ລາວ, ເກົາຫຼີ ຈະຮ່ວມມືກ່ຽວກັບລະບົບພະລັງງານສະອາດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ສາທາລະນະລັດເກົາຫຼີຈະເສີມຂະຫຍາຍການຮ່ວມມືໃນດ້ານພະລັງງານ ພາຍຫຼັງທີ່ຕົກລົງກັນເປັນຄູ່ຮ່ວມງານຍຸດທະສາດ ໃນຂະແໜງພະລັງງານໄຟຟ້ານ້ຳຕົກ.

ຜູ້ຊ່ຽວຊານດ້ານພະລັງງານລາວ-ເກົາຫຼີ ເຂົ້າຮ່ວມກອງປະຊຸມວິຊາການໃນຫົວຂໍ້ “ການຮ່ວມມືໃນຂະແໜງພະລັງງານ” ເຊິ່ງຈັດຂຶ້ນຢູ່ນະຄອນວຽງຈັນ ວານນີ້ ເຊິ່ງເປັນສ່ວນໜິ່ງຂອງພາລະກິດການສົ່ງເສີມການຮ່ວມມືທາງດ້ານພະລັງງານ.

ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນພາຍໃຕ້ການສະໜັບສະໜູນໂດຍ ສະຖາບັນເສດຖະສາດພະລັງງານເກົາຫຼີ (KEEI), ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (RIEM), ແລະ ຫ້ອງການອົງການສົ່ງເສີມການຄ້າ-ການລົງທຶນເກົາຫຼີ (KOTRA) ປະຈຳນະຄອນຫຼວງວຽງຈັນ.

ອ່ານຕໍ່…

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-korea-partner-clean-energy-systems-105365