ສ້າງລະບົບຍຸຕິທຳທີ່ເຂັ້ມແຂງ ເພື່ອທຳລາຍວົງຈອນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ໃນວັນທີ 26-27 ພຶດສະພານີ້, ບັນດາອົງການຍຸຕິທຳທີ່ສຳຄັນ ໄດ້ຮ່ວມກັນສຳຫຼວດຄວາມສາມາດປະຕິບັດໜ້າທີ່ຂອງຕົນໃນການຕອບໂຕ້ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຂື້ນ ເປັນຄັ້ງທຳອິດຢູ່ ສປປ ລາວ. ຝຶກອົບຮົມຄັ້ງນີ້ ໄດ້ປະຕິບັດຕາມຄຳແນະນຳທີ່ໄດ້ລະບຸໄວ້ໃນການປະເມີນຄວາມຕ້ອງການດ້ານຄວາມອາດສາມາດລະອຽດຂອງຂະແໜງການຕ່າງໆ ໃນປີກາຍນີ້ ໂດຍໂຄງການພັດທະນາຂອງອົງການສະຫະປະຊາຊາດ (UNDP), ກ່ຽວກັບຄວາມສາມາດ ແລະ ຄວາມພ້ອມໃນການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດກ່ຽວກັບການຕ້ານ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ. ອ່ານເພິ່ມເຕີມ ...
ຂ່າວສານປະເທດລາວ
ລາວສາມາດຕີຕະຫຼາດຈີນໄດ້ດີຂຶ້ນ
ປະເທດຈິນໄດ້ໃຫ້ການບໍລິການດ້ານການຄ້າແບບພິເສດສຳລັບປະເທດລາວ, ເຮັດໃຫ້ທຸລະກິດຂອງລາວສາມາດສົ່ງອອກສິນຄ້າອອກສູ່ໜຶ່ງໃນຕະຫຼາດທີ່ໃຫຍ່ທີ່ສຸດໃນໂລກ.ຕາມບົດລາຍງານຂອງກະຊວງອຸດສາຫະກຳ ແບະ ການຄ້າຂອງລາວ, ທຸລະກິດຂອງລາວສາມາດຂາຍສິນຄ້າໃນຕະຫຼາດຈີນໃນລາຄາທີ່ສູງຂຶ້ນຍ້ອນນະໂຍບາຍພາສີການນຳເຂົ້າແບບພິເສດຈາກຈີນ.ອ່ານຕໍ່ ...
ເອກະພອນ ພູທອນສີ
ການຮ່ວມມືລາວ-ໄທ ເພື່ອພັດທະນາການປິ່ນປົວຫູໜວກຂອງໂຮງໝໍມະໂຫສົດ
ໂຮງໝໍມະໂຫສົດຈະຮ່ວມມກັບຊ່ຽວຊານຈາກບັນດາປະເທດສະມາຊິກອາຊຽນ ລວມທັງປະເທດໄທ ເພື່ອປັບປຸງການຮັກສາຄົນເຈັບທີ່ສູນເສຍການໄດ້ຍິນ. ໃນນີ້ລວມມີການຝຶກອົບຮົມການຜ່າຕັດປ່ຽນປະສາດຫູທຽມ ສຳລັບພະນັກງານການແພດຂອງລາວໃນວັນສຸກຜ່ານມາ ເຊິ່ງດຳເນີນໂດຍ ດຣ ທຸລະຂັນ ມຸກກຸນ ໄສຍະແພດຫູ, ດັງ, ຄໍ (ENT) ຈາກໂຮງໝໍຕຼັງປະເທດໄທ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
China helps Laos in training of economic development planning
The 2018 Laos’ National Economic Development Planning and Strategy Training Workshop was opened here on Tuesday. At the workshop, teachers from China will offer a 21-day training to Lao trainees. Keep reading ...
