ລັດຖະບານລາວຢຸດໃຫ້ສຳປະທານສວນກ້ວຍແຫ່ງໃໝ່

ລັດຖະບານລາວໄດ້ສັ່ງຢຸດການອະນຸມັດການສຳປະທານສວນກ້ວຍແຫ່ງໃໝ່ ແລະ ຈະລົງໂທດເຈົ້າໜ້າທີ່ທີ່ລະເມີດຄຳສັ່ງດັ່ງກ່າວ, ທັງນີ້ກໍ່ເນື່ອງມາຈາກບັນຫາຄວາມຂັດແຍ່ງກ່ຽວກັບການໃຊ້ສານເຄມີປາບສັດຕູພືດເກີນຂະໜາດ ເຊິ່ງຊາວບ້ານເຫັນວ່າເຮັດໃຫ້ເກີດມົນລະພິດ ແລະ ທຳລາຍສະພາບແວດລ້ອມການເປັນຢູ່.

ຄວາມກັງວົນກ່ຽວກັບສານເຄມີຈາກສວນກ້ວຍຂອງຈີນທີ່ໄຫຼລົງສູ່ແມ່ນ້ຳເຮັດໃຫ້ເກີດມົນລະພິດໃນເດືອນມັງກອນປີ 2017 ເຮັດໃຫ້ລັດຖະບານຕ້ອງອອກຄຳສັ່ງຫ້າມອະນຸມັດການສຳປະທານສວນກ້ວຍແຫ່ງໃໝ່, ເຖິງຢ່າງໃດກໍຕາມ ສວນກ້ວຍຫຼາຍແຫ່ງ ຍັງຄົງສືບຕໍ່ດຳເນີນການ ພາຍໃຕ້ສັນຍາສຳປະທານທີ່ຍັງໃຊ້ໄດ້ອີກຫຼາຍປີ.

ອ່ານຕໍ່…

ຊິດນີ ໂຄດປັນຍາ