ທີ່ດິນ

ມິນ, ລະເບີດທີ່ຍັງບໍ່ທັນແຕກ ແລະ ການເກັບກູ້

ອົດສະຕຣາລີ ສົ່ງເສີມການເກັບກູ້ະເບີດໃນພື້ນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປື

(ຂປລ) ວັນທີ 12 ທັນວານີ້ ລັດຖະບານອົດສະຕຣາລີໄດ້ລົງນາມຢ່າງເປັນທາງການ ໃນຂໍ້ຕົກລົງກັບອົງການ ຢູເອັນດີພີ ກ່ຽວກັບການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ທີ່ເມືອງສະໜາມໄຊ ເພື່ອຮັບປະກັນຄວາມປອດໄພສຳລັບຊຸມຊົນທີ່ຕ້ອງຍົກຍ້າຍທີ່ຢູ່ອາໄສເນື່ອງຈາກໄພນ້ຳຖ້ວມໃນປີນີ້. ອົດສະຕຣາລີ ໄດ້ມອບທຶນຊ່ວຍເຫຼືອ 200,000 ໂດລາອົດສະຕຣາລີ ໂດຍຜ່ານອົງການ ຢູເອັນດີພີ ໃຫ້ແກ່ລັດຖະບານລາວ ເພື່ອດຳເນີນການປະຕິບັດການເກັບກູ້ ລບຕ ທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ບັນນາທິການ ຂປລ

ວິສະວະກອນກອງທັບຣັດເຊຍປົດຊະນວນລະເບີດລູກຫວ່ານໃນລາວໄດ້ກວ່າ 100 ລູກ - ຕາມຂໍ້ມູນກະຊວງປ້ອງກັນປະເທດ

ມົດສະກູ (UrduPoint News / Sputnik – 07 ພະຈິກ 2018) ຊ່ຽວຊານເກັບກູ້ລະເບີດຣັດເຊຍ ທຳລາຍລະເບີດລູກຫວ່ານໃນລາວໄດ້ແລ້ວກວ່າ 100 ລູກ, ເຊິ່ງຍັງຄົງຕົກຄ້າງຢູ່ໃນດິນລາວ ມາຕັ້ງແຕ່ສະໄໝສົງຄາມຖິ້ມລະເບີດຂອງສະຫະລັດປີ 1964-1973, ຕາມການລາຍງານຂອງປະຊວງປ້ອງກັນປະເທດຂອງຣັດເຊາຍໃນວັນພຸດຜ່ານມາ.ອ່ານຕໍ່ ...

ຟາຮັດ ແຊັບເບີ

ເປີດສາກພາລະກິດເກັບກູ້ລະເບີດທີ່ແຂວງບໍລິຄຳໄຊ

ປະຕິບັດການເກັບກູ້ລະເບີດ (ລບຕ) ຮ່ວມລະຫວ່າງກອງທັບລາວ ແລະ ຣັດເຊຍ ທີ່ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ເລີ່ມຂຶ້ນໃນວັນສຸກຜ່ານມານີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ນາຍົກລາວ ແລະ ຍີ່ປຸ່ນຕົກລົງກ່ຽວກັບວຽກງານເກັບກູ້ລະເບີດ ແລະ ການຮ່ວມມືດ້ານການແພດ

ຍີ່ປຸ່ນຕົກລົງສະໜັບສະໜູນໂຄງການທີ່ກ່ຽວຂ້ອງກັບລະເບີດທີ່ຍັງບໍ່ທັນແຕກໃນລາວ ເປັນມູນຄ່າ 900 ລ້ານເຢັນຍີ່ປຸ່ນ ກໍຄືການສົ່ງເສີມການຮ່ວມມືລະຫວ່າງໂຮງໝໍມິດຕະພາບ ວຽງຈັນ ແລະ ສະຖາບັນໄສຍະກຳປະສາດກິດຕະຮາຣະ ປະເທດຍີ່ປຸ່ນ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລາວ, ລັດເຊຍ ຮ່ວມກັນເກັບກູ້ລະເບີດທີ່ຍັງບໍ່ທັນແຕກທີ່ແຂວງບໍລິຄຳໄຊ

