ກະສິກຳ

ສິນຄ້າກະສິກຳ, ການປຸງແຕ່ງ ແລະ ຜະລິດຕະພັນ

ລາວສົ່ງເສີມຜະລິດຕະພັນກາເຟລາວໃນຕະຫຼາດທ້ອງຖິ່ນ ແລະ ສາກົນ

ລັດຖະບານໄດ້ມີການສົ່ງເສີມການຜະລິດກາເຟໃນ 11 ແຂວງທົ່ວປະເທດ ເພື່ອສະໜອງຜະລິດຕະພັນທີ່ມີຄຸນນະພາບສູງເຂົ້າສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດ. ປະເດັນດັ່ງກ່າວໄດ້ຍົກຂຶ້ນຫາລືໃນກອງປະຊຸມທີ່ວຽງຈັນໃນວັນສຸກທີ່ຜ່ານມາ ເພື່ອທົບທວນການຂະຫຍາຍແຜນການຜະລິດກາເຟສຳລັບປີ 2015-2018 ແລະ ແຜນການໃນຕໍ່ໜ້າ.ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຂອງທ່ານ (ປອ) ພວງ ປະຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ການເຂົ້າຮ່ວມຂອງພະນັກງານ ແລະ ຜູ້ປະກອບການທີ່ກ່ຽວຂ້ອງໃນຂະແໜງການຜະລິດກາເຟ.ອ່ານຕໍ່ ...

ໜ່ວຍຂ່າວວຽງຈັນທາມສ໌

ການແຜ່ລະບາດຂອງເຊື້ອໄວຣັສ໌ໃນປະເທດເພື່ອນບ້ານເຮັດໃຫ້ການບໍລິໂພກຊິ້ນໝູໃນປະເທດຫຼຸດລົງ

ວຽງຈັນ (ວຽງຈັນທາມສ໌/ANN) – ການແຜ່ລະບາດຂອງເຊື້ອໄວຣັສ໌ອະຫິວາໝູອາຟຣິກາໃນປະເທດເພື່ອນບ້ານ ໄດ້ສ້າງຄວາມກັງວົນຕໍ່ຜູ້ບໍລິໂພກໃນລາວ, ເຮັດໃຫ້ການບໍລິໂພກຊິ້ນໝູໃນປະເທດຫຼຸດລົງຢ່າງທັນຕາ.ຜູ້ບໍລິໂພກມີຄວາມກັງວົນທີ່ເພີ່ມຂຶ້ນ ພາຍຫຼັງທີ່ເຈົ້າໜ້າທີ່ລາວໄດ້ກວດພົບເຊື້ອໄວຣັສ໌ໃນຊີ້ນ, ເຄື່ອງໃນ ແລະ ກະດູກໝູນຳເຂົ້າ. ລັດຖະບານໄດ້ອກແຈ້ງການງົດການນຳເຂົ້າໝູ ແລະ ຜະລິດຕະພັນໝູຈາກຈີນ ແລະ ຫວຽດນາມ, ແຕ່ວ່າຜູ້ບໍລິໂພກຫຼາຍຄົນກໍໄດ້ຕັດສິນໃຈງົດກິນຊິ້ນໝູ ຈົນກວ່າຈະມີການຄວບຄຸມການແຜ່ລະບາດຂອງພະຍາດໃນປະເທດເພື່ອນບ້ານ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ກຸ່ມຊາວຈິນຕົກລົງດຳເນີນບົດວິເຄາະຄວາມເປັນໄປໄດ້ກ່ຽວກັບການຈັດຊື້ໝາກໄມ້ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຜູ້ຊື້ຈາກແຂວງສີສວນ ປະເທດຈີນຄາດວ່າຈະນຳເຂົ້າໝາກໄມ້ຈາກລາວເຖິງ 50 ໂຕນຕໍ່ປີ, ເຊິ່ງລວມມີ ໝາກກ້ວຍ, ໝາກນັດ, ແລະ ໜາກນ໋ອດ.ທຸລະກິດລາວ ແລະ ຈີນ ໄດ້ຕົກລົງສືບຕໍ່ການຮ່ວມມີໃນການເຮັດບົດວິເຄາະຄວາມເປັນໄປໄດ້ກ່ຽວກັບການສົ່ງອອກຜະລິດຕະພັນກະສິກຳໄປປະເທດຈີນ, ເຊິ່ງຊ່ວຍສົ່ງເສີມໃຫ້ຊາວກະສິກອນລາວສາມາດຈຳໜ່າຍສິນຄ້າກະເສດສີຂຽວ ແລະ ສະອາດ.ອ່ານຕໍ່ ...

