ລາວວາງແຜນກະຕຸ້ນການຂະຫຍາຍຕົວຂອງເສດຖະກິດ ປີ 2019
ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີແຜນນຳໃຊ້ງົບປະມານ 44,347 ຕື້ກີບ ຫຼື 26.80% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ເຂົ້າໃນການລົງທຶນ ເພື່ອຮັບປະກັນການຂະຫຍາຍຕົວດ້ານເສດຖະກິດຂອງຊາດໃຫ້ມີສະຖຽນລະພາບ.ອີງຕາມກະຊວງແຜນການ ແລະ ການລົງທຶນ, ງົບປະມານຈຳນວນ 4,359 ຕື້ກີບ ຫຼື 9.83% ຂອງຈຳນວນທັງໝົດ ເຊິ່ງທຽບເທົ່າກັບ 2.63% ຂອງ GDP, ແມ່ນມາຈາກແຫຼ່ງທຶນພາຍໃນປະເທດ.ອ່ານຕໍ່ ...
ໂຕະຂ່າວ
ລາວສູ້ຊົນປັບປຸງອັນດັບຄວາມສະດວກໃນການດຳເນີນທຸລະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຫວັງວ່າອັນດັບໂລກໃນດັດຊະນີຄວາມສະດວກໃນການດຳເນີນທຸລະກິດ ຈະໄດ້ຮັບການປັບປຸງ ຫຼັງຈາກທີ່ລັດຖະບານໄດ້ອອກມາດຕະການເພື່ອຂັບເຄື່ອນເສດຖະກິດ ໂດຍການສ້າງຄວາມສະດວກໃນການດຳເນີນທຸລະກິດໃນປະເທດ.ໃນປີ 2019, ມີພຽງປະເທດມຽນມາທີ່ຢູ່ອັນດັບຕ່ຳກວ່າລາວໃນປະດາປະເທດສະມາຊິກອາຊຽນ. ລາວຕົກອັນດັບໄປ 13 ລະດັບມາຢູ່ອັນດັບທີ 154 ໃນ 190 ປະເທດທີ່ເຂົ້າຮ່ວມໃນການຈັດອັນດັບ. ສ່ວນປະເທດມຽນມາແມ່ນຢູ່ອັນດັບທີ 171.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-strives-improve-ease-doing-business-ranking-98164
ລາວ, ຈີນຮ່ວມມືໃນການປິ່ນປົວພະຍາດຫົວໃຈ ແລະ ຫຼອດເລືອດ
ລາວ ແລະ ຈີນຕົກລົງເດີນໜ້າການຮ່ວມມືໃນການປິ່ນປົວພະຍາດຫົວໃຈ ແລະ ຫຼອດເລືອດທີ່ໂຮງໝໍມະໂຫສົດ ຕາມການລົງນາມໃນຂໍ້ຕົກລົງ ໂດຍທ່ານ ດຣ ພິສິດ ພຸດສະຫວັດ ອຳນວຍການໂຮງໝໍມະໂຫສົດ ແລະ ທ່ານ ດຣ ໝ່າ ຫຼິງຄຸນ ຮອງອຳນວຍການໂຮງໝໍຫົວໃຈ ແລະ ຫຼອດເລືອດຝືຫວາຍ ຢຸນນານ ປະເທດຈີນ ໃນວັນອັງຄານນີ້.ຂໍ້ຕົກລົງດັ່ງກ່າວຈະເປັນການປູທາງໃຫ້ແກ່ການປັບປຸງການບົ່ງມະຕິ ແລະ ການປິ່ນປົວໂລກຫົວໃຈໃນລາວ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ອອສ໌ເຕຣເລຍສົມຄວນໄດ້ຮັບເຄຣດິດໃນການເຊື່ອມໂຍງປະເທດລາວກັບທົ່ວໂລກ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວພວມຢູ່ໃນໄລຍະການຫັນຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລມາ ເປັນປະເທດທີ່ເປັນສູນກາງການເຊື່ອມຕໍ່ທາງບົກໃນພາກພື້ນ ເຊິ່ງກຳລັງຢູ່ໃນໄລຍະການກໍ່ສ້າງຂົວຂ້າມນ້ຳຂອງ, ຖະໜົນ ແລະ ພື້ນຖານໂຄງລ່າງຕ່າງໆ ເພື່ອເຊື່ອມຕໍ່ກັບປະເທດເພື່ອບ້ານໄທ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ຈີນ.