Gender

ສາທາລະນະສຸກ

ໄຂ້ເລືອດອອກຂ້າແລ້ວ 12 ຊີວິດໃນປີນີ້

ມີ 12 ຄົນເສຍຊີວິດຍ້ອນພະຍາດໄຂ້ເລືອດອອກໃນຫົກເດືອນຕົ້ນປີນີ້ ເຊິ່ງແຂວງສະຫວັນນະເຂດພົບຜູ້ຕິດເຊື້ອຫຼາຍສຸດ. ຈຳນວນຜູ້ເປັນໄຂ້ເລືອດອອກມີຈຳນວນເພີ່ມຂຶ້ນສອງເທົ່ າທຽບກັບໄລຍະດຽວກັນຂອງປີ 2017.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເກົາຫຼີຊ່ວຍຍົກລະດັບຄວາມສາມາດຂອງເດັກ

ຄວາມຄືບໜ້າໃນການສ້າງຄວາມເຂັ້ມແດງດ້ານຄວາມສາມາດຂອງເດັກ ເພື່ອສົ່ງເສີມສຸຂະພາບຂອງເດັນເກີດໃໝ່, ເດັກອ່ອນ ແລະ ແມ່ ໄດ້ມີການຫາລືໃນກອງປະຊຸມອາທິດຜ່ານມາ ເຊິ່ງເຈົ້າໜ້າທີ່ສາທາໄດ້ຢືນຢັນຄວາມສຳເລັດຕາມເປົ້າໝາຍຂອງໂຄງການ ໄອໂຮບ.ອ່ານຕໍ່ ...

ວຽງຈັນທາມສ໌

ລຸກເຊັມບວກຊ່ວຍເຫຼືອໂຮງໝໍໃນແຂວງບໍລິຄຳໄຊ

ຄົນເຈັບຈະມີຄວາມໄວ້ວາງໃຈເພີ່ມຂຶ້ນໃນການປິ່ນປົວສຸຂະພາບ ຫຼັງຈາກພິທີເປີດໂຮງໝໍແຫ່ງໃໝ່ໃນແຂວງບໍລິຄຳໄຊວານນີ້ ເຊິ່ງເປັນສ່ວນໜຶ່ງຂອງການຍົກລະດັບການບໍລິການສາທາລະນະສຸກ ສູ່ມາດຕະຖານສາກົນໃນພາກກາງ ແລະ ພາກໃຕ້ຂອງລາວ. ໂຮງໝໍແຫ່ງໃໝ່ນີ້ເປັນໂຮງໝໍແຫ່ງທີສອງໃນລາວ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານລຸກເຊັມບວກ ຫຼັງແຜນສົ່ງເສີມການກໍ່ສ້າງໂຮງໝໍແຂວງວຽງຈັນໃນຊ່ວງສິບປີຫຼັງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ບັນດາປະເທດອາຊຽນທົບທວນວິທີການຫຼຸດຄວາມສ່ຽງທາງເຄມີ

ຊ່ຽວຊານຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມພັດທະນາໃນພາກພື້ນ ຈັດກອງປະຊຸມຢູ່ວຽງຈັນ ເພື່ອຫາລືບັນຫາກ່ຽວກັບກອງປະຊຸມລະດັບພາກພື້ນຄັ້ງສຸດທ້າຍພາຍໃຕ້ຂອບເຂດໂຄງການ 46. ຫົວຂໍ້ປະຊຸມແມ່ນສຸມໃສ່ຫາລືກ່ຽວກັບການຫຼຸດຄວາມສ່ຽງທາງເຄມີ, ຊີວະ, ລັງສີ ແລະ ນິວເຄລຍຂອງອາຊຽນ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມເຫັນຄວາມສຳຄັນຂອງບັນຫາດັ່ງກ່າວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກິດຈະກຳແລ່ນຮາຟມາຣາທອນຫຼວງພະບາງ ເພື່ອຊ່ວຍເຫຼືອໂຮງໝໍເດັກ

