ຊີ້ນໝູຍັງຄົງພຽງພໍຕໍ່ການບໍລິໂພກພາຍໃນ ເຖິງຈະມີການລະບາດຂອງພະຍາດອະຫິວາໝູອາຟຼິກາໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຍັງຄົງມີໝູພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ ເຖິງຈະມີການລະບາດຂອງພະຍາດອະຫິວາໝູອາຟຼິກາຢ່າງຕໍ່ເນື່ອງພາຍໃນປະເທດ.ການລະບາດຂອງພະຍາດດັ່ງກ່າວກວມເອົາ 103 ບ້ານໃນ 42 ເມືອງໃນ 15​ ແຂວງ, ຕາມຂໍ້ມູນຈາກກົມລ້ຽງສັດ ແລະ ການປະມົງ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້.ພື້ນທີ່ທີ່ມີການລະບາດ ມີໝູທັງໝົດ 25,568 ໂຕ, ເຊິ່ງໃນນັ້ນ 10,903 ໂຕຕາຍຍ້ອນພະຍາດດັ່ງກ່າວ ແລະ ອີກ 3,306 ໂຕໄດ້ຮັບການທຳລາຍ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/enough-pork-local-consumption-despite-african-swine-fever-outbreak-laos-105517

ລາຄາປາລ້ຽງທີ່ວາງຈຳໜ່າຍ ສູງກວ່າລະດັບທີ່ລັດຖະບານກຳນົດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາປາລ້ຽງທີ່ວາງຂາຍໃນນະຄອນຫຼວງວຽງຈັນໃນປະຈຸບັນ ແມ່ນສູງກວ່າລະດັບທີ່ລັດຖະບານກຳນົດ ຫຼັງຈາກທີ່ຊາວກະສິກອນທີ່ລ້ຽງປາຫຼາຍເຈົ້າປະສົບສະພາບຂາດທຶນເນື່ອງຈາກໄພນ້ຳຖ້ວມໃນໄລຍະທີ່ຜ່ານມາ.ນອກຈາກນີ້ ເຂົາເຈົ້າຍັງຕ້ອງແບກຮັບພາລະຕົ້ນທຶນໃນການລ້ຽງປາທີ່ເພີ່ມສູງຂຶ້ນ.ເພື່ອເປັນການປົກປ້ອງຜູ້ບໍລິໂພກ ແລະ ປ້ອງກັນການສວຍໂອກາດຂຶ້ນລາຄາ, ໃນເດືອນພຶດສະພາທີ່ຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ອອກແຈ້ງການກ່ຽວກັບລາຄາຂາຍປາດັ່ງກ່າວບໍ່ໃຫ້ເກີນ 20,000 ກີບຕໍ່ໜຶ່ງກິໂລ. ແຕ່ມາໃນປະຈຸບັນ ລາຄາທີ່ຂາຍຕາມທ້ອງຕະຫຼາດແມ່ນເພີ່ມຂຶ້ນຮອດ 23,000-25,000 ກີບຕໍ່ກິໂລ.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/cost-farmed-fish-exceeds-price-set-lao-government-105206

ລັດຖະບານປ່ອຍເຂົ້າສານອອກຈາກຄັງ ເພື່ອຫຼຸດຜ່ອນລາຄາໃນທ້ອງຕະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ອະນຸມັດການປ່ອຍຂາຍເຂົ້າສານອອກຈາກຄັງຈຳນວນ 2,000​ ໂຕນ ເພື່ອຫຼຸດຜ່ອນລາຄາເຂົ້າໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ ເນື່ອງຈາກການຂາດແຄນການສະໜອງເຮັດໃຫ້ລາຄາເຂົ້າ ຖີບຕົວສູງຂຶ້ນກວ່າ 20 ສ່ວນຮ້ອຍທຽບກັບລາຄາປົກກະຕິ.ບາດກ້າວດັ່ງກ່າວກໍ່ເພື່ອຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ຜູ້ບໍລິໂພກ ແລະ ຫຼຸດຜ່ອນພາລະສຳລັບຜູ້ທີ່ມີລາຍໄດ້ໜ້ອຍ ແລະ ປານກາງ.ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ຊີ້ນຳໃຫ້ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມກະສິກຳ ຈຳກັດ ປ່ອຍເຂົ້າສານ 2,000 ໂຕນ ພາຍຫຼັງຂໍ້ສັນຍາທີ່ລັດຖະບານ ແລະ ບໍລິສັດໄດ້ເຊັນຕົງລົງກັນມີຜົນນຳໃຊ້.ລາຄາເຂົ້າສານໜຽວລະດັບສອງ ທີ່ວາງຂາຍໃນຫ້າຈຸດໃນນະຄອນຫຼວງວຽງຈັນແມ່ນ 6,500 ກີບຕໍ່ກີໂລ ສຳລັບຊ່ວງວັນທີ 23-30 ກັນຍານີ້. ລາຄາດັ່ງກ່າວແມ່ນຕ່ຳກວ່າລາຄາຕະຫຼາດປະຈຸບັນ 2,000 ກີບ.ອ່ານຕໍ່  ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-govt-releases-stockpiled-rice-lower-market-price-105063

