ກະສິກຳ

Agricultural management systems and technologies

ກະຊວງຄວບຄຸມຄຸນນະພາບຢາປາບສັດຕູພືດ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກລະບຽບການໃໝ່ ເພື່ອໃຫ້ອຳນາດການປົກຄອງ ສາມາດກວດກາຄຸນນະພາບ ແລະ ຄວາມປອດໄພຂອງຢາປາບສັດຕູພືດ ກ່ອນການນຳໃຊ້ໃນການປູກຝັງໃນປະເທດ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງນາມຮັບຮອງເອົາຂໍ້ຕົກລົງຂອງລັດຖະມົນຕີ ສະບັບວັນທີ 17 ກັນຍາ ເຊິ່ງຮຽກຮ້ອງໃຫ້ຜູ້ຜະລິດ ແລະ ຜູ້ນຳເຂົ້າຢາປາບສັດຕູພືດ ທຳການລົງທະບຽນສິນຄ້າຂອງຕົນຜ່ານອຳນາດການປົກຄອງ ເພື່ອທຳການກວດກາຕາມລະບຽບການ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຊ່ຽວຊານລາວ, ເກົາຫຼີ ຮັບຮອງອ່າງເກັບນ້ຳຊົນລະປະທານນະຄອນຫຼວງວຽງຈັນກ່ອນໜ້າພິທີມອບຮັບ

ເຈົ້າໜ້າທີ່ວິຊາການ ຈາກກະຊວງກະສິກຳ ແລະ ປ່າໄມ້ຂອງລາວ ແລະ ກະຊວງກະສິກຳ, ອາຫານ ແລະ ຊົນນະບົດ ຂອງສາທາລະນະລັດເກົາຫຼີ ໄດ້ສຳເລັດການກວດສອບຄຸນນະພາບຂອງອ່າງເກັບນ້ຳຊົນລະປະທານ ຢູ່ເມືອງສັງທອງ ແຂວງວຽງຈັນ ໃນວັນພຸດຜ່ານມານີ້.ການຮັບຮອງອ່າງເກັບນ້ຳດັ່ງກ່າວ ເຊິ່ງຕັ້ງຢູ່ບ້ານນາຈະເລີນ ແມ່ນຂັ້ນຕອນສຸດທ້າຍຂອງໂຄງການກໍ່ສ້າງໄລຍະສາມປີ (2016-2019) ເຊິ່ງຈະມີພິທີມອບຮັບ ແລະ ເປີດຕົວຢ່າງເປັນທາງການໃນເດືອນໜ້ານີ້. ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ລະບົບຊົນລະປະທານຈະສະໜອງນ້ຳສຳລັບພື້ນທີ່ປູກຝັງ 1,500 ເຮັກຕາ

ວຽງຈັນ (ວຽງຈັນທາມສ໌/ANN) – ແຜນຊົນລະປະທານທີ່ຫາກໍ່ສຳເລັດ ຄາດວ່າຈະສ້າງຜົນປະໂຫຍດໃຫ້ແກ່ຊາວກະສິກອນກວ່າ 60,000 ຄົນ ດ້ວຍການສະໜອງນ້ຳສູ່ພື້ນທີ່ກະສິກຳ  1,542 ເຮັກຕາ.ໂຄງການດັ່ງກ່າວໄດ້ມີການມອບຮັບຢ່າງເປັນທາງການໃນມື້ວານນີ້ ຈາກຜູ້ຮັບເໝົາໃຫ້ແກ່ອຳນາດການປົກຄອງວຽງຈັນ ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ.ແຜນຊົນລະປະທານດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການຄຸ້ມຄອງຄວາມສ່ຽງ ແລະ ຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ ພາຍໃຕ້ການສະໜັບສະໜູນຂອງທະນາຄານພັດທະນາອາຊີ  (ADB) ແລະ ລັດຖະບານລາວ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/irrigation-system-provide-water-1500-hectares-crops-101522

ຊາວສວນສາລີແຂວງໄຊຍະບູລີປະສົບກັບການຂາດທຶນມະຫາສານ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງໄຊຍະບູລີ ຄາດວ່າຈະຂາດທຶນເຖິງ 30% ໃນການສະໜອງສາລີຫວານສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດໃນປີນີ້ ເນື່ອງຈາກການໂຈມຕີຂອງບົ້ງຝູງສາລີ.ການລະບາດຂອງສັດຕູພືດດັ່ງກ່າວໃນປະຈຸບັນ (Spodoptera frugiperda) ໃນທົ່ວແຂວງໄດ້ສ້າງບັນຫາອັນໃຫຍ່ຫຼວງໃຫ້ແກ່ຊາວກະສິກອນ ແລະ ອຳນາດການປົກຄອງ ໃນການຄວບຄຸມການລະບາດ.ທ່ານ ສົມຫວັງ ແກ້ວວິໄລສັກ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ກ່າວວ່າ 30 ເປີເຊັນຂອງພື້ນທີ່ໄຮ່ສາລີທັງໝົດ 35,000 ເຮັກຕາ ໄດ້ຮັບຄວາມເສຍຫາຍຈາກການລະບາດຂອງບົ້ງສາລີດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/sweetcorn-farmers-suffer-huge-losses-xayaboury-100823

