ຊາວກະສິກອນ, ເຈົ້າໜ້າທີ່ ຫາລືຊ່ອງທາງໃນການຂະຫຍາຍຕະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນຈາກນະຄອນຫຼວງວຽງຈັນ ແລະ ພື້ນທີ່ພາກກາງ ໄດ້ຮ່ວມປະຊຸມໃນວັນຈັນຜ່ານມານີ້ ກັບເຈົ້າໜ້າທີ່ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ເພື່ອຫາລືຂໍ້ບັນຫາທີ່ເຂົາເຈົ້າປະສົບໃນຕົວຈິງ.

“ພວກເຮົາຕ້ງການໃຫ້ຜູ້ຜະລິດ ແລະ ຜູ້ຊື້ຫາລືກ່ຽວກັບຄວາມຕ້ອງການຂອງຕົນ. ຖ້າພວກເຂົາບໍ່ສື່ສານກັນ, ຊາວກະສິກອນຈະປູກແຕ່ສິ່ງທີ່ເຂົາເຈົ້າຄິດວ່າເປັນທີ່ຕ້ອງການຂອງຕະຫຼາດ ເຊິ່ງຫຼາຍກໍລະນີກໍເກີນຄວາມຕ້ອງການ ຫຼື ບໍ່ພຽງພໍຕໍ່ຄວາມຕ້ອງການໃນຕົວຈິງ,” ເຈົ້າໜ້າທີ່ກ່ຽວຂ້ອງກ່າວໃນກອງປະຊຸມ ທີ່ສູນຄົ້ນຄວ້າກະສິກຳ ຫາດດອກແກ້ວ ເມືອງຫາດຊາຍຟອງ.

ອ່ານຕໍ່…

ສຸກສະໄໝ ບູລົມ