ເຄື່ອງຊ່ວຍເຫຼືອໄພນ້ຳຖ້ວມຈາກສາກົນຊຸດທຳອິດມາຮອດລາວແລ້ວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຄື່ອງຊ່ວຍເຫຼືອຈາກສາກົນຊຸດທຳອິດ ຈາກສູນປະສານງານຊ່ວຍເຫຼືອເພື່ອມະນຸດສະທຳ ດ້ານການຄຸ້ມຄອງໄພພິບັດ ອາຊຽນ (ສູນ AHA) ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ວານນີ້ ເພື່ອນຳໄປແຈກຢາຍໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມ ໃນຫົກແຂວງພາກໃຕ້ຂອງລາວ.ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນອີງຕາມການຮ້ອງຂໍ ຂອງອົງການຄຸ້ມຄອງໄພພິບັດແຫ່ງຊາດລາວ ໃນວັນທີ 7 ກັນຍາ ແລະ ສູນ AHA ໄດ້ຕົກລົງໃຫ້ການຊ່ວຍເຫຼືອເພື່ອມະນຸດສະທຳສຳລັບຜູ້ປະສົບໄພນ້ຳຖ້ວມໃນລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/first-int%E2%80%99l-aid-shipment-arrives-assist-lao-flood-recovery-effort-104046

ພື້ນທີ່ປະສົບໄພນ້ຳຖ້ວມຕ້ອງການການຊ່ວຍເຫຼືອດ່ວນຈາກທົ່ວປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຖິງແມ່ນວ່າລະດັບນ້ຳຈະຫຼຸດລົງຢ່າງຕໍ່ເນື່ອງ, ປະຊາຊົນຫຼາຍພັນຄົນທີ່ປະສົບໄພຢູ່ແຂວງພາກໃຕ້ ກຳລັງປະສົບກັບຄວາມອຶດຫິວ ແລະ ຕ້ອງການການຊ່ວຍເຫຼືອຈາກລັດຖະບານ, ອົງການຈັດຕັ້ງ ແລະ ມະຫາຊົນ.ປະຊາຊົນທີ່ປະສົບໄພຍັງບໍ່ໄດ້ຮັບການສະໜອງອາຫານ, ນ້ຳດື່ມ, ອຸປະກອນແຕ່ງກິນ, ເຄື່ອງນອນ ແລະ ເຄື່ອງໃຊ້ທີ່ຈຳເປັນ.ພະຍຸເຂດຮ້ອນໂພດູ ໄດ້ພັດຜ່ານປະເທດລາວໃນຊ່ວງທ້າຍຂອງເດືອນສິງຫາຕໍ່ໃສ່ຕົ້ນເດືອນກັນຍາ ເຮັດໃຫ້ເກີດຝົນຕົກໜັກ, ປະຊາຊົນ 377,703 ຄົນຈາກ 175,422 ຄອບຄົວ ໃນ 1,466 ບ້ານ, 43 ເມືອງໃນແຂວງຄຳມ່ວນ, ສະຫວັນນະເຂດ, ອັດຕະປື, ສາລະວັນ, ຈຳປາສັກ ແລະ ເຊກອງ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/feature-flood-hit-regions-need-nation%E2%80%99s-assistance-now-103967