ລາວຍຶດໝັ້ນສືບຕໍ່ສົ່ງເສີມສິດທິເດັກ
ລາວຈະສືບຕໍ່ຮ່ວມວຽກກັບອົງການຢູນິເຊັບ ແລະ ບັນດາຄູ່ຮ່ວມພັດທະນາເພື່ອສົ່ງເສີມ ແລະ ປົກປ້ອງສິດທິເດັກ. ທັງນີ້ ລາວວາງເປົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ພາຍໃນ 2030 ພາຍໃຕ້ອະນຸສັນຍາວ່າດ້ວຍສິດທິເດັກ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ທະນາຄານກາງຂອງໄທ ແລະ ລາວລົງນາມ MOU ເສີມຂະຫຍາຍການຮ່ວມມື
ທະນາຄານແຫ່ງປະເທດໄທ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືໃນຂົງເຂດວຽກງານນະວັດຕະກຳທາງການເງິນ ແລະ ລະບົບການຈ່າຍເງິນ ທີ່ຊຽງລາຍ ວານນີ້ ພາຍຫຼັງການພົບປະໃນກອງປະຊຸມລັດຖະມົນຕີອາຊຽນ ແລະ ກອງປະຊຸມລັດຖະບານກາງອາຊຽນ, ແລະກອງປະຊຸມອື່ນໆທີ່ກ່ຽວຂ້ອງ.ທ່ານ ວີຣະໄທ ສັນຕິພາພົບ ອຳນວຍການທະນາຄານແຫ່ງປະເທດໄທ ແລະ ທ່ານ ສົມດີ ດວງດີ ອຳນວຍການທະນາຄານແຫ່ງ ສປປ ລາວ ໄດ້ລົງນາມໃນ MOU ແນໃສ່ເສີມຂະຫຍາຍການຮ່ວມມືທາງດ້ານນະວັດຕະກຳການເງິນ ແລະ ການບໍລິການເບີກຈ່າຍ ເພື່ອສົ່ງເສີມການເຄື່ອນໄຫວທາງການເງິນພາຍໃນ ແລະ ລະຫວ່າງປະເທດໃຫ້ມີປະສິດທິພາບ ແລະ ຄວາມປອດໄພຍິ່ງຂຶ້ນ, ກໍຄືສົ່ງເສີມການນຳໃຊ້ເງິນຕາຂອງປະເທດ. ອ່ານຕໍ່ ...
The Nation
ການຄົ້ນຄວ້າຂະແໜງລ້ຽງສັດຊ່ວຍຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງປະເທດ
ວຽງຈັນ (ວຽງຈັນທາມສ໌/ANN) – ສະຖາບັນຄົ້ນຄວ້າກະສິກຳປ່າໄມ້ແຫ່ງຊາດ (NAFRI) ໄດ້ພັດທະນາ 10 ວີທີການໃນການລ້ຽງສັດ ເຊິ່ງຊ່ວຍປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສົ່ງເສີມການສົ່ງອອກຜະລິດຕະພັນສັດລ້ຽງ.ເຈົ້າໜ້າທີ່ NAFRI ກ່າວວ່າໜຶ່ງໃນບັນດານເຕັກນິກທີ່ຜ່ານການຄົ້ນຄວ້າກໍຄືການໃຫ້ອາຫານງົວທີ່ຫາກໍຕົກລູກໃໝ່.ອ່ານຕໍ່ ...
ໂຕະຂ່າວ
Laos, China ink deals to deepen cooperation
Laos and China signed nine cooperation agreements in Beijing this week after a meeting between the two countries’ top leaders. President Bounnhang Vorachit and his Chinese counterpart Xi Jinping held a bilateral meeting in Beijing on Tuesday, a day after the first ever Leaders Roundtable ...
ກະຊວງລາວຮ່າງແຜນວາລະການປະຕິຮູບທາງດ້ານການເງິນຂອງລັດ
ວຽງຈັັນ (ວຽງຈັນທາມສ໌/ANN) – ກະຊວງການເງິນຈະສຸມໃສ່ຫົກໂຄງສ້າງການພັດທະນາ ພາຍຫຼັງບາດກ້າວສຳຄັນໃນການພັດທະນາ ແລະ ການບໍລິຫານການເງິນໃນປີຜ່ານມາ. ຫົກໂຄງສ້າງການພັດທະນາສຳລັບປີ 2019 ຈະເນັ້ນໃສ່ການດັດປັບນະໂຍບາຍດ້ານການເງິນ, ການປັບປຸງລະບຽບການສຳລັບຂະແໜງການເງິນ, ການປະຕິຮູບລະບົບເກັບກຳລາຍຮັບ, ການປັບໂຄງສ້າງລະບົບການຄຸ້ມຄອງຄ່າໃຊ້ຈ່າຍ ແລະ ການຫັນເປັນທັນສະໄໝຂອງຂະແໜງການເງິນ.ອ່ານຕໍ່ ...
