ທ່ານໝາຍຄວາມວ່າຫຍັງ?
ລຶບລ້າງ

5244 ຂໍ້ມູນບັນທຶກຊອກຫາສຳລັບ "♊ близнецы гороскоп на сегодня ❰гороскоп на сегодня близнецы❱♊-bit.ly/Gemini-serodnya"

ລາວ, ອອສ໌ເຕຣເລຍ ເສີມຂະຫຍາຍການຮ່ວມມື ດ້ານການພັດທະນາຊັບພະຍາກອນມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ມີການຮ່ວມມືຢ່າງໃກ້ຊິດກັບປະເທດອອສ໌ເຕຼເລຍ ໃນດ້ານການພັດທະນາຊັບພະຍາກອນມະນຸດ ແລະ ການຈັດຕັ້ງປະຕິບັດນະໂຍບາຍການພັດທະນາ ໃນຂົງເຂດດັ່ງກ່າວ.ບັນຫາດັ່ງກ່າວໄດ້ມີການຫາລື ໃນກອງປະຊຸມປຶກສາຫາລຶ ດ້ານການພັດທະນາຊັບພະຍາກອນມະນຸດແຫ່ງຊາດປະຈຳປີ ຄັ້ງທີສາມ ທີ່ນະຄອນຫຼວງວຽງຈັນ ຫວ່າງໝໍ່ໆມານີ້.ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມປະມານ 60 ຄົນຈາກຖັນແຖວກະຊວງ ແລະ ບັນດາຄູ່ຮ່ວມພັດທະນາ, ເພື່ອຮ່ວມປະກອບຄຳຄິດຄຳເຫັນກ່ຽວກັບການລິເລີ່ມຂອງລັດຖະບານ ໃນການຍົກລະດັບກຳລັງແຮງງານລາວ ແລະ ກຳນົດພື້ນທີ່ເພື່ອການຮ່ວມມືໃນອະນາຄົດ,​ ຕາມບົດຂ່າວຂອງສະຖານທູດອອສ໌ເຕຼເລຍ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລາວ,​ ໄທຫາລືວິທີການປັບປຸງການຄຸ້ມຄອງດ້ານທີ່ດິນ

ຕາງໜ້າລັດຖະບານລາວ ແລະ ໄທປະຊຸມກັນທີ່ວຽງຈັນ ເພື່ອຫາລືກ່ຽວກັບການຄຸ້ມຄອງທີ່ດິນ ແນໃສ່ສ້າງຄວາມເຂັ້ມແຂງດ້ານລະບຽບການ ແລະ ສະກັດກັ້ນການນຳໃຊ້ທີ່ດິນໃນທາງທີ່ບໍ່ຖືກຕ້ອງໃນລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລາວຈະພັດທະນາຊັອບແວໄມໂຄຣຊັອບອອຟ໌ຟິດສ໌ເປັນພາສາລາວພາຍໃຕ້ການຊ່ວຍເຫຼືອຂອງເກົາຫຼີ

ບໍລິສັດພັດທະນາຊັອບແວຂອງເກົາຫຼີໃຕ້ ຮັນຄອມ ໄດ້ຖະແຫຼງວ່າຈະສະໜັບສະໜູນລາວໃນການພັດທະນາຊັອບແວໄມໂຄຣຊັອບອອຟ໌ຟິດສ໌ເປັນພາສາລາວ. ໃນປະຈຸບັນ ຊັອບແວໄມໂຄຣຊັອບເວີດ ແລະ ໄມໂຄຣຊັອບອອຟ໌ຟິດສ໌ ກໍຄືລະບົບຊອບແວກູເກິ້ນດ໊ອກ ໄດ້ມີການນຳໃຊ້ຢ່າງແຜ່ຫຼາຍໃນລາວ.ພາຍໃຕ້ບົດບັດທຶກຄວາມເຂົ້າໃຈທີ່ລົງນາມລະຫວ່າງບໍລິສັດ ຮັນຄອມ ແລະ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມຂອງລາວ ສະບັບວັນທີ 8 ສິງຫາ, ບໍລິສັດ ຮັນຄອມ ກ່າວວ່າທາງບໍລິສັດບໍ່ພຽງແຕ່ຈະສະໜັບສະໜູນລັດຖະບານລາວໃນການພັດທະນາຊອບແວເທົ່ານັ້ນ, ແຕ່ຍັງຈະສົ່ງເສີມເປົ້າໝາຍຂອງລາວໃນການສ້າງລັດຖະບານແບບອີເລັກໂທຣນິກ (e-Government).ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/09/laos-to-develop-localized-office-software-with-korean-support/