ໂຮງຮຽນທາງພາກໃຕ້ຫຼາຍຮ້ອຍແຫ່ງ ຕ້ອງຢຸດການຮຽນການສອນ ເນື່ອງຈາກໄພນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງຮຽນທາງພາກໃຕ້ຂອງລາວຫຼາຍແຫ່ງ ຕ້ອງຢຸດການຮຽນການສອນຊົ່ວຄາວ ເນື່ອງຈາກນ້ຳຖ້ວມເຊິ່ງເປັນຜົນຈາກພະຍຸເຂດຮ້ອນໂພດູ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ພື້ນຖານໂຄງລ່າງ ກໍຄືອາຄານຫ້ອງຮຽນ.ເດັກນ້ອຍນັກຮຽນຫຼາຍຄົນຍັງຄົງລໍຖ້າເຂົ້າໂຮງຮຽນ ໃນຂະນະທີ່ເຈົ້າໜ້າທີ່ທ້ອງຖິ່ນກຳລັງເລັ່ງມືໃນການສ້ອມແປງອາຄານຮຽນທີ່ໄດ້ຮັບຜົນກະທົບ ແລະ ຈັດຫາອຸປະກອນການສຶກສາຊຸດໃໝ່.ແຂວງສາລະວັນແມ່ນໜຶ່ງໃນແຂວງທີ່ໄດ້ຮັບຜົນກະທົບໜັກສຸດ ມີໂຮງຮຽນທີ່ປະສົບໄພນ້ຳຖ້ວມ 194 ແຫ່ງຢູ່ເມືອງສາລະວັນ, ວາປີ ແລະ ຄົງເຊໂດນ ໃນຊ່ວງວັນທີ 2-6 ກັນຍານີ້, ເຊິ່ງເປັນອາທິດທຳອິດຂອງການເປີດສົກຮຽນໃໝ່ໃນທົ່ວປະເທດ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/hundreds-southern-schools-closed-after-widespread-flooding-103964

ນ້ຳຖ້ວມເຮັດໃຫ້ລາຄາເຂົ້າສານ ແລະ ຊີ້ນໝູ ຢູ່ທາງພາກໃຕ້ຂອງລາວ ເພີ່ມສູງຂຶ້ນ 

ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາຊີ້ນໝູ ແລະ ເຂົ້າສານເພີ່ມສູງຂຶ້ນ ຢູ່ແຂວງພາກໃຕ້ທີ່ປະສົບໄພນ້ຳຖ້ວມ ແຕ່ກໍຍັງຢູ່ໃນລະດັບທີ່ສາມາດຊື້ຂາຍໄດ້ ພາຍໃຕ້ການແຊກແຊງຂອງລັດຖະບານ.ລາຄາເຂົ້າສານເພີ່ມຂຶ້ນປະມານ 500 ເຖິງ 1000 ກີບຕໍ່ກິໂລ, ສ່ວນລາຄາຊີ້ນໝູເພີ່ມຂຶ້ນປະມານ 5,000 ກີບຕໍ່ກິໂລ ເນື່ອງຈາກພໍ່ຄ້າຊາວຂາຍປະສົບບັນຫາດ້ານການຂົນສົ່ງສິນຄ້າ, ຕາມການເປີດເຜີຍຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ.ຖະໜົນຫຼາຍສາຍໄດ້ຖືກນ້ຳຖ້ວມ ແລະ ພັງເສຍຫາຍ, ເຮັດໃຫ້ຊາວຄ້າຂາຍ ມີຄວາມຫຍຸ້ງຍາກໃນການເຂົ້າເຖິງລູກຄ້າ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/floods-lead-increase-prices-rice-and-pork-southern-provinces-103889

ອຳນາດການປົກຄອງສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງພາກໃຕ້

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງພວມດຳເນີນການສ້ອມແປງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆເຊັ່ນ ຖະໜົນ, ຂົວ, ໂຮງຮຽນ ແລະ ໂຮງໝໍ ເພື່ອຮັບປະກັນໃຫ້ຜູ້ປະສົບໄພທີ່ສູນຊ່ວຍເຫຼືອ ມີສຸຂະພາບທີ່ສົມບູນ ແລະ ໄດ້ຮັບອາຫານ ແລະ ນ້ຳດື່ມຢ່າງພຽງພໍ, ຕາມເຈົ້າໜ້າທີ່ການນຳ.ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເປີດເຜີຍໃນກອງປະຊຸມຕໍ່ສື່ມວນຊົນທີ່ນະຄອນວຽງຈັນ ໃນມື້ວານນີ້ວ່າ ທາງອຳນາດການປົກຄອງຍັງຄົງສືບຕໍ່ເຮັດວຽກຮ່ວມກັບເຈົ້າໜ້າທີ່ຕຳຫຼວດ, ທະຫານ ກໍຄືອາສາສະໝັກ ໃນການຈັດຕັ້ງການຊ່ວຍເຫຼືອສຸກເສີນ. ທີມປະເມີນເຫດສຸກເສີນຍົງຄົງສືບຕໍ່ລົງພື້ນທີ່ ເພື່ອປະເມີນຄວາມເສຍຫາຍ ແລະ ຄວາມຕ້ອງການຂອງປະຊາຊົນ ເພື່ອໃຫ້ອຳນາດການປົກຄອງຟື້ນຟູສະຖານະການຫຼັງໄພພິບັດໃຫ້ກັບສູ່ສະພາບປົກກະຕິ ໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/authorities-continue-help-victims-flood-hit-lao-provinces-103886

ລາວເລັ່ງມືການຊ່ວຍເຫຼືອໄພນ້ຳຖ້ວມຢູ່ແຂວງພາກໃຕ້

ວຽງຈັນ (ວຽງຈັນທາມສ໌/ANN) –  ວານນີ້ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ປະຊຸມຢູ່ນະຄອນວຽງຈັນ ເພື່ອຫາລືວິທີການປັບປຸງການສົ່ງມອບການຊ່ວຍເຫຼືອໄພພິບັດ ໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມຢູ່ຫົກແຂວງພາກໃຕ້, ໂດຍສະເພາະແມ່ນການສະໜອງນ້ຳດື່ມ, ອາຫານ ແລະ ເຄື່ອງໃຊ້ສອຍໃນຄົວເຮືອນທີ່ຈຳເປັນ.ເປັນປະທານໃນກອງປະຊຸມດັ່ງກ່າວມີທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/lao-speeding-flood-assistance-southern-provinces-103794

ລັດຖະບານໃຫ້ການຊ່ວຍເຫຼືອ, ເຝົ້າຕິດຕາມຜູ້ປະສົບໄພນ້ຳຖ້ວມຢ່າງໃກ້ຊິດ

ວຽງຈັນ (ວຽງຈັນທາມສ໌/ANN) – ພະນະທ່ານ ທອງລຸນ ສິສຸລິດ ນາຍົກລັດຖະມົນຕີ, ການນຳລັດຖະບານ ແລະ ອຳນາດການປົກຄອງຂັ້ນແຂວງໄດ້ລົງຢ້ຽມຢາມປະຊາຊົນໃນອາທິດແລ້ວນີ້ ໃນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຫວ່າງໝໍ່ໆມານີ້.ໃນລະຫວ່າງການລົງຢ້ຽມຢາມແຂວງສະຫວັນນະເຂດ, ຈຳປາສັກ ແລະ ສາລະວັນ ໃນວັນທີ 7 ກັນຍານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຕາງໜ້າລັດຖະບານມອບເງິນຈຳນວນ 1.2 ຕື້ກີບ ໃຫ້ແກ່ອຳນາດການປົກຄອງເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ. ທ່ານໄດ້ຊີ້ນຳໃຫ້ອຳນາດການປົກຄອງທ້ອງຖິ່ນ ເລັ່ງໃສ່ການອົບພະຍົບປະຊາຊົນທ້ອງຖິ່ນ, ສັດລ້ຽງ ແລະ ສິ່ງຂອງທີ່ຈຳເປັນໃນພື້ນທີ່ນ້ຳຖ້ວມ ໄປສະຖານທີ່ປອດໄພ.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/laos-assisting-closely-following-plight-flood-victims-103792

ລັດຖະບານມອບເຄື່ອງຊ່ວຍເຫຼືອສຸກເສີນໃຫ້ແກ່ເຂດທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມພາກໃຕ້

