ການຊ່ວຍເຫຼືອ ແລະ ການພັດທະນາ

ກອງທຶນຫຼຸດຜ່ອນຄວາມທຸກຍາກສືບຕໍ່ສົ່ງເສີມການພັດທະນາຊົນນະບົດ

ກອງທຶນຫຼຸດຜ່ອນຄວາມທຸກຍາກສືບຕໍ່ດຳເນີນໂຄງການຂະໜາດຍ່ອຍ 300 ກວ່າໂຄງການໃນປີນີ້ ເຊິ່ງນຳໃຊ້ທຶນ 94 ຕື້ກີບໃນການປັບປຸງພື້ນຖານໂຄງລ່າງໃນຊົນນະບົດ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ສົ່ງເສີມຊີວິດການເປັນຢູ່ຂອງຄົວເຮືອນ.ອ່ານຕໍ່ ...

ວຽງຈັນທາມສ໌

ອົສະຕຣາລີຊ່ວຍເຫຼືອໂຄງການເພື່ອຫຼຸດຜ່ອນການຂາດສານອາຫານຂອງເດັກ

ສະຖາບັນແມັກຟາເລນເບີນເນັດເພື່ອການຄົ້ນຄວ້າດ້ານການແພດ ແລະ ສາທາລະນະສຸກແຫ່ງອົສະຕຣາລີ ຈະມອບທຶນຊ່ວຍເຫຼືອກວ່າ 700,000 ໂດລາສະຫະລັດສຳລັບປີ 2018-2021 ເພື່ອຊ່ວຍຫຼຸດຜ່ອນການຂາດສານອາຫານຂອງເດັກໃນເມືອງເປົ້າໝາຍໃນແຂວງວຽງຈັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ອາເມລິກາສືບຕໍ່ຊ່ວຍເຫຼືອໂຄງການອາຫານໂຮງຮຽນ

ລັດຖະບານສະຫະລັດໄດ້ປະກາດໃຫ້ການຊ່ວຍເຫຼືອຊຸດໃໝ່ເປັນຈຳນວນ 27.4 ລ້ານໂດລາສະຫະລັດ ເພື່ອເປັນທຶນໃຫ້ແກ່ໂຄງການອາຫານໂຮງຮຽນ ເພື່ອຊ່ວຍສ້າງຄວາມເຂັ້ມແຂງໃນການລິເລີ່ມໂຄງການອາຫານໂຮງຮຽນແຫ່ງຊາດຂອງລັດຖະບານລາວ.ອ່ານຕໍ່  ...

ວຽງຈັນທາມສ໌

ປະທານປະເທດຮຽກຮ້ອງສະຫວັນນະເຂດໃຫ້ເລັ່ງມືໃນການພັດທະນາ

ທ່ານປະທານປະເທດ ບຸນຍັງ ວໍລິຈິດ ຮຽກຮ້ອງໃຫ້ແຂວງສະຫວັນນະເຂດເພີ່ມທະວີຄວາມພະຍາຍາມໃນການແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ເພື່ອຮັກສາສະຖຽນລະພາບໃນການພັດທະນາເສດຖະກິດ ແລະ ສັງຄົມພາຍໃນແຂວງ. ຕາມການລາຍງານຂອງສື່ທ້ອງຖິ່ນ, ທ່ານປະທານປະເທດໄດ້ໃຫ້ທິດຊີ້ນຳ ໃນໂອກາດໂອ້ລົມກັບອຳນາດການປົກຄອງແຂວງ ໃນພາລະກິດລົງຢ້ຽມຢາມແຂວງດັ່ງກ່າວໃນອາທິດທີ່ຜ່ານມາ.ອ່ານຕໍ່ ...

ວຽງຈັນທາມສ໌

ແຂວງຫົວພັນຈະເລັ່ງມືການພັດທະນາ ທັງແກ້ໄຂບັນຫາການສໍ້ລາດບັງຫຼວງ

ອຳນາດການປົກຄອງແຂວງຫົວພັນ ໄດ້ຖືກມອບໝາຍໃຫ້ເລັ່ງມື ໃນການພັດທະນາດ້ານເສດຖະກິດ-ສັງຄົມ ແລະ ແກ້ໄຂບັນຫາການສໍ້ລາດບັງຫຼວງໃນແຂວງພາກເໜືອ. ໃນໂອກາດເດີນທາງຢ້ຽມຢາມແຂວງດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ພະນັກງານແຂວງເພີ່ມທະວີບົດບາດການນຳ ເພື່ອແກ້ໄຂຄວາມທຸກຍາກ ປະກອບສ່ວນນຳພາປະເທດຊາດໃຫ້ຫຼຸດພົ້ນຈາກສະພາບດ້ອຍພັດທະນາທີ່ສຸດໃນປີ 2020.ອ່ານຕໍ່ ...

ວຽງຈັນທາມສ໌

ເອດີບີ, ລາວ ລົງນາມໃນຂໍ້ຕົກລົງສົ່ງເສີມການປະຕິຮູບຂະແໜງສາທາລະນະສຸກ

ທະນາຄານພັດທະນາອາຊີ (ເອດີບີ) ແລະ ລັດຖະບານລາວໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການຊ່ວຍເຫຼືອລ້າຕາມນະໂຍບາຍ ເປັນຈຳນວນ 30 ລ້ານໂດລາສະຫະລັດ ສຳລັບໂຄງການຍ່ອຍອັນດັບທີສອງຂອງໂຄງການຄຸ້ມຄອງຂະແໜງການສາທາລະນະສຸກ ເພື່ອຊ່ວຍຂະຫຍາຍຄວາມທົ່ວເຖິງດ້ານການປິ່ນປົວສຸຂະພາບ ແລະປັບປຸງການບໍລິການສາທາລະນະສຸກ.ອ່ານຕໍ່ ...

