ກະສິກຳ

ສິນຄ້າກະສິກຳ, ການປຸງແຕ່ງ ແລະ ຜະລິດຕະພັນ

ນ້ຳຖ້ວມເຮັດໃຫ້ລາຄາເຂົ້າສານ ແລະ ຊີ້ນໝູ ຢູ່ທາງພາກໃຕ້ຂອງລາວ ເພີ່ມສູງຂຶ້ນ 

ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາຊີ້ນໝູ ແລະ ເຂົ້າສານເພີ່ມສູງຂຶ້ນ ຢູ່ແຂວງພາກໃຕ້ທີ່ປະສົບໄພນ້ຳຖ້ວມ ແຕ່ກໍຍັງຢູ່ໃນລະດັບທີ່ສາມາດຊື້ຂາຍໄດ້ ພາຍໃຕ້ການແຊກແຊງຂອງລັດຖະບານ.ລາຄາເຂົ້າສານເພີ່ມຂຶ້ນປະມານ 500 ເຖິງ 1000 ກີບຕໍ່ກິໂລ, ສ່ວນລາຄາຊີ້ນໝູເພີ່ມຂຶ້ນປະມານ 5,000 ກີບຕໍ່ກິໂລ ເນື່ອງຈາກພໍ່ຄ້າຊາວຂາຍປະສົບບັນຫາດ້ານການຂົນສົ່ງສິນຄ້າ, ຕາມການເປີດເຜີຍຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ.ຖະໜົນຫຼາຍສາຍໄດ້ຖືກນ້ຳຖ້ວມ ແລະ ພັງເສຍຫາຍ, ເຮັດໃຫ້ຊາວຄ້າຂາຍ ມີຄວາມຫຍຸ້ງຍາກໃນການເຂົ້າເຖິງລູກຄ້າ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/floods-lead-increase-prices-rice-and-pork-southern-provinces-103889

ນ້ຳຖ້ວມປີກາຍເຮັດໃຫ້ລາຄາເຂົ້າຂຶ້ນສອງເທົ່າ

ລາຄາເຂົ້າສານໜຽວປັບຕົວສູງຂຶ້ນໃນລາວ, ຍ້ອນໄພນ້ຳຖ້ວມຄັ້ງໃຫຍ່ໃນດິນແດນທີ່ອຸດົມສົມບູນທີ່ສຸດໃນພາກພື້ນ ແລະ ສາເຫດອື່ນໆທີ່ກ່ຽວຂ້ອງ, ຄຽງຄູ່ກັນລາຄາອາຫານສ່ວນໃຫຍ່ທີ່ປັບຕົວສູງຂຶ້ນ ເນື່ອງຈາກການລະບາດຂອງພະຍາດອະຫິວາໝູອາຟຼິກາໃນຈີນ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ໃນຊ່ວງປີຜ່ານມາ.ເຈົ້າຂອງຮ້ານຂາຍເຂົ້າຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວວ່າ, “ລາຄາເຂົ້າສານແມ່ນເພີ່ມຂຶ້ນສອງເທົ່າ. ບາງເທື່ອອາດຂຶ້ນເຖິງສາມເທົ່າຕົວ. ປະຈຸບັນຢູ່ນະຄອນຫຼວງ ລາຄາເຂົ້າສານໜຽວໜຶ່ງໝື່ນແມ່ນຢູ່ທີ່ $13 ໂດລາ, ເພີ່ມຂຶ້ນຈາກ $7 ໂດລາໃນທ້າຍປີກາຍ.”ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-sticky-rice-price-increase-09052019094704.html

ຟາມໝູມາດຕະຖານບໍ່ພົບລາຍງານການລະບາດຂອງພະຍາດອະຫິວາໝູ

ວຽງຈັນ (ວຽງຈັນທາມສ໌/ANN) – ຟາມໝູມາດຕະຖານ ບໍ່ພົບລາຍງານການລະບາດຂອງພະຍາດອະຫິວາໝູອາຟຣິກາ ເຊິ່ງທຳລາຍຊີວິດສັດລ້ຽງຕາມທຳມະຊາດຂອງປະຊາຊົນແລ້ວກວ່າ 14,000 ໂຕ, ຕາມການເປີດເຜີຍຂອງເຈົ້າໜ້າທີ່ລະດັບສູງຈາກກົມລ້ຽງສັດ ແລະ ການປະມົງ.ເຈົ້າຂອງຟາມໄດ້ເພີ່ມມາດຕະການເພື່ອສະກັດກັ້ນຄວາມເສຍຫາຍ ເນື່ອງຈາກການລະບາດຂອງພະຍາດດັ່ງກ່າວ. ເຊິ່ງຟາມມີຄວາມສ່ຽງສູງຕໍ່ການຕິດເຊື້ອໃນໝູ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/no-reports-swine-fever-standard-pig-farms-103445

ເຈົ້າຂອງໂຮງສີເຂົ້າຮຽກຮ້ອງໃຫ້ອຳນາດການປົກຄອງເພີ່ມການສະໜອງເຂົ້າສູ່ຕະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າຂອງໂຮງສີເຂົ້າໃນລາວຮຽກຮ້ອງໃຫ້ມີການແຊກແຊງຈາກຂະແໜງການລັດ ເພື່ອສ້າງສະຖຽນລະພາບໃຫ້ແກ່ລາຄາຂາຍຍ່ອຍເຂົ້າສານໃນຕະຫຼາດ, ແຕ່ວ່າເຈົ້າໜ້າທີ່ຍັງຄົງສືບຕໍ່ລໍຖ້າ ເພື່ອເຝົ້າຕິດຕາມສະຖານະການໄປອີກໄລຍະໜຶ່ງ.ໂຮງສີເຂົ້າຫຼາຍແຫ່ງກຳລັງປະສົບບັນຫາໃນການຊອກຫາ ແລະ ຈັດຊື້ເຂົ້າໃນລະດູຝົນ ເນື່ອງຈາກສະພາບຂາດແຄນດ້ານການສະໜອງ. ນີ້ໝາຍຄວາມວ່າຜູ້ບໍລິໂພກຕ້ອງຈ່າຍເງິນເພີ່ມຂຶ້ນເພື່ອຊື້ເຂົ້າ.ທ່ານນາງ ບຸນຮຽງ ພົມມີໄຊ ເຈົ້າຂອງໂຮງສີເຂົ້າຈຳປາຫອມ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ໃນວັນພຸດນີ້ວ່າ ໃນຊ່ວງສອງເດືອນຜ່ານມາ ລາຄາເຂົ້າເປືອກເຂົ້າໜຽວເພີ່ມຂຶ້ນຈາກ 2,800-3,000 ກີບຕໍ່ກິໂລ ເປັນ 4,500-4,700 ກີບຕໍ່ກິໂລ ຊຶ່ງຂຶ້ນຢູ່ກັບຄຸນນະພາບຂອງເຂົ້າ.ລາຄາເຂົ້າສານເຂົ້າໜຽວກໍ່ປັບເພີ່ມຂຶ້ນເຊັ່ນກັນຈາກ 6,000 ກີບຕໍ່ກິໂລ ເປັນ 7,500-8,000 ກີບຕໍ່ກິໂລ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/millers-ask-authorities-increase-supply-rice-markets-102989

ຊາວຄ້າຂາຍໄດ້ຮັບຜົນກະທົບຈາກການຈຳກັດການນຳເຂົ້າສິນຄ້າຜ່ານດ່ານຊາຍແດນສູ່ປະເທດຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວຄ້າຂາຍຢູ່ແຂວງພາກເໜືອຂອງລາວໃນປະຈຸບັນ ມີທາງເລືອກທີ່ໜ້ອຍລົງໃນການນຳສິນຄ້າເຂົ້າສູ່ປະເທດຈີນ ຫຼັງຈາກທີ່ເຈົ້າໜ້າທີ່ຈີນໄດ້ມີການສັ່ງຫ້າມການນຳເຂົ້າສິນຄ້າຢູ່ຕາມດ່ານຊາຍແດນທ້ອງຖິ່ນ.ສິນຄ້າທຸກໆປະເພດ ລວມທັງສິນຄ້າກະເສດ ແມ່ນສາມາດນຳເຂົ້າສູ່ປະເທດຈີນຜ່ານດ່ານຊາຍແດນສາກົນຫຼັກຢູ່ທີ່ເມືອງບໍ່ເຕັນ ແຂວງຫຼວງນ້ຳທາເທົ່ານັ້ນ, ຕາມເຈົ້າໜ້າທີ່ອຸດສາຫະກຳ ແລະ ການຄ້າຂອງລາວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/traders-suffer-after-curb-import-entry-points-china-101193

