ເສດຖະກິດ ແລະ ການຄ້າ
ການບໍລິການດ້ານການເງິນ ແລະ ການທະນາຄານ
ທະນາຄານການຄ້າ, ບໍລິສັດ ອີວີລາວ ຈະຜະລິດບັດສະມາດຄາດ ສຳລັບຈ່າຍຄ່າສາກລົດໄຟຟ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ແລະ ບໍລິສັດ ອີວີລາວ ຈຳກັດ ຈະຮ່ວມມືກັນໃນການຜະລິດບັດສະມາດຄາດ ສຳລັບຈ່າຍຄ່າບໍລິການສາກລົດໄຟຟ້າ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການດັ່ງກ່າວ ໄດ້ມີການລົງນາມທີ່ວຽງຈັນ ໃນອາທິດແລ້ວນີ້ ໂດຍທ່ານ ພູໂຂງ ຈັນທະຈັກ ອຳນວຍການບໍລິຫານຂອງທະນາຄານ ແລະ ທ່ານ ບຸນເລີດ ເລືອງປຼະເສີດ ປະທານບໍລິສັດ ອີວີລາວ ຈຳກັດ, ພາຍໃຕ້ການເຂົ້າຮ່ວມຂອງພະນັກງານຈາກທະນະຄານ ແລະ ບໍລິສັດດັ່ງກ່າວ.ອ່ານຕໍ່ ...
ທະນາຄານແຫ່ງ ສປປ ລາວ ອອກຈຳໜ່າຍພັນທະບັດອອມຊັບ ເພື່ອເປີດໂອກາດດ້ານການລົງທຶນ
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ແຈ້ງການກ່ຽວກັບການເປີດຂາຍພັນທະບັດອອມຊັບສະກຸນເງິນໂດລາ ເພື່ອເປີດໂອກາດດ້ານການລົງທຶນ ແລະ ຜົນຕອບແທນທີ່ໜ້າດຶງດູດໃຈ.ຕາມບົດຂ່າວທີ່ສຳນັກຂ່າວວຽງຈັນທາມສ໌ ໄດ້ມາຈາກເວັບໄຊຂອງທະນາຄານກາງ, ພັນທະບັດສະກຸນເງິນໂດລາຊຸດດັ່ງກ່າວແມ່ນເລີ່ມວາງຈຳໜ່າຍແຕ່ວັນທີ 1 ເຖິງ 31 ຕຸລານີ້, ເພື່ອແນໃສ່ລະດົມທຶນເຂົ້າຄັງທະນາຄານໃຫ້ໄດ້ US$500 ລ້ານໂດລາ.ຕາມບົດຂ່າວດັ່ງກ່າວ ພັນທະບັດອອມຊັບນີ້ສາມາດຫາຊື້ໄດ້ທີ່ກົມບໍລິການທະນາຄານ ທຫລ ແລະ ສາຂາທະນາ ທຫລ ແຂວງອຸດົມໄຊ, ຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ ແລະ ຈຳປາສັກ.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/bank-lao-offers-new-savings-bond-investment-opportunity-105363
ທະນາຄານສືບຕໍ່ສະໜັບສະໜູນດ້ານການເງິນ ສຳລັບການລົງທຶນໃນພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານພານິດໃຫ້ສັນຍາວ່າຈະສືບຕໍ່ການສະໜັບສະໜູນທາງດ້ານແຫຼ່ງທຶນ ເພື່ອສົ່ງເສີມການລົງທຶນໃນພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເພື່ອຜັນຂະຫຍາຍ “ການລິເລີ່ມເສັ້ນທາງ ແລະ ແລວທາງ” ໃຫ້ປະກົດຜົນເປັນຈິງ.ໃນກອງປະຊຸມສື່ມວນຊົນທີ່ນະຄອນຫຼວງວຽງຈັນ ອາທິດແລ້ວນີ້, ທ່ານ ຊຸນ ເຟັງເລີ່ຍ ຜູ້ຈັດການທະນາຄານອຸດສາຫະກຳ ແລະ ການຄ້າແຫ່ງປະເທດຈີນ ສາຂາວຽງຈັນ ກ່າວວ່າ ຂະແໜງການກໍ່ສ້າງພື້ນຖານໂຄງລ່າງ ແລະ ພະລັງງານ ແມ່ນສອງຂະແໜງການຫຼັກທີ່ໄດ້ຮັບການສະໜັບສະໜູນແຫຼ່ງທຶນຈາກທະນາຄານ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/banks-commit-financial-support-investment-mekong-lancang-105282