ໜຶ່ງໃນໂຄງການທີ່ມີບົດບາດສຳຄັນໃນການເຊື່ອມຕໍ່ປະເທດລາວກັບທົ່ວໂລກແມ່ນໂຄງການກໍ່ສ້າງທາງລົດໄຟລາວ-ຈີນທີ່ພວມກຳລັງດຳເນີນ. ຕອນທາງລົດໄຟ ເຊິ່ງຕັດຈາກຊາຍແດນຈີນເຖິງນະຄອນວຽງຈັນ ຈະເປັນສ່ວນໜຶ່ງຂອງເສັ້ນທາງລົດໄຟສິງກະໂປ-ຄຸນໝິງ, ຊຶ່ງເປັນເສັ້ນທາງເຊື່ອມຕໍ່ທີ່ສຳຄັນຂອງບັນດາປະເທດໃນອາຊຽນ.ອ່ານຕໍ່ ...
ເອກະພອນ ພູທອນສີ
ປະທານປະເທດຮັງກາລີ ຢ້ຽມຢາມລາວເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື
ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ຈາໂນ ເອເດີ ປະທານປະເທດສາທາລະນະລັດ ຮັງກາລີ ພ້ອມຄະນະ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ ໃນວັນພະຫັດແລ້ວນີ້ ເພື່ອຢ້ຽມຢາມປະເທດລາວຢ່າງເປັນທາງການ ແຕ່ວັນທີ 24-26 ກັນຍານີ້ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ບຸນຍັງ ວໍລະຈິດ.ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື ລະຫວ່າງສອງຊາດລາວ ຮັງກາລີ.ພິທີຕ້ອນຮັບທ່ານປະທານປະເທດ ເອເດີ ຢ່າງເປັນທາງການ ໄດ້ຈັດຂຶ້ນທີ່ທຳນຽບປະທານປະເທດ ໃນວັນສຸກແລ້ວນີ້, ນຳໂດຍທ່ານປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍເຈົ້າໜ້າທີ່ລະດັບສູງຂອງລາວ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ລັດຖະບານຕ້ອງການກົນໄກທີ່ເຂັ້ມງວດກວ່າເດີມ ເພື່ອຫຼຸດຜ່ອນການກະທຳຜິດທາງການເງິນ: ສພຊ
ວຽງຈັນ (ວຽງຈັນທາມສ໌) – ໃນວັນພະຫັດນີ້ ບັນດາສະມາຊິກ ສະພາແຫ່ງຊາດ (ສພຊ) ໄດ້ຊຸກຍູ້ລັດຖະບານ ໃຫ້ອອກມາດຕະການທີ່ເຂັ້ມງວດ ເພື່ອສະກັດກັ້ນການກະທຳຜິດທີ່ກ່ຽວຂ້ອງກັບການເງິນຂອງລັດ ພາຍຫຼັງຮູ້ມາວ່າ ການກະທຳຜິດໃນລັກສະນະດັ່ງກ່າວເກີດຂຶ້ນເປັນປົກກະຕິ.ໃນລະຫວ່າງການຫາລືໃນກອງປະຊຸມ ທີ່ອະນຸຍາດໃຫ້ສະມາຊິກສະພາມີຄຳເຫັນກ່ຽວກັບບົດລາຍງານຂອງອົງການກວດສອບແຫ່ງລັດ, ນັກສ້າງກົດໝາຍໄດ້ກ່າວວ່າ ມັນບໍ່ມີຄວາມໝາຍຫຍັງ ຖ້າລັດຖະບານບໍ່ດຳເນີນການລົງໂທດ ທັນທີ່ທີ່ມີການກວດພົບການກະທຳຜິດ ໂດຍຄະນະກວດສອບ.ນອກນີ້ ຍັງມີຄຳເຫັນວ່າ ລັດຖະບານຄວນພິຈາລະນາຄວາມເປັນໄປໄດ້ໃນການອະນຸຍາດໃຫ້ອຳນາດການປົກຄອງທ້ອງຖິ່ນ ນຳໃຊ້ເງິນຂອງລັດ ທີ່ບໍ່ນອນຢູ່ໃນແຜນງົບປະມານ ໃນກໍລະນີສຸກເສີນ, ເພື່ອໃຫ້ເຂົາເຈົ້າສາມາດແກ້ໄຂບັນຫາໃຫ້ທ່ວງທັນກັບສະພາບການ ເມື່ອເກີດໄພພິບັດ.ອ່ານຕໍ່ ...
