ເກົາຫຼີໃຕ້ຈະສືບຕໍ່ໃຫ້ການຊ່ວຍເຫຼືອການພັດທະນາຊົນນະບົດໃນລາວ
ລັດຖະບານເກົາຫຼີໃຕ້ຈະສືບຕໍ່ສະໜັບສະໜູນການພັດທະນາຊົນນະບົດໃນລາວ ເພື່ອແນໃສ່ສົ່ງເສີມພາລະກິດການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາທີ່ສຸດຂອງລາວ.ໂຄງການພັດທະນາຊົນນະບົດຂອງລັດຖະບານເກົາຫຼີໃຕ້ ແມ່ນແນໃສ່ບ້ານໃນນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ສະຫວັນນະເຂດ ໂດຍນຳໃຊ້ຕົວແບບການພັດທະນາແຊມູນ ອຸນດອງຂອງເກົາຫຼີ ເຊິ່ງສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ເຈົ້າໜ້າທີ່ຈະປະເມີນຜົນກະທົບການພັດທະນາໂດຍຊຸມຊົນລະດັບພາກພື້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ກອງທຶນຫຼຸດຜ່ອນຄວາມທຸກຍາກ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ຫາລືໂຄງການຄົ້ນຄ້ວາກ່ຽວກັບການພັດທະນາໂດຍຊຸມຊົນ ໃນການພັດທະນາຊົນນະບົດ, ເຊິ່ງລາວມີສ່ວນຮ່ວມຄຽງຄູ່ກັບບັນດາປະເທດພາກພື້ນແມ່ນ້ຳຂອງ.ໂຄງການຄົ້ນຄວ້າຮ່ວມດັ່ງກ່າວຈະດຳເນີນໂດຍກຳປູເຈຍ, ຈີນ, ມຽນມາ, ລາວ, ໄທ, ແລະ ຫວຽດນາມ ພາຍໃຕ້ທຶນຊ່ວຍເຫຼືອຂອງລັດຖະບານຈີນ ຜ່ານການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC).ອ່ານຕໍ່ ...
ໂຕະຂ່າວ
ມະຫາວິທະຍາໄລລາວ, ມາເລເຊຍຮ່ວມມືກັນສົ່ງເສີມການຄົ້ນຄວ້າດ້ານສັງຄົມ
ຄູອາຈານລາວ ແລະ ຊ່ຽວຊານຈາກມະຫາວິທະຍາໄລມາລາຢາຂອງມາເລເຊຍ ໄດ້ລວມກັນຢູ່ນະຄອນຫຼວງວຽງຈັນໃນວັນພຸດຜ່ານມາ ໃນກອງປະຊຸມໄລຍະສາມວັນ ເພື່ອແລກປ່ຽນປະສົບການໃນການຄົ້ນຄວ້າດ້ານສັງຄົມ, ແນໃສ່ສົ່ງເສີມຄວາມສາມາດໃຫ້ແກ່ຄູຝຶກໃນຂະແໜງດັ່ງກ່າວ.“ກອງປະຊຸມຝຶກອົບຮົມຄູຝຶກເພື່ອສົ່ງເສີມຄວາມສາມາດໃນການຄົ້ນຄວ້າດ້ານສັງຄົມ ສຳລັບສະຖາບັນການສຶກສາຊັ້ນສູງຂອງລາວ ແລະ ມາເລເຊຍຄັ້ງທີໜຶ່ງ” (BRECIL) ໄດ້ຈັດຂຶ້ນຢູ່ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນວັນທີ 4-6 ກັນຍານີ້.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ລາວວາງເປົ້າສຳເລັດການກວດກາເຂື່ອນໄຟຟ້ານ້ຳຕົກໃນທົ່ວປະເທດພາຍໃນປີ 2020
ວຽງຈັນ, 4 ທັນວາ (ຊິນຫົວ) — ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານຂອງລາວ ກ່າວຕໍ່ສະພາແຫ່ງຊາດ (ສພຊ) ວ່າທີມງານກວດສອບໄດ້ສຳເລັດການກວດສອບເຂື່ອນແລ້ວຈຳນວນ 20 ແຫ່ງ ແລະຍັງອີກ 50 ແຫ່ງທີ່ຍັງຕ້ອງດຳເນີນການກວດສອບເພີ່ມ, ເຊິ່ງຄາດວ່າຈະສຳເລັດໜ້າວຽກທັງໝົດພາຍໃນປີ 2021.ອ່ານຕໍ່ ...