ສະມາຄົມໃໝ່ເພື່ອສົ່ງເສີມທຸລະກິດມັນຕົ້ນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມມັນຕົ້ນລາວ (LCA) ນອກຈາກຈະໃຫ້ການສົ່ງເສີມຫົວໜ່ວຍທຸລະກິດມັນຕົ້ນໃນລາວແລ້ວ ຍັງຊ່ວຍສ້າງສະພາບແວດລ້ອມທີ່ສະດວກຕໍ່ການດຳເນີນທຸລະກິດ ເພື່ອໃຫ້ຫົວໜ່ວຍທຸລະກິດສາມາດຢູ່ລອດ ແລະ ຂະຫຍາຍຕົວພາຍໃຕ້ສະພາບເສດຖະກິດທີ່ມີການແຂ່ງຂັນ.ພິທີເປີດຕົວສະມາຄົມຢ່າງເປັນທາງການໄດ້ມີຂຶ້ນທີ່ນະຄອນຫຼວງວຽງຈັນວານນີ້, ພາຍໃຕ້ການເຂົ້າຮ່ວມຂອງທ່ານ ປອ ບຸນກວ້າງ ຄຳບຸນເຮຶອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/new-association-promote-cassava-business-laos-104557

ລາວຈຳກັດການສົ່ງອອກເຂົ້າສານ ເນື່ອງຈາກການສະໜອງທີ່ຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດສົ່ງເສີມກະສິກຳໃນລາວຫຼາຍແຫ່ງໄດ້ຈຳກັດປະລິມານການສົ່ງອອກເຂົ້າສານ ເນື່ອງຈາກຄວາມຂາດແຄນດ້ານການສະໜອງພາຍໃນປະເທດ ທ່າມກາງຄວາມຕ້ອງການທີ່ສູງຈາກຕ່າງປະເທດ.ລາຄາເຂົ້າທີ່ເພີ່ມສູງຂຶ້ນ ແລະ ຜົນກະທົບຈາກໄພນ້ຳຖ້ວມໃນປະເທດໃນລະດູຝົນນີ້ ແມ່ນສາເຫດຕົ້ນຕໍທີ່ຊາວກະສິກອນເກັບສຳຮອງເຂົ້າສານໄວ້ເພື່ອບໍລິໂພກເອງ, ຕາມການເປີດເຜີຍຂອງຂະແໜງອຸດສາຫະກຳ ແລະ ການຄ້າ.ໃນໄລຍະຜ່ານມາ ລາວໄດ້ສົ່ງອອກເຂົ້າສານພຽງແຕ່ 1,350 ໂຕນໄປປະເທດຈີນ ໃນຈຳນວນໂກຕາການສົ່ງອອກທັງໝົດ 50,000 ໂຕນຕາມຂໍ້ຕົກລົງລະຫວ່າງລັດຖະບານລາວ ແລະ ບໍລິສັດທັນຍະພືດ, ນ້ຳມັນ ແລະ ສະບຽງອາຫານແຫ່ງຊາດຈີນ (COFCO).ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-limits-rice-exports-due-short-supply-104201

ລັດຖະບານ ແລະ ອົງການຈັດຕັ້ງສາກົນ ກະກຽມໂຄງການກະສິກຳທາງເລືອກສຳລັບລະບົບການຜະລິດເຂດພູດອຍ

ລັດຖະບານລາວ ຮ່ວມກັບອົງການສິ່ງແວດລ້ອມໂລກ ແລະ ອົງການອາຫານ ແລະ ການກະເສດສະຫະປະຊາຊາດ ຈັັດຕັ້ງໂຄງການ “ກະສິກຳທາງເລືອກທີ່ສາມາດປັບຕໍ່ສະພາບອາກາດ ສຳລັບລະບົບການຜະລິດເຂດພູດອຍ ໃນ ສປປ ລາວ.”ຈຸດປະສົງຕົ້ນຕໍຂອງໂຄງການ ແມ່ນເພື່ອເສີມຂະຫຍາຍຄວາມສາມາດໃນການຮອງຮັບ ຂອງຊຸມຊົນເຂດພູດອຍ ທີ່ອ່ອນໄຫວຕໍ່ຜົນຈາກການປ່ຽນແປງຂອງສະພາບອາກາດ ໃນລະບົບການຜະລິດເຂດພູດອຍ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ອຳນາດການປົກຄອງຈະແຈກຢາຍແນວພັນເຂົ້າສຳລັບຊາວກະສິກອນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງກະສິກຳຢືນຢັນວ່າ ມີແນວພັນເຂົ້າ 1,500 ໂຕນພ້ອມທີ່ຈະແຈກຢາຍໃຫ້ແກ່ຊາວນາ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນຫົກແຂວງພາກກາງ ແລະ ພາກໃຕ້ຂອງລາວ.ທ່ານ ກອງສີ ໄຊຍະວົງ ຫົວໜ້າຂະແໜງສົ່ງເສີມການຜະລິດ, ກົມສົ່ງເສີມວິຊາການ ແລະ ປຸງແຕ່ງກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວໃນວັນສຸກແລ້ວນີ້ວ່າ ທາງຂະແໜງໄດ້ກະກຽມແນວພັນເຂົ້າ 1,500 ໂຕນ ສຳລັບການເຮັດນາແຊງໃນເດືອນພະຈິກເຖິງມີນານີ້.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ
http://annx.asianews.network/content/authorities-cultivating-rice-seed-aid-flood-affected-farmers-laos-104199