ມີການກຽມການເຕັມຮູບແບບສຳລັບກິດຈະກຳ ແລ່ນເພື່ອເດັກ 2018: ຮາຟມາຣາທອນຫຼວງພະບາງ ເຊິ່ງຈະຈັດຂຶ້ນໃນວັນອາທິດທີ 21 ຕຸລາ ທີ່ເມືອງມໍລະດົກໂລກ. ກິດຈະກຳແລ່ນຮາຟມາຣາທອນຫຼວງພະບາງປະຈຳປີ ຄັ້ງທີ 6 ຈະເປັນກິດຈະກຳປິດທ້າຍຂອງງານກິດຈະກຳທ້າຍອາທິດ 19-21 ຕຸລານີ້. ອີງຕາມຜູ້ຮັບຜິດຊອບພິທີການ ງານການກຸສົນດັ່ງກ່າວຈະສົມທົບທຶນຊ່ວຍເຫຼືອໂຮງໝໍເດັກມິດຕະພາບ (LFHC), ເຊິ່ງກຳໄລທັງໝົດໃນງານຈະມອບເປັນທຶນສະໜັບສະໜູນ ສຳລັບການປິ່ນປົວຄົວເຈັບໃນໂຮງໝໍແບບບໍ່ເສຍຄ່າບໍລິການ ສຳລັບເດັກນ້ອຍລາວທຸກຄົນ.ອ່ານຕໍ່ ...

ວຽງຈັນທາມສ໌

ທ້າຍປີນີ້ ເມືອງ ພູຄູນ ຈະສຸມໃສ່ຍົກລະດັບດ້ານສາທາລະນະສຸກໃຫ້ດີຂຶ້ນ

6 ເດືອນ ທ້າຍປີ 2018 ນີ້ ຫ້ອງການສາທາລະນະສຸກເມືອງພູຄູນ ແຂວງ ຫຼວງພະບາງ ຈະສຸມໃສ່ວຽກງານໃຫ້ບັນລຸຕາມ 10 ຕົວຊີ້ວັດ ແລະ 8 Dli ໃນນີ້ຈະເລັ່ງໃສ່ເດັກລຸ່ມ 5 ປີ ທີມີນໍ້າໜັກຫຼຸດກວ່າມາດຕະຖານ, ລົງສັກຢາກັນພະຍາດ ພ້ອມທັງຕິດຕາມແມ່ມານ ແລະ ແມ່ສຽງໄພທຸກກໍລະນີສົ່ງໄປຍັງໂຮງໝໍເມືອງ ເພື່ອຮັບປະກັນແມ່ ແລະ ເດັກ ປອດໄພ ແລະ ປະຕິບັດ 5 ດີ 1 ພໍໃຈ ໃນການບໍລິການປິ່ນປົວໃນສະຖານທີ່ໂຮງໝໍເມືອງ.ອ່ານຕໍ່ ...

ລາວອີໂຄໂນມິກເດລີ

ສະມາຊິກສະພາ ຫາລືຄວາມປອດໄພ ແລະ ຄວາມຮັບຜິດຊອບໃນກົດໝາຍກ່ຽວກັບການສັກຢາປ້ອງກັນພະຍາດ

ຜົນຂ້າງຄຽງຈາກການສັກຢາປ້ອງກັນພະຍາດ ແລະ ຄວາມຮັບຜິດຊອບຈາກການສັກຢາດັ່ງກ່າວ ແມ່ນຫົວຂໍ້ຫຼັກໃນການຫາລືລະຫວ່າງສະມາຊິກສະພາແຫ່ງຊາດ ກ່ຽວກັບຮ່າງກົດໝາຍວ່າດ້ວຍການສັກຢາປ້ອງກັນພະຍາດໃນມື້ວານນີ້.  ການສັກຢາປ້ອງກັນພະຍາດແມ່ນສິ່ງທີ່ຕ້ອງເຮັດໃນວຽກງານສາທາລະນະສຸກ ແລະ ກ່ຽວຂ້ອງກັບຫຼາຍກິດຈະກຳເຊິ່ງມີສ່ວນຮ່ວມຈາກທັງພາກລັດ ແລະ ເອກະຊົນ.ອ່ານຕໍ່ ...

