ທະນາຄານແຫ່ງ ສປປ ລາວ ອອກຈຳໜ່າຍພັນທະບັດອອມຊັບ ເພື່ອເປີດໂອກາດດ້ານການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ແຈ້ງການກ່ຽວກັບການເປີດຂາຍພັນທະບັດອອມຊັບສະກຸນເງິນໂດລາ ເພື່ອເປີດໂອກາດດ້ານການລົງທຶນ ແລະ ຜົນຕອບແທນທີ່ໜ້າດຶງດູດໃຈ.

ຕາມບົດຂ່າວທີ່ສຳນັກຂ່າວວຽງຈັນທາມສ໌ ໄດ້ມາຈາກເວັບໄຊຂອງທະນາຄານກາງ, ພັນທະບັດສະກຸນເງິນໂດລາຊຸດດັ່ງກ່າວແມ່ນເລີ່ມວາງຈຳໜ່າຍແຕ່ວັນທີ 1 ເຖິງ 31 ຕຸລານີ້, ເພື່ອແນໃສ່ລະດົມທຶນເຂົ້າຄັງທະນາຄານໃຫ້ໄດ້ US$500 ລ້ານໂດລາ.

ຕາມບົດຂ່າວດັ່ງກ່າວ ພັນທະບັດອອມຊັບນີ້ສາມາດຫາຊື້ໄດ້ທີ່ກົມບໍລິການທະນາຄານ ທຫລ ແລະ ສາຂາທະນາ ທຫລ ແຂວງອຸດົມໄຊ, ຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ ແລະ ຈຳປາສັກ.

ອ່ານຕໍ່…

ເອກະພອນ ພູທອນສີ
http://annx.asianews.network/content/bank-lao-offers-new-savings-bond-investment-opportunity-105363