ກະສິກຳ

ສິນຄ້າກະສິກຳ, ການປຸງແຕ່ງ ແລະ ຜະລິດຕະພັນ

ປະເດັນບັນຫາໄດ້ຮັບການຍົກຂຶ້ນ ເມື່ອຊາວສວນກາເຟລາວຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານ

 ຈຳປາສັກ (ວຽງຈັນທາມສ໌/ANN) – ຊາວກະສິກອນທີ່ປູກກາເຟຢູ່ທາງພາກໃຕ້ຂອງລາວ ຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານ ໃນການຈັດຕັ້ງກອງທຶນສະໜັບສະໜູນການປຸງແຕ່ງເມັດກາເຟ ແລະ ໃຫ້ຄຳແນະນຳທາງດ້ານວິຊາການສຳລັບຊາວສວນກາເຟທ້ອງຖິ່ນ ຫຼັງຈາກທີ່ລາຄາກາເຟໃນຕະຫຼາດຕົກຕ່ຳໃນໄລຍະຜ່ານມາ.ທ່ານ ສີວິໄຊ ໄຊຍະແສງ ຫົວໜ້າສະມາຄົມກາເຟລາວ ລາຍງານຜ່ານໜັງສືພີມວຽງຈັນທາມສ໌ວ່າ “ລາຄາກາເຟຂຽວຕົກຕ່ຳລົງ ຍ້ອນມີການສະໜອງທີ່ເພີ່ມຂຶ້ນໃນຕະຫຼາດໂລກ. ໂດຍສະເພາະ ແມ່ນການເພີ່ມຂຶ້ນຂອງການຜະລິດເມັດກາເຟຂຽວຈາກອິນໂດເນເຊຍ ເຊິ່ງເປັນໜຶ່ງໃນຜູ້ສົ່ງອອກລາຍໃຫຍ່ທີ່ສຸດໃນໂລກ.”ອ່ານຕໍ່ ...

ສຸກສະໄໝ ບູລົມ

ລາວວິໄຈກ່ຽວກັບເຂົ້າເພື່ອຮອງຮັບການປ່ຽນແປງຂອງສະພາບອາກາດ

ສູນວິໄຈເຂົ້າເລັ່ງມືພາລະກິດການປັບປຸງປະສິດທະຜົນຂອງແນວພັນເຂົ້າໃນປະຈຸບັນ ແລະ ການທົດສອບການນຳໃຊ້ສຳລັບຊາວນາ ເພື່ອຮອງຮັບການປ່ຽນແປງຂອງສະພາບອາກາດ.ທ່ານ ປອ ເພັດມະນີແສງ ອະທິບາຍວ່າການປ່ຽນແປງຂອສະພາບອາກາດໄດ້ສົ່ງຜົນກະທົບໂດຍກົງຕໍ່ການຜະລິດເຂົ້າໃນທົ່ວໂລກ ລວມທັງປະເທດລາວ ແລະ ເປັນສາເຫດເຮັດໃຫ້ການຜະລິດເຂົ້າໃນລາວມີການເໜັງຕີງປະມານ 20-30 ເປີເຊັນ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ຜົນຜະລິດເຂົ້ານາປີຂອງລາວປີນີ້ຫຼຸດຄາດຍ້ອນໄພນ້ຳຖ້ວມ

ວຽງຈັນ, 9 ພະຈິກ (ຊິນຫົວ) — ການຜະລິດເຂົ້ານາປີໃນລາວຄາດວ່າຈະຫຼຸດລົງປະມານ 300,000 ໂຕນ ຫຼັງຈາກໃນປີນີ້ຫຼາຍພາກໃນລາວໄດ້ປະສົບກັບໄພນ້ຳຖ້ວມ.ລັດຖະບານລາວ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ໄດ້ສົ່ງເສີມໃຫ້ຊາວນາຜະລິດເຂົ້ານາປີໃຫ້ໄດ້ປະມານ 3.5 ລ້ານໂຕນໃນລະດູຝົນປີນີ້, ແຕ່ວ່າເຈົ້າໜ້າທີ່ກ່ຽວຂ້ອງຄາດວ່າການເກັບກ່ຽວເຂົ້າໃນລະດູການນີ້ຈະໄດ້ພຽງ 3.2 ລ້ານໂຕນ ຕາມການລາຍງານຂອງສຳນັກທ້ອງຖິ່ນອ່ານຕໍ່ ...

ຫຼຽງຢູ

ລັດຖະມົນຕີກ່າວ, ລາວວາງເປົ້າໝາຍຜະລິດເຂົ້າເພີ່ມຂຶ້ນໃນປີ 2019

ລາວວາງເປົ້າໝາຍຄວາມມຸ່ງໝັ້ນໃນການເພີ່ມທະວີການຜະລິດເຂົ້າໃນປີ 2019 ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ເຊິ່ງບໍ່ໄດ້ຮັບໝາກຜົນເທົ່າທີ່ຄວນຍ້ອນໄພນ້ຳຖ້ວມໜັກໃນປີນີ້, ຕາມການລາຍງາຍຂອງທ່ານລັດຖະມົນຕີອາທິດແລ້ວນີ້. ທ່ານລັດຖະມົນຕີ ຫຼຽນ ທິແກ້ວ ກ່າວວ່າ ກະຊວງກະສິກຳ ແລະ ປ່າໄມ້ ວາງເປົ້າໝາຍໃນການເຮັດນາແຊງປີໜ້າໃຫ້ໄດ້ 100,000 ເຮັກຕາ, ເຊິ່ງເພີ່ມຂຶ້ນຈາກເປົ້າໝາຍ 90,400  ເຮັກຕາຂອງປີນີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຈຳປາສັກກະກຽມໃນການກ້າວເປັນເມືອງທ່ອງທ່ຽວອາຊຽນ

ເມືອງຈຳປາສັກ ແຂວງຈຳປາສັກວາງເປົ້າໝາຍໃນກ້າວຂຶ້ນເປັນເມືອງທ່ອງທ່ຽວສະອາດອາຊຽນ ພາຍໃນປີ 2020. ຫຼັງຈາກທີ່ໃນຕົ້ນປີນີ້ ເມືອງມໍລະດົກໂລກ UNESCO ຫຼວງພະບາງໄດ້ເປັນເມືອງທຳອິດຂອງລາວ ທີ່ໄດ້ຮັບການຮັບຮອງມາດຕະຖານ.ອ່ານຕໍ່  ...