ຊຽວເຊຍ
ສື່ມວນຊົນໄດ້ຮັບການຊຸກຍູ້ໃຫ້ຫັນທິດໃນການສົ່ງເສີມການທ່ອງທ່ຽວ
ອົງການຈັດຕັ້ງສື່ມວນຊົນໃນລາວ ແລະ ຫວຽດນາມໄດ້ຮັບການຊຸກຍູ້ໃຫ້ຫັນທິດການສົ່ງເສີມການທ່ອງທ່ຽວ ໂດຍການຮ່ວມມືຢ່າງໃກ້ຊິດຕິດແທດໃນການຊຸກຍູກສົ່ງເສີມຜູ້ຊົມໃນການທ່ອງທ່ຽວສອງປະເທດ.ນີ້ແມ່ນຄຳແນະນຳຈາກກອງປະຊຸມ ເຊິ່ງຈັດຂຶ້ນໃນວັນທີ 21-24 ພຶດສະພານີ້ ທີ່ເມືອງຮາລອງ, ແຂວງກວາງນິງ ປະເທດຫວຽດນາມ.ກອງປະຊຸມ ເຊິ່ງມີຊື່ວ່າ “ບົດບາດຂອງສື່ມວນຊົນໃນການພັດທະນຍາການທ່ອງທ່ຽວ” ແມ່ນຈັດຂຶ້ນໂດຍກະຊວງຂໍ້ມູນຂ່າວສານ ແລະ ຄົມມະນາຄົມຫວຽດນາມ ເພື່ອຈຸດປະສົງໃນການແບ່ງປັນຂໍ້ມູນຂ່າວສານກ່ຽວກັບຄວາມສວຍງາມຂອງທຳມະຊາດ ແລະ ມໍລະດົກທາງວັດທະນະທຳຂອງປະເທດຫວຽດນາມ ແລະ ລາວ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ລາວຈະເລີ່ມເປີດບໍລິການ ອີວີຊາ ໃນເດືອນກໍລະກົດນີ້
ລາວຈະເລີ່ມເປີດບໍລິການຮັບສະໝັກວີຊາແບບອີເລັກໂທຣນິກ (ອີວີຊາ) ໃນເດືອນກໍລະກົດປີນີ້, ເພື່ອໃຫ້ນັກທ່ອງທ່ຽວສາມາດສະໝັກວິຊາແບບອອນໄລ ກ່ອນເດີນທາງເຂົ້າປະເທດ.ເວັບໄຊທາງການສຳລັບການສະໝັກອີວີຊາກໍຄື https://laoevisa.gov.la ເວັບໄຊອີວີຊານີ້ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງກົມກົງສຸນ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ. ວີຊາທ່ອງທ່ຽວເຊິ່ງມີອາຍຸນຳໃຊ້ 30 ວັນ ຈະເປັນວີຊາປະເພດທຳອິດທີ່ໃຫ້ບໍລິການຜ່ານທາງເວັບໄຊ, ສ່ວນວີຊາປະເພດອື່ນຈະໃຫ້ບໍລິການເພີ່ມເຕີມໃນພາຍຫຼັງ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/06/25/laos-to-launch-online-evisa-service-in-july/
ລາວ, ລັດເຊຍ ຮ່ວມກັນເກັບກູ້ລະເບີດທີ່ຍັງບໍ່ທັນແຕກທີ່ແຂວງບໍລິຄຳໄຊ
