ທະນາຄານລາວສິບແຫ່ງຈະຂົນຂວາຍແຫຼ່ງເງິນກູ້ເພື່ອສົ່ງເສີມ SMEs

ວຽງຈັນ (ວຽງຈັນທາມສ໌/ANN) – ພະແນກປະຕິບັດການທະນາຄານ ພາຍໃຕ້ທະນາຄານແຫ່ງ ສປປ ລາວ (BOL) ໄດ້ຕົກລົງໃຫ້ທະນາຄານການຄ້າ 10 ແຫ່ງຂົນຂວາຍທຶນກູ້ຢືມ US$300 ລ້ານໂດລາຈາກທະນາຄານພັດທະນາຈີນ (CDB) ເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃນລາວ.

ບົດບັນທຶກຄວາມເຂົ້າໃຈສຳລັບໂຄງການດັ່ງກ່າວ ໄດ້ມີການລົງນາມທີ່ນະຄອນວຽງຈັນລະຫວ່າງກົມ ກັບທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານພັດທະນາລາວ (LDB), ທະນາຄານສົ່ງເສີມກະສິກຳ (APB), ທະນາຄານມາຣູຮັນ ປະເທດຍີ່ປຸ່ນ ຈຳກັດ, ທະນາຄານຮ່ວມພັດທະນາ (JDB), ທະນາຄານລາວ-ຈີນ ຈຳກັດ, ທະນາຄານລາວ-ຫວຽດ ຈຳກັດ, ທະນາຄານເອັສ໌ທີ ຈຳກັດ, ທະນາຄານຮ່ວມຫຸ້ນການຄ້າກອງທັບ-ສາຂາລາວ ແລະ ທະນາຄານໄຊງ່ອນທຸງຕິນ ລາວຈຳກັດ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/ten-lao-banks-seek-loan-promotion-smes-104290