ການຊ່ວຍເຫຼືອ ແລະ ການພັດທະນາ

ເອດີບີຊ່ວຍເຫຼືອໃນການປັບປຸງການບໍລິການດ້ານສິ່ງແວດລ້ອມ

ທະນາຄານພັດທະນາອາຊີ (ເອດີບີ) ອະນຸມັດທຶນຊ່ວຍເຫຼືອລ້າ 48 ລ້ານໂດລາສະຫະລັດ ເພື່ອຊ່ວຍໃນການປັບປຸງການບໍລິການທາງດ້ານສິ່ງແວດລ້ອມໃນຕົວເມືອງ ແລະ ເສີມຂະຫຍາຍການຕິດຕໍ່ພົວພັນດ້ານເສດຖະກິດໃນເມືອງປາກຊັນ ແຂວງບໍລິຄຳໄຊ ແລະ ເມືອງທ່າແຂກ ແຂວງຄຳມ່ວນ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ເຢຍລະມັນບໍລິຈາກເງິນ 9.3 ຕື້ກີບເພື່ອປັບປຸງລະບົບການບໍລິຈາກເລືອດ

ລັດຖະບານເຢຍລະມັນມອບເງິນຊ່ວຍເຫຼືອກວ່າ  9.3 ຕື້ກີບ (950,000 ຢູໂຣ) ຜ່ານອົງການກາແດງເຢຍລະມັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງການບໍລິຈາກເລືອດໃນບັນດາແຂວງເປົ້າໝາຍໃນລາວ, ກໍຄືແນໃສ່ປັບປຸງຂະບວນການບໍລິຈາກ ແລະ ສະໜອງເລືອດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

IFC ສືບຕໍ່ສະໜັບສະໜູນ ສປປ ລາວ ໃນການປັບປຸງບັນຍາການການລົງທຶນ, ການສົ່ງເສີມການຂະຫຍາຍຕົວແບບຍືນຍົງ ແລະ ທົ່ວເຖິງ

(ຂປລ) ອົງການ IFC, ສະມາຊິກກຸ່ມທະນາຄານໂລກ ເລັ່ງມືໃນການສະໜັບສະໜູນລັດຖະບານລາວເພື່ອປັບປຸງບັນຍາກາດການລົງທຶນ ແລະ ການເຮັດທຸລະກິດໃນລາວ. ສະພາບແວດລ້ອມການລົງທຶນທີ່ໂປ່ງໃສ ແລະ ສາມາດເຊື່ອຖືໄດ້ຈະຊ່ວຍດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI), ສ້າງວຽກເຮັດງານທຳ ແລະ ສົ່ງເສີມການຂະຫຍາຍຕົວແບບທົ່ວເຖິງ.ອ່ານຕໍ່ ...

KPL

ເອດີບີ ແລະ ສປປ ລາວລົງນາມຂໍ້ຕົກລົງເພື່ອສົ່ງເສີມທຸລະກິດກະສິກຳແບບຍືນຍົງ ແລະ ເປັນມິດຕໍ່ສະພາບອາກາດ

ທະນາຄານພັດທະນາອາຊີ (ADB)  ແລະ ລັດຖະບານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ລົງນາມຂໍ້ຕົກລົງໃນວານນີ້ ສຳລັບທຶນຊ່ວຍເຫຼືອລ້າຈຳນວນ 40.5 ລ້ານໂດລາສຳລັບໂຄງການຂະແໜງການຫ່ວງໂສ້ຄຸນຄ່າທຸລະກິດກະສິກຳທີ່ເປັນມິດຕໍ່ສະພາບອາກາດ ເຊິ່ງຈະຊ່ວຍໃຫ້ຊາວກະສິກອນ ແລະ ທຸລະກິດກະສິກຳພັດທະນາຫ່ວງໂສ້ຄຸນຄ່າການກະສິກຳແບບຍືນຍົງ ແລະ ເປັນມິດຕໍ່ສະພາບອາກາດໃນລາວ.ອ່ານຕໍ່ ...

ເອດີບີ

ລັດຖະບານເຢຍລະມັນຈະມອບທຶນຈຳນວນ 51.7 ລ້ານຢູໂຣເພື່ອຊ່ວຍເຫຼືອດ້ານການພັດທະນາໃນລາວ

ລັດຖະບານເຢຍລະມັນຕົກລົງທີ່ຈະມອບທຶນຊ່ວຍເຫຼືອລ້າຈຳນວນ 51.7 ລ້ານຢູໂຣເພື່ອສະໜັຍສະໜູນບັນດາຖຄງການດ້ານການພັດທະນາໃນລາວ ສຳລັບສົກປີງົບປະມານ 2018-2019.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ອົສ໌ຕຣາລີເພີ່ມການຊ່ວຍເຫຼືອສຳລັບຜູ້ປະສົບໄພນ້ຳຖ້ວມແຂວງອັດຕະປື