ໂຕະຂ່າວ

ສາລະວັນຍຶດເຄື່ອງໃນໝູຜິດກົດໝາຍທີ່ນຳເຂົ້າຈາກຫວຽດນາມ

ສາລະວັນ, ລາວ (ວຽງຈັນທາມສ໌/ANN) – ໃນວັນພຸດຜ່ານມານີ້ ເຈົ້າໜ້າທີ່ແຂວງສາລະວັນໄດ້ຍຶດເຄື່ອງໃນໝູຈຳນວນປະມານ 350 ກິໂລ ທີ່ນຳເຂົ້າຜິດກົດໝາຍມາຈາກປະເທດຫວຽດນາມ.ຂອງກາງດັ່ງກ່າວແມ່ນຍຶດໄດ້ທີ່ດ່ານສາກົນລາໄລ ເຊິ່ງຕັ້ງຢູ່ຊາຍແດນລະຫວ່າງແຂວງສາລະວັນ ແລະ ແຂວງທົວທຽນເຫີ ຂອງຫວຽດນາມ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ກະຊວງເຕືອນຜູ້ລ້ຽງໝູກ່ຽວກັບການລະບາດຂອງພະຍາດຫູສີຟ້າໃນໝູ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການເຕືອນຊາວກະສິກອນຜູ້ລ້ຽງໝູ ກ່ຽວກັບການລະບາດຂອງເຊື້ອໄວຣັສ໌ ພີອາອາເອັສ໌ ໃນຫຼາຍແຂວງພາກເໜືອຂອງລາວ.ກະຊວງຍັງໄດ້ແຈ້ງໃຫ້ອຳນາດການປົກຄອງຂັ້ນແຂວງ ດຳເນີນຂັ້ນຕອນເພື່ອປ້ອງກັນ ແລະ ຄວບຄຸມພະຍາດເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໄປຍັງພື້ນທີ່ອື່ນ.ອ່ານຕໍ່ ...

ໂຕະຂ່າວ

ລາວງົດການນຳເຂົ້າໝູ ແລະ ຊີ້ນໝູຈາກຈີນ ແລະ ຫວຽດນາມ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວແຈ້ງງົດການນຳເຂົ້າໝູ ແລະ ຜະລິດຕະພັນຊີ້ນໝູຈາກຈີນ ແລະ ຫວຽດນາມຊົ່ວຄາວ ຫຼັງພົບການການລະບາດຂອງພະຍາດອະຫິວາໝູອາຟຣິກາໃນປະເທດດັ່ງກ່າວ.ກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໃນລາວ.ອ່ານຕໍ່ ...

ໂຕະຂ່າວ

ລາວຊອກຫາວິທີເພີ່ມຕະຫຼາດສົ່ງອອກນ້ຳຕານໄປຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງຊອກຫາວິທີການເພີ່ມປະລິມານການສົ່ງອອກນ້ຳຕານ ໄປສູ່ຕະຫຼາດຈີນໃນປີນີ້ໃຫ້ໄດ້ 100,000 ໂຕນ, ຈາກຕົວເລກການສົ່ງອອກ 55,000 ໂຕນ ໃນປີ 2018. ສ່ວນໜຶ່ງຂອງຄວາມພະຍາຍາມໃນການເພີ່ມທະວີການຄ້າສອງຝ່າຍ ແລະ ຊ່ວຍເຫຼືອຜູ້ຜະລິດນ້ຳຕານຊອກຫາຕະຫຼາດໃນຕ່າງປະເທດ, ລັດຖະບານໄດ້ຊຸກຍູ້ໃຫ້ຈີນເປີດກວ້າງຕະຫຼາດໃຫ້ຫຼາຍຂຶ້ນສຳລັບຊາວກະສິກອນລາວ.ອ່ານຕໍ່ ...

