ທີ່ດິນ

ມິນ, ລະເບີດທີ່ຍັງບໍ່ທັນແຕກ ແລະ ການເກັບກູ້

ສະຫະລາດຊະອານາຈັກໃຫ້ທຶນຊ່ວຍເຫຼືອ 36 ຕື້ກີບສຳລັບວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານສະຫະລາດຊະອານາຈັກຈະໃຫ້ທຶນຊ່ວຍເຫຼືອລ້າມູນຄ່າ 36 ຕື້ກີບ (US$4,274,709 ໂດລາ) ສຳລັບວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ການພັດທະນາຄວາມສາມາດໃນຂະແໜງເກັບກູ້ລະເບີດຂອງລາວ. ທຶນຊ່ວຍເຫຼືອດັ່ງກ່າວແມ່ນເພື່ອສະໜັບສະໜູນອົງການຮາໂລທຣັສ໌ ແລະ ອົງການຊ່ວຍເຫຼືອນໍເວ ໃນການເກັບກູ້ລະເບີດຢູ່ແຂວງສະຫວັນນະເຂດ, ແລະ ໂຄງການພັດທະນາຄວາມສາມາດຂອງຄະນະກຳມະແຫ່ງຊາດວ່າດ້ວຍການຄຸ້ມຄອງລະເບີດທີ່ຍັງບໍ່ທັນແຕກໃນລາວ (NRA) ແລະ ພະນັກງານ NRA ປະຈຳແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/uk-provides-over-grant-uxo-clearance-99038

ສະຫະລັດ, ນໍເວ ຊ່ວຍເຫຼືອ 243 ຕື້ກີບສຳລັບວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານສະຫະລັດ ແລະ ນໍເວ ແລະ ສະຫະພັນ Fagforbundet ຈະໃຫ້ທຶນຊ່ວຍເຫຼືອ 243 ຕື້ກີບ (US$ 28,030,453 ໂດລາ) ເພື່ອຊ່ວຍເຫຼືອກິດຈະກຳການສຳຫຼວດ, ເກັບກູ້ ແລະ ສ້າງຄວາມສາມາດໃນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກໃນລາວ.ທຶນດັ່ງກ່າວຈະນຳໃຊ້ເພື່ອສະໜັບສະໜູນກິດຈະກຳເກັບກູ້ລະເບີດຂອງອົງການ ຮາໂລທຣັສ ແລະ ອົງການຊ່ວຍເຫຼືອນໍເວ ຢູ່ແຂວງສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ສຳລັບປີ 2019 ເຖິງ 2022.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/us-norway-provide-over-us-28-million-unexploded-ordnance-clearance-98975

JICA ແລະ UXO-Laos ຮ່ວມມືໃນການປະຕິບັດການເກັບກູ້ລະເບີດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຈາກອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ຮ່ວມປະຊຸມທີ່ນະຄອວຫຼວງວຽງຈັນໃນອາທິດແລ້ວນີ້ ໃນກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທຳອິດຂອງໂຄງການ ເພື່ອເຊື່ອມໂຍງໂຄງການເກັບກຸ້ລະເບີດແຫ່ງຊາດ ເຂົ້າກັບການຫຼຸດຜ່ອນຄວາມທຸກຍາກ.ກອງປະຊຸມດັ່ງກ່າວມີການເຂົ້າຮ່ວມຂອງທ່ານ ບຸນພະມິດ ສົມວິຈິດ ອຳນວຍການອົງການເກັບກູ້ລະເບີດແຫ່ງຊາດລາວ (UXO-Laos) ແລະ ທ່ານນາງ ອະກິໂກະ ສະນະດະ ຜູ້ຕາງໜ້າລະດັບສູງຂອງອົງການ JICA ປະຈຳລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/jica-uxo-laos-collaborate-operations-98583