ລັດຖະບານອົສ໌ຕຣາລີຈະໃຫ້ທຶນຊ່ວຍເຫຼືອເພີ່ມເຕີມມູນຄ່າ 2.2 ລ້ານໂດລາອົສຕຣາລີ ເພື່ອດຳເນີນການຊ່ວຍເຫຼືອວຽກງານບັນເທົາທຸກ ແລະ ຟື້ນຟູດ້ານໂພຊະນາການ, ການສຶກສາ, ການປົກປ້ອງເດັກ ແລະ ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ສຳລັບຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ແຂວງອັດຕະປື.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລາວຮຽກຮ້ອງການຮ່ວມມືເພື່ອຜ່ານຜ່າສິ່ງທ້າທາຍໃນພາກພື້ນອາຊີຕາເວັນອອກ

ປະເທດລາວເຫັນວ່າຊ່ອງຫວ່າງໃນການພັດທະນາລະຫວ່າງແຕ່ລະປະເທດ ຍັງຄົງເປັນໜຶ່ງໃນສິ່ງທ້າທາຍຫຼັກໃນການສ້າງຄວາມເປັນປຶກແຜ່ນ ແລະ ການຂະຫຍາຍຕົວໃນພາກພື້ນ, ເຊິ່ງບັນດາປະເທດຕ້ອງຮ່ວມມືກັນເພື່ອຂ້າມຜ່ານ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ທຶນສະໜັບສະໜູນການພັດທະນາກະສິກຳ

ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ມີແຜນໃຫ້ທຶນກູ້ຢືມຈຳນວນ 40 ລ້ານໂດລາສະຫະລັດ ເພື່ອສົ່ງເສີມໂຄງການສ້າງໂອກາດຍຸດທະສາດຂອງປະເທດ (COSOP) 2018-24 ໃນລາວ. ກອງທຶນໃໝ່ຈະນຳໃຊ້ເພື່ອເສີມຂະຫຍາຍການຜະລິດກະສິກຳຕາມທ້ອງຕະຫຼາດ, ການບໍລິການການເງິນຊົນນະບົດ ແລະ ລະບົບການຄຸ້ມຄອງແບບຍືນຍົງສຳລັບທະນາຄານບ້ານ ເພື່ອລົງທຶນໃນໂຄງການຊົນລະປະທານຂະໜາດນ້ອຍ.ອ່ານຕໍ່ ...

ວຽງຈັນທາມສ໌

ລຸກເຊັມບວກຊ່ວຍເຫຼືອໂຮງໝໍໃນແຂວງບໍລິຄຳໄຊ

ຄົນເຈັບຈະມີຄວາມໄວ້ວາງໃຈເພີ່ມຂຶ້ນໃນການປິ່ນປົວສຸຂະພາບ ຫຼັງຈາກພິທີເປີດໂຮງໝໍແຫ່ງໃໝ່ໃນແຂວງບໍລິຄຳໄຊວານນີ້ ເຊິ່ງເປັນສ່ວນໜຶ່ງຂອງການຍົກລະດັບການບໍລິການສາທາລະນະສຸກ ສູ່ມາດຕະຖານສາກົນໃນພາກກາງ ແລະ ພາກໃຕ້ຂອງລາວ. ໂຮງໝໍແຫ່ງໃໝ່ນີ້ເປັນໂຮງໝໍແຫ່ງທີສອງໃນລາວ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານລຸກເຊັມບວກ ຫຼັງແຜນສົ່ງເສີມການກໍ່ສ້າງໂຮງໝໍແຂວງວຽງຈັນໃນຊ່ວງສິບປີຫຼັງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສະມາຄົມເກົາຫຼີໃຫ້ການຊ່ວຍເຫຼືອຄົນທຸກຍາກ 32 ຕື້

ສະມາຄົມເກົາຫຼີເພື່ອການແບ່ງປັນດ້ານສິລະປະວັດທະນະທຳ ໄດ້ມອບເຄື່ອງນຸ່ງຫົ່ມ, ເກີບ, ໂຕະ ແລະ ຕັ່ງ ເພື່ອຊ່ວຍເຫຼືອຜູ້ທຸກຍາກໃຫ້ແກ່ລັດຖະບານລາວ ເຊິ່ງມີມູນຄ່າກວ່າ 32 ຕື້ກີບ (3,894,720 ໂດລາສະຫະລັດ). ນອກນີ້ຍັງແນໃສ່ຊ່ວຍເຫຼືອບັນເທົາທຸກໄພພິບັດສຳລັບຜູ້ປະສົບເຄາະ ແລະ ຜູ້ດ້ອຍໂອກາດໃນຊົນນະບົດອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

B6Ycj
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!