ເຈົ້າໜ້າທີ່ທະຫານລາວ ແລະ ລັດເຊຍຈະຮ່ວມກຳລັງກັນໃນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ທີ່ເມືອງຄຳເກີດ ແຂວງບໍລິຄຳໄຊ.ພາລະກິດດັ່ງກ່າວຈະເລີ່ມຕົ້ນໃນເດືອນນີ້ ໄປເຖິງເດືອນມີນາ 2019, ຕາມການລາຍງານຂອງເຈົ້າໜ້າທີ່ຮັບຜິດຊອບໜ່ວຍທະຫານເກັບກູ້ລະເບີດເພື່ອມະນຸດສະທຳ 58 (U58) ຂອງກະຊວງປ້ອງກັນປະເທດ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ໜ່ວຍທຸລະກິດຄວນນຳໃຊ້ວິທີປະຕິບັດທີ່ດີດ້ານການຂົນສົ່ງ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈຳເປັນຕ້ອງເອົາໃຈໃສ່ໃນການເພີ່ມປະສິດທິພາບໃນການຂົນສົ່ງຜ່ານການນຳໃຊ້ວິທີການປະຕິບັດທີ່ດີຂອງໂລກ, ເນື່ອງຈາກປະຈຸບັນ ລາວໄດ້ມີການເຊື່ອມໂຍງໃນລະດັບພາກພື້ນ ແລະ ສາກົນ, ເຈົ້າໜ້າທີ່ການໃນນຳສະພາການຄ້າກ່າວ.ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະຫາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ກ່າວໃນກອງປະຊຸມວານນີ້ ກ່ຽວກັບການປັບປຸງການທຸລະກິດການຂົນສົ່ງໃນລາວ ວ່າການເຊື່ອມໂຍງໃນລະດັບພາກພື້ນ ແລະ ສາກົນເຮັດໃຫ້ການຂະຫຍາຍຕົວດ້ານເສດຖະກິດຂອງລາວມີສະຖຽນລະພາບໃນຊຸມປີຜ່ານມາ.ອ່ານຕໍ່ ...
ໂຕະຂ່າວ
ນະຄອນກຸມາໂມໂຕະຂອງຍີ່ປຸ່ນ ອາໄສລາວໃນການສົ່ງເສີມການທ່ອງທ່ຽວ
ນະຄອນກຸມາໂມໂຕະຂອງຍີ່ປຸ່ນ ກ່າວວ່າຈະເສີມຂະຫຍາຍຄວາມພະຍາຍາມ ໃນການສົ່ງເສີມເສັ້ນທາງການບິນໃໝ່ ເພື່ອເຊື່ອມຕໍ່ຕົວເມືອງກັບປະເທດລາວ ທ່າມກາງການຫຼຸດຈຳນວນລົງຂອງຜູ້ໂດຍສານທີ່ນຳໃຊ້ສະໜາມບິນຂອງຕົວເມືອງ.ໃນເດືອນຕຸລາທີ່ຜ່ານມາ ຫ້ອງການການບິນພົນລະເຮືອນຍີ່ປຸ່ນ ໄດ້ອະນຸມັດໃຫ້ບໍລິສັດການບິນລາວ ໃນການເປີດໂຕສອງເສັ້ນທາງການບິນໃໝ່ ເພື່ອເຊື່ອມຕໍ່ນະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວຫຼວງພະບາງ ກັບນະຄອນກຸມາໂມໂຕະ. ເສັ້ນທາງການບິນໃໝ່ນີ້ຈະເລີ່ມເປີດໃຫ້ບໍລິການໃນວັນທີ 18 ມີນາ 2020.ອ່ານຕໍ່ ...