ລາວ: ທະນາຄານກາງຈະອອກທະນະບັດໃບ 500 ກີບສະບັບປີ 2015

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງການກ່ຽວກັບການອອກທະນະບັດໃບ 500 ກີບສະບັບປີ 2015. ທະນາຄານກາງໄດ້ແຈ້ງການລ່ວງໜ້າກ່ຽວກັບການອອກທະນະບັດໃໝ່ດັ່ງກ່າວ ເພື່ອເປັນການຕັດຂໍ້ສົງໄສກ່ຽວກັບການນຳໃຊ້ທະນະບັດດັ່ງກ່າວ.ທະນາຄານກາງໄດ້ອອກແຈ້ງການໃນວັນທີ 24 ກັນຍາ ເຊິ່ງມີເນື້ອໃນວ່າ ຈະເລີ່ມໝູນວຽນການນຳໃຊ້ທະນະບັດໃບ 500 ກີບ ສະບັບປີ 2015 ຢ່າງເປັນທາງການໃນວັນທີ 7 ຕຸລານີ້. ສ່ວນທະນະບັດໃບ 500 ກີບສະບັບປີ 1998 ກໍຍັງສືບຕໍ່ນຳໃຊ້ໄດ້ຕາມປົກກະຕິ ຄຽງຄູ່ກັບທະນະບັດໃໝ່ນີ້.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/laos-central-bank-circulate-2015-version-500-kip-note-105205
ການຝຶກອົບຮົມເພື່ອສະໜັບສະໜູນບາດກ້າວການນຳໃຊ້ມາດຕະຖານບັນຊີສາກົນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວພວມກຳລັງຫັນໄປສູ່ການນຳໃຊ້ມາດຕະຖານບັນຊີສາກົນ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຍົກລະດັບ ການຄຸ້ມຄອງຂະແໜງການເງິນຂອງຂະແໜງການລັດ ຜ່ານການສ້າງຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ການເງິນໃນທົ່ວປະເທດ.ກອງປະຊຸມຝຶກອົບຮົມຄູຝຶກ ໄລຍະຫ້າວັນ ເພື່ອພັດທະນາທັກສະຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ ໄດ້ຮັບການຈັດຕັ້ງຂຶ້ນ ພາຍໃຕ້ການຮ່ວມມືລະຫວ່າງ ສະຖາບັນນັກການບັນຊີຂອງສິງກະໂປ (ISCA) ກະຊວງການເງິນຂອງລາວ ພາຍໃຕ້ການສະໜັບສະໜູນໂດຍມູນນິທິ ເຕມາເສັກ ສາກົນ (TF Intl) ແລະ ຈະດຳເນີນໄປຈົນເຖິງວັນທີ 27 ກັນຍານີ້.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/training-supporting-local-moves-adopt-int%E2%80%99l-accounting-standards-104810
ທະນາຄານຫວຽດຕິນ ເປີດສຳນັກງານໃຫຍ່ຢູ່ນະຄອນວຽງຈັນ
ທະນາຄານພານິດຮ່ວມຫຸ້ນ ເພື່ອອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ຫວຽດຕິນແບັງ) ໄດ້ເປີດສຳນັກງານໃຫຍ່ ຢູ່ນະຄອນຫຼວງວຽງຈັນ, ເພື່ອສົ່ງເສີມບາດກ້າວໃນການຂະຫຍາຍການຮ່ວມມືລະຫວ່າງລາວ ແລະ ຫວຽດນາມ ໃນຂະແໜງການເງິນ ແລະ ການທະນາຄານ.ທະນາຄານຫວຽດຕິນ ໄດ້ເປີດສາຂາທຳອິດໃນລາວໃນປີ 2012, ເຊິ່ງໄດ້ມີການຍົກລະດັບເປັນທະນາຄານຫວຽດຕິນລາວໃນປີ 2015 ເຊິ່ງເປັນເຄືອຂ່າຍຂອງທະນາຄານຫວຽດຕິນ. ຈາກນັ້ນໄດ້ມີການເປີດສາຂາເພີ່ມຢູ່ແຂວງຈຳປາສັກໃນເດືອນກັນຍາ ປີ 2016.ອ່ານຕໍ່ ...
