ການຊ່ວຍເຫຼືອ ແລະ ການພັດທະນາ

EU, AFD ສະໜັບສະໜູນການປັບປຸງດ້ານໂພຊະນາການໃນແຂວງພາກເໜືອ

ສະຫະພາບຢູໂຣບ (EU) ແລະ ອົງການຝຣັ່ງເພື່ອການພັດທະນາ (AFD) ຄາດຄະເນງົບຊ່ວຍເຫຼືອກວ່າ 5.7 ຕື້ຢູໂຣ ແຕ່ປີ 2018-2022 ສຳລັບໂຄງການສົ່ງເສີມກະສິກຳທີ່ຜົນຕໍ່ໂພຊະນາການ ໃນພາກເໜືອຂອງລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຍີ່ປຸ່ນຊ່ວຍເຫຼືອ 23.6 ຕື້ກີບໃນການພັດທະນາຊັບພະຍາກອນມະນຸດໃນລາວ

ໃນວັນສຸກທີ່ຜ່ານມາ ລັດຖະບານຍີ່ປຸ່ນໄດ້ຕົກລົງຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດໃນລາວ ເປັນເງິນກວ່າ 23.6 ຕື້ກີບ (2.8 ລ້ານໂດລາສະຫະລັດ).ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ອົງການພັດທະນາລຸກ ແລະ ຄູ່ຮ່ວມງານ ທົບທວນຜົນຂອງໂຄງການພັດທະນາ

ພະນັກງານລັດ ແລະ ຄູ່ຮ່ວມງານສາກົນທົບທວນຜົນຂອງໂຄງການພັດທະນາໃນແຂວງວຽງຈັນ, ບໍ່ແກ້ວ, ບໍລິຄຳໄຊ ແລະ ຄຳມ່ວນ ຫຼັງຈາກໄລຍະໜຶ່ງປີຂອງການຈັດຕັ້ງປະຕິບັດໂຄງການ. ກອງປະຊຸມດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 20-21 ມິຖຸນາ ເພື່ອທົວທວນ ແລະ ລາຍງານຄວາມຄືບໜ້າ ແລະ ສິ່ງທ້າທາຍຂອງໂຄງການ ລວມເຖິງແຜນການໃນອະນາຄົດ.ອ່ານຕໍ່ ...

ວຽງຈັນທາມສ໌

ຈີນຊ່ວຍລາວໃນການຝຶກອົບຮົມການວາງແຜນພັດທະນາເສດຖະກິດ

ວຽງຈັນ, 19 ມິຖຸນາ (ຊິນຫົວ) — ໃນວັນອັງຄານນີ້ ກອງປະຊຸມຝຶກອົບຮົມວິຊາການກ່ຽວກັບຍຸດທະສາດ ແລະ ການວາງແຜນການພັດທະນາເສດຖະກິດແຫ່ງຊາດຂອງລາວ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ. ໃນກອງປະຊຸມວິຊາການດັ່ງກ່າວ ວິທະຍາກອນຈາກປະເທດຈີນຈະຈັດອົບຮົມໄລຍະ 21 ວັນໃຫ້ແກ່ສຳມະນາກອນລາວ.ອ່ານຕໍ່ ...

ບັນນາທິການຊິນຫົວ

ລາວຮັບການຊ່ວຍເຫຼືອຈາກຈີນກ່ຽວກັບວຽກງານຊາວໜຸ່ມ

ວຽງຈັນ, 19 ມິຖຸນາ (ຊິນຫົວ) — ຫົວໜ້າສູນກາງຊາວໜຸ່ມກ່າວໃນວັນອັງຄານນີ້ວ່າ ຝ່າຍລາວມີຄວາມຍິນດີຕໍ່ການຊ່ວຍເຫຼືອຈາກປະເທດຈີນກ່ຽວກັບວຽກງານຊາວໜຸ່ມ. ກຸ່ມອາສາສະໝັກຊາວໜຸ່ມຈີນຊ່ວຍເຫຼືອລາວຊຸດທີ 9 ໄດ້ເດີນທາງມາລາວ ແລະ ຈະໃຫ້ການບໍລິການຊ່ວຍເຫຼືອດ້ານການສຶກສາ, ສາທະລະນະສຸກ, ກິລາ ແລະ ຄົມມະນາຄົມ ເປັນໄລຍະເວລາ 6 ເດືອນ.ອ່ານຕໍ່ ...

ບັນນາທິການຊິນຫົວ

ລັດຖະບານອາເມລິກາສົ່ງເສີມທຸລະກິດໄໝໃນ ສປປ ລາວ

(ຂປລ) ອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມລິກາ (ຢູເສດ) ຮ່ວມມືກັບກະຊວງອຸດສາຫະກຳ ແລະ ການຄ້າ ຈັດຝຶກອົບຮົມກ່ຽວກັບການຍ້ອມສີທຳມະຊາດ ແລະ ການຕະຫຼາດຍຸກດິຈິຕອລ ສຳລັບຜູ້ປະກອບການແມ່ຍິງ ໃນວັນທີ 28 ພຶດສະພາ-15 ມິຖຸນາ ຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ.ອ່ານຕໍ່ ...

