ກະສິກຳ

ນະໂຍບາຍ ແລະ ການຄຸ້ມຄອງດ້ານກະສິກຳ

ການຕໍ່ສູ້ເພື່ອຫຼຸດຜ່ອນຄວາມທຸກຍາກດ້ວຍການປົກປ້ອງພູມລຳເນົາ

ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທະນາຄານໂລກ ໄດ້ເປີດຕົວໂຄງການ 57 ລ້ານໂດລາສະຫະລັດ ທີ່ຈະສ້າງວຽກເຮັດງານທໍາ ແລະລາຍຮັບຢູ່ໃນເຂດຊົນນະບົດ ໂດຍການສົ່ງເສີມການລົງທຶນໃນການຄຸ້ມຄອງປ່າໄມ້ ແລະ ຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະສັງຄົມ, ແລະໃນການປົກປັກຮັກສາ ທຶນທຳມະຊາດໃນປະເທດ. ໂຄງການດັ່ງກ່າວ ເລີ່ມຕົ້ນໃນເວລາທີ່ປະເທດລາວກໍາລັງປະເຊີນກັບພາລະດ້ານເສດຖະກິດ ເພີ່ມຈາກການແຜ່ລະບາດຂອງພະຍາດໂຄວິດ -19, ໂດຍການຂະຫຍາຍຕົວຂອງ GDP ຊ້າລົງ ແລະ ຄວາມທຸກຍາກເພີ່ມຂຶ້ນປະມານ 1.4-3.1 ເປີເຊັນໃນປີ 2020.ອ່ານຕໍ່ທີ່ນີ້ ...

ຂ່າວສານປະເທດລາວ

ລັດຖະບານຈະສຸມໃສ່ການພັດທະນາກະສິກຳອິນຊີທັນສະໄໝ

(ຂປລ) ກະຊວງກະສິກຳ ແລະ ປ່າໄມ້ ຈະເນັ້ນໃສ່ການພັດທະນາຂະແໜງການກະເສດໃຫ້ທັນສະໄໝ ແລະ ສຸມໃສ່ການຜະລິດສິນຄ້າທີ່ສົດ, ສະອາດ, ປອດສານເຄມີ ເຂົ້າສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ກ່າວ.ກະຊວງຈະເອົາໃຈໃສ່ສະໜັບສະໜູນບັນດາຄົວເຮືອນ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນຂົງເຂດການຄົ້ນຄວ້າກະສິກຳ ແລະ ປ່າໄມ້, ແລະ ສົ່ງເສີມການຜະລິດແບບຄອບຄົວ, ທ່ານລັດຖະມົນຕີ ຫຼຽນ ທິແກ້ວ ກ່າວໃນກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດ ໃນວັນທີ 13 ພະຈິກ 2019.ອ່ານຕໍ່ ...

