ລະບົບຊົນລະປະທານຈະສະໜອງນ້ຳສຳລັບພື້ນທີ່ປູກຝັງ 1,500 ເຮັກຕາ

ວຽງຈັນ (ວຽງຈັນທາມສ໌/ANN) – ແຜນຊົນລະປະທານທີ່ຫາກໍ່ສຳເລັດ ຄາດວ່າຈະສ້າງຜົນປະໂຫຍດໃຫ້ແກ່ຊາວກະສິກອນກວ່າ 60,000 ຄົນ ດ້ວຍການສະໜອງນ້ຳສູ່ພື້ນທີ່ກະສິກຳ  1,542 ເຮັກຕາ.

ໂຄງການດັ່ງກ່າວໄດ້ມີການມອບຮັບຢ່າງເປັນທາງການໃນມື້ວານນີ້ ຈາກຜູ້ຮັບເໝົາໃຫ້ແກ່ອຳນາດການປົກຄອງວຽງຈັນ ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ.

ແຜນຊົນລະປະທານດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການຄຸ້ມຄອງຄວາມສ່ຽງ ແລະ ຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ ພາຍໃຕ້ການສະໜັບສະໜູນຂອງທະນາຄານພັດທະນາອາຊີ  (ADB) ແລະ ລັດຖະບານລາວ.

ອ່ານຕໍ່…

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/irrigation-system-provide-water-1500-hectares-crops-101522