Announcements

ບົດສັງລວມກ່ຽວກັບ ຮູບແບບຂໍ້ຜູກພັນສັນຍາການຜະລິດກະສິກໍາ ໃນ ສປປ ລາວ

ໂຄງການ (MRLG) ແລະ IPD ໄດ້ເຜີຍແຜ່ ບົດວິໃຈກ່ຽວກັບ “ຂໍ້ຜູກພັນດ້ານສັນຍາການຜະລິດກະສິກຳ ໃນ ສປປ ລາວ: ເພື່ອຕອບສະໜອງຕາມທ່າອ່ຽງທີ່ເພິ່ມຂື້ນຂອງວຽກງານດ້ານກະສິກຳ”. ບົດສົນທະນາສະບັບນີ້ ໄດ້ນຳສະເໜີການປະຕິບັດທົ່ວໄປຂອງສັນຍາກະສິກຳ (CF) ໃນລາວ, ວິເຄາະຜົນປະໂຫຍດ ແລະ ສິ່ງທ້າທາຍຂອງ CF ຈາກທັດສະນະຂອງຊາວກະສິກອນ, ນັກລົງທຶນ ແລະ ອົງການຂອງລັດຖະບານ, ເພື່ອສະໜັບສະໜູນບັນດາລຸ່ມນິຕິກຳ ເພື່ອແນໃສ່ຫຼຸດຜ່ອນຄວາມສ່ຽງ ແລະ ປັບປຸງຜົນໄດ້ຮັບທີ່ດີໃຫ້ແກ່ຊາວກະສິກອນ ແລະ ນັກລົງທຶນ; ພ້ອມນຳສະ​ເໜີ​ກົນ​ໄກ​ຮ້ອງ​ທຸກ​ທີ່​ເໝາະ​ສົມ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ລະຫວ່າງ​ຄູ່​ສັນຍາ​ຢ່າງ​ສະ​ເໝີ​ພາບ.ບົດລາຍງານສະບັບເຕັມສາມາດເຂົ້າເບິ່ງ ແລະ ດາວໂຫຼດໄດ້ດັ່ງລຸ່ມນີ້ >>>ພາສາລາວ ພາສາອັງກິດ   ...

ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ (19-30 ກັນຍາ 2021)

ເນື່ອງຈາກຕົວເລກການແຜ່ລະບາດຂອງຜູ້ຕິດເຊື້ອໂຄວິດເພິ່ມຂື້ນຢ່າງໄວວາ, ເຈົ້າຄອງນະຄອນຫຼວງວຽງຈັນ ຈຶ່ງອອກມາດຕະການລອດດາວໃນລະຫວ່າງວັນທີ 19-30 ກັນຍາ 2021. ຊຶ່ງລາຍລະອຽດມີໃຫ້ດາວໂຫຼດເປັນ 2 ພາສາດັ່ງຕໍ່ໄປນີ້: ສະບັບພາສາລາວ >>>  ກົດທີ່ນີ້ English version >>> Click Here  ...

[ເປີດຮັບສະໝັກ] ເຄືອຂ່າຍແມ່ຂອງເປີດໃຫ້ບັນດາ NGOs ແລະ ອົງການທີ່ເຮັດວຽກໃນຊຸມຊົນສະໝັກກອງທຶນມູນຄ່າ $25,000

