ເສດຖະກິດ ແລະ ການຄ້າ

ສະເໜີໃຫ້ລັດຖະບານນຳໃຊ້ຄັງສຳຮອງເພື່ອກົດລາຄານ້ຳມັນທີ່ດີດຕົວ

(ຂປລ) ນັກເສດຖະສາດສະເໜີໃຫ້ລັດຖະບານນຳໃຊ້ຄັງສຳຮອງຕ່າງປະເທດເພື່ອກົດລາຄານ້ຳມັນເຊື້ອໄຟທີ່ຖີບຕົວສູງຂຶ້ນ ທັງເຕືອນວ່າການເພີ່ມຂຶ້ນຂອງລາຄານ້ຳມັນດັ່ງກ່າວອາດເຮັດໃຫ້ເກີດໄພເງິນເຟີ້.ອ່ານຕໍ່ ...

ຂປລ

ການຢັ້ງຢືນການອະນຸມັດທຸລະກຳການເງິນ ແລະ ສະກຸນເງິນດິຈິຕອລຄັ້ງທິອິດໃນລາວ

ບໍລິສັດແລກປ່ຽນເງິນຕາວຽງຈັນຈະເປັນບໍລິສັດແລກປ່ຽນເງິນຕາສາກົນແຫ່ງທຳອິດທີ່ມີການຢັ້ງຢືນການອະນຸມັດທຸລະກຳເງິນຕາດິຈິຕອລໃນລາວ. ນີ້ແມ່ນເຫດການຄັ້ງປະຫວັດສາດຄັ້ງສຳຄັນ ໃນການນຳໃຊ້ເຕັກໂນໂລຊີໃໝ່ໃນການດຳລົງຊີວິດປະຈຳວັນ, ເຊິ່ງເປັນການເປີດປະສົບການໃໝ່ ແລະ ສ້າງໂອກາດດ້ານທຸລະກຳການເງິນໃນໂລກອະນາຄົດ.ອ່ານຕໍ່ ...

ໂຕະຂ່າວຄຣິບໂຕເວັສ

ລັດຖະບານດຳເນີນມາດຕະການຈ່າຍຄືນໜີ້ສິນໃຫ້ແກ່ວິສາຫະກິດພາຍໃນ

ເຖິງຈະມີຄວາມຫຍຸ້ງຍາກທາງດ້ານງົບປະມານ, ລັດຖະບານກຳລັງພະຍາຍາມລະດົມທຶນຈຳນວນ 3.25 ພັນຕື້ກີບເພື່ອຊົດໃຊ້ໃຫ້ແກ່ບໍລິສັດເອກະຊົນ ພາຍໃຕ້ການລິເລີ່ມການຊຳລະສະສາງແບບສາມຫຼ່ຽມໜີ້ຜັນ. ໃນມື້ວານນີ້​ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ກ່າວອະທິບາຍສະຖານະຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດການລິເລີ່ມດັ່ງກ່າວ ຕໍ່ທີ່ປະຊຸມຕໍ່ສະພາແຫ່ງຊາດ.ອ່ານຕໍ່ ...

ສົມສັກ ພົງຂາວ

ລາວກຽມສົ່ງອອກກ້ວຍ 12,000 ໂຕນໄປປະເທດລັດເຊຍ

ບໍລິສັດສຸກຮຸ່ງເຮືອງ ວາງແຜນຂາຍກ້ວຍ 12,000 ໂຕນທີ່ເກັບກ່ຽວໄດ້ຈາກການສຳປະທານພື້ນທີ່ກະສິກຳໃນແຂວງສະຫວັນນະເຂດ ໃຫ້ແກ່ລັດເຊຍ. ບໍລິສັດຫວຽດລາຍນີ້ ວາງແຜນການລົງທຶນ 38 ລ້ານໂດລາສະຫະລັດ ໃນການປູກໄມ້ໃຫ້ໝາກ ປະມານ 5,500 ເຮັກຕາ ຢູ່ເມືອງນອງ ແຂວງສະຫວັນນະເຂດ ແລະໄດ້ຖາກຖາງພື້ນທີ່ 1,900 ເຮັກຕາເພື່ອປູກຕົ້ນໄມ້ ພາຍຫຼັງໄດ້ມີການປູກສຳເລັດ 700 ເຮັກຕາ ໃນປີທີ່ຜ່ານມາອ່ານຕໍ່ ...

ວຽງຈັນທາມສ໌

ລັດປັບປຸງມາດຕະການກະຕຸ້ນການເຕີບຕົວທາງດ້ານເສດຖະກິດ

ລັດຖະບານໄດ້ຮັບຮອງເອົາມາດຕະການເພື່ອກະຕຸ້ນການເຕີບຕົວທາງດ້ານເສດຖະກິດ ທັງດຳເນີນບາດກ້າວເພື່ອຈຳກັດເງິນເຟີ້ ເຊິ່ງອາດເກີດຄວາມຫຍຸ້ງຍາກ ຖ້າຄ່າເງິນດີດຕົວຂຶ້ນສູງ.ອ່ານຕໍ່ ...