ເອກະພອນ ພູທອນສີ
ລາວຂາດດູນການຄ້າເພີ່ມຂຶ້ນໃນໄຕມາດທຳອິດຂອງປີ 2019
ວຽງຈັນ (ວຽງຈັນທາມສ໌/ANN) – ມູນຄ່າລວມໃນການສົ່ງອອກ ແລະ ນຳເຂົ້າສິນຄ້າຂອງລາວໃນໄຕມາດທຳອິດຂອງປີ 2019 ຫຼຸດຕົວເລກໃນໄລຍະດຽວກັນຂອງປີກາຍປະມານ 1.53 ເປີເຊັນ, ໂດຍບໍ່ລວມມູນຄ່າການນຳເຂົ້າ ແລະ ສົ່ງອອກກະແສໄຟຟ້າ.ມູນຄ່າການຄ້າລວມໃນສາມເດືອນຕົ້ນປີນີ້ ແຕະລະດັບ US$2,317 ລ້ານໂດລາ, ເຊິ່ງໃນນັ້ນການນຳເຂົ້າສິນຄ້າມີມູນຄ່າ US$1.229 ລ້ານໂດລາ ແລະ ມູນຄ່າໃນການສົ່ງອອກແມ່ນ US$1,086 ລ້ານໂດລາ. ນີ້ສົ່ງຜົນໃຫ້ມີການຂາດດູນການຄ້າ US$143 ລ້ານໂດລາ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...
ໂຕະຂ່າວ
ຮອງນາຍົກ: ຮັບປະກັນຄວາມໂປ່ງໃສໃນການສືບສວນສາເຫດສັນເຂື່ອນແຕກ ເຮັດໃຫ້ເກີດໄພນ້ຳຖ້ວມທີ່ສະໜາມໄຊ
ຮອງນາຍົກຢືນຢັນວ່າລັດຖະບານຈະທຳການສືບສວນສອບສວນຫາສາເຫດທີ່ເຮັດໃຫ້ສັນເຂື່ອນຂອງໂຄງການພະລັງງານໄຟຟ້ານ້ຳຕົກ ເຊປຽນ-ເຊນ້ຳນ້ອຍແຕກແບບໂປ່ງໃສ ແລະ ເປີດເຜີຍ ພາຍໃຕ້ການຊ່ວຍເຫຼືອ ແລະ ການມີສ່ວນຮ່ວມຈາກຫຼາຍພາກສ່ວນຜູ້ຊ່ຽວຊານ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ເກົາຫຼີໃຕ້ຈະສືບຕໍ່ໃຫ້ການຊ່ວຍເຫຼືອການພັດທະນາຊົນນະບົດໃນລາວ
ລັດຖະບານເກົາຫຼີໃຕ້ຈະສືບຕໍ່ສະໜັບສະໜູນການພັດທະນາຊົນນະບົດໃນລາວ ເພື່ອແນໃສ່ສົ່ງເສີມພາລະກິດການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາທີ່ສຸດຂອງລາວ.ໂຄງການພັດທະນາຊົນນະບົດຂອງລັດຖະບານເກົາຫຼີໃຕ້ ແມ່ນແນໃສ່ບ້ານໃນນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ສະຫວັນນະເຂດ ໂດຍນຳໃຊ້ຕົວແບບການພັດທະນາແຊມູນ ອຸນດອງຂອງເກົາຫຼີ ເຊິ່ງສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ເຈົ້າໜ້າທີ່ຈະປະເມີນຜົນກະທົບການພັດທະນາໂດຍຊຸມຊົນລະດັບພາກພື້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ກອງທຶນຫຼຸດຜ່ອນຄວາມທຸກຍາກ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ຫາລືໂຄງການຄົ້ນຄ້ວາກ່ຽວກັບການພັດທະນາໂດຍຊຸມຊົນ ໃນການພັດທະນາຊົນນະບົດ, ເຊິ່ງລາວມີສ່ວນຮ່ວມຄຽງຄູ່ກັບບັນດາປະເທດພາກພື້ນແມ່ນ້ຳຂອງ.ໂຄງການຄົ້ນຄວ້າຮ່ວມດັ່ງກ່າວຈະດຳເນີນໂດຍກຳປູເຈຍ, ຈີນ, ມຽນມາ, ລາວ, ໄທ, ແລະ ຫວຽດນາມ ພາຍໃຕ້ທຶນຊ່ວຍເຫຼືອຂອງລັດຖະບານຈີນ ຜ່ານການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC).ອ່ານຕໍ່ ...
ໂຕະຂ່າວ
ມະຫາວິທະຍາໄລລາວ, ມາເລເຊຍຮ່ວມມືກັນສົ່ງເສີມການຄົ້ນຄວ້າດ້ານສັງຄົມ
ຄູອາຈານລາວ ແລະ ຊ່ຽວຊານຈາກມະຫາວິທະຍາໄລມາລາຢາຂອງມາເລເຊຍ ໄດ້ລວມກັນຢູ່ນະຄອນຫຼວງວຽງຈັນໃນວັນພຸດຜ່ານມາ ໃນກອງປະຊຸມໄລຍະສາມວັນ ເພື່ອແລກປ່ຽນປະສົບການໃນການຄົ້ນຄວ້າດ້ານສັງຄົມ, ແນໃສ່ສົ່ງເສີມຄວາມສາມາດໃຫ້ແກ່ຄູຝຶກໃນຂະແໜງດັ່ງກ່າວ.“ກອງປະຊຸມຝຶກອົບຮົມຄູຝຶກເພື່ອສົ່ງເສີມຄວາມສາມາດໃນການຄົ້ນຄວ້າດ້ານສັງຄົມ ສຳລັບສະຖາບັນການສຶກສາຊັ້ນສູງຂອງລາວ ແລະ ມາເລເຊຍຄັ້ງທີໜຶ່ງ” (BRECIL) ໄດ້ຈັດຂຶ້ນຢູ່ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນວັນທີ 4-6 ກັນຍານີ້.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ລາວວາງເປົ້າສຳເລັດການກວດກາເຂື່ອນໄຟຟ້ານ້ຳຕົກໃນທົ່ວປະເທດພາຍໃນປີ 2020
ວຽງຈັນ, 4 ທັນວາ (ຊິນຫົວ) — ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານຂອງລາວ ກ່າວຕໍ່ສະພາແຫ່ງຊາດ (ສພຊ) ວ່າທີມງານກວດສອບໄດ້ສຳເລັດການກວດສອບເຂື່ອນແລ້ວຈຳນວນ 20 ແຫ່ງ ແລະຍັງອີກ 50 ແຫ່ງທີ່ຍັງຕ້ອງດຳເນີນການກວດສອບເພີ່ມ, ເຊິ່ງຄາດວ່າຈະສຳເລັດໜ້າວຽກທັງໝົດພາຍໃນປີ 2021.ອ່ານຕໍ່ ...
