ແຂວງຜົ້ງສາລີ ເດີນໜ້າຕ້ານພະຍາດອະຫິວາໝູອາຟຣິກາຫຼັງຈາກພົບການລະບາດເພີ່ມຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງຜົ້ງສາລີ ກຳລັງລະດົມຄວາມພະຍາຍາມໃນທ້ອງຖິ່ນ ເພື່ອສະກັດກັ້ນການລະບາດຂອງພະຍາດໄຂ້ຫວັດໝູອາຟຣິກາ ຫຼັງຈາກທີ່ສະຖານະການຫຼ້າສຸດພົບໝູຕາຍອີກ 338 ໂຕໃນແຂວງພາກເໜືອ.

ມາເຖິງປະຈຸບັນ ຢູ່ແຂວງຜົ້ງສາລີ ພົບໝູຕາຍຍ້ອນພະຍາດດັ່ງກ່າວແລ້ວ 1,000 ໂຕ ຕາມການລາຍງານຂອງເຈົ້າໜ້າທີ່ແຂວງ.

ອຳນາດການປົກຄອງທ້ອງຖິ່ນໄດ້ມີການຕັ້ງດ່ານກວດເພື່ອສະກັດກັ້ນການນຳເອົາສັດລ້ຽງອອກຈາກເຂດບ້ານມົນສະຫວັນ ແລະ ບ້ານຫາດເຊີຍ ເມືອງຂວາ ທີ່ພົບການລະບາດຂອງພະຍາດດັ່ງກ່າວ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/phongsaly-battling-african-swine-fever-following-another-outbreak-100735