະມົນຕີ, ເຈົ້າຄອງນະຄອນຫຼວງ ແລະ ເຈົ້າແຂວງຕ່າງໆ ໃນການຈັດຕັ້ງປະຕິບັດແປດມາດຕະການເພື່ອກະຕຸ້ນການຂະຫຍາຍຕົວຂອງເສດຖະກິດ. ມາດຕະການດັ່ງກ່າວແມ່ນສ້າງຂຶ້ນເພື່ອສົ່ງເສີມການພັດທະນາເສດຖະກິດສັງຄົມໃນໄລຍະທີ່ຍັງເຫຼືອຂອງປີນີ້ ແລະ ປີ 2019 ພາຍໃຕ້ຄວາມເຄັ່ງຕຶງທາງດ້ານງົບປະມານ.ອ່ານຕໍ່ ...

ສົມສັກ ພົງຂາວ

ເມເຈີຈະເປີດໂຮງໜັງແຫ່ງໃໝ່ໃນລາວ

ບໍລິສັດເມເຈີຊິນິເພັກສ໌ກຣຸ໊ບ ຜູ້ປະກອບການເຄືອຂ່າຍໂຮງຮູບເງົາທີ່ໃຫຍ່ທີ່ສຸດໃນໄທ ໄດ້ເຮັດຂໍ້ຕົກລົງກັບບໍລິສັດ ທີເຄ ກຣູ໊ບຂອງລາວ ເພື່ອເປີດໂຮງສາຍຮູບເງົາແຫ່ງໃໝ່ໃນຕ່າງປະເທດ ເພື່ອຂະຫຍາຍກິດຈະການສູ່ລະດັບພາກພື້ນອ່ານຕໍ່ ...

ນານັດ ສຸຊີວາ

ສຊ ແນະນຳສະເໜີກົດໝາຍເພື່ອສົ່ງເສີມການຮ່ວມງງານລະຫວ່າງລັດ-ເອກະຊົນ

ສະພາແຫ່ງຊາດ (ສຊ) ແນະນຳລັດຖະບານເພື່ອສ້າງກົດໝາຍເພື່ອການຄຸ້ມຄອງ ແລະ ດຶງດູດການລົງທຶນໃນຮູບແບບຂອງການຮ່ວມງງານລະຫວ່າງລັດ-ເອກະຊົນ  (PPP), ແລະ ໂຄງການ ສ້າງ-ດຳເນີນ-ໂອນຍ້າຍ (BOT) ເພື່ອຂັບເຄື່ອນການລົງທຶນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຈັດສັນງົບຫຼາຍຕື້ເພື່ອສົ່ງງົດເສີມທຸລະກິດຂະໜາດກາງ-ນ້ອຍ

ລັດຖະບານຕ້ອງຂົນຂວາຍ ແລະ ຈັດສັນເງິນທຶນກວ່າ 2,715.8 ຕື້ກີບ ໃນການສົ່ງເສີມທຸລະກິດຂະໜາດກາງ-ນ້ອຍ ເພື່ອອຳນວຍຄວາມສະດວກໃນການເຂົ້າເຖິງແຫຼ່ງທຶນເພື່ອຂະຫຍາຍທຸລະກິດ. ໃນນີ້ລັດຖະບານຈະຈັດສັນທຶນຈຳນວນ 200 ຕື້ກີບຈາກງົບປະມານຂອງລັດ. ສວ່ນທີ່ເຫຼືອຈຳນວນກວ່າ 2,515.8 ຕື້ກີບ (300 ລ້ານໂດລາສະຫະລັດ) ຈະຂົນຂວາຍມາຈາກແຫຼ່ງອື່ນ ຕາມມະຕິຕົກລົງຂອງສະພາແຫ່ງຊາດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ນາຍົກຮຽກຮ້ອງໜ່ວຍທຸລະກິດໃຫ້ກຸ້ມທຶນຕົນເອງ ເພື່ອຊຸກຍູ້ການປະຕິບັດພາລະກິດແຫ່ງຊາດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວຕໍ່ສະມາຊິກສະມາຄົມທຸລະກິດໃນກອງປະຊຸມໂອ້ລົມທຸລະກິດລາວ ຄັ້ງທີ 11 ໃນວານນີ້ວ່າ ຂະແໜງເອກະຊົນແມ່ນຖານທີ່ໝັ້ນຫຼັກ ສຳລັບການສູ້ຊົນ ແລະ ຄວາມສຳເລັດຂອງລັດຖະບານ ໃນການປະຕິບັດພາລະກິດຜູ້ສົ່ງເສີມການພັດທະນາທຸລະກິດ ແລະ ເສດຖະກິດ-ສັງຄົມ. ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາສະມາຊິກຂະແໜງການທຸລະກິດ ກຸ້ມທຶນຕົນເອງ ເພື່ອໂອກາດໃນການລົງທຶນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

J6Dry
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!