ເຄືອຂ່າຍແມ່ນ້ຳຂອງ ເປີດໃຫ້ບັນດາພາກສ່ວນ NGOs ຫຼື ອົງການທີ່ເຮັດວຽກໃນຊຸມຊົນ ຢູ່ບັນດາປະເທດແມ່ນ້ຳຂອງ(ລາວ,ກຳປາເຈຍ,ມຽນມາ, ໄທ ແລະ ຫວຽດນາມ) ຍື່ນເຂົ້າສະໝັກເອົາກອງທຶນມູນຄ່າ $25,000.ກອງທຶນດັ່ງກ່າວຈະຊຸກຍູ້ວຽກງານທີ່ກ່ຽວກັບຂະແໜງການຕ່າງດັ່ງລຸ່ມນີ້: – ປົກປ້ອງແມ່ນ້ຳ – ທີ່ກ່ຽວຂ້ອງກັບລະບົບນິເວດ;  – ຕ້ານການລ່າສັດປ່າທີ່ຜິດກົດໝາຍ; – ໄດ້ຮັບຮູ້ແລະເຂົ້າໃຈຍິ່ງຂື້ນກ່ຽວກັບການເຊື່ອມຕໍ່ລະຫວ່າງຄົນກັບສັດ ແລະ ລະບົບນິເວດສຸຂະສຶກສາຕ່າງ. ກະລຸນນາຕິດຕໍ່  U.S. Embassy Vientiane .ທ່ານສາມາເຂົ້າຮ່ວມປຶກສາຫາລືກ່ຽວກັບກອງທຶນໄດ້ດັ່ງວັນເວລາລຸ່ມນີ້:  25 ສິງຫາ 2021 at 9 ໂມງເຊົ້າ (ອິນດູຈີນ)https://zoom.us/j/9320415040230 ສິງຫາ 2021 at 1 ໂມງບ່າຍ (ອິນດູຈີນ)https://zoom.us/j/97149403755ແຫຼ່ງຂໍ້ມູນຈາກ SOURCE ...

ວາລະສົນທະນາທາງອອນລາຍ: ຫົວຂໍ້ການຄ້າມະນຸດ ແລະ ການປົກປ້ອງແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ.

ເພື່ອລະລຶກເຖິງວັນສາກົນເພື່ອຕ້ານການຄ້າມະນຸດປີ 2021​, ເຊີນທ່ານເຂົ້າຮ່ວມເວທີສົນທະນາອອນລາຍ ພາຍໃຕ້ຫົວຂໍ້: ການຄ້າມະນຸດ ແລະ ການປົກປ້ອງ ແມ່ຍິງ ແລະ ເດັກນ້ອຍ ໃນ ສປປ ລາວ.ວັນເວລາ: ວັນສຸກ, ທີ 30 ກໍລະກົດ 2021 (14:00 – 15:30).ນີ້ແມ່ນໂອກາດສຳລັບທ່ານທີ່ຈະພົບກັບວິທະຍາກອນຮັບເຊີນຈາກອົງການ IOM, ສູນກາງສະຫະພັນແມ່ຍິງລາວ, ອົງການບ້ານຈຸດສຸມສາກົນ, ແລະ ສະຖານທູດ ອາເມຣິກາ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ທ່ານຈະໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບວິທີປະກອບສ່ວນເຂົ້າໃນການສະກັດກັ້ນ ການຕ້ານການຄ້າມະນຸດ, ກົນໄກທີ່ມີຢູ່ໃນການຊ່ວຍເຫຼືອ ແລະ ປົກປ້ອງ ຜູ້ຖືກເຄາະຮ້າຍ, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ, ຜົນກະທົບຂອງພະຍາດ ໂຄວິດ-19 ຕໍ່ກັບແຮງງານເຄື່ອນຍ້າຍ ແລະ ການເຄື່ອນຍ້າຍ, ...

[ຮັບສະໝັກ] ເຂົ້າຮ່ວມສຳມະນາຄັ້ງທີ່ 2 ກັບ YSEALI Academy ຢູ່ທີ່ Fulbright University Vietnam

