ກະຊວງກວດສອບສວນກ້ວຍເພື່ອຮັບປະກັນການຜະລິດກະສິກຳແບບຍືນຍົງ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ກຳລັງດຳເນີນການກວດສອບສວນກ້ວຍທົ່ວປະເທດ ແລະ ຊີ້ນຳເຈົ້າຂອງກິດຈະການໃຫ້ດຳເນີນການຜະລິດຕາມວິທີການຜະລິດກະສິກຳແບບຍືນຍົງ.

ຈຳນວນນັກລົງທຶນ ແລະ ສວນກ້ວຍໃນທົ່ວປະເທດ ໄດ້ຫຼຸດປະລິມານລົງ ພາຍຫຼັງລັດຖະບານສັ່ງຫ້າມການອະນຸມັດທີ່ດິນຕອນໃໝ່ສຳລັບປູກກ້ວຍ ແລະ ສັ່ງປິດກິດຈະການທຸລະກິດທີ່ລະເມີດລະບຽບກົດໝາຍ, ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕອບຄຳຖາມໃນລະຫວ່າງກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/lao-ministry-inspecting-banana-plantations-ensure-sustainable-agricultural-practices-98386