ລາວຍັງປະສົບບັນຫາດ້ານໂຄງສ້າງ ເຖິງຈະມີການຂະຫຍາຍຕົວທີ່ເຂັ້ມແຂງ

ລາວຍັງຕ້ອງຜະເຊີນກັບສິ່ງທ້າທາຍ ແລະ ບັນຫາຄົງຄ້າງຫຼາຍຢ່າງທີ່ຂັດຂວາງການພັດທະນາດ້ານເສດຖະກິດມະຫາພາກ ເຖິງວ່າຈະມີການຂະຫຍາຍຕົວສູງທາງດ້ານເສດຖະກິດ ເມື່ອສົມທຽບກັບປະເທດໃນພາກພື້ນ.

ການຂາດສະຖຽນລະພາບດ້ານເສດຖະກິດມະຫາພາກຍັງຄົງໜ້າເປັນຫ່ວງ ເຖິງວ່າອັດການຂະຫຍາຍຕົວດ້ານເສດຖະກິດຂອງລາວຈະມີສູງທຽບກັບບັນດາປະເທດໃນອາຊຽນ.

ອັດຕາການເຕີບຕົວດັ່ງກ່າວຍັງບອບບາງ ແລະ ບໍ່ຍືນຍົງ ຍ້ອນວ່າຂະແໜງການຊັບພະຍາກອນຍັງຄົງພົ້ນເດັ່ນໃນໂຄງສ້າງການຂະຫຍາຍຕົວ ແລະ ຂະແໜງການໄຟຟ້າ ແລະ ການກໍ່ສ້າງຍັງອີງໃສ່ແຫຼ່ງທຶນເປັນຫຼັກ ແທນທີ່ຈະນຳໃຊ້ແຮງງານ ອີງຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ.

ອ່ານຕໍ່…

ວຽງຈັນທາມສ໌