ໂຕະຂ່າວ
ອຳນາດການປົກຄອງຂັ້ນແຂວງຈາກລາວ, ໄທ ປຶກສາຫາລືເພື່ອສະກັດກັ້ນການຄ້າມະນຸດ
ອຳນາດການປົກຄອງແຂວງຈຳປາສັກ ປະເທດລາວ ແລະ ຈັງຫວັດອຸບົນລາດຊະທານີ ປະເທດໄທ ສືບຕໍ່ຮ່ວມມືກັນໃນໂຄງການປົກປ້ອງແຮງງານແມ່ຍິງ ແລະ ເດັກນ້ອຍຈາກການຄ້າປະເວນີທີ່ຜິດກົດໝາຍ ແລະ ການຄ້າມະນຸດ. ຕາມການລາຍງານຂອງສຳນັກຂ່າວຈຳປາໃໝ່, ການປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ຈັງຫວັດອຸບົນລາດຊະທານີ ເພື່ອແລກປ່ຽນປະສົບການ ແລະ ທັກສະຕ່າງໆໃນການຈັດການກັບການຄ້າມະນຸດໃນພື້ນທີ່ຊາຍແດນລະຫວ່າງສອງແຂວງ.ອ່ານຕໍ່ ...
ວຽງຈັນທາມສ໌
ລຸກຊຳບວກສືບຕໍ່ສະໜັບສະໜູນໂຄງການພັດທະນາໃນລາວ
ລັດຖະບານລາດຊະອານາຈັກລຸກຊຳບວກ ໄດ້ຕົກລົງສືບຕໍ່ການຊ່ວຍເຫຼືອ 11.7 ລ້ານກວ່າຢູໂຣ ໃນການຈັດຕັ້ງປະຕິບັດໂຄງການພັດທະນາໃນລາວ.ມື້ວານນີ້ ລຸກຊຳບວກໄດ້ລົງນາມໃນສາມຂໍ້ຕົກລົງກັບກະຊວງແຜນການ ແລະ ການລົງທຶນ ເພື່ອສືບຕໍ່ການຊ່ວຍເຫຼືອລາວ ໃນການປະຕິບັດເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ການອະນຸຍາດສຳລັບທຸລະກິດການເງິນຈຸນລະພາກຈະກັບມາໃນເດືອນມີນາ, ຕາມເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ມີແຜນກັບມາທຳການອະນຸມັດທຸລະກິດການເງິນຈຸນລະພາກເລີ່ມແຕ່ເດືອນມີນາເປັນຕົ້ນໄປ ຫຼັງຈາກໄດ້ມີການງົດການຊຳລະສະສາງຂອງໜ່ວຍທຸລະກິດດັ່ງກ່າວໃນປີ 2017.ຜູ້ປະກອບການທີ່ມີຄວາມສົນໃຈໃນການຈັດຕັ້ງທຸລະກິດການເງິນຈຸນລະພາກແບບບໍ່ມີການຝາກເງິນ, ການບໍລິການໂອນເງິນ, ທຸລະກິດເຊົ່າ ແລະ ໂຮງຈຳນຳ ສາມາດຍື່ນໃບສະໝັ້ກພ້ອມດ້ວຍເອກະສານທີ່ກ່ຽວຂ້ອງໄປຍັງພະແນກການທີ່ກ່ຽວຂ້ອງໃນເດືອນມີນາ.ອ່ານຕໍ່ ...