ອົງການ KOICA ອະນຸມັດທຶນຊ່ວຍເຫຼືອ US$5.5 ລ້ານໂດລາສຳລັບວຽກງານເກັບກູ້ລະເບີດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນເກົາຫຼີ (KOICA) ໄດ້ອະນຸມັດງົບປະມານກວ່າ 4.7 ຕື້ກີບ (US$5.5 ລ້ານໂດລາ) ເພື່ອດຳເນີນໂຄງການເກັບກູ້ລະເບີດໄລຍະສອງ, ເຊິ່ງເພີ່ມຂຶ້ນຈາກງົບ US$3 ລ້ານໂດລາ ສຳລັບໄລຍະທີໜຶ່ງ.ຂໍ້ຕົກລົງກ່ຽວກັບການໃຫ້ທຶນສຳລັບໂຄງການເກັບກູ້ລະເບີດໄລຍະສອງ ແຕ່ປີ 2019-2022 ດັ່ງກ່າວ ໄດ້ມີການລົງນາມໃນວັນອັງຄານນີ້ ໂດຍຄະນະກຳມະການຄຸ້ມຄອງວຽກງານເກັນກູ້ລະເບີດ ແລະ ມີນແຫ່ງຊາດ ພາຍໃຕ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການ KOICA ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP).ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ຊ່ຽວຊານອາຊຽນປະເມີນຄວາມສ່ຽງຕໍ່ເນື່ອງກ່ຽວກັບລະເບີດມິນພາກພື້ນດິນ

ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາປະເທດອາຊຽນພົບປະກັບຄູ່ຮ່ວມພັດທະນາ ໃນວັນຈັນຜ່ານມາ ເພື່ອຫາລືຜົນກະທົບດ້ານມະນຸດສະທຳຂອງລະເບີດມີນຕໍ່ຕ້ານພົນລະເຮືອນ, ບົມບີ ແລະ ວັດຖຸລະເບີດທີ່ຍັງຕົກຄ້າງຈາກສົງຄາມ.ຄະນະກຳມະການອົງການກາແດງສາກົນ (ICRC) ປະຈຳລາວ ພ້ອມທັງກະຊວງການຕ່າງປະເທດ, ຊ່ຽວຊານຕ່າງປະເທດ, ແລະ ເຈົ້າໜ້າທີ່ລັດຖະບານຈາກລາວ, ກຳປູເຈຍ, ອິນໂດເນເຊຍ, ມຽນມາ, ຟິລິປິນ, ໄທ, ແລະ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາໄລຍະສອງວັນດັ່ງກ່າວ ທີ່ວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ

ລາວ, ນໍເວ ເສີມຂະຫຍາຍການຮ່ວມມືສອງຝ່າຍ

ລັດຖະບານລາວສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນນໍເວ ໃນການພັດທະນາປະເທດລາວ ໂດຍສະເພາະ ໃນຂະແໜງການເກັບກູ້ລະເບີດ ເຊິ່ງເປັນອຸປະສັກອັນໃຫຍ່ຫຼວງໃນການພັດທະນາລາວ.ເຈົ້າໜ້າທີ່ລະດັບສູງຂອງລາວໄດ້ທຳການຕ້ອນຮັບທ່ານ ດັກ ອິງ ຢູສຕຽນ ລັດຖະມົນຕີກະຊວງການພັດທະນາສາກົນແຫ່ງປະເທດນໍເວ ເຊິ່ງເດີນທາງມາຢ້ຽມຢາມລາວຢ່າງເປັນທາງການ ໃນວັນສຸກຜ່ານມາ.ອ່ານຕໍ່ ...

ໂຕະຂ່າວ

ອຳນາດການປົກຄອງຍັງຕ້ອງການທຶນເພີ່ມເຕີມສຳລັບວຽກງານເກັບກູ້ລະເບີດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຕ້ອງການທຶນເພີ່ມເຕີມ US$4.5 ລ້ານໂດລາໃນປີນີ້ ສຳລັບການປະຕິບັດການເກັບກູ້ລະເບີດໃຫ້ໄດ້ຢ່າງມີປະສິດທິພາບ ເຊິ່ງລວມມີໜ້າວຽກສຳຫຼວດ ແລະ ເກັບກູ້ ຄຽງຄູ່ກັບການໃຫ້ການສຶກສາຄວາມສ່ຽງໄພ ແລະ ການຊ່ວຍເຫຼືອຜູ້ປະສົບເຄາະ.ຂໍ້ມູນດັ່ງກ່າວແມ່ນມາຈາກກອງປະຊຸມປະຈຳປີຂອງໂຄງການເກັບກູ້ລະເບີດແຫ່ງຊາດລາວ (UXO Lao) ໃນວັນສຸກແລ້ວນີ້ ເພື່ອສະຫຼຸບການປະຕິບັດວຽກງານໃນປີຜ່ານມາ ແລະ ວາງແຜນການສຳລັບປີນີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ສະຫະລັດໃຫ້ທຶນຊ່ວຍເຫຼືອດ້ານການສຶກສາຄວາມສ່ຽງຈາກລະເບີດທີ່ຍັງບໍ່ທັນແຕກໃນລາວ