ເຈົ້າໜ້າທີ່ທະຫານລາວ ແລະ ລັດເຊຍຈະຮ່ວມກຳລັງກັນໃນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ທີ່ເມືອງຄຳເກີດ ແຂວງບໍລິຄຳໄຊ.ພາລະກິດດັ່ງກ່າວຈະເລີ່ມຕົ້ນໃນເດືອນນີ້ ໄປເຖິງເດືອນມີນາ 2019, ຕາມການລາຍງານຂອງເຈົ້າໜ້າທີ່ຮັບຜິດຊອບໜ່ວຍທະຫານເກັບກູ້ລະເບີດເພື່ອມະນຸດສະທຳ 58 (U58) ຂອງກະຊວງປ້ອງກັນປະເທດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ກະຊວງປ້ອງກັນປະເທດລັດເຊຍ-ກອງທັບລັດເຊຍຈະຊ່ວຍເກັບກູ້ລະເບີດທີ່ຍັງບໍ່ທັນແຕກທີ່ຍັງຫຼົງເຫຼືອຂອງອາເມລິການອອກຈາກລາວ

ກູບິນກາ (ເຂດມົດສະກູ) (ຂ່າວສານເອີດູພອຍ / ສະປຸກນິກ – 3 ຕຸລາ 2018) ຕາມການລາຍງານຂອງກະຊວງປ້ອງກັນປະເທດລັດເຊຍໃນວັນພຸດນີ້, ທິມເກັບກູ້ລະເບີດຂອງສູນປະຕິບັດການລະເບີດສາກົນຂອງກອງທັບລັດເຊຍ ຈະເດີນທາງມາປະເທດລາວໃນເດືອນນີ້ ເພື່ອຊ່ວຍໃນພາລະກິດເກັບກູ້ລະເບີດທີ່ຍັງບໍ່ທັນແຕກຂອງອາເມລິກາທີ່ຕົກຄ້າງໃນລາວຕັ້ງແຕ່ສະໄໝສົງຄາມ.ພາລະກິດດັ່ງກ່າວຈະເລີ່ມຕົ້ນແຕ່ເດືອນຕຸລານີ້ ໄປຈົນເຖິງເດືອນມິນາ 2019, ແລະ ຈະເລັ່ງໃສ່ການເກັບກູ້ລະເບີດທີ່ກະແຈກກະຈາຍ ຍາກຕໍ່ການຄົ້ນຫາ ທີ່ເປັນໄພຂົ່ມຂູ່ຕໍ່ປະຊາຊົນທ້ອງຖິ່ນ ໃນປ່າດົງໃນລາວອ່ານຕໍ່ ...

ໂມຮາມັດ ອາລີ

ສະຫະລັດສືບຕໍ່ຊ່ວຍເຫຼືອວຽກງານເກັບກູ້ລະເບີດໃນລາວເປັນທຶນ 14.5 ລ້ານໂດລາສະຫະລັດ

ລັດຖະບານສະຫະລັດອາເມລິກາຢືນຢັນສືບຕໍ່ໃຫ້ການຊ່ວຍເຫຼືອເປັນທຶນຈຳນວນ 14.5 ລ້ານໂດລາສະຫະລັດ ສຳລັບອົງການເກັບກູ້ລະເບີດແມັກລາວ ໃນການດຳເນີນການສຳຫຼວດ ແລະ ເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ໃນເຈັດເມືອງເປົ້າໝາຍໃນແຂວງຊຽງຂວາງ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຍີ່ປຸ່ນຊ່ວຍເຫຼືອວຽກງານເກັບກູ້ລະເບີດຢູ່ຊຽງຂວາງ