ສະຖາບັນ YSEALI ທີ່ມະຫາວິທະຍາໄລຟູໄບຫວຽດນາມ ຈະຈັດສຳມະນາກ່ຽວກັບກັບ 3​ ຫົວຂໍ້ ເພື່ອແກ້ໄຂບັນຫາທີ່ທ້າທາຍທີ່ປະເຊີນໃນພາກພື້ນເຊັ່ນ: ເສດຖະກິດພະລັງງານ ແລະ ນະໂຍບາຍ, ສິ່ງທ້າທາຍ ແລະ ໂອກາດທາງ cyber ໃນປະຈຸບັນ ແລະພື້ນຖານຂອງການເລີ່ມຕົ້ນການລົງທືນໃນອາຊີຕາເວັນອອກສ່ຽງໃຕ້.ການສຳມະນາຈະຈັດໃນແບບອອນລາຍໃນ ວັນທີ 13–24 ກັນຍາ ໂດຍເນັ້ນໃສ່ໂອກາດ ແລະ ສິ່ງທ້າທາຍໃນການຫັນປ່ຽນເປັນທັນສະໄໝ ໃນຍຸກຫຼັງໂຄວິດ-19. ໄວໜຸ່ມໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ທີ່ມີຄວາມສົນໃຈຫົວຂໍ້ເຕັກໂນໂລຊີ ສາມາດສະໝັກເພື່ອເຂົ້າຮ່ວມງານໄດ້ ຕາມລາຍລະອຽດດັ່ງຕໍ່ໄປນີ້ >>>  https://yseali.fulbright.edu.vn/apply/ປິດຮັບສະໝັກ ວັນທີ 15 ກໍລະກົດ 2021.   ...

[ເຊີນຮ່ວມສົນທະນາອອນລາຍ] ຫົວຂໍ້: ແມ່ຍິງ ແລະ ສິດທິກ່ຽວກັບທີ່ດິນຊຸມຊົນ: ການລົງທິນເພື່ອສ້າງຊຸມຊົນຕົວແບບ

ງານສົນທະນາດັ່ງກ່າວ ຈະນຳພາທ່ານໄປຮູ້ຈັກກັບຮູບແບບຂອງໂຄງການໃນການລົງທືນໃນກຸ່ມຜູ້ທີ່ມີສິດທິ ກ່ຽວກັບທີ່ດິນ ທັງເພດຍິງ ແລະ ຊາຍ ຊຶ່ງເປັນການປ່ຽນຮູບແບບວິຖິສັງຄົມກ່ຽວກັບເພດ ແລະ ຊຸມຊົນຢ່າງ. ໂດຍຜ່ານໂຄງການ WOLTS ແມ່ນເຮັດໃຫ້ມີການປ່ຽນແປງ ກ່ຽວກັບການຄອບຄອງທີ່ດິນ, ປັບປຸງໂຄງສ້າງດ້ານພະລັງງານໃນທ້ອງຖິ່ນ ເພື່ອປົກປ້ອງສິດທິຂອງແມ່ຍິງ ແລະກຸ່ມທີ່ມີຄວາມສ່ຽງອື່ນໆ ເຮັດໃຫ້ສິດທິກ່ຽວກັບທີ່ດິນຂອງແມ່ຍິງ ແລະ ສິດທິທີ່ດິນຂອງຊຸມຊົນໄດ້ຮັບການປັບປຸງ.>>> ຄົ້ນຫາຂໍ້ມູນເພິ່ມເຕີມ ໄດ້ທີ່ນີ້    ...

[ເປີດຮັບສະໝັກ] ກອງທຶນເພື່ອສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຊົນເຜົ່າ

ອົງການ UNDP ແລະ ອົງການ Asia Indigenous Peoples Pact (AIPP) ໄດ້ສ້າງຕັ້ງ “ກອງທຶນເພື່ອສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຊົນເຜົ່າ” ມູນຄ່າຈຳນວນ 2500 to 3500 ໂດລາສະຫະລັດ ໃດຍເປີດໃຫ້ຜູ້ສະໝັກຈາກປະເທດລາວ, ບັງກະລາເທດ, ກຳປູເຈຍ, ອິນໂດເນເຊຍ, ອິນເດຍ, ມາເລເຊຍ, ມຽນມາ, ເນປານ, ພີລິບປິນ, ໄທ ແລະ ຫວຽດນາມ. ປິດຮັບສະໝັກ: ວັນທີ 14 ມິຖຸນາ 2021 ສຶກສາຂໍ້ມູນເພິ່ມເຕີມ>>> ໄດ້ທີ່ນີ້.  ...