Taejun Kang
ລາວ, ມູນນິທິເກົາຫຼີໃຕ້ ສືບຕໍ່ການຮ່ວມມືດ້ານສາທາລະນະສຸກ
ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງທ້ອງຖິ່ນ ຢືນຢັນວ່າຈະສືບຕໍ່ຮ່ວມມືກັບມູນນິທິເກົາຫຼີເພື່ອສຸຂະພາບສາກົນ (KOFIH) ໃນການຍົກລະດັບຄວາມສາມາດຂອງຊ່ຽວຊານສາທາລະນະສຸກຂອງລາວ.ທ່ານ ຮສ ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນກອງປະຊຸມພົບປະອະດີດນັກສຶກສາ KOFIH ຂອງ ສປປ ລາວ 2019 ສຳລັບນັກສຶກສາທຶນຝຶກອົບຮົມ ຫວ່າງໝໍ່ໆມານີ້ວ່າ ນີ້ບໍ່ແມ່ນເປັນພຽງແຕ່ສັນຍາລັກຂອງການຮ່ວມມືກັບເກົາຫຼີ ແຕ່ຍັງເປັນຈຸດເລີ່ມຕົ້ນໃນການຂະຫຍາຍການຮ່ວມມືໃນຂະແໜງການອື່ນໆທີ່ຈຳເປັນສຳລັບປະເທດລາວ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-south-korean-foundation-recommit-health-cooperation-98643
ການກວດສອບຂອງສະພາແຫ່ງຊາດພົບເອກະສານໃບຕາດິນຊ້ຳຊ້ອນກວ່າ 150 ສະບັບ
ວຽງຈັນ (ວຽງຈັນທາມສ໌/ANN) – ໃບຕາດິນຈຳນວນ 153 ສະບັບພົບວ່າມີການອອກຊ້ຳຊ້ອນ ຈາກການກວດສອບຂອງສະພາແຫ່ງຊາດໃນໄລຍະຜ່ານມາ, ເຈົ້າໜ້າທີ່ການນຳໃນການອອກກົດໝາຍກ່າວຢືນຢັນ.ເຈົ້າຂອງທີ່ດິນໄດ້ພະຍາຍາມນຳໃຊ້ເອກະສານໃບຕາດິນຊ້ຳຊ້ອນເພື່ອຄ້ຳປະກັນເງິນກູ້ຈາກທະນາຄານ ແລະ ສະຖາບັນການເງິນຕ່າງໆ, ສົ່ງຜົນໃຫ້ເກີດຂໍ້ຂັດແຍ່ງທີ່ຮຸນແຮງກ່ຽວກັບທີ່ດິນໃນທົ່ວປະເທດ.ສະມາຊິກສະພາແຫ່ງຊາດໄດ້ຫາລືບັນຫາດັ່ງກ່າວວານນີ້, ທັງມີການຕຳນິອຳນາດການປົກຄອງທີ່ມີສ່ວນໃນຂະບວນການອອກໃບຕາດິນຊ້ຳຊ້ອນ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/na-inspection-unearths-over-150-duplicate-land-titles-98244
WFP ເລີ່ມການສົ່ງມອບໂຄງການອາຫານໂຮງຮຽນໃຫ້ແກ່ລາວ
ອຸດົມໄຊ, ລາວ, 16 ພຶດສະພາ (Xinhua) — ອົງການອາຫານໂລກ (WFP) ໄດ້ສົ່ງມອບໂຄງການອາຫານໂຮງຮຽນໃນ 500 ກວ່າໂຮງຮຽນໃຫ້ແກ່ລັດຖະບານລາວ.ພິທີດັ່ງກ່າວໄດ້ມີຂຶ້ນໃນວັນພຸດຜ່ານມານີ້ ທີ່ໂຮງຮຽນບ້ານບໍ່ ແຂວງອຸດົມໄຊ, ຫ່າງຈາກນະຄອນວຽງຈັນໄປທາງພາກເໜືອປະມານ 310 ກມ, ເຊິ່ງ WFP ຈະສະໜອງອາຫານ 40,000 ຈານຕໍ່ປີໃຫ້ແກ່ເດັກນັກຮຽນຈຳນວນ 200 ຄົນໃນໂຮງຮຽນດັ່ງກ່າວ.ນັບແຕ່ປີ 2002 ເປັນຕົ້ນມາ ອົງການ WFP ໄດ້ເລີ່ມຕົ້ນການສະໜອງອາຫານໃຫ້ແກ່ໂຮງຮຽນ ໂດຍການສະໜອງຄາບເຂົ້າທີ່ມີໂພຊະນາການຄົບຖ້ວນໃຫ້ແກ່ເດັກນ້ອຍນັກຮຽນທີ່ມາໂຮງຮຽນໂດຍບໍ່ໄດ້ກິນເຂົ້າ. ມາເຖິງປະຈຸບັນ ໂຄງການໄດ້ຂະຫຍາຍການຄຸ້ມຄອງເດັກນ້ອຍຫຼາຍກວ່າ 140,000 ຄົນ ໃນ 1,450 ໂຮງຮຽນທົ່ວປະເທດ.ອ່ານຕໍ່ ...
