ອົງການການກຸສົນສະຫະລັດ ຊ່ວຍເຫຼືອທຸລະກິດນົມເພື່ອສັງຄົມທີ່ຫຼວງພະບາງ

(ຂປລ) ຕາງໜ້າຈາກອົງການເພື່ອການກຸສົນສະຫະລັດ Spirit of America ແລະ ສະຖານທູດສະຫະລັດໄດ້ມອບອຸປະກອນ ແລະ ທຶນຊ່ວຍເຫຼືອ ລວມມູຄ່າກວ່າ US$10,000 ໂດລາ ໃຫ້ແກ່ທຸລະກິດນົມຄວາຍລາວ ຢ່າງເປັນທາງການທີ່ແຂວງຫຼວງພະບາງ ໃນວັນທີ 14 ກຸມພາ 2019.

ທຸລະກິດນົມຄວາຍລາວແມ່ນທຸລະກິດທີ່ລົງທຶນໂດຍຊາວອາເມລິກາ ທີ່ແຂວງຫຼວງພະບາງ ເຊິ່ງມີການເຊົ່າຄວາຍມາຈາກຊາວກະສິກອນທ້ອງຖິ່ນເພື່ອຜະລິດນົມຄວາຍ. ຈາກນັ້ນ ຈະນຳເອົານົມດັ່ງກ່າວມາຜະລິດເປັນຜະລິດຕະພັນນົມຕ່າງໆເຊັ່ນ ເນີຍແຂງ, ນົມສົ້ມ ແລະ ກະແລັມ ແລ້ວນຳໄປຈຳໜ່າຍຕາມຕະຫຼາດທ້ອງຖິ່ນ.

ທຸລະກິດດັ່ງກ່າວໄດ້ຈັດຕັ້ງຕ່ອງໂສ້ການສະໜອງ ເພື່ອສົ່ງຜະລິດຕະພັນໃຫ້ແກ່ຮ້ານອາຫານຕ່າງໆໃນຫຼວງພະບາງ ແລະ ວຽງຈັນ, ແລະ ຫຼ້າສຸດມີການສັ່ງ orders ສິນຄ້າມາຈາກບັນດາປະເທດໃນອາຊີ ເຊັ່ນ ຍີ່ປຸ່ນ.

ອ່ານຕໍ່…

ບັນນາລັກ ຂປລ