ໂຕະຂ່າວ ຂປລ

ຊາວກະສິກອນ, ເຈົ້າໜ້າທີ່ ຫາລືຊ່ອງທາງໃນການຂະຫຍາຍຕະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນຈາກນະຄອນຫຼວງວຽງຈັນ ແລະ ພື້ນທີ່ພາກກາງ ໄດ້ຮ່ວມປະຊຸມໃນວັນຈັນຜ່ານມານີ້ ກັບເຈົ້າໜ້າທີ່ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ເພື່ອຫາລືຂໍ້ບັນຫາທີ່ເຂົາເຈົ້າປະສົບໃນຕົວຈິງ.“ພວກເຮົາຕ້ງການໃຫ້ຜູ້ຜະລິດ ແລະ ຜູ້ຊື້ຫາລືກ່ຽວກັບຄວາມຕ້ອງການຂອງຕົນ. ຖ້າພວກເຂົາບໍ່ສື່ສານກັນ, ຊາວກະສິກອນຈະປູກແຕ່ສິ່ງທີ່ເຂົາເຈົ້າຄິດວ່າເປັນທີ່ຕ້ອງການຂອງຕະຫຼາດ ເຊິ່ງຫຼາຍກໍລະນີກໍເກີນຄວາມຕ້ອງການ ຫຼື ບໍ່ພຽງພໍຕໍ່ຄວາມຕ້ອງການໃນຕົວຈິງ,” ເຈົ້າໜ້າທີ່ກ່ຽວຂ້ອງກ່າວໃນກອງປະຊຸມ ທີ່ສູນຄົ້ນຄວ້າກະສິກຳ ຫາດດອກແກ້ວ ເມືອງຫາດຊາຍຟອງ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ທິດຊີ້ນຳໃໝ່ກ່ຽວກັບການນຳເຂົ້າ / ສົ່ງອອກສິນຄ້າກະສິກຳໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຈັດລາຍການປະເພດສິນຄ້າ ແລະ ປະລິມານສິນຄ້າກະເສດ ແລະ ພືດທີ່ສາມາດນຳເຂົ້າ ແລະ ສົ່ງອອກຜ່ານດ່ານພາສີຊາຍແດນຂອງລາວ.ພາຍໃຕ້ແນວທາງໃໝ່ດັ່ງກ່າວ ແຕ່ລະຄົວເຮືອນຄວນມີເຄື່ອງມື ແລະ ເຄື່ອງຈັກການກະເສດ ເຊັ່ນ ລົດໄຖ. ແຕ່ລະຄົວເຮືອນຄວນມີລົດໄຖຢ່າງໜ້ອຍໜຶ່ງຄັນ, ມີຈັກໂປມນ້ຳ ໜຶ່ງເຄື່ອງ ແລະ ຈັກບົດອາຫານໜຶ່ງເຄື່ອງ. ນອກນີ້ຍັງຕ້ອງມີຈັກນວດເຂົ້າ ແລະ ຈັກສີເຂົ້າໜຶ່ງເຄື່ອງຕໍ່ໜຶ່ງຄົວເຮືອນ, ຕາມທິດຊີ້ນຳໃໝ່ຂອງກະຊວງການເງິນ.ຄົນໜຶ່ງຄົນສາມາດນຳເຂົ້າ ແລະ ສົ່ງອອກສິນຄ້າກະເສດ ແລະ ພືດຕໍ່ວັນດັ່ງນີ້: ສາລີຫວານ 10 ກິໂລ, ແກ່ນພືດ 200 ກຼາມ, ແກ່ນໝາກຖົ່ວ 5 ກິໂລ, ສະປໍເຫັດ 10 ຂວດ, ເຫັດສົດ 5 ກິໂລ, ປຸ໋ຍເຄມີ ສອງເປົາ, ...

ໂຕະຂ່າວ

ລາວມີເປົ້າໝາຍຂຶ້ນທະບຽນທຸລະກິດປຸ໋ຍເຄມີ, ຊີວະພາບ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງ ພວມດຳເນີນການຂຶ້ນທະບຽນບໍລິສັດປຸ໋ຍເຄມີ ແລະ ຊີວະພາບ ເພື່ອຄວບຄຸມຄຸນນະພາບຂອງຜະລິດຕະພັນ ແລະ ຫຼຸດຜ່ອນຜົນເສຍຕໍ່ຄົນ ແລະ ສິ່ງແວດລ້ອມ.ປະຈຸບັນ ມີບໍລິສັດປຸ໋ຍເຄມີ ແລະ ຊີວະພາບ ສາມບໍລິສັດ ທີ່ຂຶ້ນທະບຽນຕາມກົດໝາຍ ຄື: ບໍລິສັດປຸ໋ຍ ສະຫວັນນະເຂດ ຈຳກັດ. ບໍລິສັດ ມາລິນີ ກະສິກຳ ຈຳກັດ, ແລະ ບໍລິສັດ ລາວໄກຢວນ ບໍ່ແຮ່ ຈຳກັດ, ຕາມເວັບໄຊຂອງກະຊວງອຸດສາຫະກຳ ແລະ ການຄ້າ. ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-targets-chemical-biological-fertiliser-registration-106476

