News

ຈີນຊ່ວຍລາວໃນການຝຶກອົບຮົມການວາງແຜນພັດທະນາເສດຖະກິດ

ວຽງຈັນ, 19 ມິຖຸນາ (ຊິນຫົວ) — ໃນວັນອັງຄານນີ້ ກອງປະຊຸມຝຶກອົບຮົມວິຊາການກ່ຽວກັບຍຸດທະສາດ ແລະ ການວາງແຜນການພັດທະນາເສດຖະກິດແຫ່ງຊາດຂອງລາວ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ. ໃນກອງປະຊຸມວິຊາການດັ່ງກ່າວ ວິທະຍາກອນຈາກປະເທດຈີນຈະຈັດອົບຮົມໄລຍະ 21 ວັນໃຫ້ແກ່ສຳມະນາກອນລາວ.ອ່ານຕໍ່ ...

ບັນນາທິການຊິນຫົວ

ລາວຮັບການຊ່ວຍເຫຼືອຈາກຈີນກ່ຽວກັບວຽກງານຊາວໜຸ່ມ

ວຽງຈັນ, 19 ມິຖຸນາ (ຊິນຫົວ) — ຫົວໜ້າສູນກາງຊາວໜຸ່ມກ່າວໃນວັນອັງຄານນີ້ວ່າ ຝ່າຍລາວມີຄວາມຍິນດີຕໍ່ການຊ່ວຍເຫຼືອຈາກປະເທດຈີນກ່ຽວກັບວຽກງານຊາວໜຸ່ມ. ກຸ່ມອາສາສະໝັກຊາວໜຸ່ມຈີນຊ່ວຍເຫຼືອລາວຊຸດທີ 9 ໄດ້ເດີນທາງມາລາວ ແລະ ຈະໃຫ້ການບໍລິການຊ່ວຍເຫຼືອດ້ານການສຶກສາ, ສາທະລະນະສຸກ, ກິລາ ແລະ ຄົມມະນາຄົມ ເປັນໄລຍະເວລາ 6 ເດືອນ.ອ່ານຕໍ່ ...

ບັນນາທິການຊິນຫົວ

ເຈົ້າໜ້າທີ່ອັດຕະປືອາຍັດໄມ້ຜິດກົດໝາຍໄດ້ອີກ

ໃນອາທິດທີ່ຜ່ານມາເຈົ້າໜ້າທີ່ອັດຕະປື ສະກັດການຂົນຍ້າຍໄມ້ເຖື່ອນໄດ້ອີກ ເຊິ່ງເປັນໄມ້ຂະຍູງທີ່ພົບຈາກການກວດຄົ້ນລົດໂດຍສານສາຍຫວຽດນາມ ໂດຍຄົນຂັບສັນຊາດຫວຽດ. ໃນເວລາ 7:30 ແລງຂອງວັນທີ 14 ມິຖຸນາ, ເຈົ້າໜ້າທີ່ຈາກກົມກວດກາປ່າໄມ້ແຂວງ ສົມທົບກັບເຈົ້າໜ້າທີ່ຕຳຫຼວດ ໄດ້ກັກລົດໂດຍສານຄັນດັ່ງກ່າວ ຢູ່ບ້ານຫາດຊັນ ເມືອງໄຊເສດຖາ ເພື່ອກວດສອບອ່ານຕໍ່ ...

ວຽງຈັນທາມສ໌

ນັກຮຽນສອບເສັງມໍປາຍເພີ່ມຂຶ້ນເກືອບ 7 ເປີເຊັນ

ຈຳນວນນັກຮຽນມໍ 7 ທີ່ເຂົ້າສອບເສັງລະດັບມັດທະຍົມຕອນປາຍທົ່ວປະເທດ ເພີ່ມຂຶ້ນຈາກ  62,254 ໃນປີຜ່ານມາ ເປັນ 66,586 ໃນປີນີ້ ຕາມການລາຍງານທາງການ. ໃນຂະນະດຽວກັນ ຈຳນວນສູນສອບເສັງ ແລະ  ຫ້ອງສອບກໍມີການເພີ່ມຂຶ້ນຈາກ  281 ແລະ 2,997 ໃນປີກາຍ ມາເປັນ 285 ແລະ 3,210 ໃນປີນີ້ ຕາມລຳດັບ. ໃນນະຄອນຫຼວງ ມີນັກສອບກວ່າ 10,600 ຄົນຈາກໂຮງຮຽນລັດ ແລະ ເອກະຊົນ ເຂົ້າສອບໃນ 22 ສູນສອບເສັງ ເຊິ່ງລວມມີ 530 ຫ້ອງສອບ, ຕາມການລາຍງານຂອງພະແນກສຶກສາ ແລະ ກິລານະຄອນຫຼວງອ່ານຕໍ່ ...