ອຸດສາຫະກຳການປູກຜັກໃນລາວຜະເຊີນສິ່ງທ້າທາຍຫຼາຍຢ່າງ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງການປູກຜັກຂອງລາວກຳລັງຜະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເຊິ່ງຕ້ອງການຄວາມຊ່ຽວຊານ ແລະ ປະສົບການຂອງຜູ້ມີສ່ວນຮ່ວມ, ຂະແໜງການລັດ ແລະ ເອກະຊົນ ແລະ ຄູ່ຮ່ວມພັດທະນາ ເພື່ອປັບປຸງຍົກລະດັບຄວາມສາມາດດ້ານການຜະລິດ ແລະ ການສ້າງຜົນກຳໄລ.ກອງປະຊຸມຂະແໜງປູກຜັກລະດັບພາກພື້ນ ພາຍໃຕ້ຫົວຂໍ້ “ການສະໜັບສະໜູນການນຳໃຊ້ການແຊກແຊງຂອງທຸລະກິດລາຍຍ່ອຍ ເພື່ອການຜະລິດພືດຜັກແບບຍືນຍົງຕະຫຼອດປີ ” ໄດ້ຈັດຂຶ້ນທີ່ວຽງຈັນວານນນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/vegetable-industry-laos-facing-several-challenges-103966

ນ້ຳຖ້ວມເຮັດໃຫ້ລາຄາເຂົ້າສານ ແລະ ຊີ້ນໝູ ຢູ່ທາງພາກໃຕ້ຂອງລາວ ເພີ່ມສູງຂຶ້ນ 

ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາຊີ້ນໝູ ແລະ ເຂົ້າສານເພີ່ມສູງຂຶ້ນ ຢູ່ແຂວງພາກໃຕ້ທີ່ປະສົບໄພນ້ຳຖ້ວມ ແຕ່ກໍຍັງຢູ່ໃນລະດັບທີ່ສາມາດຊື້ຂາຍໄດ້ ພາຍໃຕ້ການແຊກແຊງຂອງລັດຖະບານ.ລາຄາເຂົ້າສານເພີ່ມຂຶ້ນປະມານ 500 ເຖິງ 1000 ກີບຕໍ່ກິໂລ, ສ່ວນລາຄາຊີ້ນໝູເພີ່ມຂຶ້ນປະມານ 5,000 ກີບຕໍ່ກິໂລ ເນື່ອງຈາກພໍ່ຄ້າຊາວຂາຍປະສົບບັນຫາດ້ານການຂົນສົ່ງສິນຄ້າ, ຕາມການເປີດເຜີຍຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ.ຖະໜົນຫຼາຍສາຍໄດ້ຖືກນ້ຳຖ້ວມ ແລະ ພັງເສຍຫາຍ, ເຮັດໃຫ້ຊາວຄ້າຂາຍ ມີຄວາມຫຍຸ້ງຍາກໃນການເຂົ້າເຖິງລູກຄ້າ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/floods-lead-increase-prices-rice-and-pork-southern-provinces-103889

ວິສາຫະກິດຮ່ວມປະສົມລາວ-ຈີນ ຈະສົ່ງເສີມອຸດສາຫະກຳການກະເສດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດເພື່ອການບໍລິການດ້ານກະສິກຳ (SAS) ແຫ່ງປະເທດລາວໄດ້ລົງນາມໃນຂໍ້ຕົກລົງຮ່ວມກັບບໍລິສັດພັດທະນາກະສິກຳກວາງໂຈວ ຈຳກັດ (GZAD) ຂອງຈີນ ແລະ ບໍລິສັດ UAB Global ຈຳກັດ ຂອງຮ່ອງກົງ ເພື່ອການຮ່ວມມືການລົງທຶນ ດ້ານການພັດທະນາອຸດສາຫະກຳ ແລະ ຕະຫຼາດການກະເສດ.ຂໍ້ຕົກລົງກ່ຽວກັບການສ້າງຕັ້ງວິສາຫະກິດຮ່ວມປະສົມ CSU Agricultural Innovation Co., Ltd. (CSU) ໄດ້ມີການລົງນາມທີ່ວຽງຈັນ ໃນອາທິດແລ້ວນີ້ ໂດຍທ່ານ ວຽງທອງ ພົມມະຫາໄຊ ອຳນວຍການ SAS, ທ່ານ ຈົງ ໝິງ ອຳນວຍການບໍລິສັດ GZAD, ແລະ ທ່ານ ວູ ຮິວ ຊູ ປະທານບໍລິສັດ UAB.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-chinese-joint-venture-boost-agricultural-industry-103707

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

RUBVg
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!