ລາວຍົກບັນຫາດ້ານໂພຊະນາການ ສ່ວນອາຊຽນສະເໜີບັນຫາກ່ຽວກັບການພັດທະນາທຶນມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຕາງໜ້າລະດັບສູງຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມພັດທະນາ ໄດ້ປະຊຸມຢູ່ບາງກອກ ປະເທດໄທ ຫວ່າງໝໍ່ໆມານີ້ ເພື່ອຫາລືຍຸດທະສາດໃນການເສີມຂະຫຍາຍການພັດທະນາທຶນມະນຸດໃນພາກພື້ນ ໂດຍຜ່ານການລົງທຶນດ້ານນະໂຍບາຍລວມ ແລະ ການປະຕິຮູບນະໂຍບາຍແບບສ້າງສັນ.

ໃນກອງປະຊຸມລະດັບສູງອາຊຽນກ່ຽວກັບການພັດທະນາທຶນມະນຸດ, ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງຕົວຊີ້ວັດດ້ານສາທາລະນະສຸກ ເຊິ່ງເປັນສິ່ງທ້າທາຍຕົ້ນຕໍ,​ ໂດຍສະເພາະແມ່ນວຽກງານໂພຊະນາການຂອງເດັກນ້ອຍ, ໃຫ້ມີການລົງທຶນໃສ່ຄົນໃຫ້ຫຼາຍຂຶ້ນ, ໂດຍສະເພາະໃນເດັກນ້ອຍ ແລະ ຊາວໜຸ່ມ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-highlights-nutrition-asean-tackles-human-capital-development-104553