Vientiane Times/ANN
เบฅเบฒเบง, เบซเบงเบฝเบเบเบฒเบกเบฎเปเบงเบกเบกเบทเบเปเบฒเบเบเบดเปเบงเบเบงเบดเบเบฐเบเบฒเปเบเบเบฎเปเบญเบ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງວິທະຍາສາດ ແລະ ເທັກໂນໂລຢີ ຈະສືບຕໍ່ຮ່ວມມືກັບສູນຄົ້ນຄວ້າເຂດຮ້ອນຫວຽດນາມ-ຣັດເຊຍ ໃນຂົງເຂດການຄົ້ນຄວ້ານິເວດວິທະຍາເຂດຮ້ອນ ເພື່ອສົ່ງເສີມສາຍພົວພັນສາມປະເທດ.ທ່ານ ສຈ.ປອ ບໍ່ວຽງຄຳ ວົງດາຣາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເທັກໂນໂນຢີກ່າວໃນວັນຈັນຜ່ານມານີ້ວ່າ ທ່ານມີຄວາມຍິນດີທີ່ໄດ້ຕ້ອນຮັບທ່ານ ດົງ ຮົງ ຕຣຽນ ອຳນວຍການສູນຄົ້ນຄວ້າເຂດຮ້ອນຫວຽດນາມ-ຣັດເຊຍ ພ້ອມດ້ວຍຄະນະ.ທັງສອງຝ່າຍໄດ້ຕົກລົງເຮັດວຽກຮ່ວມກັນໃນຂົງເຂດນິເວດວິທະຍາ, ການປົກປ້ອງຊີວະນາໆພັນ ແລະ ສັດວິທະຍາ.ອ່ານຕໍ່ ...
เปเบเบฑเบเปเบเปเบ เปเบชเบเบเบฐเปเบชเบตเบ
http://annx.asianews.network/content/laos-vietnam-cooperate-tropical-ecology-101964
เบฅเบฒเบง, เบขเบนเปเบเบฑเบชเปเบเปเบฅเบเบเปเบฝเบเบเบฐเบชเบปเบเบเบฒเบเปเบเบเบฒเบเบเบปเบเบเบฑเบเบฎเบฑเบเบชเบฒเบกเปเบฅเบฐเบเบปเบเปเบฅเบ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ພ້ອມດ້ວຍຕາງໜ້າຈາກສາທາລະນະລັດເກົາຫຼີ ແລະ ອົງການຢູເນັສ໌ໂກບາງກອກ ໄດ້ປະຊຸມຢູ່ນະຄອນວຽງຈັນໃນວັນຈັນຜ່ານມາ ເຊິ່ງເປັນກອງປະຊຸມວິຊາການໄລຍະຫ້າວັນ ເພື່ອຫາລືກ່ຽວກັບການປົກປັກຮັກສາມໍລະດົກໂລກ.ກອງປະຊຸມວິຊາການກ່ຽວກັບການປົກປັກຮັກສາມໍລະດົກທາງວັັດທະນະທຳທີ່ບໍ່ເປັນຮູບປະທຳ ແລະ ເອກະສານການແຕ່ງຕັ້ງ ຈະຈັດຂຶ້ນໃນລະຫວ່າງວັນທີ 12-16 ສິງຫານີ້ ພາຍໃຕ້ການສະໜັບສະໜູນຂອງສາທາລະນະລັດເກົາຫຼີ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອເສີມຂະຫຍາຍຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ ທີ່ຮັບຜິດຊອບໃນການປົກປັກຮັກສາມໍລະດົກໂລກ.ອ່ານຕໍ່ ...
เบชเบตเบฅเบฑเบเบเบฒ เบชเบธเบฅเบดเบเบปเบ
http://annx.asianews.network/content/laos-unesco-share-experiences-heritage-protection-101965
เบชเบฐเบเบฒเบเบธเบฅเบฐเบเบดเบเบชเบฐเบซเบฐเบฅเบฑเบ-เบญเบฒเบเบฝเบเปเบเบฐเบเบณเบงเบดเบเบตเบเบฒเบเปเบเบทเปเบญเบเบถเบเบเบนเบเบเบฒเบเบฅเบปเบเบเบถเบเบเบฒเบเบเปเบฒเบเบเบฐเปเบเบ
ວໍຊິງຕັນ ດີຊີ/ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລະດັບສູງຈາກສະພາທຸລະກິດສະຫະລັດ-ອາຊຽນຂອງສະຫະລັດ ໄດ້ແນະນຳໃຫ້ບໍລິສັດທຸລະກິດລາວຮ່ວມມືກັບບໍລິສັດໃນອາຊຽນເພື່ອດຶງດູດນັກລົງທຶນຈາກທົ່ວໂລກໃຫ້ຫຼາຍຂຶ້ນ.ທ່ານ ມາກ ມີລີ ຮອງປະທານດ້ານນະໂຍບານການຕ່າງປະເທດຂອງສະພາກ່າວໃນອາທິດແລ້ວນີ້ວ່າ ແຕ່ລະປະເທດລ້ວນແລ້ວແຕ່ມີຜະລິດຕະພັນທີ່ເປັນທ່າແຮງຂອງປະເທດຕົນໃນການດຶງດູດການລົງທຶນຈາກຕ່າງປະເທດ. ແຕ່ວ່າປະເທດທີ່ມີເສດຖະກິດນ້ອຍຄວນຮ່ວມມືກັນເພື່ອສົ່ງເສີມການລົງທຶນໃນປະເທດຕົນ.ອ່ານຕໍ່ ...
