ທີ່ດິນ

ໜ່ວຍເກັບກູ້ລະເບີດຈາກຣັດເຊຍ ກວດກູ້ພື້ນທີ່ໃນລາວໄດ້ແລ້ວກວ່າ 40 ເຮັກຕາ

ມົດສະກູ, 24 ທັນວາ. /TASS/.  ທີມນັກເກັບກູ້ລະເບີດສາກົນຂອງກອງທັບຣັດເຊຍ ກວດກູ້ພື້ນໃນລາວທີ່ໄດ້ກວ່າ 40 ເຮັກຕາ, ຕາມການລາຍງານຂອງສຳນັກຂ່າວ ກຣັສນາຢາ ສເວສດາ (ຫຼື ດາວແດງ) ໃນວັນຈັນນີ້.ທີມນັກເກັບກູ້ລະເບີດຣັດເຊຍ ປະຕິບັດການກວດກູ້ທີ່ເມືອງຄຳເກີດ ແຂວງບໍລິຄຳໄຊ ເຊິ່ງໄດ້ມີການສ້າງຕັ້ງສາຂາສູນກວດກູ້ລະເບີດສາກົນກ່ອນໜ້ານີ້.ອ່ານຕໍ່ ...

ບັນນາທິການ TASS

ສະພາແຫ່ງຊາດເລື່ອນການອະນຸມັດຮ່າງກົດໝາຍທີ່ດິນສະບັບດັດແກ້

ສະພາແຫ່ງຊາດຍັງບໍ່ຜ່ານການອະນຸມັດກົດໝາຍວ່າດ້ວຍທີ່ດິນສະບັບດັດແກ້, ເນື່ອງຈາກເຫັນວ່າຍັງມີຄວາມຈຳເປັນທີ່ຕ້ອງປັບປຸງເພີ່ມເຕີມເພື່ອກແ້ໄຂຂໍ້ຄົງຄ້າງ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ອົດສະຕຣາລີ ສົ່ງເສີມການເກັບກູ້ະເບີດໃນພື້ນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປື

(ຂປລ) ວັນທີ 12 ທັນວານີ້ ລັດຖະບານອົດສະຕຣາລີໄດ້ລົງນາມຢ່າງເປັນທາງການ ໃນຂໍ້ຕົກລົງກັບອົງການ ຢູເອັນດີພີ ກ່ຽວກັບການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ທີ່ເມືອງສະໜາມໄຊ ເພື່ອຮັບປະກັນຄວາມປອດໄພສຳລັບຊຸມຊົນທີ່ຕ້ອງຍົກຍ້າຍທີ່ຢູ່ອາໄສເນື່ອງຈາກໄພນ້ຳຖ້ວມໃນປີນີ້. ອົດສະຕຣາລີ ໄດ້ມອບທຶນຊ່ວຍເຫຼືອ 200,000 ໂດລາອົດສະຕຣາລີ ໂດຍຜ່ານອົງການ ຢູເອັນດີພີ ໃຫ້ແກ່ລັດຖະບານລາວ ເພື່ອດຳເນີນການປະຕິບັດການເກັບກູ້ ລບຕ ທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ບັນນາທິການ ຂປລ