ຄະນະພັກລາວຢ້ຽມຢາມ ສປປ ເກົາຫຼີເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຄົບຮອບ 70 ປີ

ຄະນະຜູ້ແທນຈາກພັກປະຊາຊົນປະຕິວັດລາວໄດ້ເດີນທາງຢ້ຽມຢາມສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີ ໃນອາທິດນີ້ ເພື່ອເຂົ້າຮ່ວມພິທິສະເຫຼີມລະຫຼອງວັນສະຖາປະນາປະເທດຄົບຮອບ 70 ປີ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ແພດລາວຮ່ວມມືກັບມະຫາວິທະຍາໄລຂອງໄທໃນການຕ້ານພະຍາດມະເລັງທໍ່ນ້ຳບີ

ໂຄງການໃໝ່ພາຍໃຕ້ການດຳເນີນງານຂອງສະຖາບັນສາທາລະນະສຸກ ແລະ ການແພດເຂດຮ້ອນຂອງລາວ ແມ່ນການປັບປຸງການປິ່ນປົວພະຍາດມະເຮັງທໍ່ນ້ຳບີໃນລາວ ແລະ ຫຼຸດຜ່ອນອັດຕາການເສຍຊີວິດຈາກພະຍາດດັ່ງກ່າວ.ອ່ານຕໍ່ ...

ສຳນັກຂ່າວວຽງຈັນທາມສ໌

ຜະລິດຕະພັນລາວ ຍັງບໍ່ສາມາດສ້າງກະແສນິຍົມຕໍ່ຜູ້ບໍລິໂພກ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີການຜະລິດສິນຄ້າຫຼາຍຢ່າງທີ່ເປັນທີ່ຮູ້ກັນດີ, ແຕ່ວ່າຄົນລາວສ່ວນຫຼາຍພັດບໍ່ໃຫ້ຄວາມສົນໃຈໃນການຊື້ຫາສິນຄ້າເຫຼົ່ານີ້ ແລະ ນີຍົມໃຊ້ສິນຄ້ານຳເຂົ້າຫຼາຍກວ່າ. ມັນເປັນເລື່ອງທ້າທາຍໃນການ ເຊີນຊວນໃຫ້ຄົນປ່ຽນແປງພຶດຕິກຳ ເນື່ອງຈາກເຂົາເຈົ້າມີຄວາມຄຸ້ນເຄີຍ ຕໍ່ການເຫັນສິນຄ້ານຳເຂົ້າ ວາງຂາຍຕາມຮ້ານຄ້າ ແລະ ຕະຫຼາດ ແລະບໍ່ບໍ່ຄຸ້ນເຄີຍຕໍ່ການນຳໃຊ້ສິນຄ້າປະເພດດຽວກັນແຕ່ຜະລິດໃນລາວ. ການປ່ຽນແນວຄິດຂອງຜູ້ບໍລິໂພກອາດຕ້ອງໃຊ້ເວລາຍາວນານ.ອ່ານຕໍ່  ...