เปเบเบเบฐเบเบฐ เบฅเบทเปเบ
http://annx.asianews.network/content/us-asean-business-council-advises-ways-attract-foreign-investment-101967
เบชเบทเปเบกเบงเบเบเบปเบเบฅเบฒเบงเบกเบตเบเบงเบฒเบกเบซเบงเบฑเบเบเปเปเบญเบฐเบเบฒเบเบปเบเบญเบฑเบเบชเบปเบเปเบชเบเปเบฒเบกเบเบฒเบเบชเบดเปเบเบเปเบฒเบเบฒเบ
ວຽງຈັນ (ວຽງຈັນທາມສ໌/ANN) – ສື່ມວນຊົນ ແລະ ສື່ສິ່ງພິມທີ່ຕ່າງໆ ຈຳເປັນຕ້ອງສ້າງແຮງບັນດານໃຈໃນການພັດທະນາຕົນເອງ ເພື່ອສ້າງແຮງຈູງໃຈໃຫ້ສຳເລັດໜ້າທີ່ສົ່ງເສີມພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.ນີ້ແມ່ນການປະເມີນພາບລວມຂອງຜູ້ຈັດການສື່ມວນຊົນ ແລະ ການພິມ ໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນແຫ່ງຊາດ ແລະ ການພິມຈຳໜ່າຍຄົບຮອບ 69 ປີ.ອ່ານຕໍ່ ...
เบชเบปเบกเปเบ เปเบชเบเบเบฒเบฃเบฒ
http://annx.asianews.network/content/lao-media-eyes-bright-future-despite-challenges-101963
เปเบเบทเบญเบเบเบฑเบเบเบฑเบเบเบตเปเปเบซเปเบฅเบฐเบงเบฑเบเบเบดเบเปเบเบทเปเบญเบ, เบเปเบณเบเปเบงเบกเบเบฒเบกเบเบฐเปเบปเบเบเบฒเบเบเบฒเบเปเปเบทเบญเบเบญเบเบฅเบฒเบง
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ໄດ້ແຈ້ງເຕືອນມາຍັງນັກຂັບຂີ່ທີ່ຈະເດີນທາງໄປທາງພາກເໜືອຂອງລາວ ໃຫ້ລະວັງດິນເຈື່ອນຕາມຖະໜົນລຽບເຂດພູ, ໂດຍສະເພາະຢູ່ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ແລະ ແຂວງວຽງຈັນ, ເນື່ອງຈາກໃນທົ່ວປະເທດໄດ້ມີຝົນຕົກໜັກມາຕັ້ງແຕ່ວັນທີ 3 ສິງຫາ.ທ່ານ ຮຸ່ງອາລຸນ ບຸນທຳເມືອງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ໃນວັນຈັນຜ່ານມານີ້ວ່າ “ຖະໜົນຫຼາຍສາຍຢູ່ເມືອງວຽງໄຊ, ຫົວເມືອງ, ຊຳໃຕ້ ແລະ ຊຳເໜືອໄດ້ຮັບຜົນກະທົບຈາກເຫດດິນເຈື່ອນ ແລະ ນ້ຳຖ້ວມ.”ອ່ານຕໍ່ ...
