ຂປລ-ຂ່າວສານປະເທດລາວ

ບໍລິສັດຂຸດຄົ້ນບໍ່ແຮ່ພູເບ້ຍຊ່ວຍເຫຼືອສູນອົງຄະທຽມ COPE

(ຂປລ) ໃນວັນທີ 26 ຕຸລາທີ່ຜ່ານມາ ບໍລິສັດຂຸດຄົ້ນບໍ່ແຮ່ພູເບ້ຍໄດ້ບໍລິຈາກເງິນ 28,000 ໂດລາເພື່ອຊ່ວຍເຫຼືອສູນອົງຄະທຽມ COPE.ການບໍລິຈາກດັ່ງກ່າວ ຊຶ່ງເປັນສ່ວນໜຶ່ງຂອງຄວາມຮັບຜິດຊອບຕໍ່ການພັດທະນາສັງຄົມລາວຂອງບໍລິສັດ ຈະຊ່ວຍໃຫ້ສູນ COPE ສາມາດດຳເນີນໂຄງການຕ່າງໆເພື່ອຊ່ວຍເຫຼືອຜູ້ພິການທາງດ້ານການເຄື່ອນໄຫວ ໃຫ້ສາມາດເຂົ້າເຖິງການບໍລິການຟື້ນຟູໜ້າທີ່ການ.ອ່ານຕໍ່ ...

ຂປລ

ສະຫະລັດມອບເຕັກໂນໂລຊີ ແລະ ອຸປະກອນຊ່ວຍເຫຼືອສຳນັກງານຂໍ້ມູນຕ້ານການຟອກເງິນແຫ່ງ ສປປ ລາວ

(ຂປລ) ໃນວັນທີ 1 ພະຈິກນີ້ ລັດຖະບານສະຫະລັດໄດ້ມອບເຕັກໂນໂລຊີ ແລະ ອຸປະກອນດ້ານຂໍ້ມູນຂ່າວສານໃຫ້ແກ່ການນຳປະຈຳສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO) ແຫ່ງ ສປປ ລາວ ຢ່າງເປັນທາງການ.ອ່ານຕໍ່ ...

ຂປລ

ບໍລິສັດຮຸນໄດມອບເງິນຊ່ວຍເຫຼືອ 100,000 ໂດລາ ເພື່ອບັນເທົາທຸກໄພນ້ຳຖ້ວມໃນລາວ

(ຂປລ) ບໍລິສັດຮຸນໄດມໍເຕີ ມອບເງິນຊ່ວຍເຫຼືອ 100,000 ໂດລາ ເພື່ອຊ່ວຍເຫຼືອພາລະກິດບັນເທົາທຸກໄພນ້ຳຖ້ວມທົ່ວທຸກພາກຂອງລາວ.ພິທີມອບຮັບທຶນຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນທີ່ນະຄອນວຽງຈັນ ໃນວັນທີ 24 ຕຸລາທີ່ຜ່ານມາ ລະຫວ່າງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ຊອຍ ຈິນຢຸກ ຜູ້ຈັດການໃຫຍ່ບໍລິສັດຮຸນໄດມໍເຕີປະຈຳພາກພື້ນອາຊີ.ອ່ານຕໍ່ ...

ບັນນາທິການ ຂປລ

ພິທີມອບສູນຂໍ້ມູນທີ່ນຳໃຊ້ພະລັງງານຢ່າງມີປະສິດທະພາບໃຫ້ແກ່ກະຊວງ

(ຂປລ) ສູນຂໍ້ມູນທີ່ນຳໃຊ້ພະລັງງານຢ່າງມີປະສິດທະພາບ (LEED) ໄດ້ຮັບການສົ່ງມອບຢ່າງເປັນທາງການໃຫ້ແກ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.ພິທີມອບດັ່ງກ່າວໄດ້ຈັດຂື້ນໃນວັນທີ 26 ຕຸລາທີ່ຜ່ານມາອ່ານຕໍ່ ...

ຂປລ

ບໍລິສັດເກຍມໍເຕີ ເອເຊຍ ບໍລິຈາກ 100,000 ໂດລາເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ

(ຂປລ) ບໍລິສັດເກຍມໍເຕີ ເອເຊຍ ຂອງສະທາລະນະລັດເກົາຫຼີ ບໍລິຈາກ 100,000 ໂດລາເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ. ພິທີມອບເງິນຊ່ວຍເຫຼືອດັ່ງກ່າວແມ່ນຈັດຂຶ້ນທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລະຫວ່າງທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ຄິມ ຮູກອນ ຜູ້ຈັດການໃຫຍ່-ບໍລິສັດເກຍມໍເຕີປະຈຳພາກພື້ນ ໃນວັນທີ 24 ຕຸລາ 2018 ທີ່ນະຄອນວຽງຈັນ.ອ່ານຕໍ່ ...