ໂຕະບັນນາທິການ

ຄະນະຜູ້ແທນລາວ ເຂົ້າຮ່ວມພິທີສາບານຕົນຂອງປະທານປະເທດອິນໂດເນເຊຍ

ໃນອາທິດແລ້ວນີ້ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີສາບານຕົນເປັນປະທານປະເທດຢ່າງເປັນທາງການຂອງທ່ານ ໂຈໂກ ວິໂດໂດ ທີ່ໄດ້ສາບານຕົນເຂົ້າຮັບຕຳແໜງເປັນສະໄໝສຸດທ້າຍ.ທ່ານ ສະເຫຼີມໄຊ ເດີນທາງເຂົ້າຮ່ວມພິທີດັ່ງກ່າວໃນຖານະຕົວແທນທ່ານ ທອງລຸນ ສີສິລິດ ນາຍົກລັດຖະມົນຕີ ຕາມຄຳເຊື້ອເຊີນຂອງລັດຖະບານອິນໂດເນເຊຍ.ອ່ານຕໍ່  ...

ໂຕະຂ່າວ

ກຳມະກອນໂຮງງານຈະໄດ້ຮັບຄຳປຶກສາເລື່ອງສຸຂະພາບຈະເລີນພັນ

ວຽງຈັນ (ວຽງຈັນທາມສ໌/ANN) – ຄຣີນິກໄວໜຸ່ນນະຄອນຫຼວງວຽງຈັນ ແລະ ສະຫະພັນແມ່ຍິງລາວ ຮ່ວມປະຊຸມກັບເຈົ້າຂອງ ແລະ ຫົວໜ້າໂຮງງານຕ່າງໆໃນວັນສຸກແລ້ວນີ້ ເພື່ອຍົກລະດັບຄວາມຮູ້ ແລະ ປະສົບການກ່ຽວກັບສຸຂະພາບຈະເລີນພັນ ສຳລັບກຳມະກອນໂຮງງານ.ກອງປະຊຸມດັ່ງກ່າວແມ່ນສ່ວນໜຶ່ງຂຶງແຜນການຂອງສອງອົງການຈັດຕັ້ງ ເພື່ອສົ່ງເສີມການມີສ່ວນຮ່ວມຂອງຂະແໜງເອກະຊົນ ໃນການສົ່ງເສີມການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການກ່ຽວກັບສຸຂະພາບຈະເລີນພັນສຳລັບໄວໜຸ່ມ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/factory-workers-may-be-offered-sexual-health-advice-98246

ນາຍົກລາວຮ່ວມພົບປະໃນລະຫວ່າງກອງປະຊຸມອາຊຽນເພື່ອສົ່ງເສີມສາຍພົວພັນກັບປະເທດເພື່ອນບ້ານ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພົບປະກັບນາຍົກລັດຖະມົນຕີຂອງຫວຽດນາມ, ກຳປູເຈຍ ແລະ ໄທ ໃນລະຫວ່າງກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ທີ່ບາງກອກ ປະເທດໄທ ເພື່ອສົ່ງເສີມສາຍພົວພັນ ແລະ ການຮ່ວມມືກັບບັນດາປະເທດເພື່ອນບ້ານ.ທ່ານທອງລຸນ ໄດ້ຮ່ວມພາເຂົ້າເຊົ້າເພື່ອສົນທະນາວຽກງານກັນທ່ານ ຫງວຽນຊວນພຸກ ນາຍົກຫວຽດນາມ ແລະ ທ່ານ ຮຸນເຊັນ ນາຍົກກຳປູເຈຍໃນຕອນເຊົ້າຂອງວັນອາທິດຜ່ານມານີ້ ຕາມຄຳເຊີນຂອງຜູ້ນຳລັດຖະບານຫວຽດນາມ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/pm%E2%80%99s-asean-sideline-meetings-strengthen-neighbouring-ties-99100

ລາວ, ກຳປູເຈຍຕົກລົງຖອນທະຫານອອກຈາກພື້ນທີ່ຊາຍແດນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍໄດ້ຕົກລົງກັນທີ່ນະຄອນຮ່າໂນ້ຍ ຫວຽດນາມໃນມື້ນີ້ ກ່ຽວກັບການຖອນທະຫານອອກຈາກພຶ້ນທີ່ທີ່ມີຂໍ້ຂັດແຍ່ງ ເຊິ່ງຕັ້ງຢູ່ລະຫວ່າງແຂວງອັດຕະປືຂອງລາວ ແລະ ແຂວງສະຕັງເຕຣັງຂອງກຳປູເຈຍຢ່າງເປັນທາງການ.ອ່ານຕໍ່ ...