ສົມສັກ ພົງຂາວ

ການລົງທຶນໃນຕະຫຼາດຫຼັກຊັບລາວມີການຂະຫຍາຍຕົວ

ມູນຄ່າຫຸ້ນທີ່ຊື້ຂາຍໃນຕະຫຼາດຫຼັກຊັບລາວ ມີການເຕີບຕົວຢ່າງວ່ອງໄວໃນປີທີ່ຜ່ານມາ ຕາມບົດລາຍງານຂອງທະນາຄານແຫ່ງ ສປປ ລາວ. ທະນາຄານກາງໄດ້ເປີດເຜີຍບົດລາຍງານປະຈຳປີ ເຊິ່ງສະແດງໃຫ້ເຫັນພາບລວມຂອງການພັດທະນາເສດຖະກິດຂອງລາວໃນປີທີ່ຜ່ານມາ ລວມທັງການຊື້ຂາຍໃນຕະຫຼາດຫຼັກຊັບລາວ ໜຶ່ງໃນຕະຫຼາດທຶນແຫ່ງໃໝ່ຂອງປະເທດອ່ານຕໍ່ ...

ເອກະພອນ ພູທອນສີ

ປ້ຳນ້ຳມັນທີ່ບໍ່ເປັນລະບຽບມີເວລາໜຶ່ງປີໃນການຍ້າຍອອກ

ເຈົ້າໜ້າທີ່ລະດັບສູງໄດ້ໃຫ້ຮູ້ວ່າ ປ້ຳນ້ຳມັນທີ່ເປີດກິດຈະການໃກ້ກັບສິ່ງອຳນວຍຄວາມສະດວກ ຫຼື ຕັ້ງຢູ່ໃກ້ພື້ນທີ່ຢູ່ອາໄສເກີນຄວນ ຕ້ອງຍ້າຍອອກພາຍໃນກຳນົດ 1 ປີນັບແຕ່ມື້ນີ້ເປັນຕົ້ນໄປ. ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກມະຕິໃນຊ່ວງຕົ້ນເດືອນນີ້ ກ່ຽວກັບການຈັດຕັ້ງປະຕິບັດ ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 133 ເພື່ອຈັດລະບຽບທຸລະກິດນ້ຳມັນ ລວມທັງປ້ຳນ້ຳມັນຕ່າງໆ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລັດຖະບານທົດລອງຊຳລະພາສີແບບປະຕູດຽວສຳລັບຍານພາຫະນະ

ລັດຖະບານໄດ້ທຳການທົດລອງໂຄງການປະຕູດຽວແຫ່ງຊາດລາວ (LNSW) ທີ່ດ່ານຊາຍແດນສາກົນ ເພື່ອເພີ່ມຄວາມໄວໃນການຊຳລະພາສີຍານພາຫະນະ ແລະ ເຊື່ອມໂຍງປະເທດລາວເຂົ້າກັບລະບົບປະຕູດຽວຂອງອາຊຽນ. ກົມພາສີ ກະຊວງການເງິນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນອາທິດທີ່ຜ່ານມາ ເພື່ອຮ່ວມມືກັນຈັດຕັ້ງປະຕິບັດຂະບວນການດັ່ງກ່າວ.ອ່ານຕໍ່ ...

ສົມສັກ ພົງຂາວ

ຄວນເພີ່ມມາດຕະການເພື່ອກວດສອບການນຳເຂົ້າສິນຄ້າກະເສດ

ຫົວໜ່ວຍທຸລະກິດແລະຜູ້ສົ່ງເສີມວຽກງານກະສິກຳຮຽກຮ້ອງໃຫ້ເຈົ້າໜ້າທີ່ເພີ່ມມາດຕະການໃນການກວດສອບການນຳເຂົ້າສິນຄ້າກະເສດຂ້າມຊາຍແດນ. ສິນຄ້ານຳເຂົ້າແບບບໍ່ເປັນລະບົບຜ່ານຊ່ອງທາງດັ່ງກ່າວຖືເປັນອຸປະສັກໃນການດຶງດູດການລົງທຶນແລະການເຕີບຕົວຂອງຂະແໜງການກະສິກຳຂອງປະເທດ. ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນວັນພຸດນີ້ວ່າ ພາກສ່ວນລັດຖະບານຄວນເອົາໃຈໃສ່ໃນການຈັດການສິນຄ້ານຳເຂົ້າ.ອ່ານຕໍ່ ...

ວຽງຈັນທາມສ໌

ຊຸກຍູ້ໃຫ້ລັດຖະບານລາວເລັ່ງຫັນລັດວິສາຫະກິດເປັນເອກະຊົນ

ນັກເສດຖະສາດລາວຊຸກຍູ້ລັດຖະບານໃຫ້ເລັ່ງມືຂະບວນການຫັນລັດວິສາຫະກິດໃຫ້ເປັນເອກະຊົນ ເຊິ່ງເປັນສ່ວນໜຶ່ງຂອງມາດຕະການປັບປຸງສະຖານະພາບທາງການເງິນ.ນັກເສດຖະສາດທີ່ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໃຫ້ຄຳແນະນຳດັ່ງກ່າວຈາກການຄົ້ນຄວ້າເສດຖະກິດໃນເດືອນມິນາ ແນໃສ່ຊ່ວຍຫຼຸດຜ່ອນເງິນອຸດໜູນຈາກພາກລັດ.ອ່ານຕໍ່ ...

ເດີເນເຊິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

fRJPy
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!