ຊຽວເຊຍ
ສື່ມວນຊົນໄດ້ຮັບການຊຸກຍູ້ໃຫ້ຫັນທິດໃນການສົ່ງເສີມການທ່ອງທ່ຽວ
ອົງການຈັດຕັ້ງສື່ມວນຊົນໃນລາວ ແລະ ຫວຽດນາມໄດ້ຮັບການຊຸກຍູ້ໃຫ້ຫັນທິດການສົ່ງເສີມການທ່ອງທ່ຽວ ໂດຍການຮ່ວມມືຢ່າງໃກ້ຊິດຕິດແທດໃນການຊຸກຍູກສົ່ງເສີມຜູ້ຊົມໃນການທ່ອງທ່ຽວສອງປະເທດ.ນີ້ແມ່ນຄຳແນະນຳຈາກກອງປະຊຸມ ເຊິ່ງຈັດຂຶ້ນໃນວັນທີ 21-24 ພຶດສະພານີ້ ທີ່ເມືອງຮາລອງ, ແຂວງກວາງນິງ ປະເທດຫວຽດນາມ.ກອງປະຊຸມ ເຊິ່ງມີຊື່ວ່າ “ບົດບາດຂອງສື່ມວນຊົນໃນການພັດທະນຍາການທ່ອງທ່ຽວ” ແມ່ນຈັດຂຶ້ນໂດຍກະຊວງຂໍ້ມູນຂ່າວສານ ແລະ ຄົມມະນາຄົມຫວຽດນາມ ເພື່ອຈຸດປະສົງໃນການແບ່ງປັນຂໍ້ມູນຂ່າວສານກ່ຽວກັບຄວາມສວຍງາມຂອງທຳມະຊາດ ແລະ ມໍລະດົກທາງວັດທະນະທຳຂອງປະເທດຫວຽດນາມ ແລະ ລາວ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ລາວຈະເລີ່ມເປີດບໍລິການ ອີວີຊາ ໃນເດືອນກໍລະກົດນີ້
ລາວຈະເລີ່ມເປີດບໍລິການຮັບສະໝັກວີຊາແບບອີເລັກໂທຣນິກ (ອີວີຊາ) ໃນເດືອນກໍລະກົດປີນີ້, ເພື່ອໃຫ້ນັກທ່ອງທ່ຽວສາມາດສະໝັກວິຊາແບບອອນໄລ ກ່ອນເດີນທາງເຂົ້າປະເທດ.ເວັບໄຊທາງການສຳລັບການສະໝັກອີວີຊາກໍຄື https://laoevisa.gov.la ເວັບໄຊອີວີຊານີ້ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງກົມກົງສຸນ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ. ວີຊາທ່ອງທ່ຽວເຊິ່ງມີອາຍຸນຳໃຊ້ 30 ວັນ ຈະເປັນວີຊາປະເພດທຳອິດທີ່ໃຫ້ບໍລິການຜ່ານທາງເວັບໄຊ, ສ່ວນວີຊາປະເພດອື່ນຈະໃຫ້ບໍລິການເພີ່ມເຕີມໃນພາຍຫຼັງ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/06/25/laos-to-launch-online-evisa-service-in-july/
ລາວ, ລັດເຊຍ ຮ່ວມກັນເກັບກູ້ລະເບີດທີ່ຍັງບໍ່ທັນແຕກທີ່ແຂວງບໍລິຄຳໄຊ