ຂປລ

ລາວ ຫວຽດຮ່ວມມືໃນການຄວບຄຸມຢາເສບຕິດ

(ຂປລ) ແປດແຂວງຂອງລາວ ແລະ ຫວຽດນາມ ຮ່ວມປະຊຸມກັນທີ່ແຂວງທັນຫົວ ປະເທດຫວຽດນາມ ໃນວັນທີ 18 ຕຸລານີ້ ເພື່ອຫາລືການຮ່ວມມືໃນສົງຄາມຕ້ານອາດຊະຍາກຳຢາເສບຕິດ.ໃນກອງປະຊຸມດັ່ງກ່າວ, ຕົວແທນຈາກແຂວງທັນຫົວ, ເຍອັນ, ສອນລາ ແລະ ດຽນບຽນຂອງຫວຽດນາມ ແລະ ແຂວງຫົວພັນ, ຫຼວງພະບາງ, ຜົ້ງສາລີ ແລະ ຊຽງຂວາງຂອງລາວໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືໃນການສະກັດກັ້ນ ແລະ ຕໍ່ສູ້ຕ້ານອາດສະຍາກຳຢາເສບຕິດ. ອ່ານຕໍ່ ...

ຂປລ

ຫວຽດຄັອມແບງເປີດທະນາຄານຕ່າງປະເທດແຫ່ງທຳອິດໃນລາວ

(ຂປລ) ຫວຽດຄັອມແບງ, ທະນາຄານການຄ້າຕ່າງປະເທດຮ່ວມຫຸ້ນຂອງຫວຽດນາມ ໄດ້ເປີດຕົວຫວຽດຄັອມແບງຢ່າງເປັນທາງການທີ່ວຽງຈັນໃນວັນທີ 17 ຕຸລາ.ຫວຽດຄັອມແບງລາວ ຕັ້ງຢູ່ຖະໜົນລ້ານຊ້າງ ເປັນໜຶ່ງໃນຫົວໜ່ວຍບໍລິການການເງິນການທະນາຄານໃນຕົວເມືອງວຽງຈັນ ມີທຶນກໍ່ຕັ້ງທຸລະກິດຢູ່ທີ່ 80 ລ້ານໂດລາ, ເປັນໜຶ່ງໃນສະຖາບັນການເງິນທີ່ມີສະຖາບັນສິນເຊື່ອຂອງຫວຽດນາມທີ່ສູງທີ່ສຸດໃນລາວ.ອ່ານຕໍ່ ...

ຂປລ

ການຄຸ້ມຄອງຜົນກະທົບຈາກປະກົດການ ເອວນິໂຢ ແລະ ລານິຢາ ໃນຂະແໜງກະສິກຳຂອງລາວ

(ຂປລ) ຕັ້ງແຕ່ປີ 1966, 70 ເປີເຊັນຂອງໄພນ້ຳຖ້ວມໃນລາວແມ່ນເກີດຂຶ້ນໃນຊຸມປີທີ່ມີປະກົດການເອວນິໂຢ ແລະ ລານິຢາ ເຊິ່ງໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຂະແໜງການກະສິກຳ ແລະ ເສດຖະກິດຂອງຊາດໂດຍລວມ, ຕາມການລາຍງານຂອງທະນາຄານໂລກ ທີ່ນະຄອນວຽງຈັນ ໃນວັນທີ 19 ຕຸລາຜ່ານມາ.ອ່ານຕໍ່ ...

ຂປລ

ມືສະອາດ - ເຄັດລັບເພື່ອຮັກສາສຸຂະພາບ

(ຂປລ) ການສົ່ງເສີມຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມສຳຄັນໃນການລ້າງມືດ້ວຍສະບູ ແມ່ນວິທີການໃນການປ້ອງກັນພະຍາດ ແລະ ຮັກສາສຸຂະພາບທີ່ງ່າຍ ແລະ ມີປະສິດທິຜົນ.ດັ່ງນັ້ນ ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ຈັດສະເຫຼີມສະຫຼອງວັນລ້າງມືໂລກ 2018 ທີ່ໂຮງຮຽນປະຖົມທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ຂປລ

ການຫາລືການຫັນການຄຸ້ມຄອງແຮງງານຍ້າຍຖິ່ນສູ່ດິຈິຕອລ໌

(ຂປລ) ຕາງໜ້າກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການຈັດຕັ້ງແຮງງານສາກົນ ແລະ ສະຖານທູດອົດສະຕຣາລີ ແລະ ສະຖານທູດການາດາ ໄດ້ປະຊຸມກັນທີ່ວຽງຈັນ ເພື່ອຫາລືການກ່ຽວກັບຫັນການຄຸ້ມຄອງແຮງງານຍ້າຍຖິ່ນສູ່ດິຈິຕອລ໌ ແລະ ການບໍລິການແບບດິຈິຕອລ໌ ສຳລັບແຮງງານຍ້ານຖິ່ນໃນລາວ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

aptLV
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!