ຊາວສວນສາລີແຂວງໄຊຍະບູລີປະສົບກັບການຂາດທຶນມະຫາສານ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງໄຊຍະບູລີ ຄາດວ່າຈະຂາດທຶນເຖິງ 30% ໃນການສະໜອງສາລີຫວານສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດໃນປີນີ້ ເນື່ອງຈາກການໂຈມຕີຂອງບົ້ງຝູງສາລີ.ການລະບາດຂອງສັດຕູພືດດັ່ງກ່າວໃນປະຈຸບັນ (Spodoptera frugiperda) ໃນທົ່ວແຂວງໄດ້ສ້າງບັນຫາອັນໃຫຍ່ຫຼວງໃຫ້ແກ່ຊາວກະສິກອນ ແລະ ອຳນາດການປົກຄອງ ໃນການຄວບຄຸມການລະບາດ.ທ່ານ ສົມຫວັງ ແກ້ວວິໄລສັກ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ກ່າວວ່າ 30 ເປີເຊັນຂອງພື້ນທີ່ໄຮ່ສາລີທັງໝົດ 35,000 ເຮັກຕາ ໄດ້ຮັບຄວາມເສຍຫາຍຈາກການລະບາດຂອງບົ້ງສາລີດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/sweetcorn-farmers-suffer-huge-losses-xayaboury-100823

ແຂວງຜົ້ງສາລີ ເດີນໜ້າຕ້ານພະຍາດອະຫິວາໝູອາຟຣິກາຫຼັງຈາກພົບການລະບາດເພີ່ມຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງຜົ້ງສາລີ ກຳລັງລະດົມຄວາມພະຍາຍາມໃນທ້ອງຖິ່ນ ເພື່ອສະກັດກັ້ນການລະບາດຂອງພະຍາດໄຂ້ຫວັດໝູອາຟຣິກາ ຫຼັງຈາກທີ່ສະຖານະການຫຼ້າສຸດພົບໝູຕາຍອີກ 338 ໂຕໃນແຂວງພາກເໜືອ.ມາເຖິງປະຈຸບັນ ຢູ່ແຂວງຜົ້ງສາລີ ພົບໝູຕາຍຍ້ອນພະຍາດດັ່ງກ່າວແລ້ວ 1,000 ໂຕ ຕາມການລາຍງານຂອງເຈົ້າໜ້າທີ່ແຂວງ.ອຳນາດການປົກຄອງທ້ອງຖິ່ນໄດ້ມີການຕັ້ງດ່ານກວດເພື່ອສະກັດກັ້ນການນຳເອົາສັດລ້ຽງອອກຈາກເຂດບ້ານມົນສະຫວັນ ແລະ ບ້ານຫາດເຊີຍ ເມືອງຂວາ ທີ່ພົບການລະບາດຂອງພະຍາດດັ່ງກ່າວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/phongsaly-battling-african-swine-fever-following-another-outbreak-100735

ໝາກໂມລາວໄດ້ຮັບການອະນຸຍາດໃຫ້ນຳເຂົ້າສູ່ຕະຫຼາດຈີນຢ່າງເປັນທາງການ

ໜ່ວຍງານຄຸ້ມຄອງພາສີຂອງຈີນ (GAC) ໄດ້ແຈ້ງໃນວັນທີ 4 ກໍລະກົດນີ້ວ່າ ໝາກໂມຈາກລາວໄດ້ຜ່ານການຮັບຮອງດ້ານສຸຂະອະນາໄມພືດ ເຊິ່ງປະຈຸບັນສາມາດນຳເຂົ້າໃນປະເທດຈີນໄດ້ – ເປັນການເພີ່ມແຫຼ່ງນຳເຂົ້າໝາກໂມນອກລະດູແຫ່ງໃໝ່ສຳລັບຈີນ. ໃບຮັບຮອງດ້ານສຸຂະອະນາໄມພືດເພື່ອການນຳເຂົ້າໝາກໂມຈາກລາວສູ່ຈີນ ໄດ້ຮັບການຮັບຮອງໃນເດືອນມິຖຸນາທີ່ຜ່ານມາ ໃນລະຫວ່າງການຢ້ຽມຢາມລາວຂອງຄະນະຜູ້ແທນ GAC ເຊິ່ງນຳໂດຍທ່ານຮອງລັດຖະມົນຕີ ຫູ ເຫວີຍ.ໝາກໂມທີ່ຜະລິດໃນຈີນຕາມລະດູປົກກະຕິແມ່ນນັບແຕ່ເດືອນພຶດສະພາຫາເດືອນສິງຫາ. ຜົນຜະລິດຕາມລະດູຕາມປົກກະຕິຈະຂາຍໝົດພາຍໃນເດືອນພະຈິກ ເຖິງວ່າຈະມີການສະໜອງຢ່າງຕໍ່ເນື່ອງຈຳນວນໜຶ່ງຈາກແຂວງທາງພາກໃຕ້ຄື ໄຫໜານ, ຢຸນນານ, ກວາງສີ ແລະ ກວາງຕຸ້ງ. ຜົນຜະລິດນຳເຂົ້ານອກລະດູກໍສາມາດຕອບສະໜອງຊ່ອງຫວ່າງຄວາມຕ້ອງການນອກລະດູໄດ້ດີ.ນອກຈາກປະເທດລາວແລ້ວ ປະເທດທີ່ໄດ້ຮັບການອະນຸຍາດໃຫ້ສົ່ງອອກໝາກໂມໄປຈີນກໍມີ ປະເທດມຽນມາ, ຫວຽດນາມ, ແລະ ມາເລເຊຍ. ຄາດວ່າ 90% ຂອງໝາກໂມທີ່ປູກໃນມຽນມາ ແລະ ຫວຽດນາມ ແມ່ນສົ່ງອອກໄປຈີນ.ອ່ານຕໍ່ ...