ເຈົ້າໜ້າທີ່ທະຫານລາວ ແລະ ລັດເຊຍຈະຮ່ວມກຳລັງກັນໃນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ທີ່ເມືອງຄຳເກີດ ແຂວງບໍລິຄຳໄຊ.ພາລະກິດດັ່ງກ່າວຈະເລີ່ມຕົ້ນໃນເດືອນນີ້ ໄປເຖິງເດືອນມີນາ 2019, ຕາມການລາຍງານຂອງເຈົ້າໜ້າທີ່ຮັບຜິດຊອບໜ່ວຍທະຫານເກັບກູ້ລະເບີດເພື່ອມະນຸດສະທຳ 58 (U58) ຂອງກະຊວງປ້ອງກັນປະເທດ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ໜ່ວຍທຸລະກິດຄວນນຳໃຊ້ວິທີປະຕິບັດທີ່ດີດ້ານການຂົນສົ່ງ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈຳເປັນຕ້ອງເອົາໃຈໃສ່ໃນການເພີ່ມປະສິດທິພາບໃນການຂົນສົ່ງຜ່ານການນຳໃຊ້ວິທີການປະຕິບັດທີ່ດີຂອງໂລກ, ເນື່ອງຈາກປະຈຸບັນ ລາວໄດ້ມີການເຊື່ອມໂຍງໃນລະດັບພາກພື້ນ ແລະ ສາກົນ, ເຈົ້າໜ້າທີ່ການໃນນຳສະພາການຄ້າກ່າວ.ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະຫາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ກ່າວໃນກອງປະຊຸມວານນີ້ ກ່ຽວກັບການປັບປຸງການທຸລະກິດການຂົນສົ່ງໃນລາວ ວ່າການເຊື່ອມໂຍງໃນລະດັບພາກພື້ນ ແລະ ສາກົນເຮັດໃຫ້ການຂະຫຍາຍຕົວດ້ານເສດຖະກິດຂອງລາວມີສະຖຽນລະພາບໃນຊຸມປີຜ່ານມາ.ອ່ານຕໍ່ ...
ໂຕະຂ່າວ
ນະຄອນກຸມາໂມໂຕະຂອງຍີ່ປຸ່ນ ອາໄສລາວໃນການສົ່ງເສີມການທ່ອງທ່ຽວ
ນະຄອນກຸມາໂມໂຕະຂອງຍີ່ປຸ່ນ ກ່າວວ່າຈະເສີມຂະຫຍາຍຄວາມພະຍາຍາມ ໃນການສົ່ງເສີມເສັ້ນທາງການບິນໃໝ່ ເພື່ອເຊື່ອມຕໍ່ຕົວເມືອງກັບປະເທດລາວ ທ່າມກາງການຫຼຸດຈຳນວນລົງຂອງຜູ້ໂດຍສານທີ່ນຳໃຊ້ສະໜາມບິນຂອງຕົວເມືອງ.ໃນເດືອນຕຸລາທີ່ຜ່ານມາ ຫ້ອງການການບິນພົນລະເຮືອນຍີ່ປຸ່ນ ໄດ້ອະນຸມັດໃຫ້ບໍລິສັດການບິນລາວ ໃນການເປີດໂຕສອງເສັ້ນທາງການບິນໃໝ່ ເພື່ອເຊື່ອມຕໍ່ນະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວຫຼວງພະບາງ ກັບນະຄອນກຸມາໂມໂຕະ. ເສັ້ນທາງການບິນໃໝ່ນີ້ຈະເລີ່ມເປີດໃຫ້ບໍລິການໃນວັນທີ 18 ມີນາ 2020.ອ່ານຕໍ່ ...