ໂຕະຂ່າວ

ລາວຊຸກຍູ້ໃຫ້ຈີນເພີ່ມໂກຕາການນຳເຂົ້າເຂົ້າຈາກລາວໃຫ້ເປັນ 50,000 ໂຕນ

ໃນອາທິດນີ້ ກະຊວງອຸດສາຫະກຳ ແລະ ການຄ້າລາວໄດ້ຮຽກຮ້ອງໃຫ້ຈີນ ພິຈາລະນາປັບໂກຕາການນຳເຂົ້າເຂົ້າຈາກລາວໃຫ້ເປັນ 50,000 ໂຕນ ຄຽງຄູ່ກັບການຮັບເອົາສິນຄ້າອຸດສະຫະກຳອື່ນໆ ເພື່ອເປັນການສົ່ງເສີມການຄ້າສອງຝ່າຍ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ໄດ້ຍື່ນຂໍ້ສະເໜີດັ່ງກ່າວໃນວັນອັງຄານນີ້ ໃນລະຫວ່າງກອງປະຊຸມກັບຄະນະຜູ້ແທນຈີນ ເຊິ່ງນຳໂດຍທ່ານ ໜິງ ຊິເຈ ຮອງປະທານຄະນະກຳມາທິການເພື່ອການພັດທະນາ ແລະ ປະຕິຮູບແຫ່ງຊາດ (NDRC) ຂອງສາທາລະນະລັດປະຊາຊົນຈີນ ທີ່ວຽງຈັນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ອົງການການກຸສົນສະຫະລັດ ຊ່ວຍເຫຼືອທຸລະກິດນົມເພື່ອສັງຄົມທີ່ຫຼວງພະບາງ

(ຂປລ) ຕາງໜ້າຈາກອົງການເພື່ອການກຸສົນສະຫະລັດ Spirit of America ແລະ ສະຖານທູດສະຫະລັດໄດ້ມອບອຸປະກອນ ແລະ ທຶນຊ່ວຍເຫຼືອ ລວມມູຄ່າກວ່າ US$10,000 ໂດລາ ໃຫ້ແກ່ທຸລະກິດນົມຄວາຍລາວ ຢ່າງເປັນທາງການທີ່ແຂວງຫຼວງພະບາງ ໃນວັນທີ 14 ກຸມພາ 2019.ທຸລະກິດນົມຄວາຍລາວແມ່ນທຸລະກິດທີ່ລົງທຶນໂດຍຊາວອາເມລິກາ ທີ່ແຂວງຫຼວງພະບາງ ເຊິ່ງມີການເຊົ່າຄວາຍມາຈາກຊາວກະສິກອນທ້ອງຖິ່ນເພື່ອຜະລິດນົມຄວາຍ. ຈາກນັ້ນ ຈະນຳເອົານົມດັ່ງກ່າວມາຜະລິດເປັນຜະລິດຕະພັນນົມຕ່າງໆເຊັ່ນ ເນີຍແຂງ, ນົມສົ້ມ ແລະ ກະແລັມ ແລ້ວນຳໄປຈຳໜ່າຍຕາມຕະຫຼາດທ້ອງຖິ່ນ.ທຸລະກິດດັ່ງກ່າວໄດ້ຈັດຕັ້ງຕ່ອງໂສ້ການສະໜອງ ເພື່ອສົ່ງຜະລິດຕະພັນໃຫ້ແກ່ຮ້ານອາຫານຕ່າງໆໃນຫຼວງພະບາງ ແລະ ວຽງຈັນ, ແລະ ຫຼ້າສຸດມີການສັ່ງ orders ສິນຄ້າມາຈາກບັນດາປະເທດໃນອາຊີ ເຊັ່ນ ຍີ່ປຸ່ນ.ອ່ານຕໍ່ ...

ບັນນາລັກ ຂປລ

ຊາວກະສິກອນໃນວຽງຈັນກັງວົນກ່ຽວກັບລາຄາສິນຄ້າຕົກຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນເມືອງຫາດຊາຍຟອງກ່າວວ່າພືດຜັກຊ່ວງນີ້ບໍ່ໄດ້ລາຄາດີ.ທ ລັດສະໝີ ຄຳມະນິວົງ ຊາວກະສິກອນບ້ານຫາດດອກແ້ວກ່າວວ່າ ລາຄາໝາກເຂືອຕົກລົງຫຼາຍທຽບກັບສອງອາທິດກ່ອນ ເນື່ອງຈາກມີການເກັບກູ້ໃນປະລິມານຫຼາຍໃນວຽງຈັນ ແລະ ແຂວງໃກ້ຄຽງ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

eyR8p
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!