เบเบปเบกเบเบปเบ เปเบซเบผเบปเบฒเบญเบดเบ
http://annx.asianews.network/content/motorists-warned-over-landslides-flooding-northern-roads-101903
เบฅเบฒเบงเบเปเบญเบเบเบปเบเบชเบปเปเบเบชเบดเบเบเปเบฒเบเปเบฒเบเบเปเบฝเบงเบฅเบปเบเปเบเบเปเบฒเบกเบเบฒเบเปเบเบเปเบซเปเบซเบผเบฒเบเบเบถเปเบ
ວຽງຈັນ (ວຽງຈັນທາມສ໌/ANN) – ການບໍລິການຂົນສົ່ງສິນຄ້າທາງລົດໄຟຂ້າມຊາຍແດນທີ່ຫາກໍ່ເປີດໂຕ ຕ້ອງການການຂົນສົ່ງສິນຄ້າຈາກລາວໄປໄທທີ່ເພີ່ມຂຶ້ນເພືື່ອຄວາມສຳເລັດທາງທຸລະກິດ.ຂະບວນລົດໄຟດັ່ງກ່າວສາມາດຂົນສົ່ງສິນຄ້າ 10 ເຖິງ 20 ຕູ້ເຂົ້າ ແລະ ອອກປະເທດ, ແຕ່ວ່າປະເທດລາວມີຈຳນວນຜູ້ສົ່ງອອກໜ້ອຍກວ່າຈຳນວນຜູ້ນຳເຂົ້າ. ນີ້ແມ່ນບັນຫາທີ່ພາກສ່ວນທີ່ກ່ຽວຂ້ອງຕ້ອງຮ່ວມກັນແກ້ໄຂ.ອ່ານຕໍ່ ...
เปเบเบฐเบเปเบฒเบง
http://annx.asianews.network/content/more-lao-cargo-needed-fill-cross-border-freight-train-101904
เบเบฒเบเบเบฐเบซเบเบฒเบเบเบปเบงเบเบฒเบเบเปเบฒเบเปเบชเบเบเบฐเบเบดเบเบเบญเบเบฅเบฒเบงเบเบทเปเบเปเบ เปเบเปเบเบฑเบเบเปเบญเบเบเบฒเบเบเบฒเบเบเบฐเบเบดเบฎเบนเบเปเบเบเบฑเปเบเบเปเปเปเบ: เบเบฐเบเบฒเบเบฒเบเปเบฅเบ
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານໂລກສະແດງທ່າທີທີ່ດີກ່ຽວກັບການຂະຫຍາຍຕົວທາງດ້ານເສດຖະກິດຂອງລາວ, ເຊິ່ງຄາດວ່າຈະກັບມາສູ່ລະດັບ 6.5 ເປີເຊັນໃນປີ 2019, ເພີ່ມຂຶ້ນຈາກລະດັບ 6.3 ເປີເຊັນໃນປີຜ່ານມາ.ເຖິງວ່າງົບປະມານຂອງປະເທດຈະຢູ່ໃນສະພາບເຄັ່ງຕຶງຕໍ່ເນື່ອງ, ການຟື້ນຕົວດັ່ງກ່າວຄາດວ່າຈະໄດ້ຮັບການຊຸກຍູ້ຈາກການລົງທຶນທີ່ເຂັ້ມແຂງໃນໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ ເຊັ່ນ ໂຄງການທາງລົດໄຟລາວ-ຈີນ, ຕາມບົດລາຍງານ Lao Economic Monitor ຫຼ້າສຸດຂອງທະນາຄານໂລກທີ່ມີການເປີດໂຕວານນີ້.ອ່ານຕໍ່ ...
เบชเบปเบกเบชเบฑเบ เบเบปเบเบเบฒเบง
http://annx.asianews.network/content/economic-growth-rebounding-further-reform-needed-world-bank-101902
เปเบเบปเบฒเบซเบผเบตเปเบเปเบญเบฐเบเบธเบกเบฑเบเบเบถเบเบเปเบงเบเปเบซเบผเบทเบญเบฅเปเบฒย 10 เบเบทเปเบเบตเบเบชเบณเบฅเบฑเบเบเบฒเบเบเบทเปเบเบเบนเบซเบผเบฑเบเปเบเบเปเบณเบเปเบงเบกเปเบเบงเบเบญเบฑเบเบเบฐเบเบท

ວຽງຈັນ (ວຽງຈັນທາມສ໌) – ລັດຖະບານສາທາລະນະລັດເກົາຫຼີໄດ້ໃຫ້ທຶນຊ່ວຍເຫຼືອລ້າກວ່າ 10 ຕື້ກີບ (US$1.2 ລ້ານໂດລາ) ເພື່ອຈັດຕັ້ງປະຕິບັດໂຄງງການຟື້ນຟູຫຼັງໄພນ້ຳຖ້ວມຢູ່ແຂວງອັດຕະປື.“ໂຄງການຟື້ນຟູແຂວງອັດຕະປືໂດຍລວມ” ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຜ່ານອົງການຮ່ວມມືສານກົນປະເທດເກົາຫຼີ (KOICA). ການໃຫ້ທຶນຊ່ວຍເຫຼືອດັ່ງກ່າວໃນອາທິດແລ້ວນີ້ແມ່ນສ່ວນໜຶ່ງຂອງໂຄງການຊ່ວຍເຫຼືອໄລຍະ 5 ປີ ມູນຄ່າ US$11.5 ລ້ານໂດລາ ເຊິ່ງຈະຈັດຕັ້ງປະຕິບັດແຕ່ປີ 2019 ເຖິງປີ 2023.ຂໍ້ຕົກລົງສຳລັບທຶນຊ່ວຍເຫຼືອໃນຕໍ່ໜ້າຈະມີການລົງນາມໃນແຕ່ລະຂັ້ນຂອງໂຄງການຟື້ນຟູຫຼັງໄພພິບັດຢູ່ແຂວງອັດຕະປື.ອ່ານຕໍ່ ...