ລາວມີແຜນສ້າງກະດານຂ່າວສະພາບອາກາດສຳລັບຊາວກະສິກອນ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນທົ່ວປະເທດຈະໄດ້ຮັບຂໍ້ມູນການພະຍາກອນສະພາບອາກາດຕາມລະດູການ ເຊິ່ງເຜີຍແຜ່ໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ແກ່ຫ້ອງການເມືອງ ແລະ ແຂວງ.ກະດານຂ່າວສະພາບອາກາດ ເຊິ່ງຈະສ້າງໂດຍພະແນກກາລະວິທະຍາ ແລະ ກະເສດອຸຕຸນິຍົມວິທະຍາ ພາຍໃຕ້ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ຈະສະໜອງຂໍ້ມູນຂ່າວສານກ່ຽວກັບສະພາບຝົນຕົກໃຫ້ແກ່ຊາວກະສິກອນເປັນຫຼັກ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຍີ່ປຸ່ນອະນຸມັດການຊ່ວຍເຫຼືອສຳລັບໂຄງການຊົນລະປະທານທ່າງ່ອນຂອງລາວ

ລັດຖະບານຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອລັດຖະບານລາວ ໃນການປັບປຸງໂຄງການຊົນລະປະທານເພື່ອການກະສິກຳທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ. ພິທີວາງສິລາເລີກໂຄງການໄດ້ມີຂຶ້ນໃນວັນພະຫັດທີ່ຜ່ານມາ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອະໄພລັດ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ທາເຄຊີ ຮິຄີຮາຣະ ເອກອັກຄະລາດຊະທູດຍີ່ປຸ່ນປະຈຳລາວ, ແລະ ທ່ານ ໂຢຊີຮາຣຸ ໂຢເນຢາມະ, ພ້ອມດ້ວຍຕາງໜ້າລັດຖະບານ ແລະ ຜູ້ມີສ່ວນຮ່ວມໃນໂຄງການ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ສູນຄົ້ນຄວ້າລາວຊ່ວຍເຫຼືອຊາວກະສິກອນໃນການຜະເຊີນກັບການປ່ຽນແປງຂອງສະພາບອາກາດ

ວຽງຈັນ (ວຽງຈັນທາມສ໌/ANN) – ສູນຄົ້ນຄວ້າການປູກຝັງຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ກຳລັງນຳໃຊ້ເຕັກນິກໃໝ່ໃນການຜະລິດແນວພັນພືດຜັກຄຸນນະພາບ ເພື່ອຊ່ວຍໃຫ້ຊາວກະສິກອນສາມາດຜະເຊີນກັບການປ່ຽນແປງຂອງສະພາບອາກາດ.ທ່ານ ບຸນເນືອງ ດວງບຸບຜາ ອຳນວຍການສູນ ກ່າວວ່າທາງສູນໄດ້ທຳການຄົ້ນຄວ້າວິທີການໃໝ່ໆ ເພື່ອໃຫ້ຊາວກະສິກອນສວນຜັກສາມາດເພີ່ມພູນຜົນຜະລິດ ທັງໃນລະດູຝົນ ແລະ ລະດູແລ້ງ.ອ່ານຕໍ່ ...

ອຸ່ນ

ຊ່ຽວຊານລັດຖະບານຫາລືກ່ຽວກັບການປັບປຸງການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ

ຄວາມຫຍຸ້ງຍາກໃນການເຂົ້າເຖິງຂໍ້ມູນຂ່າວສານຂອງຊາວບ້ານ ແລະ ການຂາດການປະສານງານລະຫວ່າງລັດຖະບານແຕ່ລະລະດັບ ແລະ ອົງກອນຕ່າງໆ ແມ່ນສາເຫດຕົ້ນຕໍຂອງການສືບຕໍ່ນຳໃຊ້ຢາປາບສັດຕູພືດແບບບໍ່ຖືກຕ້ອງ, ຕາມຄຳເຫັນຂອງການນຳ.ທ່ານ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຄຳເຫັນໃນກອງປະຊຸມວິຊາການ ທີ່ວຽງຈັນ ຫວ່າງໝໍ່ໆມານີ້ ກ່ຽວກັບດຳລັດຂອງນາຍົກລັດຖະມົນຕີສະບັບໃໝ່ ວ່າດ້ວຍການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຊ່ຽວຊານປະເມີນຄວາມຄືບໜ້າກ່ຽວກັບສັດຕູພືດ ແລະ ການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ

 ຊ່ຽວຊານຈາກກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາຄູ່ຮ່ວມພັດທະນາໄດ້ປະຊຸມກັນທີ່ວຽງຈັນໃນວັນສຸກແລ້ວນີ້ ເພື່ອທົບທວນໂຄງການກ່ຽວກັບສັດຕູພືດ ແລະ ການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງກະສິກຳຂົນຂວາຍຫາແຫຼ່ງທຶນໃນການສ້ອມແປງລະບົບຊົນລະປະທານທີ່ຖືກເສຍຫາຍ

ກະຊວງກະສິກຳ ແລະ ປ່າໄມ້ຈະເລັ່ງຮ່ວມມືກັບເຈົ້າໜ້າທີ່ຂັ້ນແຂວງ ເພື່ອຂົນຂວາຍຫາທຶນຮອນໃນການສ້ອມແປງລະບົບຊົນລະປະທານທີ່ຖືກເສຍຫາຍຈາກໄພນ້ຳຖ້ວມ ແລະ ຊ່ວຍເຫຼືອຊາວກະສິກອນໃນການປູກພືດລະດູແລ້ງ. ຜ່ານມາມີໂຄງການຊົນລະປະທານກວ່າ 600 ໂຄງການໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢ່າງໜັກ ອັນເປັນຜົນມາຈາກ ພະຍຸລະດູຮ້ອນ ສົນຕິນ ແລະ ເບບິນກາໃນເດືອນແລ້ວນີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

3skEf
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!