ສະຖານບັນວິໄຈແນະນຳ, ລາວຄວນທົບທວນນະໂຍບາຍການຈ່າຍຄ່າຊົດເຊີຍ

ສະຖານບັນຄົ້ນຄວ້າເສດຖະກິດຊັ້ນນຳແນະນຳໃຫ້ລັດຖະບານທົບທວນນະໂຍບາຍການຈ່າຍຄ່າຊົດເຊີຍ, ເນື່ອງຈາກມີປະຊາຊົນຈຳນວນຫຼາຍບໍ່ພໍໃຈຕໍ່ຄ່າຊົດເຊີຍທີ່ໄດ້ຮັບ ເນື່ອງຈາກການສູນເສຍທີ່ດິນຂອງຕົນໃຫ້ແກ່ການສ້າງຕັ້ງເຂດເສດຖະກິດພິເສດ ແລະ ສະເພາະ (SEZs).ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (NERI) ຍັງກ່າວຕື່ມວ່າ ພາກສ່ວນທີ່ຮັບຜິດຊອບຄວນໃຫ້ທາງເລືອກກ່ຽວກັບການຊົດເຊີຍຄວາມເສຍຫາຍໃນຮູບແບບຕ່າງໆ ເພື່ອໃຫ້ປະຊາຊົນທີ່ຕ້ອງສູນເສຍທີ່ດິນມີທາງເລືອກຫຼາຍຂຶ້ນ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ວິສະວະກອນກອງທັບຣັດເຊຍປົດຊະນວນລະເບີດລູກຫວ່ານໃນລາວໄດ້ກວ່າ 100 ລູກ - ຕາມຂໍ້ມູນກະຊວງປ້ອງກັນປະເທດ

ມົດສະກູ (UrduPoint News / Sputnik – 07 ພະຈິກ 2018) ຊ່ຽວຊານເກັບກູ້ລະເບີດຣັດເຊຍ ທຳລາຍລະເບີດລູກຫວ່ານໃນລາວໄດ້ແລ້ວກວ່າ 100 ລູກ, ເຊິ່ງຍັງຄົງຕົກຄ້າງຢູ່ໃນດິນລາວ ມາຕັ້ງແຕ່ສະໄໝສົງຄາມຖິ້ມລະເບີດຂອງສະຫະລັດປີ 1964-1973, ຕາມການລາຍງານຂອງປະຊວງປ້ອງກັນປະເທດຂອງຣັດເຊາຍໃນວັນພຸດຜ່ານມາ.ອ່ານຕໍ່ ...

ຟາຮັດ ແຊັບເບີ

ນັກວິໄຈຊີ້: ເສັ້ນທາງລົດໄຟລາວ-ຈີນ ຈະເປີດກວ້າງການສ້າງເຂດເສດຖະກິດພິເສດ  

ອົງການຄົ້ນຄວ້າເສດຖະກິດອັນດັບຕົ້ນຂອງລັດຖະບານແນະນຳ ການລົງທຶນຄວນສຸມໃສ່ຫຼາຍຂົງເຂດ ເຊິ່ງເນັ້ນການໃຊ້ປະໂຫຍດ ແລະ ສ້າງປະໂຫຍດສູງສຸດຈາກເສັ້ນທາງລົດໄຟ ລາວ-ຈີນ.ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (NERI) ສະເໜີໃນການສຳຫຼວດຫຼ້າສຸດທີ່ມີການເຜີຍແຜ່ຫວ່າງມໍ່ໆມານີ້ວ່າ ມັນມີຄວາມເປັນໄປໄດ້ທີ່ຈະສ້າງເຂດເສດຖະກິດພິເສດ (SEZs) ລຽບຕາມສາຍທາງລົດໄຟຄວາມໄວສູງໄລຍະ 407 ກມ, ໂດຍສຸມໃສ່ການຂະຫຍາຍເຂດອຸດສາຫະກຳ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ເມືອງພຽງດຳເນີນການວາງແຜນການນຳໃຊ້ທີ່ດິນໃນ 700 ກວ່າຄົວເຮືອນ

(ຂປລ) ເຈົ້າໜ້າທີ່ແຂວງໄຊຍະບູລີ ແລະ ອົງການກອງທຶນອະນຸລັກທຳມະຊາດໂລກປະຈຳລາວ  (WWF-Laos) ຮ່ວມປະຊຸມທີ່ເມືອງພຽງທາງພາກເໜືອຂອງແຂວງໄຊຍະບູລີ ເພື່ອວາງແຜນກິດຈະກຳການນຳໃຊ້ທີ່ດິນພາຍໃນບ້ານນາແວນ ເຊິ່ງຈະດຳເນີນໄປຕະຫຼອດເດືອນພະຈິກປີນີ້.ອ່ານຕໍ່ ...