ເດັກນ້ອຍກວ່າ  523,000 ຄົນໃນໂຮງຮຽນປະຖົມທົ່ວປະເທດຈະໄດ້ຮັບຜົນປະໂຫຍດຈາກໂຄງການສຶກສາຄວາມສ່ຽງໄພຈາກລູກລະເບີດທີ່ຍັງຕົກຄ້າງ ພາຍໃຕ້ທຶນຊ່ວຍເຫຼືອຈາກກະຊວງການຕ່າງປະເທດສະຫະລັດ.ອົງການ World Education Inc. ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈຂອງໂຄງການຢ່າງເປັນທາງການໃນມື້ວານນີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ທຶນການຊ່ວຍເຫຼືອຂອງສະຫະລາດຊະອານາຈັກສຳລັບການປະຕິບັດການເກັບກູ້ລະເບີດໃນລາວ

ອົງການແມັກລາວໄດ້ຮັບທຶນຊ່ວຍເຫຼືອກວ່າ 38 ຕື້ກີບ (US$4.5 ລ້ານໂດລາ) ເຊິ່ງເປັນທຶນຊ່ວຍເຫຼືອຈາກລັດຖະບານລາດຊະອານາຈັກ ສຳລັບການປະຕິບັດການເກັບກູ້ລະເບີດໃນລາວ.ພາຍໃຕ້ທຶນດັ່ງກ່າວ ອົງການແມັກຈະດຳເນີນການເກັບກູ້ລະເບີດ ເປັນໄລຍະເວລາ 13 ເດືອນ ໃນເມືອງໜອງແຮດ, ຄູນ, ແລະ ຜາໄຊ ແຂວງຊຽງຂວາງ ຄຽງຄູ່ກັບການສຳຫຼວດທີ່ບໍ່ແມ່ນດ້ານວິຊາການ ແລະ ການສຶກສາຄວາມສ່ຽງໄພຕໍ່ລະເບີດ ໃນເມືອງບົວລະພາ ແລະ ຍົມມະລາດ ແຂວງຄຳມ່ວນ.ອ່ານຕໍ່  ...

Keoviengkhone Bounviseth

ໜ່ວຍເກັບກູ້ລະເບີດຈາກຣັດເຊຍ ກວດກູ້ພື້ນທີ່ໃນລາວໄດ້ແລ້ວກວ່າ 40 ເຮັກຕາ

ມົດສະກູ, 24 ທັນວາ. /TASS/.  ທີມນັກເກັບກູ້ລະເບີດສາກົນຂອງກອງທັບຣັດເຊຍ ກວດກູ້ພື້ນໃນລາວທີ່ໄດ້ກວ່າ 40 ເຮັກຕາ, ຕາມການລາຍງານຂອງສຳນັກຂ່າວ ກຣັສນາຢາ ສເວສດາ (ຫຼື ດາວແດງ) ໃນວັນຈັນນີ້.ທີມນັກເກັບກູ້ລະເບີດຣັດເຊຍ ປະຕິບັດການກວດກູ້ທີ່ເມືອງຄຳເກີດ ແຂວງບໍລິຄຳໄຊ ເຊິ່ງໄດ້ມີການສ້າງຕັ້ງສາຂາສູນກວດກູ້ລະເບີດສາກົນກ່ອນໜ້ານີ້.ອ່ານຕໍ່ ...

ບັນນາທິການ TASS

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

6WKPR
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!