Dan Siekman
https://www.producereport.com/article/laotian-watermelons-receive-formal-china-market-access

ແຂວງຫົວພັນມີລາຍງານໝູຕາຍເກືອບ 600​ ໂຕ

ວຽງຈັນ (ວຽງຈັນທາມສ໌/ANN) – ມີລາຍງານວ່າພົບໝູຕາຍເກືອບ 600​ ໂຕໃນ 17 ບ້ານຂອງເມືອງຊອນ ແຂວງຫົວພັນ, ແຕ່ຍັັງບໍ່ມີການຢືນຢັນສາເຫດການຕາຍວ່າແມ່ນຍ້ອນພະຍາດອະຫິວາໝູອາຟຣິກາຫຼືບໍ່.ທ່ານ ສຸພາພອນ ແສງອິນທະວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊອນ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ໃນມື້ວານນີ້ວ່າ ໃນຊ່ວງວັນທີ 6-15 ກໍລະກົດມານີ້ ທາງເມືອງພົບໝູຕາຍແລ້ວຈຳນວນ 578 ໂຕ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/almost-600-pigs-reported-dead-huaphan-100428

ຕະຫຼາດລາວຈະເພີ່ມການນຳເຂົ້າສິນຄ້າກະເສດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວອາດຕ້ອງເພີ່ມທະວີການນຳເຂົ້າສິນຄ້າກະເສດ ເພື່ອຕອບສະໜອງຕໍ່ຄວາມຕ້ອງການທີ່ເພີ່ມຂຶ້ນ ສຳລັບໝາກໄມ້ສົດ ແລະ ພືດຜັກ.ຕະຫຼາດສົດລາວອົດຊີ ເມືອງສີໂຄດຕະບອງ ເຊິ່ງເປັນໜຶ່ງໃນຕະຫຼາດສົດທີ່ໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ ອາດຕ້ອງເພີ່ມການຊື້ຂາຍສິນຄ້ານຳເຂົ້າຈາກຕ່າງປະເທດ, ເຈົ້າໜ້າທີ່ຈັດສັນຕະຫຼາດກ່າວຜ່ານໜັງສືພິມວຽງຈັນທາມສ໌ວານນີ້.ໃນປີຜ່ານມາ, ຕະຫຼາດດັ່ງກ່າວມີການນຳເຂົ້າສິນຄ້າກະເສດ 15% ຈາກປະເທດໄທ ແລະ 15% ຈາກປະເທດຫວຽດນາມເພື່ອຈຳໜ່າຍ ໃນຂະນະທີ່ສິນຄ້າຈຳນວນໜຶ່ງກໍມາຈາກຕ່າງແຂວງ.ສິນຄ້າທີ່ນຳເຂົ້າສ່ວນໃຫຍ່ລວມມີ ໝາກເລັ່ນ, ໝາກເຂືອ, ໝາດເຜັດ, ໝາກນາວ, ຜັກບົ່ວ, ຜັກທຽມ, ໝາກໄມ້ ແລະ ຜັກຕ່າງໆ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-markets-eyeing-more-agricultural-imports-100348

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

F52TV
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!