ZX
ຕັວກກີເສີມຂະຫຍາຍການພົວພັນກັບປະເທດລາວ ພາຍໃຕ້ນະໂຍບາຍເນັ້ນໃສ່ອາຊີ
ເອກອັກຄະລັດຖະທູດຕັວກກີປະຈຳລາວໄດ້ສະແດງເຈດຈຳນົງໃນການເສີມຂະຫຍາຍສາຍພົວພັນລະຫວ່າງຕັວກກີ ແລະ ລາວ ພາຍໃຕ້ນະໂຍບາຍການຕ່າງປະເທດຂອງປະເທດສະບັບໃໝ່ທີ່ເນັ້ນໃສ່ທະວີບອາຊີ.ການເປີດເຜີຍຕໍ່ສຳນັກຂ່າວອານາໂດລູໃນວັນທີ 11 ສິງຫາ, ທ່ານ ອາເມັດ ອິເດັມ ອາກາຍ ກ່າວວ່າປະລິມານການຄ້າລະຫວ່າງສອງປະເທດໄດ້ມີການຂະຫຍາຍຕົວຈາກ USD 6 ລ້ານໂດລາໃນປີ 2017 ມາເປັນ USD 15 ລ້ານໂດລາໃນປີ 2018.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/08/12/turkey-reaches-out-to-laos-amid-asia-focused-policy/
ທະນາຄານໂລກຢືນຢັນການສະໜັບສະໜູນການລິເລີ່ມການການຂະຫຍາຍຕົວສີຂຽວຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານໂລກຢືນຢັນພັນທະໃນການສະໜັບສະໜູນລັດຖະບານລາວ ໃນການຈັດຕັ້ງປະຕິບັດການລິເລີ່ມການຂະຫຍາຍຕົວສີຂຽວ ຕາມເຈົ້າໜ້າທີ່ການນຳຂອງທະນາຄານ.“ວິໄສທັດການຂະຫຍາຍຕົວສີຂຽວຂອງລັດຖະບານລາວ ຈະເປັນກຸນແຈເພື່ອຮັບປະກັນວ່າ ການຂະຫຍາຍຕົວທາງດ້ານເສດຖະກິດແມ່ນຢູ່ບົນພື້ນຖານທີ່ກວ້າງຂວາງ ແລະ ບໍ່ແມ່ນມາຈາກການນຳໃຊ່້ຊັບພະຍາກອນທຳມະຊາດຂອງປະເທດ,” ທ່ານນາງ ວິກຕໍເຣຍ ວັກວາ ຮອງປະທານທະນາຄານໂລກສຳລັບພາກພື້ນອາຊີຕາເວັນອອກ ແລະ ປາຊິຟິກກ່າວ, ຕາມການເປີດເຜີຍຕໍ່ສື່ມວນຊົນຂອງທະນາຄານໂລກ.ອ່ານຕໍ່ ...
