ສະພາແຫ່ງຊາດຊຸກຍູ້ການສົ່ງເສີມຄວາມຮັບຜິດຊອບຂອງລັດຖະບານ

ວຽງຈັນ (ວຽງຈັນທາມສ໌) – ສະພາແຫ່ງຊາດໄດ້ເພີ່ມທະວີບົດບາດໃນການສົ່ງເສີມຄວາມຮັບຜິດຊອບຂອງລັດຖະບານ ເຊິ່ງສະທ້ອນເຖິງການບໍລິຫານຈັດການທີ່ດີ, ຕາມການລາຍງານຂອງອົງການສະຫະປະຊາຊາດປະຈຳລາວ.

ອົງການສະຫະປະຊາຊາດ (ສປຊ) ໜຶ່ງໃນອົງການຊ່ວຍເຫຼືອທີ່ໃຫຍ່ທີ່ສຸດໃນລາວ ໄດ້ເປີດເຜີຍບົດລາຍງານກາງພາກກ່ຽວກັບການຈັດຕັ້ງປະຕິບັດການຮ່ວມມືລະຫວ່າງ ສປປ ລາວ-ສປຊ, ເຊິ່ງເນັ້ນເຖິງຜົນສຳເລັດ ແລະ ຂໍ້ຄົງຄ້າງໃນການຮ່ວມມືດັ່ງກ່າວ.

ອີງຕາມບົດລາຍງານຄວາມຄືບໜ້າປີ 2018 ກ່ຽວກັບຂອບການເຮັດວຽກຂອງ ສປປ ລາວ-ສະຫະປະຊາຊາດ ສຳລັບປີ 2017-2021, ສປຊ ໄດ້ສະແດງຄວາມຮັບຮູ້ວ່າ ລະບຽບກົດໝາຍຂອງລາວໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂຶ້ນ ຍ້ອນການມີສ່ວນຮ່ວມຢ່າງເຂັ້ມແຂງຂອງສະພາແຫ່ງຊາດໃນການພິຈາລະນາກຳກັບການປະຕິບັດງານຂອງລັດຖະບານ.

ອ່ານຕໍ່…

 

ເອກະພອນ ພູທອນສີ
http://annx.asianews.network/content/na-pushes-greater-government-accountability-101858