ໂຕະຂ່າວ
ກະຊວງຄາດໝາຍການຂະຫຍາຍຕົວຂອງຂະແໜງພະລັງງານ
ວຽງຈັນ (ວຽງຈັນທາມສ໌/ANN) – ກົມຄຸ້ມຄອງພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ມີແຜນພັດທະນາລະບົບພະລັງງານໃຫ້ທັນສະໄໝ ແລະ ເພີ່ມຄວາມສາມາດໂດຍລວມ ດ້ວຍການຕິດຕັ້ງໂຮງໄຟຟ້າພະລັງນ້ຳໂດຍນຳໃຊ້ເຕັກໂນໂລຊີທີ່ດີທີ່ສຸດ ແລະທັນສະໄໝທີ່ສຸດ.ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວໃນກອງປະຊຸມສອງວັນກ່ຽວກັບການຖອດຖອນບົດຮຽນເພື່ອປັບປຸງວຽກງານອຸດສາຫະກຳດ້ານພະລັງງານວ່າ ການກໍ່ສ້າງໂຮງງານໄຟຟ້າແມ່ນສ່ວນໜຶ່ງຂອງພາລະກິດທີ່ສຳຄັນຂອງຊາດ ໃນການກ້າວເປັນປະເທດຫຼັກແຫຼ່ງໃນການສະໜອງພະລັງງານໄຟຟ້າໃນພາກພື້ນ.ອ່ານຕໍ່ ...
News Desk
Cross-border bridge congestion target of Savan Park proposal
Savan Logistics based in the Special Economic Zone or Savan Park has proposed establishment of Common Control Areas in the park, aimed at easing traffic congestion at the Lao-Thai border checkpoint. Currently the CCA proposal is being discussed among the officials concerned from line ministries, ...
ລາວພັດທະນາແອັບມືຖືສຳລັບການຄຸ້ມຄອງການລ້ຽງສັດ
ວຽງຈັນ (ວຽງຈັນທາມສ໌/ANN) – ກົມລ້ຽງສັດ ແລະ ການປະມົງ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຊັນສັນຍາກັບບໍລິສັດ TE-FOOD International ຂອງເຢຍລະມັນ ໃນການພັດທະນາແອັບພິເຄເຊິນສຳລັບໂທລະສັບມືຖື ເຊິ່ງຈະເຮັດໃຫ້ການຄຸ້ມຄອງຟາມລ້ຽງສັດ ມີປະສິດທິຜົນ ແລະ ປະສິດທິພາບຍິ່ງຂຶ້ນ.ເວັບໄຊຂອງບໍລິສັດ TE-FOOD International ອະທິບາຍກ່ຽວກັບອົງກອນວ່າເປັນ “ລະບົບນິເວດທີ່ສາມາດຕິດຕາມອາຫານສົດຈາກຟາມເຖິງໜ້າໂຕະຜ່ານ blockchain, ເຊິ່ງຄອບຄຸມກິດຈະກຳການຂົນສົ່ງ ແລະ ກິດຈະກຳດ້ານຄຸນນະພາບຂອງອາຫານ ແລະ ການຄຸ້ມຄອງຂໍ້ມູນຂອງຕ່ອງໂສ້ສະບຽງອາຫານ”.ອ່ານຕໍ່ ...
ອຸ່ນຄຳ ພິມມະຕະ
JICA ແລະ UXO-Laos ຮ່ວມມືໃນການປະຕິບັດການເກັບກູ້ລະເບີດ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຈາກອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ຮ່ວມປະຊຸມທີ່ນະຄອວຫຼວງວຽງຈັນໃນອາທິດແລ້ວນີ້ ໃນກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທຳອິດຂອງໂຄງການ ເພື່ອເຊື່ອມໂຍງໂຄງການເກັບກຸ້ລະເບີດແຫ່ງຊາດ ເຂົ້າກັບການຫຼຸດຜ່ອນຄວາມທຸກຍາກ.ກອງປະຊຸມດັ່ງກ່າວມີການເຂົ້າຮ່ວມຂອງທ່ານ ບຸນພະມິດ ສົມວິຈິດ ອຳນວຍການອົງການເກັບກູ້ລະເບີດແຫ່ງຊາດລາວ (UXO-Laos) ແລະ ທ່ານນາງ ອະກິໂກະ ສະນະດະ ຜູ້ຕາງໜ້າລະດັບສູງຂອງອົງການ JICA ປະຈຳລາວ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/jica-uxo-laos-collaborate-operations-98583
ລາວຈະມີກົດໝາຍກ່ຽວກັບຄວາມສະເໝີພາບທາງເພດ
ໃນວັນພະຫັດນີ້ ທ່ານ ປອ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ ໄດ້ສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງເອົາກົດໝາຍສະບັບໃໝ່ ເພື່ອສົ່ງເສີມຄວາມສະເໝີພາບທາງເພດ.ທ່ານໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄວາມສະເໝີພາບທາງເພດ ຕໍ່ນັກກົດໝາຍເພື່ອພິຈາລະນາ ແລະ ຮັບຮອງເອົາ, ໂດຍກ່າວວ່າກົດໝາຍສະບບດັ່ງກ່າວ ເປັນສິ່ງຈຳເປັນ ເພື່ອຮັບປະກັນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບຄວາມກ້າວໜ້າຂອງແມ່ຍິງ.ອ່ານຕໍ່ ...