[ເຊີນລົງທະບຽນເຂົ້າຮ່ວມ​] ກອງປະຊຸມກ່ຽວກັບທີ່ດິນປະຈຳພາກພື້ນ ຄັ້ງທີ 3 (ວັນທີ 26-27 ພຶດສະພາ 2021)

ກອງປະຊຸມກ່ຽວກັບທີ່ດິນປະຈຳພາກພື້ນ ຄັ້ງທີ 3 ນີ້ຈະເຕົ້າໂຮມບັນດານັກວິຊາການຢູ່ພາຍໃນ ແລະ ພາກພື້ນ ເພື່ອເຂົ້າຮ່ວມການໂຕ້ວາທີກ່ຽວກັບບັນຫາຄວາມໝັ້ນຄົງກ່ຽວກັບສິດຄອບຄອງນຳໃຊ້ ແລະ ຄຸ້ມຄອງຊັບພະຍາກອນຊຸມຊົນ. ແຕ່ລະວາລະຈະມີຂື້ນໃນຮູບແບບອອນລາຍ ແບບຕົວຕໍ່ຕົວ ຢູ່ແຕ່ລະບັນດາປະເທດແມ່ນ້ຳຂອງ, ໂດຍຈະນຳໃຊ້ພາສາອັງກິດ ແລະ ຈະມີການແປເປັນພາສາທ້ອງຖິ່ນ. ຜູ້ເຂົ້າຮ່ວມທຸກຄົນຈະມີໂອກາດໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນ (ເປັນພາສາຕົນເອງ) ເຖິງວ່າກອງປະຊຸມຈະນຳໃຊ້ພາສາອັງກິດເປັນສື່ກາງກໍຕາມ.  ວັນພຸດ-ພະຫັດ, ທີ 26-27 ພຶດສະພາ 2021 ລົງທະບຽນອອນລາຍ ແລະ ຊອກຫາຂໍ້ມູນເພິ່ມເຕີມ >>> ໄດ້ທີ່ນີ້ດາວໂຫຼດແອັບພີເຄຊັນ ທີ່ນີ້ ເພື່ອເຂົ້າຫາກິດຈະກຳ, ເອກະສານລາຍລະອຽດຕ່າງໆ ກ່ຽວກັບບັນດາຜູ້ເຂົ້າຮ່ວມອື່ນໆ.    ...