Taejun Kang
https://laotiantimes.com/2019/09/19/vietinbank-opens-laos-headquraters-in-vientiane/
ທະນາຄານກາງລາວ ແລະ ຫວຽດນາມ ເສີມຂະຫຍາຍການຮ່ວມມື
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານກາງຂອງລາວ ແລະ ຫວຽດນາມ ຈະເສີມຂະຫຍາຍການຮ່ວມມືພາຄີດ້ານຂໍ້ມູນຂ່າວສານ, ເທັກໂນໂລຢີ, ບັນຫາວິຊາການ ແລະ ຂົງເຂດວຽກງານກ່ຽວກັບທະນາຄານທີ່ສຳຄັນອື່ນໆ.ເຈົ້າໜ້າທີ່ລະດັບສູງຈາກສອງທະນາຄານ ໄດ້ປະຊຸມກັນຢູ່ນະຄອນວຽງຈັນ ວານນີ້ ເຊິ່ງນຳໂດຍທ່ານ ສອນໄຊ ສິດພະໄຊ ອຳນວຍການທະນາຄານແຫ່ງ ສປປ ລາວ, ແລະ ທ່ານ ເລ ມິນ ຮຸງ ອຳນວຍການທະນາຄານແຫ່ງລັດແຫ່ງປະເທດຫວຽດນາມ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/central-banks-laos-vietnam-bolster-cooperation-104381
ທະນາຄານລາວສິບແຫ່ງຈະຂົນຂວາຍແຫຼ່ງເງິນກູ້ເພື່ອສົ່ງເສີມ SMEs
ວຽງຈັນ (ວຽງຈັນທາມສ໌/ANN) – ພະແນກປະຕິບັດການທະນາຄານ ພາຍໃຕ້ທະນາຄານແຫ່ງ ສປປ ລາວ (BOL) ໄດ້ຕົກລົງໃຫ້ທະນາຄານການຄ້າ 10 ແຫ່ງຂົນຂວາຍທຶນກູ້ຢືມ US$300 ລ້ານໂດລາຈາກທະນາຄານພັດທະນາຈີນ (CDB) ເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃນລາວ.ບົດບັນທຶກຄວາມເຂົ້າໃຈສຳລັບໂຄງການດັ່ງກ່າວ ໄດ້ມີການລົງນາມທີ່ນະຄອນວຽງຈັນລະຫວ່າງກົມ ກັບທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານພັດທະນາລາວ (LDB), ທະນາຄານສົ່ງເສີມກະສິກຳ (APB), ທະນາຄານມາຣູຮັນ ປະເທດຍີ່ປຸ່ນ ຈຳກັດ, ທະນາຄານຮ່ວມພັດທະນາ (JDB), ທະນາຄານລາວ-ຈີນ ຈຳກັດ, ທະນາຄານລາວ-ຫວຽດ ຈຳກັດ, ທະນາຄານເອັສ໌ທີ ຈຳກັດ, ທະນາຄານຮ່ວມຫຸ້ນການຄ້າກອງທັບ-ສາຂາລາວ ແລະ ທະນາຄານໄຊງ່ອນທຸງຕິນ ລາວຈຳກັດ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/ten-lao-banks-seek-loan-promotion-smes-104290
ທະນາຄານກາງອອກມາດຕະການເພື່ອຄຸ້ມຄອງຄ່າເງິນກີບ
ທະນາຄານແຫ່ງ ສປປ ລາວ ໄດ້ອອກມາດຕະການເພື່ອສະກັດກັ້ນການອ່ອນຄ່າຂອງເງິນກີບ ທຽບກັບເງິນຕາຕ່າງປະເທດ.ຕາມຈົດໝາຍັຂ່າວຂອງທະນາຄານກາງໃນອາທິດນີ້, ເພື່ອສະກັດກັ້ນການອ່ອນຄ່າຂອງເງິນກີບທຽບກກັບເງິນໂດລາ ແລະ ເງິນບາດ, ທະນາຄານກາງໄດ້ປັບປຸງປະລິມານເງິນໃນລະດັບໜຶ່ງ ເຊິ່ງສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນປະຈຸບັນ.ນອກຈາກນີ້ ທະນາຄານຍັງມີການນຳໃຊ້ລະບົບອັດຕາແລກປ່ຽນແບບລອຍຕົວພາຍໃຕ້ການຄຸ້ມຄອງ ເພື່ອເພີ່ມສະຖຽນລະພາບໃຫ້ແກ່ຄ່າເງິນກີບ, ຕາມຈົດໝາຍຂ່າວ ເຊິ່ງມີການເຜີຍແຜ່ຢູ່ໜ້າເວັບໄຊຫຼັກຂອງທະນາຄານແຫ່ງ ສປປ ລາວ.ອ່ານຕໍ່ ...
ເອກະພອນ ພູທອນສີ
ເງິນກີບອ່ອນຄ່າທຽບກັບເງິນບາດ ສົ່ງຜົນກະທົບຕໍ່ຜູ້ນຳເຂົ້າສິນຄ້າໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ການອ່ອນຄ່າຢ່າງຕໍ່ເນື່ອງຂອງເງິນກີບລາວທຽບກັບເງິນບາດຂອງໄທ ໄດ້ສົ່ງຜົນກະທົບຕໍ່ຫົວໜ່ວຍທຸລະກິດໃນລາວ, ໂດຍສະເພາະແມ່ນຜູ້ນຳເຂົ້າສິນຄ້າ, ເຮັດໃຫ້ເຂົາເຈົ້າສູນເສຍຜົນກຳໄລ.ມາຮອດວັນທີ 2 ກັນຍາ, ອັດຕາແລກປ່ຽນຢູ່ທະນາຄານການຄ້າຕ່າງປະເທດລາວ (BCEL) ໜຶ່ງບາດແມ່ນມີອັດຕາຂາຍເທົ່າກັບ 291.92 ກີບ ແລະ ອັດຕາຊື້ແມ່ນຢູ່ທີ່ 289.73 ກີບຕໍ່ໜຶ່ງບາດ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/kip-weakens-against-thai-baht-hurts-lao-importers-103260