ລັດຖະບານຍີ່ປຸ່ນມອບທຶນຊ່ວຍເຫຼືອມູນຄ່າ 5 ຕື້ກວ່າກີບ (598,330 ໂດລາສະຫະລັດ) ສຳລັບໂຄງການເກັບກູ້ລະເບີດລູກຫວ່ານດ້ວຍເຄື່ອງຈັກທີ່ແຂວງຊຽງຂວາງ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ສະຫະລາດຊະອານາຈັກສືບຕໍ່ໃຫ້ການຊ່ວຍເຫຼືອໃນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກໃນລາວ

(ທ່ານ ມາກ ຟິວ ລັດຖະມົນຕີຕ່າງປະເທດອາຊີ ແລະ ປາຊິຟິກ ແຫ່ງລາດຊະອານາຈັກ)(ຂປລ) ໃນລະຫວ່າງການການຢ້ຽມຢາມລາວຄັ້ງທຳອິດໃນຫວ່າງບໍ່ດົນມານີ້ ຂ້າພະເຈົ້າໄດ້ຮັບຮູ້ພາບລວມກ່ຽວກັບສະພາບການເກັບກູ້ລະເບີດທີ່ຍັງບໍ່ທັນແຕກໃນລາວຈາກອົງການເກັບກູ້ລະເບີດແມັກ (ແມັກ) ແລະ ອົງການຮາໂລທຣັສ໌ (ຮາໂລ) ນອນນີ້ ຂ້າພະເຈົ້າຍັງໄດ້ໄປຢ້ຽມຢາມສູນຂໍ້ມູນຂ່າວສານຂອງອົງການເກັບກູ້ລະເບີດລາວທີ່ແຂວງຫຼວງພະບາງ ເພື່ອຮຽນຮູ້ກ່ຽວກັບການປະຕິບັດການເກັບກູ້ລະເບີດ. ມັນເປັນເລື່ອງທີ່ໜ້າສະເທືອນໃຈທັັງໆທີ່ປະເທດລາວໄດ້ຮັບເອກະລາດມາຫຼາຍທົດສະວັດ ແຕ່ປະຊາຊົນລາວຈຳນວນໜຶ່ງຍັງຄົງລົ້ມຕາຍ ແລະ ໄດ້ຮັບບາດເຈັບຈາກລະເບີດທີ່ຍັງບໍ່ທັນແຕກທີ່ຍັງຄົງຄ້າງ ແລະ ຖືກລືມເລືອນ, ຜູ້ປະສົບເຄາະສ່ວນໃຫຍ່ແມ່ນໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານທີ່ມາຈາກລະເບີດຕໍ່ຕ້ານຂ້າເສິກ.ໃນມື້ນີ້ ລັດຖະບານອັງກິດຢືນຢັນການສືບຕໍ່ຊ່ວຍເຫຼືອພາຍໃຕ້ໂຄງການເກັບກູ້ລະເບີດໂລກຄັ້ງທີສອງຕໍ່ກັບອົງການຮາໂລ ແລະ ແມັກ ເປັນມູນຄ່າລວມເກືອບ 46 ລ້ານປອນອັງກິດ ເພື່ອສະໜັບສະໜູນບັນດາໂຄງການເກັບກູ້ລະເບີດທົ່ວອາຟຣິກາ ແລະ ອາຊີ ເຊິ່ງເປັນສ່ວນໜຶ່ງຂອງສັນຍາການຊ່ວຍເຫຼືອຈຳນວນ 100 ລ້ານປອນໃນວຽກງານເກັບກູ້ລະເບີດພາຍໃນປີ 2020.ອ່ານຕໍ່ ...

ຂປລ

ລາວຮຽກຮ້ອງຊຸມຊົນສາກົນໃນການຮ່ວມມືຕ້ານລະເບີດລູກຫວ່ານ

ລາວຢືນຢັນເຈດຈຳນົງຕໍ່ອະນຸສັນຍາວ່າດ້ວຍລະເບີດລູກຫວ່ານ ທັງຮຽກຮ້ອງບັນດາປະເທດທົ່ວໂລກໃຫ້ສະໜັບສະໜູນການຕ້ານການນຳໃຊ້ລະເບີດຊະນິດດັ່ງກ່າວ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

9Rk9t
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!