[ປະກາດຮັບສະໝັກ] ຊຸດສຳມະນາກ່ຽວກັບການພົວພັນ ແລະ ການຄຸ້ມຄອງທີ່ດິນໃນພາກພື້ນແມ່ນ້ຳຂອງ

ສູນຄົ້ນຄວ້າວິທະຍາສາດສັງຄົມ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ ແລະ ກອງປະຊຸມຄົ້ນຄວ້າກ່ຽວກັບທີ່ດິນແມ່ນໍ້າ ໄດ້ເປີດຊຸດສຳມະນາລະດູຮ້ອນ ປະຈຳປີ ກ່ຽວກັບການພົວພັນ ແລະ ການປົກຄອງທີ່ດິນ, ເຊິ່ງມີຜູ້ເຂົ້າຮ່ວມຈາກທັງໝົດ 6 ປະເທດແມ່ນໍ້າຂອງ. ຈຸດປະສົງເພື່ອໃຫ້ຜູ້ເຂົ້າຮ່ວມມີແນວທາງຄົ້ນຄ້ວາ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ກ່ຽວກັບການພົວພັນທາງດ້ານທີ່ດິນ ແລະ ການຄຸ້ມຄອງທີ່ດິນໃນເຂດແມ່ນໍ້າຂອງ, ລວມທັງການແລກປ່ຽນປະສົບການ ແລະ ທັດສະນະຂອງຜູ້ເຂົ້າຮ່ວມຈາກປະເທດຕ່າງໆ ແລະ ຂະແໜງການຕ່າງໆໃນທົ່ວພາກພື້ນ. ຊຶ່ງສຳມະນາຄັ້ງນີ້ ຈະດຳເນີນໄປໃນຮູບອອນລາຍ ເປັນເວລາສອງອາທິດ ນັບແຕ່ ວັນທີ 7-18 ມິຖຸນາ.ກຳນົດປິດຮັບສະໝັກ ວັນທີ 21 ເມສາ 2021.ຍັງມີໂອກາດຫຼາຍສຳລັບ ຜູ້ສະໝັກຄົນລາວ. ຊຶ່ງສາມາດປະກອບແບບຟອມໄດ້ທີ່ນີ້ https://form.jotform.com/210878789397076ສຶກສາຂໍ້ມູນກ່ຽວກັບໂຄງການນີ້ຕາມເອກະສານຄັດຕິດດັ່ງຕໍ່ໄປນີ້ >>>> Summer School on Land June 2021-Describeທ່ານສາມາດເຂົ້າເບິ່ງລາຍລະອຽດເພິ່ມເຕີມໄດ້ທີ່ນີ້  ...

ງານແຂ່ງຂັນປະກວດຜົນງານການສ້າງເລື່ອງເລົ່າດ້ວຍຂໍ້ມູນ(ກຳນົດສົ່ງ ວັນທີ 29 ມີນາ 2021)

ຈຸດປະສົງຂອງງານປະກວດຄັ້ງນີ້ ແມ່ນເພື່ອຊຸກຍູ້ສົ່ງເສີມບັນດາຜູ້ຊ່ຽວຊານ, ນັກຄົ້ນຄວ້າ, ນັກສຶກສາ ໂດຍສະເພາະເພດຍິງ ແລະ ຄົນຊົນເຜົ່າ ເພື່ອສະແດງໃຫ້ເຫັນຄຸນຄ່າຄວາມສຳຄັນຂອງຂໍ້ມູນ ໂດຍຜ່ານການເລົ່າເລື່ອງທີ່ເປັນຮູບພາບ ທັງເປັນການປະກອບສ່ວນເຂົ້າໃນຊຸມຊົນຂໍ້ມູນເປີດດ້ວຍການເພີ່ມຄວາມສາມາດໃນການເຂົ້າເຖິງຂໍ້ມູນຂ່າວສານດ້ານບໍລິການສາທາລະນະ. ໃນຊ່ວງການລະບາດຂອງພະຍາດໂຄວິດ-19, Open Development Mekong (ODM) ຮ່ວມກັບ SPIDER Center  ເຊີນຊວນໃຫ້ບັນດາທ່ານປະກອບສ່ວນ ເຂົ້າຮ່ວມນຳໃຊ້ຄວາມຮູ້ ແລະ ສ້າງສັນຂໍ້ມູນ ເພື່ອສ້າງເປັນບົດເລື່ອງ ພາຍໃຕ້ຫົວຂໍ້ “ຜົນກະທົບຂອງ COVID-19” ໂດຍນຳໃຊ້ຂໍ້ມູນຕາມແພັດຟອມ ODI ຫຼື ແຫຼ່ງອື່ນໆທີ່ກ່ຽວຂ້ອງ.The Open Development Initiative (ODI) ພາຍໃຕ້  the East-West Management Institute (EWMI) ຂໍເຊີນບັນດາທ່ານ ສົ່ງຜົນງານ ການເລົ່າບົດເລື່ອງໂດຍນຳໃຊ້ຂໍ້ມູນປະກອບ. ໂດຍສະເພາະ ຜູ້ເຂົ້າຮ່ວມທີ່ມາຈາກທຸກປະເທດ ລຸ່ມແມ່ນ້ຳຂອງເຊັ່ນ: ...

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VSAdz
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!