ຂປລ

ແຮງງານລາວມີໜ້າໜ້ອຍໃນເຂດເສດຖະກິດພິເສດ

ມີແຮງງານລາວພຽງໜຶ່ງສ່ວນສາມທີ່ອອກແຮງງານໃນເຂດເສດຖະກິດພິເສດ ແລະ ເຂດເສະຖະກິດສະເພາະ (SEZs) ໃນນີ້ແມ່ນຍ້ອນບັນຫານການຂາດທັກສະ ເຮັດມີໂອກາດໜ້ອຍໃນການເຂົ້າເຮັດວຽກໃນບັນດານິຄົມອຸກສາຫະກຳ, ຕາມການສຳຫຼວດຫຼ້າສຸດ.ປະຈຸບັນໃນລາວມີການເຂດເສດຖະກິດ SEZs ລວມທັງໝົດ 12 ແຫ່ງ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວ ແລະ ຕ່າງປະເທດລວມ 24,982 ອັດຕາ. ໃນນັ້ນມີແຮງງານລາວພຽງໜຶ່ງສ່ວນສາມ ຫຼື 8,951 ອັດຕາ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວຕ້ອງສ້າງນະໂຍບາຍເພື່ອດຶງດູດການລົງທຶນໃນເຂດເສດຖະກິດພິເສດ

ລັດຖະບານສັ່ງດຳເນີນການສືບຕໍ່ປັບປຸງສະພາບແວດລ້ອມໃນການລົງທຶນ ແລະ ຈັດນະໂຍບາຍພິເສດເພື່ອສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດ (SEZs) ແລະ ເຂດເສດຖະກິດສະເພາະ ທ່າມກາງການແຂ່ງຂັນທີ່ເພີ່ມສູງຂຶ້ນລະຫວ່າງບັນດາປະເທດເພື່ອນບ້ານ.ຕາມການສຳຫຼວດຫວ່າງມໍ່ໆມານີ້ເຫັນວ່າ ປະເທດກຳປູເຈຍ, ມຽນມາ ແລະ ໄທ ກໍມີການສ້າງຕັ້ງເຂດເສດຖະກິດພິເສດ ທັງມີນະໂຍບາຍການສົ່ງເສີມທີ່ສູງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ນັກວິເຄາະກ່າວ: ກົດໝາຍທີ່ດິນສະບັບໃໝ່ຂອງລາວອາດຈຳກັດສິດການຄອບຄອງທີ່ດິນຕາມປະເພນີຂອງແມ່ຍິງ

ວຽງຈັນ (ມູນນິທິທອມສັນ ຣອຍເຕີ) – ກົດໝາຍວ່າດ້ວຍທີ່ດິນສະບັບໃໝ່ຂອງລາວອາດສົ່ງເສີມຄວາມໂປ່ງໃສໃນການຄຸ້ມຄອງທີ່ດິນ ແລະ ສ້າງຄວາມທັນສະໄໝໃນການຈົດບັນທຶກໃນລາວ, ແຕ່ວ່າມັນອາດຈຳກັດກຳມະສິດຂອງແມ່ຍິງໃນການຄອບຄອງທີ່ດິນ ກໍຄືສິດການຄອບຄອງຕາມປະເພນີຂອງຊາວຊົນນະບົດ ແລະ ຊົນເຜົ່າ, ຕາມການລາຍງານຂອງນັກວິເຄາະ.ຮ່າງກົດໝາຍທີ່ຍຶດເຍື້ອມາດົນນານສະບັບດັ່ງກ່າວ ມີກຳນົດເຂົ້າຜ່ານໃນທີ່ປະຊຸມສະພາແຫ່ງຊາດຂອງລາວໃນເດືອນໜ້າ, ຕາມຂໍ້ມູນຂອງຜູ້ຈັດທຳ ແລະ ນັກວິເຄາະທີ່ໃຫ້ຄຳເຫັນຕໍ່ຮ່າງກົດໝາຍດັ່ງກ່າວ.ອ່ານຕໍ່ ...

ຣີນາ ຊັນດຣັນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

msz3y
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!