ສຸກນິລັນດອນ ສຸທິວົງໜໍ່ລາດ

ວຽງຈັນເຊັນເຕີເປີດການຊື້ຂາຍສ່ວນແບ່ງຫຸ້ນໃນຕະຫຼາດຫຸ້ນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດວຽງຈັນເຊັນເຕີລາວມະຫາຊົນ (VCL) ໄດ້ເປີດການຊື້ຂາຍຫຸ້ນໃນຕະຫຼາດຫຸ້ນລາວຢ່າງເປັນທາງການ, ເຊິ່ງເປັນລັດວິສາຫະກິດແຫ່ງທຳອິດຈາກແຂວງຢູນນານ ປະເທດຈີນ ແລະ ບໍລິສັດອັນດັບທີສິບໃນລາຍຊື່ກິດຈະການໃນຕະຫຼາດຫຼັກຊັບລາວ (LSX).ການເປີດຕົວການຊື້ຂາຍດັ່ງກ່າວແມ່ນໄດ້ມີຂຶ້ນໃນວັນສຸກແລ້ວນີ້ ທີ່ອາຄານຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງທ່ານນາງ ສາຍສະໝອນ ຈັນທະຈັກ ເລຂາທິການຫ້ອງການຄະນະກຳມາທິການຕະຫຼາດຫຼັກຊັບລາວ, ທ່ານ ວັນຄຳ ວໍຣະວົງ ອຳນວຍການ LSX, ຜູ້ຕາງໜ້າຈາກອົງການຈັດຕັ້ງລັດຖະບານ, ຜູ້ຖືຫຸ້ນ ພ້ອມດ້ວຍພະນັກງານບໍລິສັດ.ອ່ານຕໍ່ ...

ເພັດສະໝອນ ຈັນດາລາ
http://annx.asianews.network/content/vientiane-center-opens-share-trading-lao-stock-market-97838

ຄະນະກຳມະການຊີ້ນຳລະດັບຊາດທົບທວນໂຄງການຄຸ້ມຄອງຄວາມສ່ຽງຈາກໄພພິບັດ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຈັດຕັ້ງລັດຖະບານໄດ້ທຳການທົບທວນ ແລະ ຕິດຕາມການປະຕິບັດໂຄງການຄຸ້ມຄອງຄວາມສ່ຽງຈາກໄພພິບັດ ທີ່ໄດ້ມີການລິເລີ່ມມາຕັ້ງແຕ່ເດືອນສິງຫາ 2017. ໂຄງການດັ່ງກ່າວໄດ້ຮັບທຶນສະໜັບສະໜູນ US$30 ລ້ານໂດລາໃນຮູບຂອງທຶນກູ້ຢືມ ແລະ ອີກ US$1 ລ້ານໂດລາເປັນທຶນຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງສາກົນ ສຳລັບວຽກງານຄຸ້ມຄອງຄວາມສ່ຽງ ແລະ ໄພພິບັດ ເຊິ່ງຈະສືບຕໍ່ດຳເນີນການອີກເປັນໄລຍະຫ້າປີ.ອ່ານຕໍ່   ...