ບັນນາທິການ ຂປລ

ຍີ່ປຸ່ນໃຫ້ທຶນ 23 ຕື້ກີບເພື່ອສົງເສີມການສຶກສາໃນລາວ

ລັດຖະບານຍີ່ປຸ່ນໄດ້ໃຫ້ທຶນຊ່ວຍເຫຼືອກວ່າ 23 ຕື້ກີບ (310 ລ້ານເຢັນ) ຜ່ານກອງທຶນຊ່ວຍເຫຼືອລ້າຍີ່ປຸ່ນ ສຳລັບທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ (JDS) ເພື່ອສົ່ງເສີມການສຶກສາຂອງລາວ. ທຶນການສຶກສາດັ່ງກ່າວແມ່ນສຳລັບລັດຖະກອນທົ່ວປະເທດ ເພື່ອຍົກລະດັບຄວາມຮູ້ ແລະ ສົ່ງເສີມການສຶກສາສຳລັບຜູ້ນຳລາວໃນອະນາຄົດ.ອ່ານຕໍ່ ...

ວຽງຈັນທາມສ໌

ລາວຢືນການຄວາມຈຳເປັນໃນການກູ້ຢືມເງິນ ຂະນະທີ່ຊາດຕາເວັນຕົກເປັນຫ່ວງກ່ຽວກັບໜີ້ສິນ

ນາຍົກລັດຖະມົນຕີຍອມຮັບບໍ່ສາມາດບັນລຸເປົ້າໝາຍການຫຼຸດພົ້ນຈາກສະພາບປະເທດດ້ອຍພັດທະນາທີ່ສຸດໂຕກຽວ–ຍ້ອນລາວເປັນປະເທດດຽວທີ່ບໍ່ມີຊາຍແດນຕິດທະເລໃນອາຊີຕາເວັນອອກສຽງໃຕ້ ແລະ ເປັນໜຶ່ງໃນປະເທດທີ່ດ້ອຍພັດທະນາທີ່ສຸດໃນພາກພື້ນ, ລາວຈຶ່ງມີບູລິມະສິດການພັດທະນາຫຼາຍຢ່າງກ່ຽວກັບການຂະຫຍາຍຕົວ ເຊິ່ງນຳປະເທດໄປສູ່ການເພີ່ມທະວີໜີ້ສິນ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີເຊື່ອວ່າການມີໜີ້ສິນສູງເກີນກວ່າລະດັບເຕືອນໄພ ເປັນສິ່ງຈຳເປັນໃນການຂະຫຍາຍດ້ານເສດຖະກິດຕົວຂອງປະເທດ ແລະ ການແຂ່ງຂັນໃນລະດັບສາກົນ  ເຖິງວ່າຈະມີການເຕືອນຈາກຜູ້ໃຫ້ທຶນບັນດາປະເທດຕາເວັນຕົກ ແລະສະຖາບັນການເງິນນາໆຊາດ.ອ່ານຕໍ່ ...

ເຄັນຈິ ຄາວາເຊ

ລາວແລະກອງທຶນອະນຸລັກທຳມະຊາດໂລກສືບຕໍ່ຮ່ວມມືກ່ຽວກັບການຕັດໄມ້ໄຜ່, ຫວາຍ

ລັດຖະບານລາວ ແລະ ກອງທຶນອະນຸລັກທຳມະຊາດໂລກໄດ້ຕົກລົງຈັດຕັ້ງປະຕິບັດໂຄງການຕັດ ແລະ ຜະລິດໄມ້ໄຜ່-ຫວາຍແບບຍືນຍົງໄລຍະທີ 5. ບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວໄດ້ມີການລົງນາມກັນໃນວັນຈັນທີ່ຜ່ານມານີ້ ທີ່ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ທີ່ວຽງຈັນ.ອ່ານຕໍ່ ...

ວຽງຈັນທາມສ໌

ນາຍົກກ່າວ:​ ປະເທດລາວບໍ່ສາມາດຫຼຸດພົ້ນຈາກສະຖະນະດ້ອຍພັດທະນາທີ່ສຸດພາຍໃນ 2020

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເປີດເຜີຍຕໍ່ທີ່ປະຊຸມສະພາແຫ່ງຊາດໃນວັນສຸກແລ້ວນີ້ວ່າ ປະເທດລາວບໍ່ສາມາດຫຼຸດພົ້ນຈາກສະຖານະດ້ອຍພັດທະນທີ່ສຸດພາຍໃນປີ 2020 ຕາມຄາດໝາຍ, ຕໍ່ກັບຄຳຖາມຂອງສະມາຊິກສະພາແຫ່ງຊາດຊຸດທີ 8 ທີ່ກຳລັງດຳເນີນໃນປະຈຸບັນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

FFLka
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!