Taejun Kang
ລາວ, ມູນນິທິເກົາຫຼີໃຕ້ ສືບຕໍ່ການຮ່ວມມືດ້ານສາທາລະນະສຸກ
ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງທ້ອງຖິ່ນ ຢືນຢັນວ່າຈະສືບຕໍ່ຮ່ວມມືກັບມູນນິທິເກົາຫຼີເພື່ອສຸຂະພາບສາກົນ (KOFIH) ໃນການຍົກລະດັບຄວາມສາມາດຂອງຊ່ຽວຊານສາທາລະນະສຸກຂອງລາວ.ທ່ານ ຮສ ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນກອງປະຊຸມພົບປະອະດີດນັກສຶກສາ KOFIH ຂອງ ສປປ ລາວ 2019 ສຳລັບນັກສຶກສາທຶນຝຶກອົບຮົມ ຫວ່າງໝໍ່ໆມານີ້ວ່າ ນີ້ບໍ່ແມ່ນເປັນພຽງແຕ່ສັນຍາລັກຂອງການຮ່ວມມືກັບເກົາຫຼີ ແຕ່ຍັງເປັນຈຸດເລີ່ມຕົ້ນໃນການຂະຫຍາຍການຮ່ວມມືໃນຂະແໜງການອື່ນໆທີ່ຈຳເປັນສຳລັບປະເທດລາວ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-south-korean-foundation-recommit-health-cooperation-98643
ການກວດສອບຂອງສະພາແຫ່ງຊາດພົບເອກະສານໃບຕາດິນຊ້ຳຊ້ອນກວ່າ 150 ສະບັບ
ວຽງຈັນ (ວຽງຈັນທາມສ໌/ANN) – ໃບຕາດິນຈຳນວນ 153 ສະບັບພົບວ່າມີການອອກຊ້ຳຊ້ອນ ຈາກການກວດສອບຂອງສະພາແຫ່ງຊາດໃນໄລຍະຜ່ານມາ, ເຈົ້າໜ້າທີ່ການນຳໃນການອອກກົດໝາຍກ່າວຢືນຢັນ.ເຈົ້າຂອງທີ່ດິນໄດ້ພະຍາຍາມນຳໃຊ້ເອກະສານໃບຕາດິນຊ້ຳຊ້ອນເພື່ອຄ້ຳປະກັນເງິນກູ້ຈາກທະນາຄານ ແລະ ສະຖາບັນການເງິນຕ່າງໆ, ສົ່ງຜົນໃຫ້ເກີດຂໍ້ຂັດແຍ່ງທີ່ຮຸນແຮງກ່ຽວກັບທີ່ດິນໃນທົ່ວປະເທດ.ສະມາຊິກສະພາແຫ່ງຊາດໄດ້ຫາລືບັນຫາດັ່ງກ່າວວານນີ້, ທັງມີການຕຳນິອຳນາດການປົກຄອງທີ່ມີສ່ວນໃນຂະບວນການອອກໃບຕາດິນຊ້ຳຊ້ອນ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/na-inspection-unearths-over-150-duplicate-land-titles-98244
WFP ເລີ່ມການສົ່ງມອບໂຄງການອາຫານໂຮງຮຽນໃຫ້ແກ່ລາວ
ອຸດົມໄຊ, ລາວ, 16 ພຶດສະພາ (Xinhua) — ອົງການອາຫານໂລກ (WFP) ໄດ້ສົ່ງມອບໂຄງການອາຫານໂຮງຮຽນໃນ 500 ກວ່າໂຮງຮຽນໃຫ້ແກ່ລັດຖະບານລາວ.ພິທີດັ່ງກ່າວໄດ້ມີຂຶ້ນໃນວັນພຸດຜ່ານມານີ້ ທີ່ໂຮງຮຽນບ້ານບໍ່ ແຂວງອຸດົມໄຊ, ຫ່າງຈາກນະຄອນວຽງຈັນໄປທາງພາກເໜືອປະມານ 310 ກມ, ເຊິ່ງ WFP ຈະສະໜອງອາຫານ 40,000 ຈານຕໍ່ປີໃຫ້ແກ່ເດັກນັກຮຽນຈຳນວນ 200 ຄົນໃນໂຮງຮຽນດັ່ງກ່າວ.ນັບແຕ່ປີ 2002 ເປັນຕົ້ນມາ ອົງການ WFP ໄດ້ເລີ່ມຕົ້ນການສະໜອງອາຫານໃຫ້ແກ່ໂຮງຮຽນ ໂດຍການສະໜອງຄາບເຂົ້າທີ່ມີໂພຊະນາການຄົບຖ້ວນໃຫ້ແກ່ເດັກນ້ອຍນັກຮຽນທີ່ມາໂຮງຮຽນໂດຍບໍ່ໄດ້ກິນເຂົ້າ. ມາເຖິງປະຈຸບັນ ໂຄງການໄດ້ຂະຫຍາຍການຄຸ້ມຄອງເດັກນ້ອຍຫຼາຍກວ່າ 140,000 ຄົນ ໃນ 1,450 ໂຮງຮຽນທົ່ວປະເທດ.ອ່ານຕໍ່ ...
ZX