ໂຕະຂ່າວ

ລັດຖະບານລາວຕອບໂຕ້ຕໍ່ບົດລາຍງານທີ່ບໍ່ເປັນຕາມຄວາມຈິງຂອງຊ່ຽວຊານສະຫະປະຊາຊາດ

(ຂປລ) ຕາມຄວາມເຫັນດີ ແລະ ຄຳເຊີນຂອງລັດຖະບານລາວ, ທ່ານ ຟິລິບ ອາວສ໌ຕັນ ທູດພິເສດຂອງອົງການສະຫະປະຊາຊາດດ້ານຄວາມທຸກຍາກ ແລະ ສິດທິມະນຸດໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 18-28 ມີນາ 2019. ຈຸດປະສົງຂອງການຢ້ຽມຢາມດັ່ງກ່າວແມ່ນເພື່ອປະເມີນ ແລະ ຢືນຢັນລະດັບຄວາມທຸກຍາກທີ່ຍັງມີຢູ່ໃນລາວ, ລວມທັງນຳສະເໜີສາເຫດ ແລະ ທິດທາງການພັດທະນາໃນຕໍ່ໜ້າສຳລັບລັດຖະບານລາວ, ກໍຄືລາຍງານຜົນສຳເລັດ ແລະ ສິ່ງທ້າທາຍໃນການສົ່ງເສີມ ແລະ ປົກປ້ອງສິດທິຂອງປະຊາຊົນລາວທີ່ຍັງຢູ່ພາຍໃຕ້ຄວາມທຸກຍາກ.ອ່ານຕໍ່ ...

ທີມ ຂປລ

Tanmixay-Sikeuth road upgrade 10 percent complete

The 9.4 kilometre road running from the Tanmixay crossroads in Xaythany district to the Sikeuth junction on Road 13 North in Naxaithong district is undergoing an upgrade which is now 10 percent complete. The contractor, Tangchaleun Group Co., Ltd., says the project will be completed ...

ການທ່ອງທ່ຽວເປັນກຸນແຈສູ່ການພັດທະນາສີຂຽວໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການອະນຸລັກສວນອຸດທິຍານແຫ່ງຊາດ ແລະ ວັດທະນາທຳຮີດຄອງປະເພນີຂອງຊາດຈະໄດ້ຮັບການສົ່ງເສີມ ຜ່ານການປະຕິບັດຍຸດທະສາດການພັດທະນາສີຂຽວແຫ່ງຊາດຂອງລັດຖະບານ.ຍຸດທະສາດປີ 2030 ດັ່ງກ່າວ, ເຊິ່ງມີການເຜີຍແຜ່ໃນຕົ້ນເດືອນນີ້, ຈະເປັນແນວທາງໃນການຜັນຂະຫຍາຍນະໂຍບາຍທີ່ເປັນມິດຕໍ່ສິ່ງແວດລ້ອມເຂົ້າສູ່ກະແສຫຼັກໃນແຜນໂຄງການຂອງແຕ່ລະກົມກອງ ແລະ ຂະແໜງການຂອງລັດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຜູ້ປະກອບການໂທລະຄົມໃນລາວເບິ່ງທ່າແຮງໃນການພັດທະນາເຄືອຂ່າຍ 5G

ວຽງຈັນ (ວຽງຈັນທາມສ໌/ANN) – ກົມວິທະຍຸສື່ສານ ພາຍໃຕ້ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ສືບຕໍ່ຫາລືກ່ຽວກັບການສ້າງຕັ້ງເຄືອຂ່າຍ 5G ໃນລາວຮ່ວມກັບຜູ້ໃຫ້ບໍລິການອິນເຕີເນັດວານນີ້.ໃນການຫາລືກ່ຽວກັບການກະກຽມຈັດຕັ້ງເຄືອຂ່າຍ 5G ດັ່ງກ່າວ, ຜູ້ໃຫ້ບໍລິການອິນເຕີເນັດກ່າວວ່າ ເຄືອຂ່າຍ 5G ຈະຊ່ວຍຊຸກຍູ້ກິດຈະກຳການຄ້າອອກລາຍຂອງລາວ ແລະ ເສີມຂະຫຍາຍການບໍລິການດ້ານອຸດສາຫະກຳ ແລະ ເທັກໂນໂລຢີ.ອ່ານຕໍ່ ...