ຊ່ຽວຊານກະສິກຳສຳຫຼວດກວດການະໂຍບາຍການພັດທະນາ

ກອງປະຊຸມກຸ່ມເຮັດວຽກໃນຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຈັດຂຶ້ນທີ່ກະຊວງກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃນວັນອັງຄານນີ້ ເພື່ອຫາລືບັນຫາໃນຂະແໜງກະສິກຳ.ກອງປະຊຸມໄດ້ກວດກາປະເມີນຜົນການຈັດຕັ້ງປະຕິບັດວຽກງານໃນຂະແໜງການທີ່ກ່ຽວຂ້ອງພາຍໃຕ້ກຸ່ນເຮັດວຽກ ກໍຄືບັນຫາານກະເສດຕ່າງໆເຊັ່ນ ການລະບາດຂອງບົ້ງຝູງ ແລະ ພະຍາດອະຫິວາໝູອາຟຣິກາໃນລາວ, ເຊິ່ງສົ່ງຜົນກະທົບຕໍ່ການປູກສາລີ ແລະ ການລ້ຽງໝູ.ອ່ານຕໍ່ ...

ວິສິດ ເທບພະລັດ

ສຳນັກຂ່າວ RFA ພົບສວນກ້ວຍຈີນໃໝ່ໃກ້ນະຄອນຫຼວງຂອງລາວເຊິ່ງລະເມີດຕໍ່ຄຳສັ່ງຫ້າມ

ໃນພື້ນທີ່ທີ່ຫາກໍ່ຖາກຖາງໃໝ່, ກຳມະກອນໄດ້ກະກຽມແນວພັນເພື່ອປູກສວນກ້ວຍຈີນແຫ່ງໃໝ່ຢູ່ໃກ້ກັບນະຄອນຫຼວງວຽງຈັນ ເຊິ່ງເປັນການລະເມີດຄຳສັ່ງຂອງລັດຖະບານທີ່ຫ້າມດຳເນີນໂຄງການດັ່ງກ່າວ.ໜ່ວຍຂ່າວວິທະຍຸເສຣິອາຊີ ພົບພື້ນທີ່ 30 ເຮັກຕາ ຢູ່ເມືອງນາຊາຍທອງ ຊານນະຄອນຫຼວງວຽງຈັນ ຫ່າງຈາກທາງຫຼວງປະມານ 5 ກິໂລແມັດ (3​ ໄມ). ມີກຳມະກອງສິບສອງຄົນ ອາໄສຢູ່ຕາມຖຽງນາ ບໍ່ມີສຸຂາພິບານ ມີແຕ່ໜອງນ້ຳເປື້ອນເພື່ອໃຊ້ໃນລະຫວ່າງວັນ ຢູ່ພາຍໃຕ້ການກວດກາຂອງຫົວໜ້າຄົນຈີນສອງຄົນ.ອ່ານຕໍ່ ...

ໜ່ວຍຂ່າວ RFA
https://www.rfa.org/english/news/laos/china-banana-07032019140543.html

ກະຊວງກວດສອບສວນກ້ວຍເພື່ອຮັບປະກັນການຜະລິດກະສິກຳແບບຍືນຍົງ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ກຳລັງດຳເນີນການກວດສອບສວນກ້ວຍທົ່ວປະເທດ ແລະ ຊີ້ນຳເຈົ້າຂອງກິດຈະການໃຫ້ດຳເນີນການຜະລິດຕາມວິທີການຜະລິດກະສິກຳແບບຍືນຍົງ.ຈຳນວນນັກລົງທຶນ ແລະ ສວນກ້ວຍໃນທົ່ວປະເທດ ໄດ້ຫຼຸດປະລິມານລົງ ພາຍຫຼັງລັດຖະບານສັ່ງຫ້າມການອະນຸມັດທີ່ດິນຕອນໃໝ່ສຳລັບປູກກ້ວຍ ແລະ ສັ່ງປິດກິດຈະການທຸລະກິດທີ່ລະເມີດລະບຽບກົດໝາຍ, ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕອບຄຳຖາມໃນລະຫວ່າງກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-ministry-inspecting-banana-plantations-ensure-sustainable-agricultural-practices-98386