ວຽງຈັນທາມສ໌

ເຈົ້າໜ້າທີ່ແພດລົນນະລົງຕ້ານໄຂ້ເລືອດອອກ

ເຈົ້າໜ້າທີ່ ແລະ ປະຊາຊົນ 100 ​ກວ່າຄົນໄດ້ເຕົ້າໂຮມກັນຢູ່ວຽງຈັນ ໃນວັນເສົາທີ່ຜ່ານມານີ້ ເພື່ອຈັດກິດຈະກຳຕ້ອນຮັບວັນໄຂ້ຍຸງອາຊຽນ ທັງສະໜັບສະໜູນການຕ້ານໄວຣັດອັນຕະລາຍດັ່ງກ່າວ, ເຊິ່ງໃນປີນີ້ພົບຜູ້ຕິດເຊື້ອແລ້ວ 1,089 ກໍລະນີ ແລະ ເສຍຊີວິດ 2 ກໍລະນີ. ກິດຈະກຳດັ່ງກ່າວໄດ້ຈັດຂຶ້ນທີ່ສະໂມສອນບ້ານໄຊສະຫວ່າງ ເມືອງໄຊທານີ ອ່ານຕໍ່ ...

ວຽງຈັນທາມສ໌

ເຢຍລະມັນໃຫ້ທຶນກູ້ຢືມເພື່ອຊ່ວຍເຫຼືອວຽກງານດ້ານທັນຕະກຳໃນລາວ

ສະຖາບັນຕຣີນອນ ຄອລເລຈຽມ ແພລກຕິຄັມ ແຫ່ງປະເທດເຢຍລະມັນໃຫ້ທຶນຊ່ວຍເຫຼືອປະມານ 1 ລ້ານໂດລາສະຫະລັດ (ຫຼືກວ່າ 8 ຕື້ກີບ) ແກ່ລາວ ເພື່ອປັບປຸງການບໍລິການດ້ານສຸຂະພາບຊ່ອງປາກ ແຕ່ປີ 2018-2021. ພິທີເຊັນຂໍ້ຕົກລົງໄລຍະ 3 ຂອງໂຄງການຍົກລະດັບວຽກງານດ້ານທັນຕະກຳດັ່ງກ່າວ ໄດ້ຈັດຂຶ້ນທີ່ວຽງຈັນ ໃນວັນຈັນທີ່ຜ່ານມາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ພະນັກງານສາທາຈະເລີ່ມແຜນປະຕິບັດງານດ້ານໂພຊະນາການ

ການຕື່ມທາດອາຫານເສີມໃສ່ໃນອາຫານປຸງແຕ່ງສຳເລັດຮູບ ເປັນໜຶ່ງໃນວິທີການທີ່ມີປະສິດທິຜົນ ແລະ ປະຢັດງົບປະມານໃນການປັບປຸງສະຖານະພາບດ້ານໂພຊະນາການຂອງປະຊາຊົນ ທີ່ຊ່ຽວຊານສາທາລະນະສຸກກຳລັງໃຫ້ຄວາມສົນໃຈ. ໃນກອງປະຊຸມໃນວັນພະຫັດທີ່ຜ່ານມານີ້ ໄດ້ມີການປຶກສາຫາລືບັນຫາດັ່ງກ່າວ ເຊິ່ງຊ້ອງໜ້າໂດຍ ທ່ານນາງ ຊາຣາ ກໍດອນຈິບສັນ ອຳນວຍການໃຫຍ່ ຜູ້ຕາງໜ້າອົງການອາຫານໂລກປະຈຳລາວ ພ້ອມພະນັກງານຈາກກະຊວງສາທາລະນະສຸກ, ກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ,​ ກະຊວງສຶກສາທິການ ແລະ ກິລາ, ແລະ ກະຊວງການເງິນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

nhtB6
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!