ໂຕະຂ່າວ

ນາຍົກໃຫ້ຄຳໝັ້ນໃນການເພີ່ມທະວີການປັບປຸງສະພາບແວດລ້ອມການເຮັດທຸລະກິດ ເນື່ອງຈາກປະເທດລາວຖືກຫຼຸດອັນດັບ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວຕໍ່ທີ່ປະຊຸມສະພາແຫ່ງຊາດ (ສພຊ) ວ່າ ລັດຖະບານຈະເພີ່ມທະວີຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ຫຼັງຈາກທີ່ປະເທດລາວຖືກຫຼຸດອັນດັບລົງ 13 ລະດັບກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ນາຍົກລາວຈະຢ້ຽມຢາມບຣູໄນ ເພື່ອຮັດແໜ້ນການຮ່ວມມືສອງຝ່າຍ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຈະນຳພາຄະນະຜູ້ແທນລາວໃນການຢ້ຽມຢາມປະເທດບຣູໄນຢ່າງເປັນທາງການ ໃນວັນທີ 16-17 ກຸມພານີ້ ຕາມຄຳເຊື້ອເຊີນຂອງພະນະທ່ານສູລະຕານ ຮາຈິ ຮາຊຊານານ ໂບເກຍ. ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ບຣູໄນດາຣູຊາລຳ, ຕາມຖະແຫຼງການຂອງກະຊວງການຕ່າງປະເທດລາວ.ອ່ານຕໍ່  ...

ສີໃສ ວິໄລສັກ

ວາລະກອງປະຊຸມຂອງລັດຖະບານຍົກບັນຫາບັນເທົາທຸກໄພນ້ຳຖ້ວມ ແລະ ມາດຕະການກະຕຸ້ນເສດຖະກິດ

ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແປດມາດຕະການເພື່ອກະຕຸ້ນການຂະຫຍາຍຕົວຂອງເສດຖະກິດ ແລະ ພາລະກິດກູ້ໄພ ແລະ ບັນເທົາທຸກສຳລັບແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແມ່ນສອງຫົວຂໍ້ຫຼັກທີ່ຫາລືໃນກອງປະຊຸມເຄິ່ງປີລະຫວ່າງຄະນະລັດຖະບານ, ເຈົ້າຄອງນະຄອນ ແລະ ເຈົ້າແຂວງ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລາວ, ເກົາຫຼີ ຈະຮ່ວມມືກ່ຽວກັບລະບົບພະລັງງານສະອາດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ສາທາລະນະລັດເກົາຫຼີຈະເສີມຂະຫຍາຍການຮ່ວມມືໃນດ້ານພະລັງງານ ພາຍຫຼັງທີ່ຕົກລົງກັນເປັນຄູ່ຮ່ວມງານຍຸດທະສາດ ໃນຂະແໜງພະລັງງານໄຟຟ້ານ້ຳຕົກ.ຜູ້ຊ່ຽວຊານດ້ານພະລັງງານລາວ-ເກົາຫຼີ ເຂົ້າຮ່ວມກອງປະຊຸມວິຊາການໃນຫົວຂໍ້ “ການຮ່ວມມືໃນຂະແໜງພະລັງງານ” ເຊິ່ງຈັດຂຶ້ນຢູ່ນະຄອນວຽງຈັນ ວານນີ້ ເຊິ່ງເປັນສ່ວນໜິ່ງຂອງພາລະກິດການສົ່ງເສີມການຮ່ວມມືທາງດ້ານພະລັງງານ.ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນພາຍໃຕ້ການສະໜັບສະໜູນໂດຍ ສະຖາບັນເສດຖະສາດພະລັງງານເກົາຫຼີ (KEEI), ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (RIEM), ແລະ ຫ້ອງການອົງການສົ່ງເສີມການຄ້າ-ການລົງທຶນເກົາຫຼີ (KOTRA) ປະຈຳນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-korea-partner-clean-energy-systems-105365

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

md9Jw
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!