ລາວພັດທະນາແອັບມືຖືສຳລັບການຄຸ້ມຄອງການລ້ຽງສັດ

ວຽງຈັນ (ວຽງຈັນທາມສ໌/ANN) – ກົມລ້ຽງສັດ ແລະ ການປະມົງ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຊັນສັນຍາກັບບໍລິສັດ TE-FOOD International ຂອງເຢຍລະມັນ ໃນການພັດທະນາແອັບພິເຄເຊິນສຳລັບໂທລະສັບມືຖື ເຊິ່ງຈະເຮັດໃຫ້ການຄຸ້ມຄອງຟາມລ້ຽງສັດ ມີປະສິດທິຜົນ ແລະ ປະສິດທິພາບຍິ່ງຂຶ້ນ.ເວັບໄຊຂອງບໍລິສັດ TE-FOOD International ອະທິບາຍກ່ຽວກັບອົງກອນວ່າເປັນ “ລະບົບນິເວດທີ່ສາມາດຕິດຕາມອາຫານສົດຈາກຟາມເຖິງໜ້າໂຕະຜ່ານ blockchain, ເຊິ່ງຄອບຄຸມກິດຈະກຳການຂົນສົ່ງ ແລະ ກິດຈະກຳດ້ານຄຸນນະພາບຂອງອາຫານ ແລະ ການຄຸ້ມຄອງຂໍ້ມູນຂອງຕ່ອງໂສ້ສະບຽງອາຫານ”.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ລັດຖະບານລາວຢຸດໃຫ້ສຳປະທານສວນກ້ວຍແຫ່ງໃໝ່

ລັດຖະບານລາວໄດ້ສັ່ງຢຸດການອະນຸມັດການສຳປະທານສວນກ້ວຍແຫ່ງໃໝ່ ແລະ ຈະລົງໂທດເຈົ້າໜ້າທີ່ທີ່ລະເມີດຄຳສັ່ງດັ່ງກ່າວ, ທັງນີ້ກໍ່ເນື່ອງມາຈາກບັນຫາຄວາມຂັດແຍ່ງກ່ຽວກັບການໃຊ້ສານເຄມີປາບສັດຕູພືດເກີນຂະໜາດ ເຊິ່ງຊາວບ້ານເຫັນວ່າເຮັດໃຫ້ເກີດມົນລະພິດ ແລະ ທຳລາຍສະພາບແວດລ້ອມການເປັນຢູ່.ຄວາມກັງວົນກ່ຽວກັບສານເຄມີຈາກສວນກ້ວຍຂອງຈີນທີ່ໄຫຼລົງສູ່ແມ່ນ້ຳເຮັດໃຫ້ເກີດມົນລະພິດໃນເດືອນມັງກອນປີ 2017 ເຮັດໃຫ້ລັດຖະບານຕ້ອງອອກຄຳສັ່ງຫ້າມອະນຸມັດການສຳປະທານສວນກ້ວຍແຫ່ງໃໝ່, ເຖິງຢ່າງໃດກໍຕາມ ສວນກ້ວຍຫຼາຍແຫ່ງ ຍັງຄົງສືບຕໍ່ດຳເນີນການ ພາຍໃຕ້ສັນຍາສຳປະທານທີ່ຍັງໃຊ້ໄດ້ອີກຫຼາຍປີ.ອ່ານຕໍ່ ...

ຊິດນີ ໂຄດປັນຍາ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

UXB5T
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!