ວຽງຈັນທາມສ໌

ລາວ-ຫວຽດນາມສັນຍາຮັດແໜ້ນສາຍພົວພັນ

ທ່ານ ປານຄຳ ວິພາວັນ ຮອງປະທານປະເທດລາວ ແລະ ຄູ່ຢ້ຽມຢາມ ທ່ານນາງ ດາງທິງ໋ອກຕິນ ຈາກຫວຽດນາມ ໄດ້ຕົກລົງກັນໃນມື້ວານນີ້ ວ່າຈະຮ່ວມມືກັນຮັດແໜ້ນສາຍສຳພັນເພື່ອນມິດ, ຄວາມສາມັກຄີພິເສດ ແລະ ການຮ່ວມມືແໜ້ນແຟ້ນລະຫວ່າງສອງປະເທດ.ອ່ານຕໍ່ ...

ວຽງຈັນທາມສ໌

ສຊ ຫາລືຮ່າງກົດໝາຍວ່າດ້ວຍທະນາຄານ

ໂຄງສ້າງ ແລະ ໜ້າທີ່ຂອງຄະນະບໍລິຫານທະນາຄານແຫ່ງ ສປປ ລາວ ແມ່ນຫົວຂໍ້ຫຼັກໃນການຫາລືໃນສະພາແຫ່ງຊາດມື້ວານນີ້ ເພື່ອຈຸດປະສົງສ້າງຄວາມເຂັ້ມແຂງໃນການບໍລິຫານຄຸ້ມຄອງທະນາຄານ ແລະ ສະກັດກັ້ນກິດຈະກຳທາງການເງິນທີ່ບໍ່ຖືກກັບລະບຽບກົດໝາຍ.ອ່ານຕໍ່  ...

ວຽງຈັນທາມສ໌

ນາຍົກເນັ້ນຄວາມສຳຄັນຂອງການເຊື່ອມຕໍ່ເພື່ອສ້າງສາຍສຳພັນພາກພື້ນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢືນຢັນວ່າການເຊື່ອມຕໍ່ພາກພື້ນຈະປະກົດຜົນຫຼັງຈາກສຳເລັດການສ້າງເສັ້ນທາງລົດໄຟເຊື່ອມຕໍ່ປະເທດຈີນກັບບັນດາປະເທດສະມາຊິກອາຊຽນ.ອ່ານຕໍ່ ...

ສົມສັກ ພົງຂາວ

ບັດສະມາດຄາດໃໝ່ອອກແບບເພື່ອຄຸ້ມຄອງລັດຖະກອນ

ກະຊວງພາຍໃນຈະອອກບັດປະຈຳຕົວສຳລັບລັດຖະກອນໃນກົມກອງຕ່າງໆ ເຊິ່ງເປັນບັດອະເນກປະສົງເພື່ອໃຊ້ປ່ຽນແທນບັດເອທີເອັມ ແລະ ບັດປະກັນສັງຄົມ. ບັດສະມາດຄາດໃໝ່ນີ້ ຖືກອອກແບບເພື່ອອຳນວຍຄວາມສະດວກໃນຊີວິດປະຈຳວັນຂອງລັດຖະກອນ ຕາມນະໂຍບາຍຂອງລັດຖະບານໃນການສ້າງຄວາມທັນສະໄໝໃນການຄຸ້ມຄອງລັດຖະກອນ.ອ່ານຕໍ່ ...

ສົມສັກ ພົງຂາວ

ແຂວງຈຳປາສັກຂະຫຍາຍເຂດອະນຸລັກໂລມາ

ອຳນາດການປົກຄອງ ແລະ ປະຊາຊົນແຂວງຈຳປາສັກ ໂດຍສະເພາະແມ່ນປະຊາຊົນບ້ານຫາງສະດຳ ແລະ ບ້ານຫາງຄອນ ໄດ້ຕົກລົງຂະຫຍາຍເຂດອະນຸລັກໂລມາແມ່ນ້ຳຂອງໃຫ້ໃຫຍ່ກວ່າເດີມ 7 ເທົ່າ. ນີ້ແມ່ນບາດກ້າວເພື່ອອະນຸລັກຈຳນວນປະຊາກອນໂລມາແມ່ຂອງ (ຫຼືວ່າໂລມາອີລະວະດີ) ທີ່ໃກ້ສູນພັນ.ອ່ານຕໍ່ ...

ວຽງຈັນທາມສ໌

ກົດໝາຍໃໝ່ກຳນົດໜີ້ສິນລັດບໍ່ໃຫ້ເກີນ 25 ເປີເຊັນຂອງລາຍຮັບ

ລັດຖະບານຈະເປັນໜ່ວຍງານທີ່ກຳນົດຂະໜາດໜີ້ສິນຂອງລັດບໍ່ໃຫ້ເກີນ 25 ເປີເຊັນຂອງລາຍຮັບປະຈຳປີຂອງລັດຖະບານ. ມື້ວານນີ້ສະມາຊິກສະພາແຫ່ງຊາດໄດ້ຫາລືຂໍ້ຕົກລົງກ່ຽວກັບກົດໝາຍວ່າດ້ວຍໜີ້ສິນຂອງລັດ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍດ່ງກ່າວຕໍ່ທີ່ປະຊຸມສະພາແຫ່ງຊາດອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

y5aEj
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!