ເຢຍລະມັນໃຫ້ທຶນຊ່ວຍເຫຼືອ 8.3 ຕື້ກີບເພື່ອສົ່ງເສີມຄວາມໝັ້ນຄົງດ້ານສະບຽງອາຫານຢູ່ແຂວງຊຽງຂວາງ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງການຮ່ວມມື ແລະ ພັດທະນາເສດຖະກິດຂອງສະຫະພັນເຢຍລະມັນ (BMZ) ຮ່ວມກັບອົງການຄິຼດຕະຈັກເພື່ອການພັດທະນາ ແລະ ບັນເທົາທຸກ ເຢຍລະມັນ (ADRA) ໄດ້ອະນຸມັດທຶນຊ່ວຍເຫຼືອກວ່າ 8.3 ຕື້ກີບ (US$961,493 ໂດລາ) ເພື່ອຊ່ວຍເຫຼືອໂຄງການສົ່ງເສີມຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຊີວິດການເປັນຢູ່ໄລຍະສາມປີ ຢູ່ເມືອງພູກູດ ແຂວງຊຽງຂວາງ.

ບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການດັ່ງກ່າວໄດ້ມີການລົງນາມຫວ່າງໝໍ່ໆມານີ້ ຢູ່ແຂວງຊຽງຂວາງ ລະຫວ່າງທ່ານນາງ ກິວ ກຼໍລິມຸນ ອຳນວຍການອົງການ ADRA ປະຈຳລາວ ແລະ ທ່ານ ບຸນໂຮມ ເທດທານີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/germany-provides-grant-bolster-food-security-xieng-khuang-100654