ເອກະພອນ ພູທອນສີ
ໂຄງການທາງລົດໄຟລາວ-ຈີນໃຫ້ທຶນຊ່ວຍເຫຼືອການກໍ່ສ້າງຂົວທີ່ອັດຕະປື
ຂົວສີ່ແຫ່ງທີ່ໃຊ້ເຊື່ອມຕໍ່ລະຫວ່າງເມືອງສາມັກຄີໄຊ ຫາພື້ນທີ່ປະສົບໄພນ້ຳຖ້ວມເມືອງສະໜາມໄຊ ແຂວງອັດຕະປື ສຳເລັດການກໍ່ສ້າງໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກໂຄງການທາງລົດໄຟລາວ-ຈີນ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ລາວຕິດອັນດັບປະເທດທີ່ມີອັດຕາຄົນຕຸ້ຍເພີ່ມຂຶ້ນສູງທີ່ສຸດ
ລາວຕິດອັນດັບປະເທດທີ່ມີອັດຕາຄົນຕຸ້ຍເພີ່ມຂຶ້ນສູງທີ່ສຸດ ໃນລະຫວ່າງປີ 2017 ແລະ 2030, ຕາມການເປີດເຜີຍຜົນສຳຫຼວດຫຼ້າສຸດ.ລາວຢູ່ໃນອັນດັບທີ 8 ໃນການຈັດອັນດັບວິກິດການພາວະຕຸ້ຍ ຂອງສະຫະພັນ World Obesity Federation ແລະ ແຜນທີ່ເດັກຕຸ້ຍ, ຕາມການລາຍານຂອງສຳນັກຂ່າວ Guardian. ການຈັດອັນດັບດັ່ງກ່າວ ແມ່ນປະເມີນຈາກອັດຕາສ່ວນການຕຸ້ຍຂຶ້ນຂອງເດັກທີ່ມີອາຍຸລະຫວ່າງຫາເຖິງເກົ້າປີ ໃນ 191 ປະເທດ.ປະເທດອາຟຼິກາໃຕ້ເປັນປະເທດໃນອັນດັບສູງສຸດ, ຮອງລົງມາແມ່ນປະເທດຈີນ ແລະ ມາວດິຟສ໌. ສຳລັບພາກພື້ນອາຊີຕາເວັນອອກສຽງໃຕ້, ຫວຽດນາມແມ່ນຢູ່ອັນດັບທີ 5 ແລະ ຫວຽດນາມຢູ່ອັນດັບ 7.ອ່ານຕໍ່ ...
Taejun Kang
ລາວຄວນສ້າງຜົນປະໂຫຍດຈາກການຮ່ວມມືກັບພາຍນອກໃຫ້ຫຼາຍທີ່ສຸດ, ເຈົ້າໜ້າທີ່ກ່າວ
ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ແນວທາງນະໂຍບາຍຂອງພັດລັດແມ່ນແນໃສ່ການສ້າງຜົນປະໂຫຍດສູງສຸດຈາກການຮ່ວມມືກັບຕ່າງປະເທດ ແລະ ຂັບເຂື່ອນການພັດທະນາ, ເຈົ້າໜ້າທີ່ຮັບຜິດຊອບວຽກງານການຮ່ວມມກັບຕ່າງປະເທດໃນຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຮັບຄຳແນະນຳ.ທ່ານ ສະຫວັນກອນ ລາດຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃຫ້ທິດຊີ້ນຳໃນກອງປະຊຸມຂອງຂະແໜງການກ່ຽວກັນການຮ່ວມມືກັບຕ່າງປະເທດ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ລາວຍົກບັນຫາດ້ານໂພຊະນາການ ສ່ວນອາຊຽນສະເໜີບັນຫາກ່ຽວກັບການພັດທະນາທຶນມະນຸດ
ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຕາງໜ້າລະດັບສູງຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມພັດທະນາ ໄດ້ປະຊຸມຢູ່ບາງກອກ ປະເທດໄທ ຫວ່າງໝໍ່ໆມານີ້ ເພື່ອຫາລືຍຸດທະສາດໃນການເສີມຂະຫຍາຍການພັດທະນາທຶນມະນຸດໃນພາກພື້ນ ໂດຍຜ່ານການລົງທຶນດ້ານນະໂຍບາຍລວມ ແລະ ການປະຕິຮູບນະໂຍບາຍແບບສ້າງສັນ.ໃນກອງປະຊຸມລະດັບສູງອາຊຽນກ່ຽວກັບການພັດທະນາທຶນມະນຸດ, ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງຕົວຊີ້ວັດດ້ານສາທາລະນະສຸກ ເຊິ່ງເປັນສິ່ງທ້າທາຍຕົ້ນຕໍ, ໂດຍສະເພາະແມ່ນວຽກງານໂພຊະນາການຂອງເດັກນ້ອຍ, ໃຫ້ມີການລົງທຶນໃສ່ຄົນໃຫ້ຫຼາຍຂຶ້ນ, ໂດຍສະເພາະໃນເດັກນ້ອຍ ແລະ ຊາວໜຸ່ມ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-highlights-nutrition-asean-tackles-human-capital-development-104553
ອອສ໌ເຕຣເລຍຊ່ວຍຍົກລະດັບທັກສະພາສາອັງກິດສຳລັບເຈົ້າໜ້າທີ່ກອງທັບລາວ
(ຂປລ) ກົມປ້ອງກັນຊາດອອສ໌ເຕຣເລຍເຮັດວຽກຢ່າງໃກ້ຊິດກັບກອງທັບປະຊາຊົນລາວ ໃນການຍົກລະດັບຄວາມຮູ້ດ້ານພາສາອັງກິດຂອງເຈົ້າໜ້າທີ່ກອງທັບລາວ.ພາສາອັງກິດແມ່ນພາສາທາງການຂອງອາຊຽນ ແລະ ອອສ໌ເຕຣເລຍໄດ້ໃຫ້ການສະໜັບສະໜູນໃນໄລຍະຍາວກ່ຽວກັບໂຄງການຝຶກອົບຮົມພາສາອັງກິດສຳລັບກອງທັບປະຊາຊົນລາວ.ໃນແຕ່ລະປີ ອອສ໌ເຕຣເລຍໄດ້ໃຫ້ທຶນການສຶກສາປະມານ 80 ທຶນສຳລັບເຈົ້າໜ້າທີ່ກອງທັບ ເພື່ອເຂົ້າຮຽນພາສາອັງກິດທີ່ໂຮງຮຽນວິທະຍາໄລວຽງຈັນ ແລະ ມີການສົ່ງເຈົ້າໜ້າທີ່ 5-10 ຄົນໄປຝຶກອົບຮົມເພີ່ມເຕີມຢູ່ປະເທດອອສ໌ເຕຣເລຍ.ອ່ານຕໍ່ ...
ຂປລ
ຢຸດຈ້າງຄົນເພີ່ມ, ນາຍົກສັ່ງກົມກອງລັດຖະບານ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ສັ່ງຫ້າມກົມກອງຂອງລັດໃນການຈ້າງພະນັກງານສັນຍາຈ້າງ ແລະ ອາສາສະໝັກ ເນື່ອງຈາກພະແນກການຂອງລັດມີຈຳນວນເຈົ້າໜ້າທີ່ ແລະ ພະນັກງານເກີນອັດຕາຢູ່ແລ້ວ.ຕໍ່ກັບຄຳຖາມຂອງສະມາຊິກສະພາແຫ່ງຊາດໃນອາທິດແລ້ວນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວວ່າ ນີ້ແມ່ນບັນຫາສະເພາະຂອງປະເທດລາວ ທີ່ວ່າຫຼາຍກົມກອງຂອງລັດຖະບານໄດ້ມີການຈ້າງພະນັກງານສັນຍາຈ້າງ ແລະ ອາສາສະໝັກເພີ່ມເຕີມ ທັງໆທີ່ລັດຖະບານໄດ້ສັ່ງຈຳກັດຈຳນວນໂກຕາພະນັກງານໃນແຕ່ລະປີ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/stop-employing-additional-people-lao-pm-tells-government-departments-98463