ຍີ່ປຸ່ນອະນຸມັດການຊ່ວຍເຫຼືອສຳລັບໂຄງການຊົນລະປະທານທ່າງ່ອນຂອງລາວ

ລັດຖະບານຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອລັດຖະບານລາວ ໃນການປັບປຸງໂຄງການຊົນລະປະທານເພື່ອການກະສິກຳທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ. 

ພິທີວາງສິລາເລີກໂຄງການໄດ້ມີຂຶ້ນໃນວັນພະຫັດທີ່ຜ່ານມາ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອະໄພລັດ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ທາເຄຊີ ຮິຄີຮາຣະ ເອກອັກຄະລາດຊະທູດຍີ່ປຸ່ນປະຈຳລາວ, ແລະ ທ່ານ ໂຢຊີຮາຣຸ ໂຢເນຢາມະ, ພ້ອມດ້ວຍຕາງໜ້າລັດຖະບານ ແລະ ຜູ້ມີສ່ວນຮ່ວມໃນໂຄງການ.

ອ່ານຕໍ່… 

ບັນນາທິການວຽງຈັນທາມສ໌