ເອກະພອນ ພູທອນສີ
Proposals for Sixth International Conference on Lao Studies and land-related topics
Sixth International Conference on Lao Studies (13 June 2019) calls for papers for land-related topics: • Large-Scale Economic Land Concessions • Livelihood Changes • Nature Conservation (including Wildlife and Protected Area Management) • Nature-Society Interactions • Politics • Research Methodologies in Lao Studies • Rural Development • Transnational Networks and Relations • Urbanization and ...
ສະຖານທູດກຸຍບາລ້ຽງສົ່ງນັກຮຽນທຶນ 6 ຄົນເພື່ອໄປສຶກສາຕໍ່
ລັດຖະບານກຸຍບາໄດ້ໃຫ້ທຶນການສຶກສາສຳລັບນັກສຶກສາລາວຈຳນວນ 6 ທຶນເພື່ອໄປສຶກສາຕໍ່ຢູ່ປະເທດກຸຍບາ ຢູ່ທີ່ໂຮງຮຽນວິທະຍາການແພດອາເມລິກາລາຕິນ (ELAM) ເມືອງຮາວານາ, ໃນຂະແໜງກົດໝາຍ ແລະ ກະເສດສາດ ສຳລັບສົກການສຶກສາ 2019-2020.ພິທີລ້ຽງສົ່ງນັກສຶກສາທຶນດັ່ງກ່າວໄດ້ຈັດຂຶ້ນທີ່ສະຖານທູດກຸຍບາ ໃນຕອນແລງຂອງວັນສຸກແລ້ວນີ້ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ປາໂບລ ອັນໂຕນີໂອ ໂຣດິເກັດສ໌ ວິດາວ, ເຈົ້າໜ້າທີ່ການທູດກຸຍບາ, ນັກສຶກສາ ແລະ ເຈົ້າໜ້າທີ່ລັດຖະບານ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ຈູດເຜົາ, ຕັດໄມ້ຢູ່ປ່າສະຫງວນແຫ່ງຊາດ ພູເຂົາຄວາຍ
ຕາມນັກທ່ອງທ່ຽວທີ່ໄດ້ໂອ້ລົມກັບ Laotian Times ໃນເງື່ອນໄຂທີ່ບໍ່ປະສົງອອກນາມ, ເຂດສວນສາທາລະນະພວມຖືກຖາງປ່າເຮັດໄຮ່ ແລະ ເຮັດວຽກງານອື່ນໆ. ຮູບພາບສະແດງໃຫ້ເຫັນດິນກວ້າງໃຫຍ່ທີ່ຖືກຮົ້ວແລະຖືກທຳລາຍໃນການກະກຽມການປູກຝັງ.ປ່າສະຫງວນແຫ່ງຊາດພູເຂົາຄວາຍ ຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດຕາເວັນອອກສຽງເໜືອປະມານ 40 ກິໂລແມັດ ເປັນທີ່ຕັ້ງຂອງສັດປ່າທີ່ອຸດົມສົມບູນ ລວມທັງສັດປ່າທີ່ໃກ້ຈະສູນພັນຫຼາຍຊະນິດເຊັ່ນ: ຊ້າງອາຊີ, ເສືອດາວໝອກ, ແລະ ໝີດຳອາຊີຕິກ. ສວນສາທາລະນະຍັງເປັນແຫຼ່ງນ້ໍາທີ່ສໍາຄັນສໍາລັບພາກພື້ນແລະເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ.ອ່ານເພິ່ມເຕີມ ...
ລັດສະໝີ ພອນວິໄລ