ໃນອາທິດແລ້ວນີ້ ເຈົ້າໜ້າທີ່ລັດຖະບານ ແລະ ທະຫານໄດ້ນຳໃຊ້ເຮືອບິນ ແລະ ລົດບັນທຸກຂອງກອງທັບປະຊາຊົນລາວ ເພື່ອລຳລຽງເຄື່ອງຊ່ວຍເຫຼືອສຸກເສີນ ເຊັ່ນນ້ຳດື່ມ, ອາຫານ, ເຮືອ, ເຕັ້ນທີ່ພັກ ແລະ ເຄື່ອງໃຊ້ສອຍປະຈຳວັນທີ່ຈຳເປັນ ໄປມອບໃຫ້ແກ່ປະຊາຊົນຫົກແຂວງ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.ພະຍຸໝູນເຂດຮ້ອນໂພດູ ແລະ ລະບົບສະພາບອາກາດທີ່ກ່ຽວຂ້ອງ ທີ່ພັດຜ່ານພາກໃຕ້ ແລະ ພາກກາງຂອງລາວມາແຕ່ທ້າຍເດືອນສິງຫາ ເຮັດໃຫ້ເກີດຝົນຕົນໜັກຕິດຕໍ່ກັນ, ສົ່ງຜົນໃຫ້ເກີດໄພນ້ຳຖ້ວມເປັນບໍລິເວນກວ້າງຢູ່ແຂວງຄຳມ່ວນ, ສະຫວັນນະເຂດ, ອັດຕະປື, ສາລະວັນ, ຈຳປາສັກ ແລະ ເຊກອງ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ປະຊາຊົນ 122,800 ກວ່າຄົວເຮືອນ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ພາກໃຕ້ຂອງລາວ

(ຂປລ) ປະຊາຊົນ 122,800 ກວ່າຄົວເຮືອນໃນຫົກແຂວງ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ພາກໃຕ້ຂອງລາວ ເຊິ່ງຜູ້ເສຍຊີວິດລວມ 14 ຄົນ, ຕາມການລາຍງານຂອງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ.ຫົກແຂວງທີ່ໄດ້ຮັບຜົນກະທົບລວມມີ ແຂວງຄຳມ່ວນ, ສະຫວັນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.ແຂວງຈຳປາສັກມີຜູ້ເສຍຊີວິດ 5 ຄົນ, ແຂວງອັດຕະປື 4 ຄົນ, ແຂວງສະຫວັນນະເຂດ 3 ຄົນ ແລະ ແຂວງສາລະວັນ 2 ຄົນ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48007

ນ້ຳຖ້ວມຢູ່ພາກໃຕ້ ມີສອງຜູ້ເສຍຊີວິດ ແລະ ສອງຜູ້ສູນຫາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ປະຊາຊົນສອງຄົນເສຍຊີວິດ ແລະ ອີກສອງຄົນສູນຫາຍ, ໃນຂະນະ 54,000 ຄົວເຮືອນໃນຫົກແຂວງຂອງລາວ ໄດ້ຮັບຜົນກະທົບຈາກອິດທິພົນຂອງພະຍຸ ເຮັດໃຫ້ເກີດນ້ຳຖ້ວມເປັນບໍລິເວນກວ້າງ.ພະຍຸເຂດຮ້ອນໂພດູ ແລະ ສະພາບອາກາດທີ່ຮຸນແຮງທີ່ພັດປົກຄຸມພາກໃຕ້ ແລະ ພາກກາງຂອງລາວ ມາຕັ້ງແຕ່ທ້າຍເດືອນສິງຫາທີ່ຜ່ານມາ ເຮັດໃຫ້ເກີດຝົນຕົກຢ່າງຕໍ່ເນື່ອງ.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/two-killed-two-missing-flood-hit-south-103544

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

cBJCD
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!