ເກົາຫຼີໃຕ້ອະນຸມັດທຶນຊ່ວຍເຫຼືອລ້າ 10 ຕື້ກີບສຳລັບການຟື້ນຟູຫຼັງໄພນ້ຳຖ້ວມແຂວງອັດຕະປື

ວຽງຈັນ (ວຽງຈັນທາມສ໌) – ລັດຖະບານສາທາລະນະລັດເກົາຫຼີໄດ້ໃຫ້ທຶນຊ່ວຍເຫຼືອລ້າກວ່າ 10 ຕື້ກີບ  (US$1.2 ລ້ານໂດລາ) ເພື່ອຈັດຕັ້ງປະຕິບັດໂຄງງການຟື້ນຟູຫຼັງໄພນ້ຳຖ້ວມຢູ່ແຂວງອັດຕະປື.

“ໂຄງການຟື້ນຟູແຂວງອັດຕະປືໂດຍລວມ” ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຜ່ານອົງການຮ່ວມມືສານກົນປະເທດເກົາຫຼີ (KOICA). ການໃຫ້ທຶນຊ່ວຍເຫຼືອດັ່ງກ່າວໃນອາທິດແລ້ວນີ້ແມ່ນສ່ວນໜຶ່ງຂອງໂຄງການຊ່ວຍເຫຼືອໄລຍະ 5 ປີ ມູນຄ່າ US$11.5 ລ້ານໂດລາ ເຊິ່ງຈະຈັດຕັ້ງປະຕິບັດແຕ່ປີ 2019 ເຖິງປີ 2023.

ຂໍ້ຕົກລົງສຳລັບທຶນຊ່ວຍເຫຼືອໃນຕໍ່ໜ້າຈະມີການລົງນາມໃນແຕ່ລະຂັ້ນຂອງໂຄງການຟື້ນຟູຫຼັງໄພພິບັດຢູ່ແຂວງອັດຕະປື.

ອ່ານຕໍ່…

ພົມພົງ ເຫຼົາອິນ
http://annx.asianews.network/content/south-korea-grants-10-billion-kip-attapeu-flood-recovery-101856