ວຽງຈັນທາມສ໌

ລາວລະງັບການນຳເຂົ້າໝູ ແລະ ຜະລິດຕະພັນຊີ້ນໝູຈາກຈີນ

ວຽງຈັນ — ການນຳເຂົ້າຜະລິດຕະພັນຊີ້ນໝູທຸກຊະນິດຈາກຈີນ ກໍຄື ໝູ ແລະ ລູກໝູເປັນ ໄດ້ມີການລະງັບຊົ່ວຄາວຫຼັງຈາກມີການລະບາດຂອງເຊື້ອໄວຣັສ໌ອະຫິວາໝູອາຟຣິກາ ທີ່ແຂວງຫຼຽວໜິງ ທາງພາກຕາເວັນອອກສຽງເໜືອຂອງຈີນ. ກະຊວງກະສິກຳ ແລະ ປ່າໄມ້ລາວໄດ້ອອກແຈ້ງການອາທິດແລ້ວນີ້ ໃນການຫ້າມການນຳເຂົ້າຜະລິດຕະພັນໝູ, ລູກໝູ ແລະ ແມ່ພັນໝູ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດທີ່ອາດເກີດຂຶ້ນໃນລາວ ແລະ ທັງເປັນການປົກປ້ອງຜູ້ບໍລິໂພກຈາກການເຈັບປ່ວຍ.ອ່ານຕໍ່ ...

ວຽງຈັນທາມສ໌/ເຄືອຂ່າຍຂ່າວເອເຊຍ

ເອດີບີ ແລະ ສປປ ລາວລົງນາມຂໍ້ຕົກລົງເພື່ອສົ່ງເສີມທຸລະກິດກະສິກຳແບບຍືນຍົງ ແລະ ເປັນມິດຕໍ່ສະພາບອາກາດ

ທະນາຄານພັດທະນາອາຊີ (ADB)  ແລະ ລັດຖະບານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ລົງນາມຂໍ້ຕົກລົງໃນວານນີ້ ສຳລັບທຶນຊ່ວຍເຫຼືອລ້າຈຳນວນ 40.5 ລ້ານໂດລາສຳລັບໂຄງການຂະແໜງການຫ່ວງໂສ້ຄຸນຄ່າທຸລະກິດກະສິກຳທີ່ເປັນມິດຕໍ່ສະພາບອາກາດ ເຊິ່ງຈະຊ່ວຍໃຫ້ຊາວກະສິກອນ ແລະ ທຸລະກິດກະສິກຳພັດທະນາຫ່ວງໂສ້ຄຸນຄ່າການກະສິກຳແບບຍືນຍົງ ແລະ ເປັນມິດຕໍ່ສະພາບອາກາດໃນລາວ.ອ່ານຕໍ່ ...

ເອດີບີ

ລາວເປີດຕົວເວັບໄຊສົ່ງເສີມ ແລະ ອະນຸລັກອາຫານ ແລະ ການກະເສດພື້ນບ້ານ

ກົວລາລຳເປີ (ມູນນິທິທອມສັນ ຣອຍເຕີ)-ດຽວນີ້ເຈົ້າຂອງຮ້ານອາຫານ ແລະ ຜູ້ປະກອບການສາມາດເປີເບິ່ງອາຫານລາວ ແລະ ວັດທະນະທຳການກະສິກຳ ຜ່ານການເປີດຕົວຂອງເວັບໄຊທີ່ສ້າງເພື່ອຮັກສາສູດອາຫານພື້ນບ້ານລາວ ແລະ ການຜະລິດກະສິກຳພື້ນບ້ານກ່ອນທີ່ຈະຖືກລືມເລືອນ.ອ່ານຕໍ່ ...

ມີເຊວ ເຕເລີ

ຜູ້ຜະລິດຖົງໄມ້ໄຜ່ໝາຍຂະຫຍາຍຕະຫຼາດ

ຍີ້ຫໍ້ ໄຜ່ເອັກສ໌ຄູສີບ ເຊິ່ງເປັນຜະລິດຕະພັນຫັດຖະກຳເຮັດດ້ວຍໄມ້ໄຜ່ແບບພື້ນບ້ານເຊັ່ນ ຖົງ ກຳລັງເປັນທີ່ນິຍົມໃນບັນດາຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ, ຫວັງຂະຫຍາຍຕະຫຼາດໄປຕ່າງປະເທດ.ອ່ານຕໍ່  ...

ນັກຂ່າວວຽງຈັນທາມສ໌

ນາຟຣີ ສົ່ງເສີມການເລືອກແນວເຂົ້າປູກໃນແຂວງພາກເໜືອ

ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ສົ່ງເສີມຊາວກະສິກອນ ແລະ ອຳນາດການປົກຄອງທ້ອງຖິ່ນໃນການເລືອກປູກແນວພັນເຂົ້າໄກ່ນ້ອຍ ເພື່ອປັບປຸງຜົນຜະລິດ ແລະ ສະມັດຖະພາບການຜະລິດ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Bs8m7
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!