Development Assistance Committee (DAC) members
ການຊ່ວຍເຫຼືອຈາກເຢຍລະມັນ
ສາລະຄະດີປະເພນີລາວຈະຫັນເຂົ້າສູ່ລະບົບອອນລາຍ
ຫໍສະໝຸດແຫ່ງຊາດໄດ້ຈັດກອງປະຊຸມສຳມະນາ ເພື່ອນຳສະເໜີຜົນຂອງໂຄງການສາລະຄະດີກ່ຽວກັບປະເພນີລາວ ຊຶ່ງໄດ້ຈັດຂື້ນນັບແຕ່ເດືອນມິຖຸນາ ເຖິງ ທັນວາ ຈາກການອຸປະຖຳຂອງສະຖາທູດເຢຍລະມັນ, ນະຄອນຫຼວງວຽງຈັນ. ອ່ານຕໍ່ ...
ຂ່າວສານປະເທດລາວ
ເຢຍລະມັນໃຫ້ການຊ່ວຍເຫຼືອການພັດທະນາພື້ນຖານໂຄງລ່າງໃນຊົນນະບົດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຢຍລະມັນຕົກລົງໃຫ້ການຊ່ວຍເຫຼືອໃນປັບປຸງການເຂົ້າເຖິງບ້ານໃນຊົນນະບົດໃນທຸກລະດູ, ການສົ່ງເສີມການສ້າງລາຍຮັບ, ການປັບປຸງສະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແຂວງຄຳມ່ວນ ແລະ ແຂວງອັດຕະປື.ທຶນສຳລັບສອງໂຄງການພັດທະນາຊົນນະບົດດັ່ງກ່າວ ຈະນຳໃຊ້ເຂົ້າໃນການກໍ່ສ້າງ ແລະ ບູລະນະຖະໜົນໃນຊົນນະບົດໃນສອງແຂວງດັ່ງກ່າວ ພາຍໃຕ້ໂຄງການພັດທະນາຊົນນະບົດ (RDP) ໄລຍະ 2 ແລະ ໂຄງການຟື້ນຟູພື້ນຖານໂຄງລ່າງຢູ່ພາກໃຕ້ຂອງລາວ (RISL).ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/germany-gives-boost-rural-infrastructure-development-105065
ເຢຍລະມັນປະກອບສ່ວນ 4 ລ້ານຢູໂຣໃນການຝຶກອົບຮົມການຮ່ວມມືພາຄີໃນລາວ
(ຂປລ) ລັດຖະບານເຢຍລະມັນໄດ້ມອບທຶນຊ່ວຍເຫຼືອຈຳນວນ 4 ລ້ານຢູໂຣສຳລັບໂຄງການຝຶກອົບຮົມການຮ່ວມມືພາຄີ (DCT) ຜ່ານໂຄງການສົ່ງເສີມການສຶກສາວິຊາຊີບ ສປປ ລາວ (VELA) ໄລຍະທີ 2.ຂໍ້ຕົກລົງໂຄງການດັ່ງກ່າວໄດ້ມີການລົງນາມທີ່ນະຄອນຫຼວງວຽງຈັນ ໃນວັນທີ 23 ສິງຫານີ້ ໂດຍທ່ານ ນຸພາ ອຸດສາ ຫົວໜ້າກົມການສຶກສານອກລະບົບ ກະຊວງສຶກສາທິການ ແລະ ກິລາ, ທ່ານນາງ ສີສົມບູນ ອຸນະວົງ ຫົວໜ້າກົມການຮ່ວມມືສາກົນ, ທ່ານ ວູຟແກັງ ຮັນນິງ ຫົວໜ້າອົງການ GIZ ປະຈຳລາວ ແລະ ທ່ານ ອາເລັກຊານດຣາ ມອນເດັນ ຫົວໜ້າໂຄງການ VELA, GIZ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47743
ເຢຍລະມັນໃຫ້ທຶນຊ່ວຍເຫຼືອ 8.3 ຕື້ກີບເພື່ອສົ່ງເສີມຄວາມໝັ້ນຄົງດ້ານສະບຽງອາຫານຢູ່ແຂວງຊຽງຂວາງ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງການຮ່ວມມື ແລະ ພັດທະນາເສດຖະກິດຂອງສະຫະພັນເຢຍລະມັນ (BMZ) ຮ່ວມກັບອົງການຄິຼດຕະຈັກເພື່ອການພັດທະນາ ແລະ ບັນເທົາທຸກ ເຢຍລະມັນ (ADRA) ໄດ້ອະນຸມັດທຶນຊ່ວຍເຫຼືອກວ່າ 8.3 ຕື້ກີບ (US$961,493 ໂດລາ) ເພື່ອຊ່ວຍເຫຼືອໂຄງການສົ່ງເສີມຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຊີວິດການເປັນຢູ່ໄລຍະສາມປີ ຢູ່ເມືອງພູກູດ ແຂວງຊຽງຂວາງ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການດັ່ງກ່າວໄດ້ມີການລົງນາມຫວ່າງໝໍ່ໆມານີ້ ຢູ່ແຂວງຊຽງຂວາງ ລະຫວ່າງທ່ານນາງ ກິວ ກຼໍລິມຸນ ອຳນວຍການອົງການ ADRA ປະຈຳລາວ ແລະ ທ່ານ ບຸນໂຮມ ເທດທານີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/germany-provides-grant-bolster-food-security-xieng-khuang-100654