เบเบปเบกเบเบปเบ เปเบซเบผเบปเบฒเบญเบดเบ
http://annx.asianews.network/content/south-korea-grants-10-billion-kip-attapeu-flood-recovery-101856
เบชเบฐเบเบฒเปเบซเปเบเบเบฒเบเบเบธเบเบเบนเปเบเบฒเบเบชเบปเปเบเปเบชเบตเบกเบเบงเบฒเบกเบฎเบฑเบเบเบดเบเบเบญเบเบเบญเบเบฅเบฑเบเบเบฐเบเบฒเบ
ວຽງຈັນ (ວຽງຈັນທາມສ໌) – ສະພາແຫ່ງຊາດໄດ້ເພີ່ມທະວີບົດບາດໃນການສົ່ງເສີມຄວາມຮັບຜິດຊອບຂອງລັດຖະບານ ເຊິ່ງສະທ້ອນເຖິງການບໍລິຫານຈັດການທີ່ດີ, ຕາມການລາຍງານຂອງອົງການສະຫະປະຊາຊາດປະຈຳລາວ.ອົງການສະຫະປະຊາຊາດ (ສປຊ) ໜຶ່ງໃນອົງການຊ່ວຍເຫຼືອທີ່ໃຫຍ່ທີ່ສຸດໃນລາວ ໄດ້ເປີດເຜີຍບົດລາຍງານກາງພາກກ່ຽວກັບການຈັດຕັ້ງປະຕິບັດການຮ່ວມມືລະຫວ່າງ ສປປ ລາວ-ສປຊ, ເຊິ່ງເນັ້ນເຖິງຜົນສຳເລັດ ແລະ ຂໍ້ຄົງຄ້າງໃນການຮ່ວມມືດັ່ງກ່າວ.ອີງຕາມບົດລາຍງານຄວາມຄືບໜ້າປີ 2018 ກ່ຽວກັບຂອບການເຮັດວຽກຂອງ ສປປ ລາວ-ສະຫະປະຊາຊາດ ສຳລັບປີ 2017-2021, ສປຊ ໄດ້ສະແດງຄວາມຮັບຮູ້ວ່າ ລະບຽບກົດໝາຍຂອງລາວໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂຶ້ນ ຍ້ອນການມີສ່ວນຮ່ວມຢ່າງເຂັ້ມແຂງຂອງສະພາແຫ່ງຊາດໃນການພິຈາລະນາກຳກັບການປະຕິບັດງານຂອງລັດຖະບານ.ອ່ານຕໍ່ ...
เปเบญเบเบฐเบเบญเบ เบเบนเบเบญเบเบชเบต
http://annx.asianews.network/content/na-pushes-greater-government-accountability-101858
เบชเปเบฒเบเปเบกเบทเบญเบเบงเบฑเบเบงเบฝเบเปเบซเปเปเบเบฑเบเบเบตเปเบเปเบญเบเบเบฒเบเบเบญเบเบเบฐเบซเบผเบฒเบเปเบซเปเบซเบผเบฒเบเบเบถเปเบ, เบเบฒเบเบปเบเบชเบฑเปเบ
ວຽງຈັນ (ວຽງຈັນທາມສ໌) – ພະນະທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ ໃຫ້ຮັກສາມົນສະເໜ່ທາງທຳມະຊາດຂອງເມືອງວັງວຽງ ໃນຂະນະພັດທະນາຕົວເມືອງ ເພື່ອດຶງດູດນັກທ່ອງທ່ຽວລະດັບສູງໃຫ້ຫຼາຍຂຶ້ນ. ເມືອງວັງວຽງມີຈຳນວນນັກທ່ອງທ່ຽວທີ່ຫຼຸດລົງເນື່ອງຈາກຫຼາຍປັດໄຈ ເຊັ່ນ ສະພາບຖະໜົນທີ່ບໍ່ດີ ແລະ ສິ່ງອຳນວຍຄວາມສະດວກການທ່ອງທ່ຽວທີ່ຕ່ຳກວ່າມາດຕະຖານ, ທ່ານຮອງເຈົ້າເມືອງ ບຸນຈັນ ມາລາວົງ ລາຍງານຕໍ່ທ່ານນາຍົກ. ອ່ານຕໍ່ ...
เบชเบธเบเบชเบฒเบเบญเบ เปเบซเบงเบเปเบเปเบง
http://annx.asianews.network/content/make-vangvieng-more-upmarket-lao-pm-advises-101855