ວຽງຈັນທາມສ໌

ທະນາຄານໂລກອະນຸມັດການປັບປຸງຖະໜົນຫຼວງສາຍຫຼັກ

ທະນາຄານໂລກໄດ້ອະນຸມັດໂຄງການປັບປຸງເສັ້ນທາງເລກທີ 13 ເພື່ອຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທີ່ອາໃສຢູ່ລຽບຕາມເສັ້ນທາງສາຍຫຼັກດັ່ງກ່າວ. ໃນອາທິດທີ່ຜ່ານມາ ພາຍຫຼັງໄດ້ມີການຕົກລົງອະນຸມັດໂຄງການຈາກຄະນະບໍລິຫານ, ທະນາຄານໂລກໄດ້ອອກຖະແຫຼງການກ່ຽວກັບໂຄງການ ເພື່ອແນໃສ່ປັບປຸງສະພາບ, ຄວາມປອດໄພ, ແລະ ຄວາມສາມາດປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດ ຂອງຕອນທາງທີ່ສຳຄັນຂອງເສັ້ນທາງເລກທີ່ 13, ໜຶ່ງໃນເສັ້ນທາງທີ່ສຳຄັນທີ່ສຸດຂອງລາວອ່ານຕໍ່ ...

ເອກະພອນ ພູທອນສີ

ລາວຮ່ວມຮຽກຮ້ອງເພື່ອກ້າວຂ້າມຄວາມບໍ່ສະເໝີພາບໃນໂລກ

ລາວໄດ້ຮ່ວມມືກັບສາກົນເພື່ອຮຽກຮ້ອງແກ້ໄຂບັນຫາຄວາມບໍ່ສະໝີພາບໃນທົ່ວໂລກ ຕາມວາລະການປະຊຸມ 2030 ຂອງ ສປຊ ກ່ຽວກັບການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs). ຄະນະລັດຖະບານລາວ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ກ່າວຄຳຮຽກຮ້ອງໃນກອງປະຊຸມ ຊຸດທີ່ 74 ຂອງຄະນະກຳມາທິການເສດຖະກິດ ແລະ ສັງຄົມ ແຫ່ງອາຊີປາຊີຟິກ ຂອງສະຫະປະຊາຊາດ ເຊິ່ງຈັດຂຶ້ນຢູ່ບາງກອກ ປະເທດໄທ ໃນທ້າຍອາທິດທີ່ຜ່ານມາອ່ານຕໍ່ ...

ວຽງຈັນທາມສ໌

ຊາວກະສິກອນຈະໄດ້ຮັບຜົນປະໂຫຍດຈາກ ໂຄງການແຂ່ງຂັນກະສິກຳ ສປປ ລາວ

(ຂປລ) ປະຊາຊົນກວ່າ 140,000ຄົນຈະໄດ້ຮັບຜົນປະໂຫຍດຈາກການປູກເຂົ້າ ສາລີ ແລະ ພືດຜັກທີ່ມີປະສິທິພາບ ແລະ ມີຜົນກຳໄລເພີ່ມຂຶ້ນ ຈາກໂຄງການແຂ່ງຂັນກະສິກຳ ສປປ ລາວ. ພິທີເຊັນຂໍ້ຕົກລົງໂຄງການ ເຊິ່ງມີມູນຄ່າ 25 ລ້ານໂດລາສະຫະລັດ ໄດ້ຈັດຂຶ້ນໃນວັນທີ 17 ພຶດສະພາ ໂດຍທະນາຄານໂລກ ແລະ ທ່ານ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ.ອ່ານຕໍ່ ...

ຂປລ

ລັດຖະບານດຳເນີນການເພື່ອເພີ່ມປະສິດທິພາບຂອງການຊ່ວຍເຫຼືອ

ລັດຖະບານຈະດຳເນີນການເພີ່ມປະສິດທິພາບຂອງການຊ່ວຍເຫຼືອໂດຍຜ່ານການບໍລິຫານຈັດການທີ່ເໝາະສົມ ເພື່ອເຮັດໃຫ້ການຊ່ວຍເຫຼືອຢ່າງເປັນທາງການໃນການພັດທະນາ ມີປະສິດທິພາບສູງສຸດ ເພື່ອພັດທະນາປະເທດຊາດ. ກະຊວງແຜນການ ແລະ ການລົງທຶນໄດ້ເປີດນຳໃຊ້ລະບົບຂໍ້ມູນຂ່າວສານເພື່ອບໍລິຫານ ການຊ່ວຍເຫຼືອຢ່າງເປັນທາງການໃນການພັດທະນາ (ODA-MIS.Gov.LA) ເພື່ອເປັນສູນກາງໃນການຈັດການການຊ່ວຍເຫຼືອ ເພື່ອຮັບປະກັນປະສິດທະພາບສູງສຸດໃນການນຳໃຊ້ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

STMXb
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!