ເຢຍລະມັນສະໜັບສະໜູນລາວໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ
ເຢຍລະມັນຕົກລົງໃຫ້ທຶນຊ່ວຍເຫຼືອກວ່າ 487 ຕື້ກີບ (50 ລ້ານຢູໂຣ) ເພື່ອເສີມຂະຫຍາຍການຮ່ວມມືກັບລາວ ເພື່ອກ້າວໄປສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.ທຶນຊ່ວຍເຫຼືອຂອງເຢຍລະມັນດັ່ງກ່າວແມ່ນເພື່ອສະໜັບສະໜູນໂຄງການຕ່າງໆໃນຂະແໜງການພັດທະນາຊົນນະບົດ, ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ, ການພັດທະນາເສດຖະກິດແບບຍືນຍົງ, ແລະ ການຟື້ນຟູພື້ນຖານໂຄງລ່າງໃນແຂວງອັດຕະປື.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ຄະນະກຳມາທິການແມ່ນ້ຳຂອງໄດ້ຮັບທຶນຈາກເຢຍລະມັນ ເພື່ອສົ່ງເສີມການວາງແຜນ ແລະ ຄຸ້ມຄອງແມ່ນ້ຳຂອງໃນພາກພື້ນ
ລັດຖະບານເຢຍລະມັນອະນຸມັດທຶນຊ່ວຍເຫຼືອ 4 ລ້ານຢູໂຣ (ປະມານ 4.6 ລ້ານໂດລາສະຫະລັດ) ໃຫ້ແກ່ຄະນະກຳມາທິການແມ່ນ້ຳຂອງ (MRC) ເພື່ອສົ່ງເສີມການຮ່ວມມືນ່ານນ້ຳລະຫວ່າງປະເທດ ຕາມການລາຍງານຂອງ MRC.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ເຢຍລະມັນຊ່ວຍເຫຼືອໂຮງຮຽນການຊ່າງແຫ່ງໃໝ່ 1 ລ້ານຢູໂຣ
ລັດຖະບານເຢຍລະມັນຈະໃຫ້ການຊ່ວຍເຫຼືອລາວ ໂດຍການສະໜັບສະໜູນທຶນຮອນເຄິ່ງໜຶ່ງໃນການກໍ່ສ້າງວິທະຍາໄລການຊ່າງລາວ-ເຢຍລະມັນແຫ່ງທີ່ສອງ ເຊິ່ງມີມູນຄ່າ 2 ລ້ານຢູໂຣ ໃນນະຄອນວຽງຈັນ. ໂຄງການກໍ່ສ້າງດັ່ງກ່າວຄາດວ່າຈະເລີ່ມລົງມືໃນທ້າຍປີນີ້, ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ເລືອກເຟັ້ນສະຖານທີ່ທີ່ເດີ່ນໂຮງຮຽນປະຖົມ ບ້ານຊຽງດາ ເມືອງໄຊເສດຖາ ເຊິ່ງຕັ້ງຢູ່ແຄມທາງເບຕົງເສັ້ນໃໝ່ໄປສະຖານນີລົດໄຟ ລາວ-ໄທ.ອ່ານຕໍ່ ...
ຄອນສະຫວັນ ລາດຊະເພົາ
ເຢຍລະມັນບໍລິຈາກເງິນ 9.3 ຕື້ກີບເພື່ອປັບປຸງລະບົບການບໍລິຈາກເລືອດ
ລັດຖະບານເຢຍລະມັນມອບເງິນຊ່ວຍເຫຼືອກວ່າ 9.3 ຕື້ກີບ (950,000 ຢູໂຣ) ຜ່ານອົງການກາແດງເຢຍລະມັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງການບໍລິຈາກເລືອດໃນບັນດາແຂວງເປົ້າໝາຍໃນລາວ, ກໍຄືແນໃສ່ປັບປຸງຂະບວນການບໍລິຈາກ ແລະ ສະໜອງເລືອດ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ລັດຖະບານເຢຍລະມັນຈະມອບທຶນຈຳນວນ 51.7 ລ້ານຢູໂຣເພື່ອຊ່ວຍເຫຼືອດ້ານການພັດທະນາໃນລາວ
ລັດຖະບານເຢຍລະມັນຕົກລົງທີ່ຈະມອບທຶນຊ່ວຍເຫຼືອລ້າຈຳນວນ 51.7 ລ້ານຢູໂຣເພື່ອສະໜັຍສະໜູນບັນດາຖຄງການດ້ານການພັດທະນາໃນລາວ ສຳລັບສົກປີງົບປະມານ 2018-2019.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ລາວແລະກອງທຶນອະນຸລັກທຳມະຊາດໂລກສືບຕໍ່ຮ່ວມມືກ່ຽວກັບການຕັດໄມ້ໄຜ່, ຫວາຍ
ລັດຖະບານລາວ ແລະ ກອງທຶນອະນຸລັກທຳມະຊາດໂລກໄດ້ຕົກລົງຈັດຕັ້ງປະຕິບັດໂຄງການຕັດ ແລະ ຜະລິດໄມ້ໄຜ່-ຫວາຍແບບຍືນຍົງໄລຍະທີ 5. ບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວໄດ້ມີການລົງນາມກັນໃນວັນຈັນທີ່ຜ່ານມານີ້ ທີ່ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ທີ່ວຽງຈັນ.ອ່ານຕໍ່ ...
ວຽງຈັນທາມສ໌